ໄປຢ້ຽມຊົມ ເກາະນົກແອ່ນ ຢູ່ ອ່າວຍາຈາງ ແຂວງ ແຄງຮ່ວາ

ອ່າວຍາ​ຈາງ ​ແມ່ນ​ຫນຶ່ງ​ໃນ​ຈຳນວນອ່າວ ​29 ​ແຫ່ງ ທີ່​ສວຍ​ງາມຢູ່​ໃນ​ໂລກ ​ໂດຍ​ທຳ​ມະ​ຊາດ​​ບັນດານ​ໃຫ້​ມີຄວາມ​ສວຍ​ສົດ​ງົດ​ງາມ ​ແລະ ອຸດົມ​ສົບ​ບູນ. ບັນດາ​ຫາດ​ຊາຍ​ຂາວ​ຍາວ​ຢຽດ, ຫີນ​ປະ​ກາ​ລັງສະຫລັບຊັບ​ຊ້ອນ​ກັນ, ມີ​ສິນ​ທະ​ເລ​ອັນ​ລ້ຳ​ຄ່າຫລາຍ​ຊະນິດ ​ແລະ ​ພິ​ເສດ ​ແມ່ນ​ບັນດາ​ເກາະນົກ​ແອ່ນ​. ​ໃນທ່າມກາງ​ຄວາມ​ກ້ວາງ​ໃຫຍ່​ໄພສານ​ຂອງ​ທະ​ເລ​ນັ້ນ,ເກາະນ້ອຍ​ໃຫຍ່​ຫຼາຍ​ແຫ່ງ​ໄດ້​ໂຮມ​ເຂົ້າກັນ​ເປັນກຸ່ມ, ອັນ​ໄດ້ສ້າງຄວາມ​ງາມ​ແບບ​ຮົກ​ເຮື້ອ​​ມະຫັດສະຈັນ, ນີ້ແມ່ນ​ບ່ອນ​ອາ​ໃສ​ຂອງ​ນົກ​ແອ່ນຊຶ່ງ​ແມ່ນ ນົກ​ທະ​ເລ​ທີ່​ມີ​ຄ່າຫາ​ຍາກ. ​

​ເກາະ​ນົກ​ແອ່ນ ບໍ່​ແມ່ນ​ຊື່​ສະ​ເພາະ​ຂອງ​​ເກາະ​​ໃດ​​ຫນຶ່ງ ຫາກ​ເກາະ​ແຫ່ງ​ໃດ​ມີ​ຮັງນົກ​ແອ່ນ ກໍ​ລ້ວນ​ແຕ່​ເອີ້ນ​ວ່າ ​ເກາະ​ນົກ​ແອ່ນ. ​ໃນ​ເກາະ​ປະມານ 70 ​ແຫ່ງ​ຢູ່​​ເຂດທະ​ເລ​ນີ້ ມີ​ເຖິງ 12 ​ແຫ່ງ​ນົກ​ແອ່ນ​ມາກໍ່​ຮັງ. ​ແຕ່​​ເກາະຮ່ອນ​ໂນ້ຍ ​ແລະ ຮ່ອນ​ງວ໋າຍ ​ແມ່ນ​​ເກາະ​ສ​ອງ​ແຫ່ງ​ທີ່​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ຫລາຍ​ກວ່າ​ໝູ່. ​ເພື່ອ​ໄປ​ຄົ້ນ​ຫາ​ຊີວິດ​ຂອງ​ນົກ​ແອ່ນ​, ນັກ​ທ່ອງ​ທ່ຽວ​ຄວນ​​ເດີນທະ​ເລ​ໃນ​ໄລຍະ​ແຕ່​ເດືອນ 3 ​ເຖິງ ​ເດືອນ 9 ​ໃນປີ, ​​ຊ່ວງເວລາ​ນັ້ນ​ຄື້ນທະ​ເລ​ກໍສະຫງົບ​ງຽບ. ນີ້​ກໍ​ແມ່ນ​ໄລຍະ​ນົກ​ແອ່ນ​ມາ​ກໍ່​ຮັງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເມື່ອ​​ເດີນ​ທະ​ເລ​ໄປ​ຍັງ​ເກາະ​ແຕ່ລະ​ເທື່ອ​ນັ້ນ, ບໍລິສັດ​ທ່ອງ​ທ່ຽວ ອຽນ​ຊ່າວ​(​ຮັງ​ນົກ​ແອ່ນ) ​ແຂວງ ​ແຄນ​ຮ່ວາ ພຽງ​​ແຕ່ຮັບ​ນັກ​ທ່ອງ​ທ່ຽວ 60 ຄົນ​ເທົ່າ​ນັ້ນ ​ເພື່ອ​ຫລີກ​ລ້ຽງການສົ່ງ​ຜົນ​ສະທ້ອນ​ບໍ່​ດີເຖິງສະພາບ​ແວດ​ລ້ອມ​ຊຶ່ງ​ຝຸງນົກ​ແອ່ນ​ໄດ້ບິນ​ມາ​ອາ​ໃສ​ຢູ່​ທີ່​ນີ້​ນັບ​ຮ້ອຍ​ປີມາ​ນີ້. ທ່ານ ​ເລ​ຫື​ວຮ່ວາງ, ຜູ້ອຳນວຍການ​ບໍລິສັດ​ອຽນ​ຊ່າວ ​ແຂວງ ​ແຄນ​ຮ່ວາ ​ໃຫ້​ຮູ້​ວ່າ:

“ລາຍການ​ທ່ອງ​ທ່ຽວ​ຢ້ຽມ​ຊົມ​ເກາະ​ນົກ​ແອ່ນ​, ຢ້ຽມ​ຊົມ​ຖ້ຳ​ນົກ​ແອ່ນຢູ່​ຮ່ອນ​ໂນ້ຍ ​ແມ່ນ​ລາຍການ​ທ່ອງ​ທ່ຽວ​ທີ່ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ລາຍການ​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ ​ແລະ ​​ແມ່ນລາຍການມີ​ສິດ​ຜູກຂາດ​ຂອງ​ບໍລິສັດ. ລາຍການ​ທ່ອງ​ທ່ຽວ​ນີ້ ​ເອົາ​ໃຈ​ໃສ່​ທີ່​ສຸດ​​ເຖິງ​ການ​ຮັກສາ​ທິວ​ທັດ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ ​ແລະ ​ສະ​ເຫ​ນີ​​ນັກ​ທ່ອງ​ທ່ຽວບໍ່​ຄວນ​ເຮັດ​ຫຍັງ​ທີ່​ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ຫຼືທຳລາຍ​ທິວ​ທັດ​ທຳ​ມະ​ຊາດ​ຢູ່​​ເກ​າະ​ແຫ່ງ​ນີ້. ທີ​ສອງ​ແມ່ນ ​ເພື່ອ​ຊ່ວຍໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​​ເຫັນ​ປະຈັກ​ຕາ​ຮັງ​ນົກ​ແອ່ນ, ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ໄດ້​​ເຖິງວຽກ​ງານຊອກ​ຫາ​ຮັງ​ນົກ​ແອ່ນຫຍຸ້ງຍາກ​ລຳບາກ​ຄື​ແນວ​ໃດ, ແລ້ວເອົາ ກັບ​ເມືອ​​ດິນ​ຕໍ່​ແຜ່ນ​​ໄດ້​ກໍແມ່ນສິ່ງ​ທີ່​ລ້ຳ​ຄ່າ​ຄື​ແນວ​ໃດ​.“

​ເວລາ 7​ ໂມງ 30 ນາທີ, ຈາ​ກທ່າກຳປັ່ນ ​ເກົາ​ດ໋າ, ກຳ​ປັ່ນ​ຄວາມ​ໄວ​ສູງ​ຕ້ອງ​ໃຊ້​ເວລາກວ່າ 1 ຊົ່ວ​ໂມງ ​ເພື່ອ​ຜ່ານ 13 ​ໄມ​ທະວີບ ​ໄປ​ທາງ​ທິດຕາ​ເວັນ​ອອກຈຶ່ງ​ຈະຮອດ​ເກາະ​ນົກ​ແອ່ນ. ສະຖານ​ທີ່​ທຳ​ອິດ​ທີ່​ນັກ​ທ່ອງ​ທ່ຽວ​​ໄປ​ຢ້ຽມ​ຊົມ​ແມ່ນ​ຖ້ຳ ຢູຮ້າ ຊຶ່ງ​ແມ່ນ​ບ່ອນ​ທີ່​ມີ​ນົກ​ແອ່ນ​ພວມ​ເຝົ້າ​ຮັງ, ​ເພາະວ່າ​ຢູ່​ທີ່​ນີ້​ ຍັງ​ເຫຼືອພຽງ​​ແຕ່​ນົກ​ແອ່ນ​ມີຫນ້າ​ທີ່​ເຝົ້າຮັງ, ດູ​ແລ​ນົກ​​ນ້ອຍ ຍ້ອນ​ວ່າ ນົກ​ແອ່ນ​ເຄີຍ​ໄປ​ຫາ​ກິນ​ນັບ​ແຕ່​ເຊົ້າ ຫ່າງ​ຈາກ​ນີ້​ນັບ 20 ກິ​ໂລ​ແມດ.

ກຳ​ປັ່ນ​ສືບ​ຕໍ່​​ເດີນ​ຮອດ​ຮ່ອນ​ຊາມ ຊຶ່ງ​ແມ່ນ​ເກາ​ະ​ແຫ່ງ​ຫນຶ່ງ​ໃນ​ກຸ່ມ​ເກາະ​ຮ່ອນ​ໂນ້ຍ, ​ແມ່ນ​ສະຖານ​ທີ່​ມີ​ປະລິມານການ​ຂຸດ​ຄົ້ນ​ຮັງ​ນົກ​ແອ່ນຫຼາຍ​ອັນ​ດັບ​ທີ​ສອງ ຖັດຈາກ​ ຮ່ອນ​ງວ໋າຍ. ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ສຳລັບ​ນັກ​ທ່ອງ​ທ່ຽວ ນັ້ນ​ແມ່ນ​ນົກ​ແອ່ນ​ນັບ​ພັນ​ໂຕ​ບິນ​ເວີນ​​ໃນ​ທ່າມກາງ​ແສງ​ແດດ. ບໍ່​ເຫັນ​ມີຢູ່​ແຫ່ງ​ໃດ ນົກ​ແອ່ນ​ມີ​ຫລາຍ​ຄື​ຢູ່​ທີ່​ນີ້. ​ເລື່ອງປົກ​ປັກ​ຮັກສາ​​ເກາະ​ນົກ​ແອ່ນ ​ແລະ ​ເຂດ​ທະ​ເລ​ຢູ່​ທີ່​ນີ້, ຫ້າມ​ຈັບ​ຫາ​ນົກ​ແອ່ນ, ​ໄດ້​ຊ່ວຍ​ໃຫ້​ຝູງນົກ​ແອ່ນ​ມີ​ອາຫານ​ກິນ ​ແລະ ​ເຕີບ​​ໃຫຍ່​ໄວ. ມາ​ຢ້ຽມ​ຊົມ​ແຫ່ງ​ນີ້ ນັກ​ທ່ອງ​ທ່ຽວ​ຈະ​ມີ​ໂອກາດ​ເຂົ້າ​ໃນ​ຖ້ຳ, ​ເຫັນ​ປະຈັກ​ຕາ​ຮັງ​ນົກ​ແອ່ນ.

ພາຍຫລັງ​ໄປ​ຢ້ຽມ​ຊົມ​ຮັງ​ນົ​ກ​ແອ່ນ​ແລ້ວ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຂີ່​ກຳ​ປັ່ນພື້ນ​ແກ້ວ​ເພື່ອຮັບ​ຊົມ​ຫີນ​ປະ​ກາ​ລັງທີ່​ສວຍ​ງາມ​ດ້ວຍ​ສີສັນ​ຫລາກ​ຫລາຍ ​ແລະ ມີ​ຫຼາຍຮູບທີ່​ແຕກ​ຕ່າງ​ກັນ.

ໄປຢ້ຽມຊົມ ເກາະນົກແອ່ນ ຢູ່ ອ່າວຍາຈາງ ແຂວງ ແຄງຮ່ວາ - ảnh 1
ຮັງນົກແອ່ນ

ສຸດ​ທ້າຍ ກຳ​ປັ່ນ​ກໍແວ່​ຫາດ​ຊາຍ​ຮ່ອນ​ໂນ້ຍ, ຫໍ​ບູຊາຜູ້​ກໍ່​ຕັ້ງອາຊີບ​ຂຸດ​ຄົ້ນ​ຮັງ​ນົກ​ແອ່ນ ຊຶ່ງ​​ໄດ້​ຮັບ​ການ​ກໍ່ສ້າງ​ກ່ອນ​ນີ້​ກວ່າ 10 ປີ ​ແລະ ກາຍ​ເປັນ​ສະຖານ​ທີ່​ພັກຜ່ອນ​ຊົ່ວຄາວຂອງ​ນັກ​ທ່ອງ​ທ່ຽວໃນ​ການ​ເດີນທາງ. ມາ​ຢ້ຽມ​ຊົມ​ເກາະ​ນົກ​ແອ່ນ, ນັກ​ທ່ອງ​ທ່ຽວ​ຄົນ​ໃດ​ກໍ​ຢາກ​ອາບ​ນ້ຳ​ທະ​ເລ​, ​ເພາະວ່າ ​ທະ​ເລ​ຢູ່​ທີ່​ນີ້​ນ້ຳ​ໃສສະອາດ ​ແລະ ອາກາດ​ກໍ​ເຢັນ​ສະບາຍ. ນອກ​ນັ້ນ ນັກ​ທ່ອງ​ທ່ຽວ​ອາດ​ຈະ​ຂຶ້ນ​ຂັ້ນ​ໄດ 100 ຂັ້ນ, ປີນ​ພູ ຢູຫ້າ ມີ​ຄວາມ​ສູງ 60 ​ແມດ ​ເພື່ອຈະ​ຮູ້ສຶກ​​ເຖິງ​ຄວາມ​ເຢັນ​ຂອງ​ລົມ​ພັດ​ຈາກທະ​ເລ ກໍ​ຄື​ສາມາດ​ມອງ​ເຫັນ​ໄດ້ທະ​ເລ​ທີ່ກວ້າງ​ໃຫຍ່​ໄພສານ​. ທີ່​ຮອ່ນ​ໂນ້ຍ ພາຍຫລັງ​​ໄປ​ຢ້ຽມ​ຊົມທິວ​ທັດ​ທຳ​ມະ​ຊາດ, ອາບ​ນ້ຳ​ທະ​ເລ​ແລ້ວ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ປະ​ທ່ານ​ອາຫານ​ທ່ຽງ​ດ້ວຍ​ບັນດາ​ເຍື່ອງ​ອາຫານມີ​ສິນ​ທະ​ເລ ​ແລະ ດື່ມ​ນ້ຳ​ຮັງນົກ​ແອ່ນ. ອ້າ​ຍ​ແທ່ງ ນັກ​ທ່ອງ​ທ່ຽວ​ມາ​ຈາກ​ນະຄອນ ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ:

“ນີ້​ແມ່ນ​ຄັ້ງ​ທີ 2 ຂ້າພະ​ເຈົ້າ​ເດີ​ນທາງ​ເຖິງ ຍາ​ຈາງ ​ແລະ ​ເຫັນ​ວ່າ ຍາ​ຈາງ ນັບ​ມື້​ນັບ​ມີ​ຫລາຍ​ລາຍການ​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ. ສະ​ເພາະ​ລາຍການ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຊົມ​ເກາະ​ນົກ​ແອ່ນ​​​ເປັນ​ສິ່ງ​ທີ່​ເປັນ​ເອກະລັກ​ສະ​ເພາະ. ກ່ອນ​ນີ້​ພຽງ​​​​ແຕ່ໄດ້ເບິ່ງ​ຜ່ານໂທລະພາບ​ເທົ່າ​ນັ້ນ ​ແຕ່​ເມື່ອ​ມາ​​ເຖິງ​ເກາະ​ແຫ່ງ​ນີ້ ຈຶ່ງ​​ໄດ້ເຫັນ​ປະຈັກ​ຕາ​ນົກ​ແອ່ນ, ຮັງ​ນົກ​ແອ່ນ ​ແລະ ວິທີ​ຂຸດ​ຄົ້ນ​ຂອງ​ປູ​ຍາຕາ​ຍາຍ​ພວ​ກ​ເຮົາ​ໃນ​ເມື່ອ​ກ່ອນ​ຄື​​ແນວ​ໃດ. ນີ້​ກໍ​​ເປັນ​ຄັ້ງ​ທຳ​ອິດທີ່ ຂ້າພະ​ເຈົ້າ​ໄດ້​ຊິ​ມລົດ​ຊາດ​ຂອງ​ຮັງ​ນົກ​ແອ່ນ. ຂ້າພະ​ເຈົ້າ​ມັກ​ລາຍການ​ທ່ອງ​ທ່ຽວ​ແບບ​ນີ້​ຫລາຍ.“

        ​ເດີນທາງ​ໄປ​ຢ້ຽມ​ຊົມ​ເກາະ​ນົກ​ແອ່ນ​ໃນ​​ເວລາມື້ຫນຶ່ງ, ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ຮູ້ສຶກສະບາຍ​ໃຈ ​ແລະ ປະ​ທັບ​ໃຈ​ຫລາຍ​ຕໍ່ທິວ​ທັດ​ທຳ​ມະ​ຊາດ ​ແລະ ​ເກາະ​​ພິ​ເສດ​ຢູ່ ຍາ​ຈາງ ​ແຂວງ ​ແຄງ​ຮ່ວາ./.


ຫວີງຟອງ

ຕອບກັບ

ຂ່າວ/ບົດ​ອື່ນ