ເຮືອນສວນຢູ່ ນະຄອນ ເຫ້ວ ແມ່ນສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະ, ມີຄວາມກົມກຽວ ລະຫວ່າງມະນຸດ ແລະ ທຳມະຊາດ. ໃນ 10 ປີມານີ້, ແຂວງ ເທື່ອທຽນເຫ້ວ ໄດ້ຈັດເຮືອນສວນເຂົ້າບັນດາລາຍການທ່ອງທ່ຽວອັນໄດ້ດຶງດູດນັກທ່ອງທ່ຽວເຂົ້າຢ້ຽມຊົມເປັນຈຳນວນຫລວງຫລາຍ. ເພາະວ່າ ຄຽງຂ້າງບັນຍາກາດອຶກກະທຶກຄຶກໂຄມຂອງຊີວິດການເປັນຢູ່ໃນເຂດຕົວເມືອງແລ້ວ, ເຮືອນສວນຢູ່ນະຄອນເຫ້ວ ພັດມີບັນຍາກາດສະຫງົບງຽບ ແລະ ຍັງຄົງຮັກສາຄຸນຄ່າດ້ານວັດທະນະທຳຫລາຍຢ່າງຂອງເຂດເມືອງຫລວງເກົ່າໄວ້ໄດ້.
ພາຍຫລັງໄປທ່ອງທ່ຽວຄົ້ນຫານະຄອນເຫ້ວຕະຫລອດມື້ ດ້ວຍວັດວາ ອາຮາມ,ພະລາຊະວັງ, ສຸສານຫລາຍແຫ່ງ ແລະ ລ່ອງເຮືອຕາມແມ່ນ້ຳເຮືອງແລ້ວ, ນັກທ່ອງທ່ຽວຈະຮູ້ສຶກຕົກສະເຫງີ້ຕໍ່ຄວາມງາມແບບເກົ່າແກ່ ປະຖົມປະຖານຂອງເຮືອນສວນ ອານຮຽນ ຊຶ່ງແມ່ນສະຖານທີ່ແຫ່ງຫນຶ່ງໃນລາຍການທ່ອງທ່ຽວ ນະຄອນ ເຫ້ວ.
ນັກທ່ອງທ່ຽວມາຢ້ຽມຢາມເຮືອນສວນໃນຍາມສາຍັນອາດຈະເຫັນປະຈັກຕາຄວາມງາມດັ່ງໃນຝັນຂອງເຂດສວນທີ່ປົກຄຸມໄປດ້ວຍສີຂຽວ. ສະຖາປັດຕະຍະກຳຂອງເຮືອນສວນຫລັງນີ້ ຍັງຄົງຮັກສາຄວາມດັ້ງເດີມໄວ້ໄດ້. ທາງເຂົ້າແມ່ນປະຕູໂຂງນ້ອຍຮູບໂກ່ງທ່າສີຂີ້ເທົ່າ ແລະ ໄດ້ຮັບການກໍ່ສ້າງ ດ້ວຍປູນກັບດິນຈີ່. ສອງເບື້ອງລຽບຕາມທາງເຂົ້າແມ່ນຕົ້ນໝາກໝັ້ນຂາວທີ່ປູກເປັນແຖວ. ເມື່ອຍ່າງໄປຕາມເບື້ອງຊ້າຍ ແລະ ຜ່ານສາກບັງຕາທີ່ເກົ່າແກ່ປະດັບປະດາດ້ວຍຕົວຫນັງສື Tho ໝາຍຄວາມວ່າ ອາຍຸຍືນ, ນັກທ່ອງທ່ຽວຈະພັດເຫັນຫນອງໃຫຍ່. ຢູ່ອ້ອມຮອບຫນອງແຫ່ງນີ້ແມ່ນດອກໄມ້ທຸກຊະນິດ ທີ່ພວມບານອອກດ້ວຍສີຫລາກຫລາຍ. ສີຂຽວທີ່ສົດໃສປະສົມກັບກີ່ນຫອມຫວນຈາກຕົ້ນໄມ້ໃບຫຍ້າໃນສວນແຫ່ງນີ້ ພ້ອມກັບບັນຍາການທີ່ສະຫງົບງຽບໃນຍາມແລງໄດ້ເຮັດໃຫ້ນັກທ່ອງທ່ຽວມີຄວາມຮູ້ສຶກສະບາຍໃຈ. ທ່ານນາງ Kobayashi Akiko ຜູ້ຊ່ຽວຊານຂອງ ອົງການ JICA ປະເທດ ຍີ່ປຸ່ນ, ຜູ້ທີ່ດຳລົງຊີວິດຢູ່ ນະຄອນເຫ້ວມາເປັນເວລາ 10 ປີ ແລະ ເຄີຍທ່ຽວຊົມບັນດາເຮືອນສວນຢູ່ ນະຄອນທີ່ຮັກແພງນີ້ ໃຫ້ຮູ້ວ່າ:
“ສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະຂອງເຮືອນສວນເກົ່າແກ່ ນັ້ນແມ່ນເສົາເຮືອນເຮັດດວ້ຍໄມ້. ພິເສດ ສວນໄດ້ຮັບການປະດັບປະດາທີ່ສວຍງາມແບບທຳມະຊາດ ແລະ ເຕັມໄປດ້ວຍຈຸດທີ່ເປັນເອກະລັກສະເພາະຂອງເຫ້ວ. ໝູ່ເພື່ອນບາງຄົນທີ່ມີເຮືອນສວນກໍເຄີຍເຊີນຂ້າພະເຈົ້າມາຢາມ. ແຕ່ລະເທື່ອເມື່ອມາຢາມເຮືອນສວນໄດ້ກິນໝາກໄມ້ໃນສວນແລະຊົມໃຊ້ອາກາດທີ່ປອດໂປ່ງສະຫງົບງຽບຢູ່ທີ່ນີ້ ຂ້າພະເຈົ້າຮູ້ສືກສະບາຍໃຈຫລາຍ.”
ອານຮຽນ ໄດ້ຮັບຖືວ່າແມ່ນເຮືອນສວນງາມກວ່າໝູ່ຢູ່ ເມືອງຫລວງເກົ່າ ເຫ້ວ. ບັນຍາກາດ ແລະ ສະຖາປັດຕະຍະກຳຂອງເຮືອນສວນຫລັງນີ້ ຍັງສະແດງໃຫ້ເຫັນຄວາມກົມກຽວລະຫວ່າງມະນຸດ ແລະ ຕົ້ນໄມ້ໃບຫຍ້າ ອັນໄດ້ສ້າງໃຫ້ນະຄອນເຫ້ວ ມີຄວາມງາມສະເພາະ ຊຶ່ງບໍ່ເຄີຍມີຢູ່ແຫ່ງໃດ. ນັກທ່ອງທ່ຽວມາຢາມ ເຮືອນສວນອານຮຽນ ບໍ່ພຽງແຕ່ມີຄວາມຮູ້ສືກສະບາຍໃຈຕໍ່ບັນຍາກາດ, ທິວທັດທຳມະຊາດຂອງເຂດສວນເທົ່ານັ້ນ ຫາກຍັງໄດ້ຮັບການແນະນຳຈາກຜູ້ຮັບໃຊ້ໃນຄອບຄົວກ່ຽວກັບເຂດ ເຮືອນສວນນີ້ອີກດ້ວຍ. ປ້າ ຫງວຽນທິແທກ ອາຍຸ 50 ປີ ຊຶ່ງແມ່ນຜູ້ເຝົ້າເຮືອນນັບແຕ່ອາຍຸ 16 ປີ ໃຫ້ຮູ້ວ່າ ທຸກສິ່ງທຸກຢ່າງຢູ່ໃນເຮືອນຫລັງນີ້ເກືອບຄືວ່າຍັງຄົງຮັກສາຮູບເດີມໄວ້ໄດ້.
“ ຂ້າພະເຈົ້າຂໍແນະນຳໃຫ້ພວກອ້າຍເອື້ອຍວ່າ ນີ້ແມ່ນເຮືອນສວນ ອານຮຽນ. ສັບວ່າ ອານ ໝາຍຄວາມວ່າ ຢູ່ເຢັນເປັນສຸກ, ຮຽນ ແມ່ນເວົ້າເຖິງເຮືອນ, ອານຮຽນ ໝາຍຄວາມວ່າ ເຮືອນທີ່ຢູ່ເຢັນເປັນສຸກ. ອານຮຽນ ແມ່ນຫນຶ່ງໃນບັນດາເຮືອນທີ່ເປັນແບບຢ່າງຂອງນະຄອນເຫ້ວ ເຊິ່ງໄດ້ຮັບການກໍ່ສ້າງເມື່ອປີ 1895. ໃນໄລຍະ 116 ປີຜ່ານມາ ຍັງຄົງຮັກສາຮູບເດີມໄວ້ໄດ້ ພຽງແຕ່ປະຕິສັງຂອນຫລັງຄາເທົ່ານັ້ນ. ເຮືອນສວນນີ້ ມີເນື້ອທີ່ກວ້າງ ເກືອບ 5000 ຕາລາງແມດ. ໃນສວນມີຕົ້ນໄມ້ກິນໝາກທຸກຊະນິດຂອງທັງ 3 ພາກຢູ່ຫວຽດນາມ.”
ອານຮຽນ ແມ່ນເຮືອນສວນປະກອບດ້ວຍ 3 ຫ້ອງໃຫ່ຍ ແລະ 2 ຫ້ອງນ້ອຍຢູ່ 2 ຂ້າງເຮືອນ. ລວດລາຍທັງໝົດໃນເຮືອນ ແລະ ນອກເຮືອນ ລ້ວນແຕ່ໄດ້ຮັບການຄວັດຢ່າງລະອຽດລະອໍ, ຄ່ອງແຄ້ວ, ເຄື່ອງເຟີນີເຈີກໍໄດ້ຊັບຊ້ອນຢ່າງກະທັດຮັດ. ຫ້ອງຢູ່ໃຈກາງເຮືອນ ແມ່ນຕັ້ງແທ່ນບູຊາ ເພື່ອໃຫ້ເຈົ້າຂອງເຮືອນ ບູຊາ ບັນພະບຸລຸດ ແລະ ຮັບແຂກ. ປ້າ ຫງວຽນທິແທກ ແນະນຳວ່າ:
“ ເຮືອນແບບນີ້ ຢູ່ ເຫ້ວ ເຄີຍເອີ້ນວ່າ ເຮືອນເຣື່ອງ, ເຣື່ອງໝາຍເຖິງ ເສົາ ເຮັດດ້ວຍຕົ້ນມີ້ຢູ່ໃນປ່າ ສ່ວນຢູ່ອ້ອມຂ້າງເຮືອນ ເຮັດດ້ວຍໄມ້ແດງ. ເຮືອນຂອງເຈົ້າຊີວິດ ຢູ່ ແມ່ນເຮັດດ້ວຍໄມ້ແດງ, ສ່ວນເຮືອນຂອງອາຍາເຈົ້ານາຍ ແມ່ນເຮັດດ້ວຍໄມ້ມີ້. ຫ້ອງໃຈກາງແມ່ນເພື່ອບູຊາ, ທຳອິດ ແມ່ນບູຊາພະພຸດທະເຈົ້າ ຕໍ່ມາແມ່ນບູຊາ ປູ່ຍາຕາຍາຍ.”
ເຮືອນສວນອານຮຽນຢູ່ນະຄອນເຫ້ວ
ພາບ:xaluan.com
ເມື່ອສັງເກດເຂດເຮືອນສວນ ຢູ່ ນະຄອນເຫ້ວ ນັກທ່ອງທ່ຽວອາດຈະເຫັນໄດ້ຈິດວິນຍານ ແລະ ແບບແຜນດຳລົງຊີວິດຂອງເຈົ້າຂອງ. ເຮືອນສວນໃນນະຄອນເຫ້ວ ສະແດງໃຫ້ເຫັນຄວາມກົມກຽວ ລະຫວ່າງຊີວິດການເປັນຢູ່ຂອງມະນຸດ ແລະ ຕົ້ນໄມ້ໃບຫຍ້າ, ລະຫວ່າງວິຖີຊີວິດທາງດ້ານວັດຖຸ ແລະ ຈິດໃຈ ທັງໝົດລ້ວນແຕ່ເພ່ີມເຕີມໃຫ້ກັນ ສ້າງຄວາມດຸນດຽງໃນຊີວິດ. ນັກທ່ອງທ່ຽວຫລາຍຄົນເມື່ອມາຢ້ຽມຢາມນະຄອນເຫ້ວ ໄດ້ໄປຢ້ຽມຊົມວັດວາອາຮາມ, ພະລາຊະວັງ, ສຸສານຫລາຍແຫ່ງ, ລ່ອງເຮືອຕາມແມ່ນ້ຳເຮືອງ ຊ້ຳບໍ່ໜຳໄດ້ຮັບປະທານອາຫານຂອງ ເຫ້ວແລ້ວ ແຕ່ກໍບໍ່ເຂົ້າໃຈນະຄອນເຫ້ວໄດ້ໝົດເທື່ອ. ແຕ່ເມື່ອມາຢ້ຽມຢາມເຮືອນສວນ ນັກທ່ອງທ່ຽວຈະເຂົ້າໃຈໄດ້ຈິດວິນຍານຂອງເຫ້ວ, ວັດທະນະທຳ ເຫ້ວ, ນິດໃສໃຈຄໍ, ແບບແຜນດຳລົງຊີວິດຂອງຊາວເຫ້ວ.
ລານແອນ