ສຳນັກງານສະພາແຫ່ງຊາດ ອີຢິບເມື່ອວັນທີ 10/7 (ພາບ: AP)
|
ຄວາມເຄັ່ງຕຶງບົນເວທີການເມືອງອີຢິບພວມກ້າວເຂົ້າສູ່ໄລຍະໃໝ່ພາຍຫຼັງຄຳຕັດສິນຂອງສານສູງສຸດໃຫ້ຍຸບເລິກສະພາແຫ່ງຊາດ ແລະ ສະກັດກັ້ນລັດຖະ ບັນຍັດຂອງປະທານາທິບໍດີກ່ຽວກັບການຟື້ນຟູສະພາແຫ່ງຊາດ. ການຜັນແປເຫຼົ່ານັ້ນ ໄດ້ເປີດຊອງທາງໃຫ້ແກ່ການສູ້ຢັນກັນທີ່ເຄັ່ງຕຶງລະຫວ່າງທ່ານ Mohamed Morsy ປະທານາບໍດີຜູ້ຫາກໍໄດ້ຮັບການເລືອກຕັ້ງກັບກອງທັບອີຢິບ, ຊຶ່ງໄດ້ເຄີຍກຳອຳນາດບົນເວທີການເມືອງ.
ໂດຍບໍ່ນອນນອກເໜືອຈາກການຄາດຄະເນ, ພາຍຫຼັງການເລືອກຕັ້ງປະທາ ນາທິບໍດີຄັ້ງປະຫວັດສາດ, ເວທີການເມືອງອີຢິບ ຍັງຄົງຖືກຕົກເຂົ້າສູ່ສະພາບທີ່ສັບສົນດ້ວຍການຍາດຊິງສິດອຳນາດ. ພາຍຫຼັງທີ່ປະທານາທິບໍດີຄົນໃໝ່ທ່ານ Mohamed Morsy ອອກລັດຖະບັນຍັດກ່ຽວກັບການຟື້ນຟູສະພາແຫ່ງຊາດຊຶ່ງເຄີຍຖືກສານລັດຖະທຳມະນູນສູງສຸດອອກຄຳຕັດສິນໃຫ້ຍຸບເລິກເມື່ອ 8/7, ຫາງສຽງອີຢິບໄດ້ມີບັນດາປະຕິກິລິຍາທີ່ກົງກັນຂ້າມກັນ. ໃນຂະນະທີ່ກອງທັບ ແລະ ສານລັດຖະທຳມະນູນສູງສຸດຖະແຫຼງວ່າ ທຸກຄຳຕັດສິນຂອງສານລ້ວນແຕ່ຕ້ອງຮັບຄວາມເຄົາລົບນັ້ນ, ລັດຖະບານຂອງ ທ່ານປະທານາບໍດີ Mohamed Morsy ຢືນຢັນວ່າ ລັດຖະບັນຍັດກ່ຽວກັບການຟື້ນຟູສະພາແຫ່ງຊາດແມ່ນອີງບົນລະບຽບ ການລັດຖະທຳມະນູນ. ການກະທຳຂອງທ່ານປະທານາບໍດີ Mohamed Morsy ເກືອບຄືວ່າຈະກໍ່ໃຫ້ເກີດຄວາມຂັດແຍ້ງກັນກັບວົງການ ນາຍທະຫານທີ່ມີສິດອຳນາດ.
ວັນທີ 10/7 ສານລັດຖະທຳມະນູນສູງສຸດອີຢິບໄດ້ຊັດມ້ຽນ ລັດຖະບັນຍັດ ຂອງປະທານາທິບໍດີ Mohamed Morsy ແລະ ຖະແຫຼງວ່າຄຳຕັດສິນ ກ່ອນໜ້ານັ້ນຂອງສານທີ່ຖືວ່າ ການເລືອກຕັ້ງແມ່ນບໍ່ຖືກຕ້ອງຕາມລັດຖະທຳ ມະນູນ ແລະ ໃຫ້ຍຸບເລີກສະພາແຫ່ງຊາດ, ແມ່ນຕ້ອງໄດ້ຮັບການປະຕິບັດ. ກ່ອນໜ້ານັ້ນ,ຄືວັນທີ່ 8/7ສະພາສູງສຸດບັນດາກຳລັງປະກອບອາວຸດຂອງ ປະເທດ ນີ້ ຊຶ່ງໄດ້ເຄີຍມອບໂອນສິດອຳນາດໃຫ້ປະທານາທິບໍດີ Mohamed Morsy ສັງກັດຂະບວນການອ້າຍນ້ອງອິດສະລາມເມື່ອເດືອນແລ້ວນີ້, ໄດ້ດຳເນີນການປະຊຸມດ່ວນເພື່ອປຶກສາຫາລືກ່ຽວກັບ ລັດຖະບັນຍັດວ່າດ້ວຍການຟື້ນຟູສະພາແຫ່ງຊາດທີ່ຖືກຍຸບເລີກກ່ອນນີ້. ການປະຊຸມໂດຍແມ່ນນາຍພົນອາວຸໂສ Hussein Tantawi ຜູ້ນຳສະພາສູງສຸດບັນດາກຳລັງປະກອບອາວຸດ ບໍລິຫານປະເທດ ອີຢິບພາຍຫຼັງທີ່ອະດີດປະທານາທິບໍດີ Hosni Mubarak ຖືກໂຄນລົ້ມເມື່ອປີ 2011 ເປັນປະທານ, ແນໃສ່ຄົ້ນຄ້ວາ ແລະ ປຶກສາຫາລືກ່ຽວກັບຜົນກະທົບຂອງຄຳຕັດສິນຟື້ນຟູສະພາແຫ່ງຊາດຂອງທ່ານປະທານາບໍດີ Mohamed Morsy . ໃນຂະນະນັ້ນ,ວັນທີ 10/7 ສະພາແຫ່ງຊາດອີຢິບໄດ້ຮຽກໂຮມກອງປະຊຸມ. ພິທີໄຂກອງປະຊຸມໄດ້ຮັບການຖ່າຍທອດສົດທາງໂທລະພາບ. ປະທານສະພາແຫ່ງຊາດ ທ່ານ Saad al-Katatni ເວົ້າວ່າ ກອງປະຊຸມແມ່ນເພື່ອແນໃສ່ພິຈາລະນາບັນດາຄຳຕັດສິນຂອງ ສານລັດຖະທຳມະນູນສູງສຸດ. ຫາງສຽງຖືວ່າ ຄວາມຂັດແຍ້ງເຫຼົ່ານີ້ພວມເຮັດໃຫ້ເພີ່ມທະວີຄວາມເຄັ່ງຕຶງລະຫວ່າງ ປະທານາບໍດີ Mohamed Morsy, ສານລັດຖະທຳມະນູນສູງສຸດ ແລະ ສະພາສູງສຸດບັນດາກຳລັງປະກອບ ອາວຸດ. ຕໍ່ໜ້າບັນດາການຜັນແປໃໝ່ບົນ ເວທີການເມືອງອີຢິບ, ວັນທີ 10/7, ທ່ານນາງ Hillary Clinton ລັດຖະມົນຕີການຕ່າງປະເທດອາເມລິກາໄດ້ຮຽກຮ້ອງໃຫ້ທຸກໆຝ່າຍຄວນດຳເນີນການເຈລະຈາເພື່ອຢຸດຕິສະພາບວິກິດການ.
ຕາມລັດຖະບັນຍັດເມື່ອວັນທີ 8/7 ຂອງປະທານາບໍດີ Mohamed Morsy, ສະພາແຫ່ງຊາດຈະໄດ້ຮັບການຟື້ນຟູຈົນກ່ວາເວລາເລືອກຕັ້ງສະພາແຫ່ງຊາດຊຸດໃໝ່. ລັດຖະບັນຍັດສະບັບນີ້ໄດ້ຮັບຖືວ່າ ການຕ່າວປິ້ນຂໍ້ຕົກລົງເມື່ອເດືອນແລ້ວນີ້ຂອງ ສະພາສູງສຸດບັນດາກຳລັງປະກອບອາວຸດໃຫ້ຍຸບເລີກສະພາແຫ່ງຊາດໂດຍອີງໃສ່ຕາມຄຳຕັດສິນຂອງສານລັດຖະທຳມະນູນສູງສຸດ. ຍ້ອນວ່າ ວັນທີ 14/6 ສານໄດ້ຕັດສິນວ່າ 1/3 ຂອງຈຳນວນທີ່ນັ່ງໃນສະພາແຫ່ງຊາດຊຶ່ງໄດ້ຮັບການເລືອກຕັ້ງໃນຕົ້ນປີນີ້ ແມ່ນບໍ່ຖືກຕ້ອງ, ພ້ອມກັນນັ້ນ ກົດໝາຍວ່າດ້ວຍການແຍກ ບັນຫາການເມືອງ ເກືອດຫ້າມບັນດາເຈົ້າໜ້າທີ່ໃນລະບອບເກົ່າເຄືອ່ນໄຫວດ້ານການເມືອງແມ່ນລະເມີດລັດຖະທຳມະນູນ. ວັນທີ 15/6 ກ່ອນທີ່ດຳເນີນການເລືອກຕັ້ງປະທານາທິບໍດີຮອບທີ່ 2 ຢູ່ອີຢິບພຽງ 1 ວັນ, ສະພາສູງສຸດບັນດາກຳລັງ ປະກອບອາວຸດໄດ້ອອກຄຳສັ່ງຍຸບເລີກສະພາແຫ່ງຊາດຕາມຕຳຕັດສິນຂອງສານລັດຖະທຳມະນູນສູງສຸດ. ໃນການເລືອກຕັ້ງສະພາແຫ່ງຊາດເມື່ອຕົ້ນປີນີ້, ພັກຍຸດຕິທຳ ແລະ ພັດທະນາ (FJP) ຂອງອົງການອ້າຍນ້ອງອິດສະລາມຍາດໄດ້ 235 ທີ່ນັ່ງໃນຍອດຈຳນວນ 508 ທີ່ນັ່ງ, ເທົ່າກັບ 47,18% ຈຳນວນທີ່ນັ່ງຢູ່ສະພາຕຳ່.
ບັນຫາຢູ່ນີ້ແມ່ນຄວາມຂັດແຍ້ງກັນລະຫວ່າງກອງທັບ ແລະ ອົງການອ້າຍນ້ອງອິດສະລາມ. ເລື່ອງ ທ່ານ Mohamed Morsy ກາຍເປັນປະທານາບໍດີຄົນໃໝ່ຂອງອີຢິບ ໄດ້ເປັນຂີດໝາຍບາດລ້ຽວໃນວິວັດທະນາການມຸ່ງໄປສູ່ພື້ນຖານປະຊາ ທິປະໄຕຢູ່ອີຢິບ ນັບແຕ່ພາຍຫຼັງ ປະທານາທິບໍດີ Hosni Mubarak ຖືກໂຄ່ນລົ້ມ. ໄຊຊະນະຂອງທ່ານໄດ້ເປີດຊອງທາງໃຫ້ ອົງການອ້າຍນ້ອງອິດສະລາມຂຶ້ນກຳອຳນາດພາຍຫຼັງ 84 ປີ ນັບຕັ້ງແຕ່ເວລາອົງການນີ້ໄດ້ຮັບການສ້າງຕັ້ງ. ແຕ່ຍ້ອນສິ່ງນີ້ເອງ, ໄດ້ເປີດສາກໃຫ້ແກ່ການຍາດຊິງສິດອຳນາດລະຫວ່າງ ອົງການອ້າຍນ້ອງອິດສະລາມໂດຍ ທ່ານ Mohamed Morsy ເປັນຜູ້ຕາງໜ້າ ກັບຝ່າຍກອງທັບ ຊຶ່ງໄດ້ກຳອຳນາດຢູ່ປະເທດນີ້ມາແຕ່ດົນນານ. ເລື່ອງ ທ່ານປະທານາບໍດີຄົນໃໝ່ປະກາດໃຊ້ລັດຖະບັນຍັດກ່ຽວກັບການຟື້ນຟູສະພາແຫ່ງຊາດ ໂດຍ ອົງການອ້າຍນ້ອງອິດສະລາມກວມທີ່ນັ່ງສ່ວນຫຼາຍນັ້ນ ແມ່ນເຫດການທຳອິດທີ່ກໍ່ໃຫ້ເກີດຄວາມຂັດແຍ້ງກັນດັ່ງກ່າວ. ຕາມວົງການນັກສັງເກດການແລ້ວ, ການກະທຳນີ້ຂອງທ່ານປະທານາບໍດີ Mohamed Morsy ແມ່ນເພື່ອແນໃສ່ປະຕິບັດຈຸດໝາຍຍາດເອົາສິດອຳນາດຈາກກຳມືຂອງກອງທັບ. ການຟື້ນຟູການເຄື່ອນໄຫວຂອງ ສະພາແຫ່ງຊາດກໍເພື່ອແນໃສ່ເປີດກ້ວາງບັນດາສິດອຳນາດຂອງປະທານາທິບໍດີ ທີ່ມີຕໍ່ບັນດານະໂຍບາຍທີ່ສຳຄັນຂອງປະເທດຊາດ. ຍ້ອນວ່າໃນຂະນະທີ່ສະພາແຫ່ງຊາດຖືກຍຸບເລີກ, ຄວາມຂັດແຍ້ງກັນກ່ຽວກັບວິທີຈັດແບ່ງສິດອຳນາດຢູ່ ປະເທດນີ້ລະຫວ່າງກອງທັບ ແລະ ອົງການອ້າຍນ້ອງອິດສະລາມເພີ່ມທະວີຂຶ້ນ. ຍ້ອນເຫດນີ້, ໄດ້ເຮັດໃຫ້ຄວາມໝາຍຂອງໄຊຊະນະຂອງທ່ານ Mohamed Morsy ຖືກສູນເສຍໄປ.
ຈາກບັນດາການຜັນແປຂອງສະພາບການບົນ ເວທີການເມືອງອີຢິບ, ຫາງສາງ ຖືວ່າ ປະເທດນີ້ຈະກ້າວເຂົ້າສູ່ ວິກິດການເມືອງຄັ້ງໃໝ່. ຄວາມຂັດແຍ້ງກັນ ລະຫວ່າງອຳນາດການປົກຄອງປະຈຸບັນ ແລະ ຝ່າຍກອງທັບແມ່ນ ບໍ່ອາດຈະຢຸດຕິ ລົງໃນໄວໆນີ້.