ທ່ານ Mitt Romney ແມ່ນຄູ່ແຂ່ງຂອງທ່ານ Obama
ໃນການເລືອກຕັ້ງປະທານາທິບໍດີຈະມາເຖິງ (ພາບ:vietnamnet.vn )
(vovworld) - ຍັງມີເວລາພຽງເກືອບ 4 ເດືອນເທົ່ານັ້ນ, ການເລືອກຕັ້ງປະທານາທິບໍດີອາເມລິກາຈະຖືກຈັດຂຶ້ນຢ່າງເປັນທາງການ, ແລະ ໄລຍະເວລານີ້, ການຊ່ວງເສັງລະຫວ່າງຜູ້ອອກສະໝັກຮັບເລືອກຕັ້ງ 2 ທ່ານ ຂອງພັກປະຊາທິປະໄຕ ແມ່ນປະທານາທິບໍດີ Barack Obama ແລະ ຄູ່ແຂ່ງຂອງພັກສາທາລະນະລັດແມ່ນ ອະດີດຜູ້ວ່າການທ່ານ Mitt Rommey ພວມດຳເນີນໄປຢ່າງຂ້ຽວຂາດ. ປະຈຸບັນ, ຍັງບໍ່ທັນມີຜູ້ອອກສະໝັກຮັບເລືອກຕັ້ງ ທ່ານໃດ ຍາດໄດ້ການສະໜັບສະໜູນຢ່າງຂາດຂັ້ນ. ຫາງສຽງອາເມລິກາພວມລໍຖ້າຄຳຕອບໃຜຈະໄດ້ຮັບໄຊຊະນະ ?
ໄລ່ມາຮອດປະຈຸບັນ, ໂດຍຜ່ານການຢັ່ງຫາງສຽງ 13 ຄັ້ງ, ລ້ວນແຕ່ເຫັນວ່າໝາກຜົນເກືອບຄືວ່າຄ້າຍຄືກັນ. ບໍ່ທັນມີຜູ້ອອກສະໝັກຮັບເລືອກຕັ້ງ ທ່ານໃດໄດ້ຮັບການສະໜັບສະໜູນຢ່າງຂາດຂັ້ນ. ຕາມ Washington Pot/ ABC, ວັນທີ 10/7 ແລ້ວ, ຜູ້ອອກສະໝັກຮັບເລືອກຕັ້ງ ທັງສອງທ່ານໄດ້ຮັບການສະໜັບສະໜູນເທົ່າກັນແມ່ນ (47%). ສ່ວນໝາກຜົນແຫ່ງການທາບທາມຄວາມເຫັນຂອງ Quinnipiac University Polling Institute ທີ່ປະກາດເມື່ອວັນທີ 11/7 ແລ້ວ, ທ່ານ Barack Obama ໄດ້ຊະນະທ່ານ Mitt Rommey ດ້ວຍອັດຕາ 43% - 40%, ສ່ວນຕາມສະຖາບັນ Gallup ແລະ Hufpost ແລ້ວ ອັດຕາການສະໜັບສະໜູນລະຫວ່າງຜູ້ອອກສະໝັກຮັບເລືອກຕັ້ງ 2 ທ່ານ ແມ່ນ 47%-45% ແລະ 45,9% - 44,1%. ຍ້ອນເຫດນັ້ນ, ບັນດາຜູ້ຊ່ຽວຊານໄດ້ຄາດຄະເນວ່າ, ການຍາດແຍ່ງບັດສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງໃນໄລຍະທີ່ຍັງເຫຼືອຂອງບັ້ນຂົນຂວາຍຫາສຽງເລືອກຕັ້ງເປັນປະທານາທິບໍດີອາເມລິກາໃນປີ 2012 ນີ້ ຈະດຳເນີນໄປຢ່າງຂ້ຽວຂາດທີ່ສຸດ.
ເພື່ອແນໃສ່ຫຼຸດຜ່ອນອິດທິພົນຊື່ສຽງຄູ່ແຂ່ງຂອງຕົນທາງສື່ມວນຊົນ. ວັນທີ 14/7, ກ່າວຄວາມເຫັນໃນການຂົນຂວາຍຫາສຽງເລືອກຕັ້ງຢູ່ Virginia, ທ່ານ Barack Obama ໄດ້ກ່າວຫາ ທ່ານ Mitt Rommey ແມ່ນເຈົ້າຂອງວິສາຫະກິດໜຶ່ງທີ່ເຄີຍສົ່ງອອກວຽກເຮັດງານທຳຂອງຊາວອາເມລິກາອອກຕ່າງປະເທດ ແລະ ປັດເຂ່ຍກຳມະກອນເທົ່ານັ້ນ, ກໍ່ຄືຕຳໜິຕິຕຽນນະໂຍບາຍການຕ່າງປະເທດເຊິ່ງ ທ່ານ Mitt Rommey ໄດ້ວາງອອກໃນຂະນະທີ່ ”ບໍ່ມີແຜນນະໂຍບາຍຍົກອອກວິວັດການຖອນທະຫານອາເມລິກາອອກຈາກສະໜາມຮົບຢູ່ ອາບການິສະຖານ”. ຕາມຕົວເລກສະຖິຕິແລ້ວ, ຊັບສົມບັດຂອງທ່ານ Mitt Rommey ແມ່ນມີມູນຄ່າປະມານ 250 ລ້ານ USD, ໄດ້ກາຍເປັນບັນຫາໃຫຍ່, ອີງໃສ່ຕົວເລກສະຖິຕິດັ່ງກ່າວ, ທ່ານ Barack Obama ໄດ້ຮຽກຮ້ອງໃຫ້ສະພາແຫ່ງຊາດຈົ່ງຢຸດຕິການຍົກເວັ້ນອາກອນໃຫ້ແກ່ຜູ້ຮັ່ງມີ, ຕາມການປະກາດໃຊ້ຂອງປະທານາທິບໍດີພັກສາທາລະນະບັດ George W Bush ກ່ອນກຳນົດເວລາ ແລະ ແກ່ຍາວການຍົກເວັ້ນອາກອນໃຫ້ແກ່ຜູ້ທີ່ມີລາຍຮັບຕຳ່ກວ່າ 250.000 USD/ປີ. ສິ່ງດັ່ງກ່າວໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ຜູ້ມີສິດເລືອກຕັ້ງຢູ່ Virginia.
ກົງກັນຂ້າມ, ທ່ານ Mitt Rommey ກໍ່ຕຳໜິຕິຕຽນ ທ່ານ Barack Obama ໄດ້ຫຼຸດຜ່ອນງົບປະມານດ້ານການທະຫານ, ເຊິ່ງພຽງແຕ່ມີຜົນປະໂຫຍດໃນຕົ້ນປີ 2013, ພາຍຫຼັງທີ່ສະພາແຫ່ງຊາດບໍ່ມີມາດຕະການໃດໆເພື່ອແນໃສ່ຫຼຸດຜ່ອນການຂາດດຸນງົບປະມານໃນລະດູໃບໄມ້ຫຼົ່ນປີກາຍນີ້. ການປະລາໄຊຂອງອຳນາດການປົກຄອງ Barack Obama ໃນການຟື້ນຟູພື້ນຖານເສດຖະກິດ ໄດ້ກາຍເປັນທ່າໄດ້ປຽບຂອງຝ່າຍສາທາລະນະລັດ. ວັນທີ 11/7, ກ່າວຄວາມເຫັນຕໍ່ສະຫະສະມາຄົມແຫ່ງຊາດ ເພື່ອຄວາມກ້າວໜ້າຂອງຄົນຜີວສີ, ເຊິ່ງແມ່ນອົງການປົກປ້ອງສິດພົນລະເຮືອນໃຫຍ່ທີ່ສຸດຂອງອາເມລິກາ, ທ່ານ Mitt Rommey ໄດ້ອອກສຽງປົກປັກຮັກສາຊີວິດການເປັນຢູ່ຂອງຊາວຜູ້ອອກແຮງງານ. ບົດປາໄສນີ້ໄດ້ຮັບຖືວ່າແມ່ນຄວາມມານະພະຍາຍາມເພື່ອຫັນທ່ານ Rommey, ເສດຖີເງິນລ້ານ ແລະ ມີຊື່ສຽງວ່າແມ່ນຜູ້ຫ່າງເຫີນກັບຜູ້ມີສິດເລືອກຕັ້ງນັ້ນ ກາຍເປັນຜູ້ໃກ້ສິດຕິດແທດກັບຄົນຜີວສີ. ສ່ວນອະດີດຜູ້ວ່າການ Massachusetts ກໍ່ຖືວ່າ ອາຍຸການປະທານາທິບໍດີຂອງທ່ານBarack Obama ເຖິງວ່າມີລັກສະນະປະຫວັດສາດ ແຕ່ຍັງບໍ່ທັນມີຄວາມສາມາດຢ່າງພຽງພໍ ເພື່ອຊ່ວຍຊາວ ອາເມລິກາຫຼຸດພົ້ນອອກຈາກຄວາມທຸກຍາກອຶດຫີວ ແລະ ພາໃຫ້ຊີວິດຂອງຫຼາຍຄອບຄົວຜີວສີຖືກຖອຍຫຼັງ. ສ່ວນທ່ານປະທານາທິບໍດີ Barack Obama , ວັນທີ 12/7, ກໍ່ໄດ້ສະແດງຄວາມເສຍດາຍ ເພາະວ່າ ບໍ່ສາມາດຊຸກຍູ້ຄວາມສາມັກຄີຊົນຊາດ, ຄວາມຕັດສິນໃຈ ແລະ ຄວາມປະເອີບໃຈໄວກວ່າໃນອະຍຸການທຳອິດຂອງຕົນຢູ່ທຳນຽບຂາວ. ນີ້ແມ່ນສິ່ງທີ່ບໍ່ສະດວກໃຫ້ແກ່ຝ່າຍປະຊາທິປະໄຕໃນການແຂ່ງຂັນຈະມາເຖິງ.
ປະຈຸບັນການຊ່ວງເສັງເຂົ້າທີ່ນັ່ງປະທານາທິບໍດີອາເມລິກາ ພວມຢູ່ໃນໄລຍະຂ້ຽວຂາດ. ບໍ່ມີໃຜສາມາດຄາດຄະເນໄດ້ວ່າຝ່າຍໃດຈະຍາດໄດ້ການສະໜັບສະໜູນສ່ວນຫຼາຍຈາກຜູ້ມີສິດເລືອກຕັ້ງ ແລະ ຍ້ອນການແຂ່ງຂັນທີ່ຂ້ຽວຂາດນີ້ເອງ ໄດ້ສ້າງຄວາມສົນໃຈເຖິງການເລືອກຕັ້ງຢູ່ອາເມລິກາ. ແຕ່ເຖິງວ່າໄຊຊະນະຈະຂຶ້ນກັບຝ່າຍໃດ, ສິ່ງທີ່ຜູ້ມີສິດເລືອກຕັ້ງປາຖະໜານັ້ນແມ່ນ, ຜູ້ນັ້ນຕ້ອງມີທິດທາງ, ແຜນການຢ່າງລະອຽດ, ເພື່ອຊ່ວຍປັບປຸງຊີວິດການເປັນຢູ່ຂອງຊາວອາເມລິກາໃຫ້ດີຂຶ້ນໃນສະຖານະການທີ່ເສດຖະກິດພວມຖືກຊຸດໂຊມນີ້.