ບາດລ້ຽວໃໝ່ໃນການພົວພັນລະຫວ່າງ ອີຢູ - ມຽນມາ

(vovworld) – ​ວັນ​ທີ 22/4, ທີ່​ກອງ​ປະຊຸມ​ຢູ່ ລຸກ​ຊຳ​ບວກ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະພາບ​ເອີ​ລົບ (ອີ​ຢູ) ​ໄດ້​ເຫັນ​ດີ​ນຍົກ​ເລີກມາດ​ຕະການ​ຂວ້ຳ​ບາດທາງ​ດ້ານ​ເສດຖະກິດ, ການ​ຄ້າ​ທັງ​ໝົດ​ສຳລັບ​ມຽນມາ​ກໍ່​ຄື​ບັນດາ​ມາດ​ຕະການ​ລົງ​ໂທດ​ສຳລັບ​ສ່ວນ​ບຸກຄົນ​ຢູ່​ມຽນມາ. ການ​ກະທຳ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນປັດ​ໃຈ​ທີ່​ສຳຄັນ, ​ເປີດ​ໜ້າ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ອີ​ຢູ ​ແລະ ມຽນມາ. ຕໍ່​ໄປ​ນີ້, ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງ​ນັກ​ຂ່າວ ຮົ່ງ​ເວິນ ທີ່​ມີ​ຫົວ​ຂໍ້​ວ່າ ”ບາດ​ລ້ຽວ​ໃໝ່ໃນ​ການ​ພົວພັນ​ລະຫວ່າງ ອີ​ຢູ - ມຽນມາ”.

ບາດລ້ຽວໃໝ່ໃນການພົວພັນລະຫວ່າງ ອີຢູ - ມຽນມາ - ảnh 1

ທ່ານນາງ Catherine Ashton ຜູ້​ຮັບຜິດຊອບ​ນະ​ໂຍບາຍ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ອີ​ຢູ

(ພາບ: ອິນເຕີແນດ)

ຂໍ້​ຕົກລົງ​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ມຽນມາ ຂອງ​ອີ​ຢູ ຖືກ​ຍົກ​ອອກ​ມາ ພາຍຫຼັງ 1 ປີ ທີ່​ອີ​ຢູ ຕົກລົງ​ຜ່ອນຄາຍ​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​​ເສດຖະກິດ, ການ​ຄ້າ ​ແລະ ສ່ວນ​ບຸກຄົນ ສ່ວນ​ຫຼາຍ​ສຳລັບມຽນມາ, ​ເວັ້ນ​ເສຍ​ແຕ່ ຄຳ​ສັ່ງ​ຂວ້ຳ​ບາດອາວຸດ​ເທົ່າ​ນັ້ນ. ​ໂດຍ​ລະອຽດ​ແມ່ນ, ອີ​ຢູ ຈະ​ຍົດ​​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດສຳລັບ 800 ກວ່າ​ບໍລິສັດ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ໄມ້, ຂຸດ​ຄົ້ນ​ແຮ່​ທາດ; ອະນຸຍາດ​ໃຫ້​ລົງທຶນ​ເຂົ້າ 50 ບໍລິສັດ ທີ່​ມີ​ການ​ພົວພັນ​ຢ່າງ​ສະໜິດ​ແໜ້ນ​ກັບ​ລັດຖະບານ; ຢຸດຕິ​ການ​ຈຳກັດ​ເຂົ້າ​ເມືອງ ​ແລະ ຄຳ​ສັ່ງ​ຫ້າມ​ໄປມາບັນດາ​ປະ​ເທດ​ອີ​ຢູ ທີ່​ພວມ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຊາວ​ມຽນມາ ​ເກືອບ 500 ຄົນ.

ສາຍ​ເຫດ​ທີ່​ພາ​ໃຫ້​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ 27 ປະ​ເທດ​ສະມາ​ຊິກອີ​ຢູ ​ເຫັນ​ດີ​ຍົກ​ເລີກຄຳ​ສັ່ງ​ຂວ້ຳ​ບາດ​ມຽນມາ ນັ້ນ​ແມ່ນ​ຍ້ອນ​ວິວັດ​ການ​ປະຕິ​ຮູບ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນີ້ ພາຍຫຼັງ​ການ​ປະຕິ​ຮູບ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ນັບ​ທັງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ. ທ່ານນາງ Catherine Ashton ຜູ້​ຮັບຜິດຊອບ​ນະ​ໂຍບາຍ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ອີ​ຢູ ໃຫ້​ຮູ້​ວ່າ, ຈຸດປະສົງ​ຂອງ​ກຸ່ມ ​ແມ່ນ​ສະໜັບສະໜູນ​ບັນດາ​ຄວາມ​ກ້າວໜ້າ​ໃນ​ການ​ປະຕິ​ຮູບ​ຢູ່​ປະ​ເທດ​ນີ້ ​ແລະ ​ແນ່ນອນ​ວ່າການ​ກະທຳ​ນີ້ຈະ​ເຮັດ​ໃຫ້​ລັດຖະບານ​ມຽນມາ ​ເພິ່ງ​ພໍ​ໃຈ ​ແລະ ​ເປີດ​ປະຕູ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເຂົ້າ​ມາ​ເຄື່ອນ​ໄຫວ​ຢູ່​ປະ​ມຽນມາ.

ອາດ​ເວົ້າ​ໄດ້​ວ່າ ​ເລື່ອງ​ອີ​ຢູ ຍົກ​​ເລີກຄຳ​ສັ່ງ​ຂວ້ຳ​ບາດ​ເກືອບ​ທັງ​ໝົດ​ສຳລັບ​ມຽນມາ, ດ້ານ​ໜຶ່ງ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ອີ​ຢູ​ ​ໃນ​ການ​ສະໜັບສະໜູນ​ການ​ປະຕິ​ຮູບ​ປະຊາທິປະ​ໄຕ. ດ້ານ​ອື່ນ ມັນ​ກໍ່​ຊ່ວຍ​ໃຫ້​ເອີ​ລົບ​ກ້າວ​ເຂົ້າ​ສູ່​ຕະຫຼາດ​ມຽນມາ​ຢ່າງ​ທັນ​ການ, ພິ​ເສດ​ແມ່ນ​ໃນ​ສະຖານະ​ການ​ທີ່​ຍີ່ປຸ່ນ​ປະກາດຍົກ​ເລີກ​ໜີ້​ສິນ 3,7 ຕື້ USD ​ເທື່ອ​ລະ​ກ້າວ​ໃຫ້​​ມຽນມາ ​ແລະ ສືບ​ຕໍ່​ອຸປະຖຳ​ໃຫ້​ແກ່​ການ​ພັດທະນາຂອງ​ປະ​ເທດ​ນີ້ ​ເພື່ອ​ສະໜັບສະໜູນ​ການ​ປະຕິ​ຮູບທາງ​ດ້ານ​ເສດຖະກິດ​ຂອງ​ມຽນມາ. ອົດ​ສະ​ຕາ​ລີ ກໍ່​ແຈ້ງວ່າ​ຈະ​ຍົກ​ເລີກຄຳ​ສັ່ງ​ຂວ້ຳ​ບາດ​ສຳລັບ​ປະທານາທິບໍດີ​ມຽນມາ ພ້ອມ​ກັບ​ພົນລະ​ເມືອງ​ປະ​ເທດ​ນີ້ 200 ກວ່າ​ຄົນ ​ເຊິ່ງພວມ​ຖືກ​ຂວ້ຳ​ບາດ​ດ້ານ​ການ​ເງິນ ​ແລະ ຫ້າມການ​ໄປມາ. ກ່ອນ​ໜ້າ​ນັ້ນ, ອາ​ເມ​ລິ​ກາ​​ ​ໄດ້​ປະກາດ​ພວມ​ຜ່ອນຄາຍ​ບັນດາ​ຂໍ້​ຈຳກັດ​ດ້ານ​ການ​ເງິນ​ສຳລັບ​ມຽນມາ​ ເທື່ອ​ລະ​ກ້າວ.

ການ​ກະທຳ​ໃໝ່​ນີ້ຂອງ​ອີ​ຢູ ຈະ​ອະນຸຍາດ​ໃຫ້​ບັນດາ​ບໍລິສັດ​ຂອງ​ເອີ​ລົບ​ລົງທຶນ​ເຂົ້າ​ມຽນມາ, ​ເຊິ່ງ​ແມ່ນ​ປະ​ເທດ​ທີ່​ຮັ່ງມີ​ດ້ານ​ຊັບພະຍາກອນ​ທຳ​ມະ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ພັດທະນາ​ອຸດສາຫະກຳ​ຂຸດ​ຄົ້ນ​ແຮ່​ທາດ, ​ເຊິ່ງ​ແມ່ນ​ຂົງ​ເຂດ​ທີ່​​ມີ​ຄວາມ​ສຳຄັນ​ສຳລັບ​ບັນດາ​ນັກ​ລົງທຶນ​ເອີ​ລົບ. ຍິ່ງ​ກວ່າ​ນັ້ນ, ຫວ່າງ​ແລ້ວ​ນີ້, ມຽນມາ​ ຍັງ​ຈັດການ​ປະມູນ​ສິດ​ຂຸດ​ຄົ້ນ​ບໍ່​ນ້ຳມັນ  ​ແລະ ອາຍ​ແກ​ສ 30 ​ແຫ່ງຂອງ​ປະ​ເທດ​ນີ້. ນອກ​ນັ້ນ, ບັນດາ​ຂົງ​ເຂດ​ອື່ນໆ​ຄື ທະນາຄານ ​ແລະ ​ໂທລະ​ຄົມຂອງ​ມຽນມາ ກໍ່​ໄດ້ສ້າງ​ຄວາມ​ດຶງ​ດູດ​ໃຫ້​ບັນດາ​ປະ​ເທດ​​ເອີ​ລົບ​ອີກດ້ວຍ. ກ່ອນ​ທີ່​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຢູ ມີ​ຂໍ້ຕົກລົງນັ້ນ, ມີ​ຫຼາຍ​ບໍລິສັດ​ຂອງ​ເອີ​ລົບ​ໄດ້​ສະ​ແດງ​ຄວາມ​ປາຖະໜາ​ຢາກ​ລົງທຶນ​ເຂົ້າ​ມຽນມາ, ຕົວຢ່າງ​ຄື​ບໍລິສັດ​ເບຍ Carlsberg ຂອງ​ແດນ​ມາກ​ ໄດ້​ປະກາດ​ວ່າ​ຈະ​ລົງທຶນ​ເຂົ້າ​ມຽນມາ ພາຍຫຼັງ​ທີ່​ບັນດາຄຳ​ສັ່ງ​ຂວ້ຳ​ບາດ​ສາກົນຖືກ​ຍົກ​ເລີກ.

ຂໍ້​ຕົກລົງ​ຍົກ​ເລີກຄຳ​ສັ່ງ​ຂວ້ຳ​ບາດ​ມຽນມາ ຂອງ​ອີ​ຢູ ກໍ່​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງສຸດ​ອົກ​ສຸດ​ໃຈ​ຈາກ​ວົງ​ການ​ວິ​ສາ​ຫະກິດ​ມຽນມາ. ທ່ານ Myint Soe ຮອງ​ປະທານ​ສະຫະພັນ​ບັນດາ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ, ປະທານ​ສະມາຄົມ​ບັນດາ​ນັກ​ຜະລິດ​ເຄື່ອງ​ຕຳ່​ແຜ່ນຕັດຫຍິບ​ມຽນມາ ຖື​ວ່າ, ຂໍ້​ຕົກລົງ​ຂອງ​ອີ​ຢູ ຈະ​ເປີດ​ຕະຫຼາດ​ສຳຄັນ​ໃຫ້​ແກ່​ສິນຄ້າ​ຂອງ​ປະ​ເທດ​ນີ້.

​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສຳລັບ​ອີ​ຢູ​ແລ້ວ, ​ເລື່ອງ​ຍົກ​ເລີກຄຳ​ສັ່ງ​ຂວ້ຳ​ບາດສຳລັບ​ມຽນມາ ພຽງ​ແຕ່​ແມ່ນ​ບາດກ້າວ​ທຳ​ອິດ​ຂອງ​ກຸ່ມ​ສຳລັບ​ມຽນມາ​ ເທົ່າ​ນັ້ນ, ​ເພາະວ່າ​ປະຈຸ​ບັນ​ມຽນມາ ຍັງ​ຂາດ​ເງື່ອນ​ໄຂ​ຫຼາຍ​ຢ່າງ​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ດ້ານ​ນິຕິ​ກຳ, ​ເພື່ອ​ສ້າງ​ຄວາມ​ອູ່​ນອ່ຽນ​ໃຈ​ໃຫ້​ບັນດາ​ນັກ​ລົງທຶນ. ລັກສະນະ​ຈະ​ແຈ້ງ​ໃນ​ການ​ບໍລິຫານ​ຢູ່​ມຽນມາ ກໍ່​ແມ່ນ​ສິ່ງ​ທີ່​ພາ​ໃຫ້​ວົງ​ການ​ນັກ​ລົງທຶນ​ວິຕົກ​ກັງວົນ ​ເມື່ອ​ປະ​ເທດ​ນີ້​ຖືກ​ຈັດ​ອັນ​ດັບ 172/174 ປະ​ເທດ​ກ່ຽວ​ກັບ​ຄວາມ​ຈະ​ແຈ້ງ ​ແລະ ການ​ສໍ້​ລາດ​ບັງ​ຫຼວງ ກໍ່​ຄື​ການ​ໃຊ້​ຄວາມ​ຮຸນ​ແຮງ​ຍ້ອນ​ການ​ປະ​ທະ​ກັນ​ລະຫວ່າງ​ເຊື້ອ​ຊາດ​ຜີວພັນ​ ທີ່​ພວມ​ເກີດ​ຂຶ້ນ​ຢູ່​ມຽນມາ​.

​ເຖິງ​ວ່າ​ຈຳ​ເປັນ​ຕ້ອງ​ມີ​ເວລາ​ເພື່ອ​ຢັ້ງຢືນ​ກ່ຽວ​ກັບການ​ກະທົບ​ຈາກ​ຂໍ້​ຕົກລົງ​ຍົກ​ເລີກຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ເສດຖະກິດ, ການ​ຄ້າ​ຂອງ​ອີ​ຢູ ສຳລັບ​ມຽນມາ ກໍ່ຕາມ, ​ແຕ່​ຂໍ້​ຕົກລົງ​ນີ້ ​ໄດ້​ເປັນ​ການ​ເປີດ​ໜ້າ​ໃໝ່​ໃນ​ການ​ພົວພັນ​ກັບ​ມຽນມາ, ​ເປັນ​ພື້ນຖານ​ເພື່ອ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຢ່າງ​ໝັ້ນຄົງລະຫວ່າງ​ອີ​ຢູ ກັບ​ມຽນມາ.

 

ຕອບກັບ

ຂ່າວ/ບົດ​ອື່ນ