(vovworld)- ມະຕິສູນກາງພັກຄັ້ງທີ 6 ໄດ້ກຳນົດວິທະຍາສາດ ແລະ ເຕັກໂນໂລຊີມີທີ່ຕັ້ງຍຸດທະສາດໃນການພັດທະນາປະເທດຊາດ ແລະ ພັດທະນາແບບຍືນຍົງ. ເພື່ອປະຕິບັດຈຸດໝາຍດັ່ງກ່າວ, ມາດຕະການສຳຄັນ ແລະ ມີລັກສະນະບຸກທະລຸແມ່ນເພີ່ມທະວີການລົງທຶນ, ສະຫນອງງົບປະມານຢ່າງທັນການໃຫ້ແກ່ບັນດາຫົວເລື່ອງວິທະຍາສາດ.
ບົດບາດຂອງວິທະຍາສາດເຕັກໂນໂລຊີໄດ້ຮັບການກຳນົດຢ່າງຈະແຈ້ງໃນມະຕິຫລາຍສະບັບທີ່ບັນດາກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ. ຕາມນັ້ນແລ້ວ, ວິທະຍາສາດເຕັກໂນໂລຊີ ແມ່ນຂອດສຳຄັນ, ແມ່ນກຳລັງຫນູນເພື່ອພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ເພື່ອປະຕິບັດຈຸດໝາຍດັ່ງກ່າວໃຫ້ໄດ້, ທ່ານ ຫງວຽນກວນ, ລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຊີ ຫວຽດນາມ ຖືວ່າ: ຄຽງຄູ່ກັບການຮັກສາ 2% ຍອດລາຍຈ່າຍງົບປະມານ, ຕ້ອງມີມາດຕະການລະດົມການປະກອບຈາກສັງຄົມ, ວິສາຫະກິດ. ນອກນັ້ນ ຕ້ອງມີຫລາຍມາດຕະການຢ່າງຄົບຊຸດ, ໃນນັ້ນມີນະໂຍບາຍສົ່ງເສີມ, ຂໍ້ກຳນົດກົດລະບຽບເພື່ອໃຫ້ບັນດາວິສາຫະກິດ, ອົງການຈັດຕັ້ງຕ່າງໆຫັກກຳໄລສ່ວນຫນຶ່ງໃຫ້ແກ່ກອງທຶນພັດທະນາວິທະຍາສາດຂອງວິສາຫະກິດ ຫລືຂອງທ້ອງຖິ່ນ. ຄຽງຄູ່ກັນນັ້ນ ຕ້ອງປະຕິຮູບກົນໄກສະຫນອງການເງິນເພື່ອແກ້ໄຂບັນດາຂໍ້ຄົງຄ້າງໃນການສະຫນອງງົບປະມານໃຫ້ບັນດາຫນ້າທີ່ວິທະຍາສາດເຕັກໂນໂລຊີ ເພື່ອຕອບສະຫນອງລັກສະນະທັນການຂອງວຽກງານຄົ້ນຄວ້າ. ທ່ານລັດຖະມົນຕີ ຫງວຽນກວນ ຊີ້ແຈ້ງວ່າ:
“ມະຕິເລກທີ 20 ຂອງກອງປະຊຸມສູນກາງພັກຄັ້ງ 6 ຊຸດທີ 11 ກ່ຽວກັບການພັດທະນາ ວິທະຍາສາດເຕັກໂນໂລຊີ, ໃນນັ້ນ ມີເນື້ອໃນສຳຄັນ ແມ່ນອຸປະຖຳການເງິນຈາກງົບປະມານແຫ່ງລັດໃຫ້ແກ່ບັນດາຫນ້າທີ່ ວິທະຍາສາດເຕັກໂນໂລຊີ ຕ້ອງສອດຄອ່ງກັບຄວາມຄືບຫນ້າທີ່ໄດ້ເຊັ່ນອະນຸມັດບັນດາຫນ້າທີ່ດັ່ງກ່າວ. ທີສອງ ສູນກາງກໍເຫັນດີຢ່າງສູງ ແມ່ນຕ້ອງເປີດກວ້າງການນຳໃຊ້ກົນໄກການເງິນຂອງກອງທຶນພັດທະນາ ວິທະຍາສາດເຕັກໂນໂລຊີໃຫ້ແກ່ການປະຕິບັດຫນ້າທີ່ ວິທະຍາສາດເຕັກໂນໂລຊີ. ນີ້ແມ່ນ 2 ບັນຫາຕົ້ນຕໍເພື່ອແກ້ໄຂຂໍ້ຄົງຄ້າງ. ”
ພາບປະກອບ:internet
|
ທ່ານລັດຖະມົນຕີ ກະຊວງ ວິທະຍາສາດເຕັກໂນໂລຊີ ຫງວຽນກວນ ກໍໃຫ້ຮູ້ວ່າ: ໄລຍະຈະມາເຖິງ ທາງກະຊວງຈະຫັນກົດໝາຍວ່າດ້ວຍວິທະຍາສາດເຕັກໂນໂລຊີ ສະບັບປັບປຸງເປັນລະບົບ, ປະກອບສ່ວນແກ້ໄຂສະພາບທີ່ຍັງຄົງຄ້າງນີ້. ນອກນັ້ນ ທ່ານລັດຖະມົນຕີ ຫງວຽນກວນ ຍັງຖືວ່າ: ເພື່ອໃຫ້ສອດຄອ່ງກັບພຶດຕິກຳຕົວຈິງຂອງການເຄື່ອນໄຫວວິທະຍາສາດເຕັກໂນໂລຊີໃນປະຈຸບັນກໍຄືສອດຄອ່ງກັບທຳນຽມສາກົນ, ຕ້ອງມີກົນໄກພິເສດສະເພາະໃຫ້ແກ່ຫນ້າທີ່ວິທະຍາສາດເຕັກໂນໂລຊີ. ຫວຽດນາມ ໄດ້ເຊື່ອມໂຍງເຂົ້າກັບສາກົນ ສະນັ້ນຄວນປ່ຽນແປງການປະພຶດກັບວິທະຍາສາດຕາມທຳນຽມສາກົນ. ທ່ານຫງວຽກວນ ກ່າວວ່າ:
“ຂ້າພະເຈົ້າຖືວ່າ, ການຄົ້ນຄ້ວາວິທະຍາສາດຕ້ອງມີກົນໄກພິເສດສະເພາະ. ພາຍຫລັງສູນກາງໄດ້ປະກາດໃຊ້ມະຕິເລກທີ 20, ລັດຖະບານກໍໄດ້ປະກາດໃຊ້ມະຕິເລກທີ 36, ອະນຸມັດຜ່ານໂຄງການດຳເນີນງານຂອງລັດຖະບານເພື່ອປະຕິບັດມະຕິສູນກາງ, ໃນນັ້ນ ມີຫລາຍຫນ້າທີ່ໄດ້ມອບໃຫ້ບັນດາກະຊວງ, ຂະແຫນງການ ປັບປຸງກົດໝາຍພວມປະກາດໃຊ້ໃນປະຈຸບັນ, ນັບທັງກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ກົດໝາຍວ່າດ້ວຍອາກອນລາຍຮັບ ແລະ ກົດໝາຍບາງສະບັບໃນວິຊາສະເພາະຂອງວິທະຍາສາດເຕັກໂນໂລຊີ. ພວກຂ້າພະເຈົ້າຫວັງວ່າ ຖ້າຫາກບັນດາກະຊວງ, ຂະແຫນງການສົມທົບກັນເປັນຢ່າງດີ ຈະມີການກຳນົດໃຫມ່ສຳລັບເສດຖະກິດການຕະຫລາດ, ດ້ວຍຈຸດພິເສດສະເພາະຂອງວິທະຍາສາດເຕັກໂນໂລຊີ. ສິ່ງດັ່ງກ່າວຮຽກຮ້ອງບັນດານັກບໍລິຫານລັດ, ພິເສດແມ່ນການນຳບັນດາກະຊວງ, ຂະແຫນງການ ຕ້ອງປ່ຽນໃຫມ່ຈີນຕະນາການ.”
ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ກອງປະຊຸມ
ຜັນຂະຫຍາຍຍຸດທະສາດພັດທະນາວິທະຍາສາດເຕັກໂນໂລຊີ
ພາບ:internet
|
ຫວຽດນາມ ພວມຢູ່ໃນໄລຍະຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ ແລະ ຍັງມີເວລາພຽງອີກ 7 ປີ ເພື່ອສຳເລັດຈຸດໝາຍການຫັນປະເທດຊາດເປັນປະເທດອຸດສາຫະກຳຕາມທິດທັນສະໄຫມໂດຍພື້ນຖານ. ສະນັ້ນ ເລື່ອງສຸມໃສ່ແຫ່ລງກຳລັງແຮງ ແລະ ສ້າງກົນໄກດ້ານການເງິນໃຫ້ເພື່ອພັດທະນາວິທະຍາສາດເຕັກໂນໂລຊີ ປະກອບສ່ວນເຮັດໃຫ້ແຜນນະໂຍບາຍພັດທະນາວິທະຍາສາດເຕັກໂນໂລຊີແມ່ນລັດຖະນະໂຍບາຍຕົ້ນຕໍໃຫ້ປະກົດຜົນເປັນຈິງ ແມ່ນກຳລັງຫນູນສຳຄັນທີ່ສຸດເພື່ອພັດທະນາປະເທດຊາດຂອງພັກ ແລະ ລັດ.