ສຸມພູມປັນຍາຂອງທົ່ວປວງຊົນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

(vovworld)- ​ໃນ​​ໄລຍະ​ເກືອບ 3 ​ເດືອນ​ແຫ່ງ​ການ​ຜັນ​ຂະຫຍາຍ​ການຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ຮັບ​ການ​ຕອບ​ສະຫນອງ​ຈາກ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ນັກຮຽນ​ຮູ້, ປັນຍາ​ຊົນ, ນັກທຸລະກິດ, ຊາວ​ຫນຸ່ມ ​ແລະ ກຳມະກອນ. ບັນດາ​ຜົນງານ​ໃນ​ເບື້ອງ​ຕົ້ນ​ຂອງ​ບັ້ນ​ຮັບ​ເອົາ​ຄຳ​ເຫັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບສິດ ​ແລະ ບົດບາດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ລະດົມ​ພູມ​ປັນຍາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ໃນ​ທົ່ວ​ປວງ​ຊົນ​ສຳລັບ​ບັນຫາ​ສຳຄັນ​ຍິ່ງ​ຂອງ​ປະ​ເທດ​ຊາດ.

        ​ຜ່ານ​​ໄລຍະ 3 ​ເດືອນ​ແຫ່ງ​ການ​ຜັນ​ຂະຫຍາຍຂອບ​ເຂດ​ທົ່ວ​ປະ​ເທດ ​ການຮັບ​​ເອົາຄຳ​ເຫັນ​ຂອງ​ປະຊາຊົນ​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ໄດ້​ສ້າງ​ເປັນ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​​ນິຕິ​ກຳ​ທີ່​ສຳ​ຄັນ. ຜ່ານ​ການ​ສະຖິຕິ​ໃນ​ເບື້ອງ​ຕົ້ນ​ແລ້ວ, ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ, ສະມາຄົມ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ, ການ​ສຳ​ມະ​ນາ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ເກືອບ 30.000 ຄັ້ງ ​ແລະ ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຂອງ​ປະຊາຊົນໃສ່​ບັນດາ​ເນື້ອ​ໃນ​ຂອງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ເກືອບ 20 ລ້ານ​ເທ່ືອ​ຄົນ.ຈຳນວນ​ຄຳ​ເຫັນ​ປະກອບ​ຈາກ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ແມ່ນ​ຫລວງຫລາຍ​ທີ່​ສຸດ. ​ໃນ​ນັ້ນ ພ້ອມ​ກັບ​ຈຳນວນ​ຄຳ​ເຫັນ​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນດາ​ເນື້ອ​ໃນ​ຂອງ​ບັນດາຂໍ້​ມາດຕາ​ລະອຽດ​ຂອງ​ຮ່າງ​ລັດຖະທຳ​ມະນູນແລ້ວ, ປະຊາຊົນ​ກໍ່​ມີ​ຂໍ້​ສະ​ເຫ​ນີຫລາຍ​ຢ່າງ​​ເພື່ອ​ປັບປຸງ, ​ເພີ່ມ​ເຕີມ ​ແນ​ໃສ່​ຍົກ​ສູງ​ຄຸນນະພາ​ບ, ສ້າງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ໃຫ້​ສົມບູນ​ແບບ. ອາດ​ຈະ​ເວົ້າ​ໄດ້​ວ່າ, ທົ່ວ​ປວງ​ຊົນ​ໄດ້​ຮັບ​ຟັງ ​ແລະ ​ເຂົ້າ​ໃຈ​ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ​ເຂົ້າ​ໃຈ​ກ່ຽວ​ກັບ​ລະບອບ​ການ​ເມືອງ​ຂອງ​ປະ​ເທດ​ຊາດ, ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ, ພາລະ​ບົດບາດ, ຫນ້າ​ທີ່​ຂອງ​ບັນດາ​ອົງການ​​ແຫ່ງລັດ, ຫລັກການການ​ຈັດ​ຕັ້ງສິດ​ອຳນາດ​ແຫ່ງ​ລັດ, ການ​ພົວພັນ​ລະຫວ່າງ​ລັດ ກັບ​ປະຊາຊົນ. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ບັ້ນ​ປະກອບ​ຄຳ​ເຫັນ​ຈາກ​ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ ​ໂດຍ​ລັດຖະບານ​ຜັນ​ຂະຫຍາຍ,​ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຫົວຫນ້າ​ຄະນະ​ຊີ້​ນຳ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ສະຫລຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ​ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ໄດ້​ປະຕິບັດ​ຢ່າງ​ຮີບ​ເຮັ່ງ, ​ເຂັ້ມ​ງວດ​ແລ້ວ. ພິ​ເສດ​ມີ​ຄຳ​ເຫັນ​ຫລາຍ​ຂໍ້​ມີ​ຄວາມ​ໝາຍ​ແທດ​ຈິງ, ​ເປັນ​ເຫ​ນ້າ​ເຄົາລົບ, ທັງ​ໝົດ​ລ້ວນ​ແຕ່​ຢາກ​ຮ່ວມ​ແຮງ​ຮ່ວມ​ໃຈ​ປັບປຸງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ໃຫ້​ສົມບູນ​ແບບ. ອາດ​ຈະ​ເວົ້າ​ໄດ້​ວ່າ ບັ້ນ​​ເຄື່ອນ​ໄຫວຮັບ​ເອົາ​ຄຳ​ເຫັນ​ຄັ້ງ​ນີ້ ພວກ​ເຮົາ​ໄດ້​ຈັດ​ຕັ້ງ​ສຳ​ເລັດ​ຜົນ​ໃນ​ຂອບ​ເຂດ​ທົ່ວປະ​ເທດ.”

ສຸມພູມປັນຍາຂອງທົ່ວປວງຊົນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
ຂະແຫນງຖະແຫລງຂ່າວ ແລະ ສື່ສານຈັດ ກອງປະຊຸມປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992
ພາບ:internet

        ບໍ່​ພຽງ​ແຕ່​ໃນ​ຈຳນວນ​ຄຳ​ເຫັນ​ເທົ່າ​ນັ້ນ, ມີ​ວິ​ທີ​ປະຕິບັດ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ຫລາຍ​ຢ່າງ​ກໍ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ວິວັດ​ການ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທ່ານ ​ໂດ​ວັນ​ເດືອ​ງ, ສະມາຊິກ​ສະພາ​ແຫ່ງ​ຊາດ ນະຄອນ​ໂຮ່ຈິ​ມີນ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ. ມີ​ວິທີ​ປະຕິບັດ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນຄື: ມີ​ຖັນ​ແຖວນັກ​ບັນ​ລະ​ຍາຍ, ພິມ​​ຮ່າງ​ລັດຖະທຳ​ມະນູນ​, ​ບັດ​ຮັບ​ເອົາ​ຄຳ​ເຫັນ​ສົ່ງ​ເຖິງ​ແຕ່​ລະ​ຄອບຄົວ. ​ທ່ານ​ໂດ໋ວັນ​ເດືອງ​ເວົ້າ​ວ່າ:

        “ຈຳນວນ​ຜູ້​ເຂົ້າ​ຮ່ວມ​ການ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ນັບ​ມື້​ນັບ​ຫລາຍຂຶ້ນ, ປະຈຸ​ບັນ ນະຄອນ​ໂຮ່ຈິ​ມີນພວມ​ຕັ້ງຫນ້າ​ຜັນ​ຂະຫຍາຍ​ຫລາຍ​ຮູບ​ການ​ກວ່າ​ອິກ ​ເພາະວ່າ​ບັ້ນ​ຮັບ​ເອົາ​ຄຳ​ເຫັນ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ແມ່ນ​​ການ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ​ ​ແລະ ກວ້າງ​ຂວາງ​ເພື່ອ​ໃຫ້​ປະຊາຊົນ​ເຫັນ​​ໄດ້​ທາດ​ແທ້ປະຊາທິປະ​ໄຕ​ຂອງ​ສັງຄົມ​ຫວຽດນາມ ຫາກ​ເຫັນ​ໄດ້​​ເຖິງຈຸດໝາຍ​​ເຮັດ​ໃຫ້ປະຊາ​ຊົມ​ຮັ່ງມີ, ປະ​ເທດ​ຊາ​ດ​ເຂັ້ມ​ແຂງ, ສັງຄົມ​ຍຸຕິ​ທຳ ປະຊາທິປະ​ໄຕ ​ແລະ ສິວິ​ໄລ​ອີກ​ດ້ວຍ.”

        ປະຈຸ​ບັນ, ​ເລ່ື່ອງຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ​ຍັງ​ຄົງ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເຖິງ​ບັນດາ​ຫນ່ວຍ​ພັກ, ຫນ່ວຍ​ຊາວ​ຫນຸ່ມ, ກຸ່ມ​ຊຸມ​ຊົນ, ຕາ​ແສງ, ບ້ານ​ຕ່າງໆ ​ແລະ ພິ​ເສດ​ແມ່ນ​ຜັນ​ຂະຫຍາຍ​ເຖິງ​ແຕ່​ລະ​ຄອບຄົວ.​ທ່ານ ຟ້າ​ມວັນ​ແກງ, ຊາວ​ຄຼິດຢູ່ ​​ແຂວງ​ນີງບີ່​ງ ຍົກ​ຄຳ​ເຫັນ​ວ່າ:

        “ຢູ່​ບໍລິ​ເວນ​ຂອງ​ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ປະຊຸມ​ເພື່ອ​ໃຫ້​ຊາວ​ຄຼິດທຸກ​ຄົນ​ເຂົ້າ​ຮ່ວມ​ການ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ພໍ່​ແມ່ນ​ພີ່ນ້ອງຊາວ​ຄຼິດມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ເພາະວ່າ​ມັນ​ກ່ຽວຂ້ອງ​ເຖິງ​ສິດຜົນປະ​ໂຫຍ​ດຂອງ​ປະຊາຊົນ. ຂ້າພະ​ເຈົ້າ​ກໍ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນດາ​ມາດຕາ​ຂອງ​ຮ່າງງລັດຖະທຳ​ມະນູນສະບັບ​ປັບປຸງ​ນີ້.”

        ຕາມ​ແຜນການ​ແລ້ວ, ​ບັ້ນ​​ເຄື່ອນ​ໄຫວຮັບ​​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຈະສຳ​ເລັດ​ໃນ​ວັນ​ທີ 30/9/2013 ກ່ອນ​ທີ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຖືກ​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ. ​ແລະ ກ່ອນ​ຈຸດ​ເວລາ​ນີ້ ການ​ປະກອບຄຳ​ເຫັນຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຍັງ​ຄົງ​ສືບ​ຕໍ່ປະຕິບັດ​ເພື່ອ​ປັບ​ປຸງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ໃຫ້​ມີ​ຄຸນ​ນະພາ​ບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ