(vovworld)- ພາຍຫຼັງລະບອບການເມືອງຂອງປະທານາທິບໍດີ Moamer Kadhafi ຖືກໂຄ່ນລົ້ມເປັນເວລາເກືອບ 3 ປີ, ລີບີ ຍັງບໍ່ທັນຊອກຫາສະຖຽນລະພາບເພື່ອພັດທະນາປະເທດຊາດໄດ້ເທື່ອ. ຍິ່ງກ່ວານັ້ນ, ປະເທດອາຟຼິກກາເໜືອນີ້ ພວມປະເຊີນໜ້າກັບສະພາບການໃຊ້ຄວາມຮຸນແຮງ ແລະ ແບ່ງແຍກທີ່ບໍ່ເຄີຍມີມາກ່ອນ ດ້ວຍການເພີ່ມທະວີການບຸກໂຈມຕີ ແລະ ປະທະກັນຄັ້ງຕ່າງໆຢ່າງແຮງໃນທົ່ວປະເທດລະຫວ່າງອຳນາດການປົກຄອງ ແລະ ກຳລັງທະຫານກະບົດ. ບັນດາການຜັນແປໃໝ່ຢູ່ລີບີ ໃນຊຸມມື້ຜ່ານມາ, ໂດຍສະເພາະແມ່ນພາຍຫຼັງສະພາແຫ່ງຊາດຊົ່ວຄາວລີບີ ໄດ້ໂຄ່ນລົ້ມນາຍົກລັດຖະມົນຕີຢ່າງກະທັນຫັນ ໄດ້ເຮັດໃຫ້ປະຊາຄົມໂລກມີຄວາມວິຕົກກັງວົນທີ່ສຸດ.
ໃນການຜັນແປຫຼ້າສຸດ, ວັນທີ 11/3, ສະພາແຫ່ງຊາດຊົ່ວຄາວລີບີ ໄດ້ປົດຕຳແໜ່ງນາຍົກລັດຖະມົນຕີ Ali Zeidan ໃນການປ່ອນບັດບໍ່ໄວ້ວາງໃຈ ພ້ອມທັງແຕ່ງຕັ້ງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Abdullah al Thani ເປັນນາຍົກລັດຖະມົນຕີຊົ່ວຄາວ. ການປ່ອນບັດບໍ່ໄວ້ວາງໃຈຖືກດຳເນີນໄປພາຍຫຼັງການສຸຢັນກັນລະຫວ່າງອຳນາດການປົກຄອງສູນກາງຢູ່ Tripoli ກັບກຳລັງທະຫານກະບົດຢູ່ເຂດຕາເວັນອອກລີບີ ກ່ຽວຂ້ອງເຖິງການຂາຍນ້ຳມັນບໍ່.
ສາຍເຫດຕົ້ນຕໍ່ຂອງເຫດການນີ້ ແມ່ນເລື່ອງກຳປັ່ນບັນທຸກນ້ຳມັນ ໄດ້ສົ່ງນ້ຳມັນດິບອອກຈາກທ່າກຳປັ່ນທີ່ນອນໃນສິດຄວບຄຸມຂອງຝ່າຍລຸກຮື້ຂຶ້ນ, ຜ່ານກຳລັງທະຫານເຮືອປິດລ້ອມຝັ່ງທະເລ. ແຕ່ລັດຖະບານຂອງທ່ານ Ali Zeidan ບໍ່ສາມາດສະກັດກັ້ນກຳປັ່ນລຳດັ່ງກ່າວມຸງອອກໄປສູ່ເຂດທະເລສາກົນໄດ້. ເຫດການດັ່ງກ່າວແມ່ນຢາດນ້ຳລົ້ນຈອກ, ແມ່ນເຫດຜົນເພື່ອກ່າວຫາຄວາມອ່ອນດ້ອຍຂອງອຳນາດການປົກຄອງສູນກາງ, ພາໄປເຖິງເລື່ອງທ່ານ Ali Zeidan ຖືກປົດຕຳແໜ່ງ.
ຂໍ້ຂັດແຍ້ງລະຫວ່າງສິດຜົນປະໂຫຍດ, ເຊື້ອຊາດຜິວພັນ ແລະ ເຂດພາກ
ນັບແຕ່ທ່ານ Ali Zeidan ຂຶ້ນກຳອຳນາດເມື່ອເດືອນ 11/2012, ລັດຖະບານຂອງທ່ານໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ທ່ານເປັນນັກການເມືອງເອກະລາດທີ່ໄດ້ຮັບການສະໜັບສະໜູນຈາກຝ່າຍເສລີແຕ່ບໍ່ສາມາດຮັບການສະໜັບສະໜູນຈາກຝ່າຍຄ້ານໄດ້. ໃນຂະນະນັ້ນ, ຝ່າຍລຸກຮື້ຂຶ້ນໄດ້ຍຶດຄອງທ່າກຳປັ່ນສຳຄັນເກືອບທັງໝົດ ພວມທວງໃຫ້ຍາດສິດສ້າງຕັ້ງລັດຖະບານປົກຄອງດ້ວຍຕົນເອງຢູ່ເຂດຕາເວັນອອກ. ລັດຖະບານລີບີ ເຄີຍຊັ່ງຊາເລື່ອງໃຊ້ກຳລັງທະຫານເພື່ອຍຶດຄອງບັນດາທ່າກຳປັ່ນຄືນໃໝ່ຈາກສິດຄວບຄຸມຂອງຝ່າຍລຸກຮຶ້ຂຶ້ນ ແຕ່ສິ່ງດັ່ງກ່າວອາດຈະກໍ່ໃຫ້ເກີດເສິກກາງເມືອງຄັ້ງໃໝ່. ນີ້ກໍ່ແມ່ນໜຶ່ງໃນບັນດາສາຍເຫດເພື່ອໃຫ້ສະພາແຫ່ງຊາດຊົ່ວຄາວລີບີ ແລະ ນາຍົກລັດຖະມົນຕີຖິ້ມໂທດໃສ່ກັນ.
ພາຍຫລັງເວລາເກີດກະແສຟອງແຫ່ຂະບວນປະທ້ວງໂຄ່ນລົ້ມລະບອບ ຂອງການນຳ Moamer Kadhafi ເປັນດວລາ 3 ປີ, ລັດຖະບານ ແລະ ສະພາແຫ່ງຊາດລີບີ ໄດ້ຮັບການຕຳນິຕິຕຽນນັບມື້ນັບຫຼາຍຈາກປະຊາຊົນ, ເຂົາເຈົ້າໄດ້ກ່າວຫາອຳນາດການປົກຄອງສໍ້ລາດບັງຫຼວງ ແລະ ບໍ່ສາມາດສ້າງຊີວິດການເປັນຢູ່ອັນຈົບງາມໃຫ້ແກ່ປະຊາຊົນໄດ້. ເມື່ອເດືອນ 2/2014, ຂໍ້ຕົກລົງແກ່ຍາວອາຍຸການຂອງສະພາແຫ່ງຊາດ ໄດ້ຮັບການຄັດຄ້ານຢ່າງແຮງຈາກປະຊາຊົນລີບີ ນັບພັນໆຄົນ, ອັນໄດ້ເຮັດໃຫ້ອົງການນິຕິບັດຍັດນີ້ຕ້ອງປະກາດຈັດການເລືອກຕັ້ງໂດຍໄວ. ໃນການເລືອກຕັ້ງດຳເນີນໃນວັນທີ 20/2 ເພື່ອແນໃສ່ຄັດເລືອກອົງການຮຽບຮຽງລັດຖະທຳມະນູນສະບັບໃໝ່, ລວມມີສະມາຊິກ 60 ຄົນ ແບ່ງໃຫ້ 3 ເຂດ Fezzan ຢູ່ພາກໃຕ້, Tripolitania ຢູ່ພາກຕາເວັນຕົກ ແລະ Cyrenaica ຢູ່ພາກຕາເວັນອອກ, ໃນນັ້ນມີ 6 ທີ່ນັ່ງສະຫງວນໃຫ້ 3 ກຸ່ມເຊື້ອຊາດຜິວພັນຕົ້ນຕໍ່ຢູ່ລີບີຄື: Berbers, Toubous ແລະ Tuareg. ແຕ່ການເລືອກຕັ້ງບໍ່ໄດ້ຮັບການດຳເນີນຢ່າງສະດວກສະບາຍເມື່ອເກີດຄວາມຂາດສະຖຽນລະພາບຢູ່ສະຖານທີ່ເລືອກຕັ້ງຈຳນວນໜຶ່ງ ອັນໄດ້ເຮັດໃຫ້ 13 ໃນຈຳນວນ 60 ທີ່ນັ່ງຂອງສະພາສ້າງລັດຖະທຳມະນູນຖືກວ່າງ. ບັນດາພັກການເມືອງກໍ່ບໍ່ມີໜ້າຢ່າງເປັນທາງການໃນການປ່ອນບັດເລືອກຕັ້ງ ຫາກມີພຽງບັນດາຜູ້ອອກສະໝັກຮັບເລືອກຕັ້ງເອກະລາດຈົດທະບຽນຫາສຽງເລືອກຕັ້ງເທົ່ານັ້ນ.
ສິດອຳນາດເປົ່າວ່າງຢູ່ລີບີ
ປະຈຸບັນ, ເຖິງວ່າໄດ້ປ່ອນບັດປົດຕຳແໜ່ງທ່ານນາຍົກລັດຖະມົນຕີ Ali Zeidan ກໍ່ຕາມແຕ່ການຕົກລົງເລືອກຕັ້ງນາຍົກລັດຖະມົນຕີຜ່ານສະພາແຫ່ງຊາດ ຫຼືດ້ວຍການປ່ອນບັດທົ່ວປວງຊົນ ຍັງບໍ່ທັນໄດ້ກຳນົດເທື່ອ. ຫາງສຽງກ່າວເຕືອນວ່າ, ສະພາບຂາດສະຖຽນລະພາບພາຍໃນປະເທດ ຍັງຈະສືບຕໍ່ເກີດຂຶ້ນ ຖ້າຫາກສະພາແຫ່ງຊາດບໍ່ເຫັນດີເຫັນພ້ອມເລືອກຕັ້ງຜູ້ແທນໃຫ້ທ່ານນາຍົກລັດຖະມົນຕີ Ali Zeidan ໄດ້. ສະພາບຂາດສະຖຽນລະພາບດ້ານການເມືອງນີ້ກໍ່ແມ່ນໄພກີດຂວາງບັນດາຄວາມມານະພະຍາຍາມສາກົນເພື່ອແນໃສ່ໜູນຊ່ວຍລີບີ, ໃນຂະນະທີ່ການຈໍລະຈອນອາວຸດບໍ່ສາມາດຄອບຄຸມໄດ້ ພວມສ້າງເປັນໄພອັນຕະລາຍໃນວິວັດທະນາການສ້າງສາປະເທດລີບີ ຄືນໃໝ່.
ເປັນທີ່ຈະແຈ້ງແລ້ວວ່າ, ການປ່ອນບັດບໍ່ໄວ້ວາງໃຈຜ່ານມາ ໄດ້ສ່ອງແສງໃຫ້ເຫັນສະພາບຂາດສະຖຽນລະພາບຢູ່ປະເທດນ້ຳມັນບໍ່ລີບີ. ການເລືອກຕັ້ງຄັ້ງໃໝ່ຈະຖືກດຳເນີນໄປແຕ່ອະນາຄົດດ້ານການເມືອງຢູ່ປະເທດອາຟຼິກກາເໜືອນີ້ ຍາກທີ່ຈະມີຄວາມເປັນປົກກະຕິ ແລະ ໝັ້ນຄົງໄດ້ຖ້າຫາກວ່າບໍ່ມີຄວາມເປັນເອກະພາບພາຍໃນ. ສິ່ງດັ່ງກ່າວແມ່ນບັນຫາຍາກທີ່ສຸດ ຍ້ອນວ່າ ເມື່ອສ້າງລັດຖະບານໃໝ່ຂຶ້ນ, ບັນດາພັກຝ່າຍຢູ່ລີບີ ບໍ່ສາມາດສ້າງຄວາມປະສົມກົມກ່ຽວບັນດາຜົນປະໂຫຍດໄດ້.