ປີ 2013, ຫວຽດນາມ ແລະ ອາເມລິກາໄດ້ສ້າງຂອບເຂດການພົວພັນຄູ່ຮ່ວມມື ຮອບດ້ານ. ເຫດການນີ້ບໍ່ພຽງແຕ່ສ້າງທ່ວງທ່າໃຫ້ແກ່ບັນດາກົນໄກຮ່ວມມື 2 ຝ່າຍເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ອາຊີປາຊີຟິກ ແລະ ໃນໂລກອີກດ້ວຍ.
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງພົບປະກັບ ປະທານາທິບໍດີອາເມລິກາ Obama ຢູ່ທຳນຽບຂາວເມື່ອເດືອນ 7/2013
|
(ພາບ: TTXVN) |
ປີ 2013, ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນລະຫວ່າງ 2 ປະເທດ ໄດ້ດຳເນີນຢ່າງຕໍ່ເນື່ອງ. ບັນດາການນຳສູງສຸດຂອງຫວຽດນາມ ຄືທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ່າງກໍມີການຢ້ຽມຢາມອາເມລິກາຢ່າງເປັນທາງການ. ກົງກັນຂ້າມ, ຮ່າໂນ້ຍກໍໄດ້ຕ້ອນຮັບເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານຂອງອາເມລິກາ ຄື ລັດຖະມົນຕີກະຊວງການເງິນ, ລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ຕາງໜ້າການຄ້າ, ຮອງທີປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ, ຜູ້ບັນຊາການກຳລັງທະຫານຮັບຜິດຊອບພາກພື້ນປາຊີຟິກ ແລະ ໃນມໍ່ໆມານີ້ ແມ່ນ ລັດຖະມົນຕີການຕ່າງປະເທດອາເມລິກາ ທ່ານ John Kerry. ການຢ້ຽມຢາມເຫຼົ່ານັ້ນ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຢ່າງສູງ, ເປີດການຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງໃນຫຼາຍຂົງເຂດ. ພິເສດ, ດ້ວຍການສ້າງຂອບເຂດການພົວພັນ ຄູ່ຮ່ວມມື ຮອບດ້ານ, ປີ 2013 ໄດ້ກາຍເປັນຫຼັກໝາຍທີ່ສຳຄັນໃນການພົວພັນ ຫວຽດນາມ ແລະ ອາເມລິກາ.
ບາດກ້າວຫັນປ່ຽນຢ່າງແຂງແຮງ
ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາແລ້ວ, ພາຍຫຼັງທີ່ໄດ້ສ້າງການພົວພັນເປັນເປັນປັກກະຕິເປັນເວລາ 18 ປີ, ຫວຽດນາມ ແລະ ອາເມລິກາ ໄດ້ກ້າວເດີນບົນເສັ້ນທາງທີ່ຍາວໄກໃນການຮ່ຳບາດແຜສົງຄາມ ແລະ ສ້າງຂອບເຂດການພົວພັນທີ່ໄວ້ເນື້ອເຊື່ອໃຈ. ແຕ່ເພື່ອມີກົນໄກຮ່ວມມືເປັນປົກກະຕິ ແລະ ຍາວນານນັ້ນ, ກໍຄວນສ້າງຂອບເຂດການພົວພັນໃໝ່ ແລະ ສິ່ງນີ້ໄດ້ຮັບການປະຕິບັດສຳເລັດຈາກ 2 ປະເທດໃນປີ 2013. ດ້ວຍຄຳຖະແຫຼງ ສ້າງຂອບເຂດການພົວພັນຄູ່ຮ່ວມມື ຮອບດ້ານ ຫວຽດນາມ ແລະ ອາເມລິກາ ຢ່າງເປັນທາງການ ເນື່ອງໃນໂອກາດການຢ້ຽມຢາມອາເມລິກາ ຂອງ ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເມື່ອເດືອນ 7/2013, ການພົວພັນລະຫວ່າງ 2 ປະເທດໄດ້ກ້າວເຂົ້າສູ່ໄລຍະໃໝ່ຢ່າງແທ້ຈິງ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳອາເມລິກາ ຫງວຽນກ໋ວກເກືອງ ຢືນຢັນວ່າ :
“ ພາຍຫຼັງທີ່ 2 ປະເທດໄດ້ສ້າງຂອບເຂດການພົວພັນຄູ່ຮ່ວມມື ຮອບດ້ານນັ້ນ, ການພົວພັນລະຫວ່າງ 2 ປະເທດໄດ້ມີບັນດາບາດກ້າວຂະຫຍາຍຕົວຢ່າງວ່ອງໄວໃນຫຼາຍຂົງເຂດຈາກການເມືອງ, ການພົວພັນຕ່າງປະເທດ ຕະຫຼອດຮອດການປ້ອງກັນຄວາມສະຫງົບ, ວິທະຍາສາດເຕັກນິກ, ການສຶກສາ.....ທາງດ້ານເສດຖະກິດການຄ້າ, 2 ປະເທດໄດ້ພວມພ້ອມກັບ 10 ປະເທດອື່ນດຳເນີນການເຈລະຈາ ເພື່ອສຳເລັດສັນຍາການຄ້າຂ້າມປາຊີຟິກ TPP ໂດຍໄວ. ຂົງເຂດການຄ້າລະຫວ່າງ 2 ປະເທດກໍໄດ້ມີການພັດທະນາຢ່າງແຂງແຮງ. ທາງດ້ານ ວິທະຍາສາດເຕັກນິກ, ໃນມໍ່ໆມານີ້, ລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ແລະ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ໄດ້ເຊັນຫຍໍ້ ສັນຍາ 123, ອັນໄດ້ເປີດແງ່ຫວັງແຫ່ງການຮ່ວມມືທີ່ດີກ່ວາອີກລະຫວ່າງ ຫວຽດນາມ ແລະ ອາເມລິກາໃນຂົງເຂດໄຟຟ້ານິວເຄຼຍພົນລະເຮືອນ ”
ທາງດ້ານການສຶກສາ ແລະ ບຳລຸງສ້າງ, ປະຈຸບັນທາງຝ່າຍ ອາເມລິກາພວມສົມທົບກັບຫວຽດນາມຢ່າງຕັ້ງໜ້າເພື່ອສ້າງຕັ້ງມະຫາວິທະຍາໄລແຫ່ງໜຶ່ງ. ປີ 2013, ຈຳນວນນັກຮຽນ, ນັກສຶກສາຫວຽດນາມທີ່ສຶກສາຮ່ຳຮຽນຢູ່ອາເມລິກາ ສືບຕໍ່ເພີ່ມຂຶ້ນ ແລະ ຫວຽດນາມໄດ້ກາຍເປັນປະເທດສົ່ງ ນັກຮຽນ, ນັກສຶກສາໄປຮຽນຢູ່ອາເມລິກາຫຼາຍກ່ວາໝູ່ເມື່ອທຽບໃສ່ 10 ປະເທດອາຊີຕາເວັນອອກສ່ຽງໃຕ້. ໃນການເດີນທາງຢ້ຽມຢາມຫວຽດນາມເມື່ອເດືອນ 12/2013, ລັດຖະມົນຕີການຕ່າງປະເທດອາເມລິກາ ທ່ານ John Kerry ໄດ້ເນັ້ນໜັກວ່າ :
“ ການສຶກສາ ແລະ ບຳລຸງສ້າງ, ໃຫ້ບຸລິມະສິດພັດທະນາການພົວພັນລະຫວ່າງມະນຸດດ້ວຍກັນ, ນີ້ແມ່ນພື້ນຖານທີ່ໝັ້ນແກ່ນໃຫ້ແກ່ ການພົວພັນ ຄູ່ຮ່ວມມືຮອບດ້ານ ຫວຽດນາມ ແລະ ອາເມລິກາ. ປະຈຸບັນມີນັກຮຽນ, ນັກສຶກສາຫວຽດນາມກ່ວາ 16.000 ຄົນພວມຮ່ຳຮຽນຢູ່ອາເມລິກາ. ໂຄງການທຶນສຶກສາ Fullbright ພວມແມ່ນພະຍານຫຼັກຖານຢ່າງສຳເລັດຜົນໃຫ້ແກ່ການຮ່ວມມືດ້ານການສຶກສາລະຫວ່າງ 2 ປະເທດ ແລະ ພວກຂ້າພະເຈົ້າພວມກ້າວໄປເຖິງການ ສ້າງຕັ້ງມະຫາວິທະຍາໄລແຫ່ງໜຶ່ງຢູ່ຫວຽດນາມໃນໄລຍະທີ່ຈະມາເຖິງ”
ເບິ່ງຄືວ່າໃນການພົວພັນລະຫວ່າງບັນດາປະເທດໃນໂລກນັ້ນ, ບໍ່ມີສາຍພົວ ພັນໃດ ແມ່ນບໍ່ມີບັນຫາ. ການພົວພັນ ຫວຽດນາມ ແລະ ອາເມລິກາ ກໍເຊັ່ນນັ້ນ. ປະຈຸບັນ, ບັນຫາທີ່ຍັງຄົງຄ້າງລະຫວ່າງ 2 ປະເທດ ຊຶ່ງເຄີຍຖືກເຕື້ອງເຖິງຫຼາຍກ່ວາໝູ່, ນັ້ນແມ່ນຄວາມແຕກຕ່າງກັນກ່ຽວກັບບັນຫາປະຊາທິປະໄຕ, ສິດທິມະນຸດ, ກ່ຽວກັບບັນດາຮົ້ວກີດຂວາງດ້ານພາສີໃນການຄ້າ. ແຕ່ບັນດາການນຳ 2 ຝ່າຍໄດ້ເຫັນດີຕໍ່ວິທີການແກ້ໄຂທີ່ດີທີ່ສຸດສຳລັບບັນດາຄວາມແຕກຕ່າງກັນນີ້ ແມ່ນຕ້ອງຜ່ານການສົນທະນາ, ເພີ່ມທະວີຄວາມເຂົ້າໃຈ, ຮັດແຄບຄວາມແຕກຕ່າງກັນ.
ພ້ອມກັນຮ່ວມມື ແລະ ພັດທະຍາ
ບັນດາຄວາມມານະພະຍາຍາມທີ່ໄດ້ຮັບການເພີ່ມພຸນຄູນສ້າງໄດ້ຊ່ວຍພາໄປເຖິງໝາກຜົນແຫ່ງການສ້າງການພົວພັນເປັນປົກກະຕິເມືອ່ເດືອນ 7/1995. 18 ປີຜ່ານມາ, ດ້ວຍຈິດໃຈ “ ບໍ່ເວົ້າເຖິງອະດີດ, ມຸ່ງໄປສູ່ອະນາຄົດ”, ຫວຽດນາມ ແລະ ອາເມລິກາ ອີກເທື່ອໜຶ່ງໄດ້ສ້າງສິ່ງທີ່ມະຫັດສະຈັນຂະນະທີ່ເປັນຄັ້ງທຳອິດໄດ້ ສ້າງຂອບເຂດການພົວພັນຄູ່ຮ່ວມມື ຮອບດ້ານລະຫວ່າງ 2 ຝ່າຍ. ນີ້ກໍແມ່ນກຳລັງໜູນໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາໃນໄລຍະທີ່ຈະມາເຖິງ. ໃນການແລກປ່ຽນກັບນັກຂ່າວ VOV ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມເມື່ອເດືອນ 12/2013, ລັດຖະມົນຕີການຕ່າງປະເທດອາເມລິກາ ທ່ານ John Kerry ເປີດເຜີຍວ່າ :
“ ຂ້າພະເຈົ້າມີຄວາມປະທັບໃຈຢ່າງແທ້ຈິງເມື່ອມາຢ້ຽມຢາມຫວຽດນາມຄັ້ງຕ່າງໆ, ນັບແຕ່ເມື່ອເຮັດວຽກນຳກັນເພື່ອຍົກເລີກຄຳສັ່ງຂວຳ້ບາດ, ສ້າງການພົວພັນເປັນປົກກະຕິ ແລະ ປະຈຸບັນແມ່ນຊຸກຍູ້ການພົວພັນລະຫວ່າງ 2 ປະເທດເພື່ອພ້ອມກັນກ້າວສູ່ຄວາມຈະເລີນຮຸ່ງເຮືອງ. ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນຂອງອາເມລິກາ ແລະ ພວກຂ້າພະເຈົ້າໝັ້ນໝາຍຊຸກຍູ້ສາຍພົວພັນນີ້ໃນໄລຍະທີ່ຈະເຖິງ”
ຫວນຄືນປະຫວັດສາດແຫ່ງການພົວພັນລະຫວ່າງ 2 ປະເທດ, ອາດຈະເຫັນໄດ້ວ່າ ວິວັດທະນາການສ້າງການພົວພັນເປັນປົກກະຕິ ແມ່ນບໍ່ອາດສາມາດດຳເນີນໄປ ຖ້າຫາກຂາດແຄນບັນດາການສົນທະນາຢ່າງຈິງໃຈລະຫວ່າງອຳນາດການປົກຄອງ 2 ປະເທດ, ເຖິງວ່ານັ້ນແມ່ນບັນຫາສະດຸ້ງໄວກໍຕາມ. ການພົວພັນ ຄູ່ຮ່ວມມືຮອບດ້ານ ໄດ້ຮັບການສ້າງຂຶ້ນເມືອ່ປີ 2013 ແມ່ນພື້ນຖານເພື່ອໃຫ້ການພົວພັນ ຫວຽດນາມ ແລະ ອາເມລິກາ ສືບຕໍ່ສ້າງບັນດາຜົນງານໃໝ່