ຫວຽດ​ນາມ - ກຸຍ​ບາ ສາ​ມັກ​ຄີ​, ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານປະເທດ ສ.ກຸຍບາ Miguel Díaz-Canel Bermudez ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ສສ. ຫວຽດນາມ ໂຕເລິມ ແລະ ພັນລະຍາ ຈະມີການຢ້ຽມຢາມທາງລັດຖະກິດຢູ່ ສ.ກຸຍບາ ໃນລະຫວ່າງວັນທີ 25  27 ກັນຍາ 2024. ການຢ້ຽມຢາມແນໃສ່ສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກສູງປະສິດທິຜົນໃນການພົວພັນລະຫວ່າງສອງພັກ, ສອງລັດ.

ຫວຽດ​ນາມ - ກຸຍ​ບາ ສາ​ມັກ​ຄີ​, ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ - ảnh 1ທ່ານເອກອັກຄະລັດຖະທູດ ກຸຍບາ ປະຈຳ ຫວຽດນາມ Orlando Nicolas Hernandez Guillen
(ພາບ: dangcongsan.vn)

ກຸຍບາແມ່ນໜຶ່ງໃນບັນດາປະເທດທຳອິດ ທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຢ້ຽມຢາມພາຍລັງຮັບດຳລົງຕຳແໜ່ງ, ໃນສະພາບການສອງປະເທດພວມກະກຽມສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1960 - 2025)

ການພົວພັນ ຫວຽດນາມ - ກຸຍບາ ສັນຍາລັກຂອງຍຸກສະໄໝ

ກຸຍບາ ແມ່ນປະເທດທຳອິດຢູ່ເຂດຊິກໂລກຕາເວັນຕົກທີ່ໄດ້ສ້າງຕັ້ງການພົວພັນທາງການທູດກັບ ຫວຽດນາມ ຢ່າງເຕັມສ່ວນ (ເດືອນທັນວາ 1960). ໃນໄລຍະເກືອບ 65 ປີຜ່ານມາ, ການພົວພັນສາມັກຄີທີ່ເປັນມູນເຊື້ອ, ການສະໜັບສະໜູນ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ກຸຍບາ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ຊຸກຍູ້ ແລະ ພັດທະນາໃນຫຼາຍຂົງເຂດ. ໃນຊຸມວັນເດືອນທີ່ປະຊາຊົນ ຫວຽດນາມ ດຳເນີນການຕໍ່ສູ້ປົດປ່ອຍຊາດ (ຊຸມປີ 1960, 1970) ກຸຍບາ ຍາມໃດກໍ່ນຳໜ້າໃນຂະບວນການປະຊາຊົນໂລກ ສາມັກຄີສະໜັບສະໜູນພາລະກິດຕໍ່ສູ້ທີ່ຊອບທຳຂອງ ຫວຽດນາມ, ສະຫງວນໃຫ້ຫວຽດນາມ ການສະໜັບສະໜູນ ຊ່ວຍເຫຼືອອັນລ້ຳຄ່າ ແລະ ມີປະສິດທິຜົນ.

ສ່ວນຫວຽດນາມ ຍາມໃດກໍ່ຕັ້ງໜ້າເພີ່ມທະວີຄວາມສາມັກຄີ, ການສະໜິດຕິດພັນ ແລະ ຄວາມມານະພະຍາຍາມຍູ້ແຮງ, ຍົກສູງປະສິດທິຜົນໃນການຮ່ວມມືຢ່າງຮອບດ້ານລະຫວ່າງສອງພັກ, ສອງລັດ. ການນຳສອງພັກ, ສອງລັດ ໄດ້ເນັ້ນໜັກເຖິງການພົວພັນລະຫວ່າງສອງປະເທດເປັນຫຼາຍຄັ້ງວ່າແມ່ນສັນຍາລັກຂອງຍຸກສະໄໝ.

ສິ່ງນັ້ນຍິ່ງມີຄວາມໝາຍກ່ວາອີກໃນໄລຍະເກີດພະຍາດໂຄວິດ - 19, ຫວຽດນາມ ແລະ ກຸຍບາ ໄດ້ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ. ຫວຽດນາມ ໄດ້ສົ່ງຢຸກຢາ ແລະ ສິນຄ້າສຳຄັນເພື່ອຮັບໃຊ້ການປ້ອງກັນ, ຕ້ານພະຍາດໂຄວິດ - 19 ໄປຍັງກຸຍບາ ເຊິ່ງແມ່ນປະເທດຖືກປິດລ້ອມ ຂວ້້ຳມບາດ. ກຸຍບາກໍ່ສົ່ງຢຸກຢາຫຼາຍຊະນິດໂດຍ ຜະລິດດ້ວຍຂັ້ນຕອນທີ່ນຳໃຊ້ເຕັກໂນໂລຢີສູງ ແລະ ວັກຊິນນັບລ້ານໂດສໂດຍກຸຍບາຜະລິດ ໃຫ້ແກ່ຫວຽດນາມ.

ກ່ຽວກັບເສດຖະກິດ, ໃນຫຼາຍປີຜ່ານມາ, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືສຳຄັນໃນແນວທາງເປີດປະຕູພື້ນຖານເສດຖະກິດຂອງກຸຍບາ. ຫວຽດນາມ ແມ່ນປະເທດອາຊີມີການລົງທຶນໃຫຍ່ທີ່ສຸດ ແລະ ຄູ່ຮ່ວມມືທາງການຄ້າອາຊີໃຫຍ່ອັນດັບທີ່ສອງ ຢູ່ກຸຍບາ.

ສຳລັບ ຫວຽດນາມ, ກຸຍບາໄດ້ເຊັນ ສົນທິສັນສັນສະບັບໜຶ່ງດຽວ ກ່ຽວກັບການໃຫ້ບຸລິມະສິດທາງການຄ້າກັບປະເທດຢູ່ນອກພາກພື້ນອາເມລິກາ ລາຕິນ, ປະກອບສ່ວນນຳຜະລິດຕະພັນ ຫວຽດນາມ ມີໜ້າຢູ່ຕະຫຼາດກຸຍບາ, ສ້າງເງື່ອນໄຂສະດວກໃຫ້ແກ່ການມີໜ້າຂອງບັນດາຜະລິດຕະພັນການແພດຂອງ ກຸຍບາ ກໍ່ຄືບັນດາຜະລິດຕະພັນທີ່ມາແຕ່ດົນນານອ່ືນໆຢູ່ຕະຫຼາດຫວຽດນາມ. ທ່ານເອກອັກຄະລັດຖະທູດ ກຸຍບາ ປະຈຳ ຫວຽດນາມ Orlando Nicolas Hernandez Guillen, ໃຫ້ຮູ້ວ່າ:

ບັນດາທ່າແຮງເຊິ່ງສອງປະເທດເພີ່ມເຕີມໃຫ້ກັນ ຈະຊ່ວຍພວກເຮົາກ້າວຂຶ້ນ. ປັດຈຸບັນ, ຫວຽດນາມ ໄດ້ສະໜອງຄວາມຮູ້ໃຫ້ພວກຂ້າພະເຈົ້າເພື່ອຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ສະໜອງບັນດາປັດໄຈໃຫ້ພວກຂ້າພະເຈົ້າເພື່ອບັນລຸໄດ້ເປົ້າໝາຍຂອງກຸຍບາໃນການດຶງດູດເງິນລົງທຶນຈາກຕ່າງປະເທດ. ຢູ່ເຂດພັດທະນາພິເສດ Mariel ຫວຽດນາມ ແມ່ນປະເທດໜຶ່ງດຽວໄດ້ຮັບໃບອະນຸຍາດໂອນສິດຂຸດຄົ້ນ ເຂດເສດຖະກິດທີ່ນອນໃນເຂດພັດທະນາພິເສດນີ້. ນີ້ຈະແມ່ນສະຖານທີ່ຊ່ວຍດຶງດູດເງິນລົງທຶນຈາກຕ່າງປະເທດເຂົ້າ ກຸຍບາ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ສອງປະເທດສາມາດບັນລຸໄດ້ຜົນສຳເລັດຫຼາຍ ກ່ວາອີກໃນພາກພື້ນ ແລະ ສາກົນ.

ຫວຽດ​ນາມ - ກຸຍ​ບາ ສາ​ມັກ​ຄີ​, ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ - ảnh 2ທ່ານ ເລຮ່ວາຍຈຸງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ
(ພາບ: ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ)

ສືບທອດ ແລະ ເສີມຂະຫຍາຍມໍລະດົກການພົວພັນອັນລ້ຳຄ່າລະຫວ່າງສອງປະເທດ

ການຢ້ຽມຢາມທາງລັດຖະກິດຢູ່ກຸຍບາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເພື່ອແນໃສ່ຜັນຂະຫຍາຍແນວທາງການຕ່າງປະເທດ ໄດ້ລະບຸໃນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ຜ່ານນັ້ນຢັ້ງຢືນ ຫວຽດນາມຖືເປັນສຳຄັນທີ່ສຸດ ແລະ ປາດຖະໜາຢາກ ພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ. ການຢ້ຽມຢາມຍັງສະແດງໃຫ້ເຫັນຈິດໃຈສາມັກຄີ, ບໍລຸສິດຜຸດຜ່ອງ, ເປັນແບບຢ່າງທີ່ດີ, ສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ພັກ, ລັດ ແລະປະຊາຊົນກຸຍບາ, ພ້ອມທັງຢັ້ງຢືນ ຫວຽດນາມ ປາດຖະໜາຢາກ ຮ່ວມເດີນທາງ, ພ້ອມກັນຮ່ວມມື, ພ້ອມກັນພັດທະນາກັບກຸຍບາ. ທ່ານ ເລຮ່ວາຍຈຸງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໃຫ້ຮູ້ວ່າ:

ຜ່ານການຢ້ຽມຢາມຄັ້ງນີ້, ພັກ ແລະ ລັດຫວຍດນາມ ພ້ອມກັບພັກ ແລະ ລັດ ກຸຍບາມີຄວາມປາດຖະໜາຢ່າງຍິງວ່າ ສືບຕໍ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ສົມທົບກັນໃນບັນດາບັນຫາສາກົນ ເພື່ອຜົນປະໂຫຍດຂອງທັງສອງປະເທດ, ສອງຊາດ ໃນໄລຍະປັດຈຸບັນ. ພິເສດ, ສອງຝ່າຍໄດ້ແລກປ່ຽນ ແລະ ວາງອອກບັນດາທິດທາງພ້ອມກັບບັນດາມາດຕະການລະອຽດເພື່ອເພີ່ມທະວີການຮ່ວມມືໃນຫຼາຍດ້ານ, ໃນນັ້ນມີການເຄື່ອນໄຫວດ້ານເສດຖະກິດ, ການຄ້າ.

ການຢ້ຽມຢາມທາງລັດຖະກິດຢູ່ ກຸຍບາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນສິ່ງພິສູດໃຫ້ເຫັນການສືບທອດ ແລະ ເສີມຂະຫຍາຍມໍລະດົກການພົວພັນອັນລ້ຳຄ່າລະຫວ່າງສອງປະເທດ, ບົນພື້ນຖານຢ່າງໝັ້ນແກ່ນໂດຍທ່ານປະທານ ໂຮ່ຈີມິນ ແລະ ຜູ້ບັນຊາການໃຫຍ່ Fidel Castro ສ້າງຕັ້ງຂຶ້ນ. ການພົບປະ ແລະ ແລກປ່ຽນສອງຝ່າຍລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກັບບັນດາການນຳຂັ້ນສູງຂອງກຸຍບາ ໃນໂອກາດນີ້ ຈະຊ່ວຍຍົກສູງປະສິດທິຜົນໃນການຮ່ວມມືສອງຝ່າຍ, ຈາກນັ້ນສືບຕໍ່ປະຫວັດສາດຂອງການພົວພັນໂດຍສອງຝ່າຍຖືເປັນສັນຍາລັກຂອງຍຸກສະໄໝ.   

ຕອບກັບ

ຂ່າວ/ບົດ​ອື່ນ