ໂດຍໄດ້ປະຕິບັດແນວທາງການຕ່າງປະເທດ, ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 22 ທີ່ຈັດຂຶ້ນຢູ່ບຣູໄນ ໃນວັນທີ 24 ແລະ 25/4, ຄະນະຜູ້ແທນຫວຽດນາມໂດຍທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ນຳໜ້າ ສືບຕໍ່ປະກອບສ່ວນຫຼາຍຢ່າງໃຫ້ແກ່ກອງປະຊຸມ. ບົດຂອງນັກຂ່າວແອງຮ່ວຽນ ດ້ວຍຫົວຂໍ້ວ່າ: “ຫວຽດນາມ ຕັ້ງໜ້າປະກອບສ່ວນເພື່ອອາຊຽນແຫ່ງສັນຕິພາບ, ສະຖຽນລະພາບ“ ຈະເຕື້ອງເຖິງບັນດາການປະກອບສ່ວນຂອງຫວຽດນາມ ທີ່ກອງປະຊຸມຄັ້ງນີ້.
(ພາບປະກອບ:vov.vn)
ກ່ອນການໄປບຣູໄນ ເຂົ້າຮ່ວມກອງປະຊຸມ, ເມື່ອຕອບສຳພາດຕໍ່ວົງການນັກຂ່າວ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງວິງ ຢືນຢັນວ່າ: ຍາມໃດຫວຽດນາມ ກໍ່ຖືການຮ່ວມມືໃນອາຊຽນ ເປັນສຳຄັນ, ແລະ ປາດຖະໜາວ່າການຮ່ວມມືຂອງອາຊຽນ ກໍ່ຄືການຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືນັບມື້ນັບໄດ້ຮັບການພັດທະນາ:
“ນີ້ແມ່ນການໃຫ້ບຸລິມະສິດຍຸດທະສາດຂອງຫວຽດນາມ, ສະນັ້ນ, ພວກເຮົາໄດ້ເປັນເຈົ້າການ, ເຂົາຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນບັນດາວຽກງານລວມຂອງອາຊຽນ. ຫວຽດນາມ ສະໜັບສະໜູນບັນດາຈຸດໝາຍຂອງອາຊຽນ, ນັ້ນແມ່ນສ້າງປະຊາຄົມສາມັກຄີກັນ, ເສີມຂະຫຍາຍບັນດາບົດບາດສຳຄັນຂອງອາຊຽນ ເພື່ອຕິດພັນ ແລະ ສົ່ງເສີມບັນດາຄູ່ຮ່ວມມືພ້ອມກັນເຂົ້າຮ່ວມການສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຂອງພາກພື້ນ“
ທ່ານຮອງລັດຖະມົນຕີການຕ່າງປະເທດຟ້າມກວາງວິງ
(ພາບ:tgvn.com.vn)
ຄຽງຄູ່ກັບຈຸດໝາຍສ້າງປະຊາຄົມ, ອາຊຽນ ພວມສືບຕໍ່ຍົກສູງການເພີ່ມທະວີຄວາມສາມັກຄີ ແລະ ເສີມຂະຍາຍບົດບາດສຳຄັນຂອງອາຊຽນ ໃນການແກ້ໄຂບັນດາບັນຫາສຳຄັນກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງວິງ ເວົ້າວ່າ:
“ທີໜຶ່ງແມ່ນ, ອາຊຽນ ຕ້ອງອີງໃສ່ບັນດາຜົນງານ, ການປະກອບສ່ວນຢ່າງຕັ້ງໜ້າທີ່ມີຢູ່ແລ້ວ ແລະ ສືບຕໍ່ເສີມຂະຫຍາຍ, ພິເສດ, ໃນການສ້າງ ແລະ ສະເໜີບັນດາໂຄງການດຳເນີນງານ ແລະ ການໃຫ້ບຸລິມະສິດລວມຂອງທົ່ວພາກພື້ນ. ທີສອງແມ່ນ, ອາຊຽນ ຕ້ອງສືບຕໍ່ສົມທົບກັບບັນດາຄູ່ຮ່ວມມືເພື່ອສ້າງມາດຖານການປະພຶດໃນພາກພື້ນ ພ້ອມທັງສ້າງບັນດາກົນໄກຮັບປະກັນການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຕົກລົງກັນ“
ເນື້ອໃນສຳຄັນທີ່ໄດ້ເຕື້ອງເຖິງທີ່ກອງປະຊຸມຄັ້ງນີ້ ແມ່ນເຮັດແນວໃດເພື່ອຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບປອດໄພ, ໃນນັ້ນມີຄວາມສະຫງົບປອດໄພໃນການເດີນເຮືອໃນທະເລຕາເວັນອອກ. ຈຸດໝາຍທີ່ບັນດາການນຳອາຊຽນໄດ້ວາງອອກທີ່ກອງປະຊຸມຄັ້ງນີ້ ນັ້ນແມ່ນອາຊຽນ ຕ້ອງສືວຕໍ່ເສີມຂະຫຍາຍບົດບາດ ແລະ ສຽງເວົ້າຂອງຕົນໃນບັນດາບັນຫາທະເລຕາເວັນອອກ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງວິງ ຖືວ່າ:
“ຂໍ້ຕົກລົງກ່ຽວກັບບັນດາຈຸດໝາຍຊື່ງອາຊຽນ ບັນລຸໄດ້ ຕ້ອງໄດ້ຮັບການເສີມຂະຫຍາຍ ແມ່ນຕ້ອງຮັບປະກັນບັນດາຄວາມມານະພະຍາຍາມສ້າງຄວາມໄວ້ເນື້ອເຊື່ອໃຈ, ຕ້ອງມີຄວາມລະງັບໃຈ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ທີສອງແມ່ນຕ້ອງຍົກສູງ, ພ້ອມທັງຮັບປະກັນການປະຕິບັດບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງທີ່ມີສ່ວນກ່ຽວຂ້ອງເຖິງທະເລຕາເວັນອອກຢ່າງມີປະສິດທິຜົນ ຊື່ງໃນນັ້ນມີຖະແຫຼງການຂອງອາຊຽນ ກ່ຽວກັບ 6 ຫຼັກການກ່ຽວຂ້ອງເຖິງທະເລຕາເວັນອອກ ກໍ່ຄືຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ແລະ ຖະແຫຼງການຂອງກອງປະຊຸມສຸດຍອດອາຊຽນ-ຈີນ ໃນໂອກາດສະເຫຼີມສະຫຼອງ 10 ປີ DOC, ໃນນັ້ນ ມີໄດ້ວາງອອກບັນດາຫຼັກການລວມ“
ໃນສະພາບການທີ່ຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ໄດ້ຮັບການສ້າງຂຶ້ນເປັນເວລາ 10 ປີເຕັມນັ້ນ, ທັງອາຊຽນ ແລະ ຈີນ ພວມຕັ້ງໜ້າເປັນເອກະພາບກັນກ່ຽວກັບວິທີການເຈລະຈາປະມວນລະບຽບການປະພຶດຂອງຝ່າຍຕ່າງໆທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກ (COC). ສຳລັບອາຊຽນ ແລ້ວ, ການພົວພັນຄູ່ຮ່ວມມືຍຸດທະສາດກັບຈີນ ລວມມີຫຼາຍຂົງເຂດຄື: ການເມືອງ, ເສດຖະກິດ, ການຄ້າ, ການຮ່ວມມືກັນຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມສະຫົງບປອດໄພທີ່ບໍ່ເຄີຍມີມາກ່ອນ, ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ຄວາມສະຫງົບປອດໄພໃນພາກພື້ນ, ໃນນັ້ນມີບັນດາທະເລຕາເວັນອອກ.
ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພ້ມກັນພັດທະນາ ແມ່ນຄວາມປາດຖະໜາຂອງທຸກໆຝ່າຍທີ່ກ່ຽວຂ້ອງ. ບົນຈິດໃຈຖືອາຊຽນ ທີ່ມີຄວາມສາມັກຄີ, ໝັ້ນຄົງເຂັ້ມແຂງເປັນສຳຄັນນັ້ນ, ຄະນະຜູ້ແທນຫວຽດນາມ ໂດຍທ່ານນນາຍົກລັດຖະມົນຕີຫງວຽນເຕີນຢູງ ນຳໜ້າ ທີ່ເຂົາຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງນີ້ ຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ສະຫງົບປອດໄພ, ຮ່ວມມື ແລະ ພັດທະນາໃນພາກພື້ນ./.