ທີ່ກອງປະຊຸມຄົບຄະນະຄັ້ງທີ 20 ຂອງຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ທີ່ຫາກໍຈັດຂຶ້ນຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ: ປີ 2012 ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ຄວນເປັນເຈົ້າການ ສົມທົບກັບບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ, ເປັນເສນາທິການ ຜັນຂະຫຍາຍການປະຕິບັດບັນດາຍຸດທະສາດແຫ່ງການພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2011-2020, ໂດຍສຸມໃສ່ 3 ເນື້ອໃນສຳຄັນ, ນັ້ນແມ່ນການສຶກສາອົບຮົມແນວຄິດ, ຄຸນສົມບັດແບບແຜນການດຳລົງຊີວິດທີ່ໂປ່ງໃສໃຫ້ແກ່ຊາວໜຸ່ມ; ເອົາໃຈໃສ່ເຖິງການບຳລຸງສ້າງວິຊາຊີບ ແລະ ແກ້ໄຂວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ, ສ້າງສະພາບແວດລ້ອມ, ສະຖານທີ່ລະຫຼີ້ນບັນເທິງທີ່ໂປ່ງໃສໃຫ້ແກ່ຊາວໜຸ່ມເຍົາວະຊົນ.
ຮອດປີ 2020 ມີ 80% ຈຳນວນຊາວໜຸ່ມໄດ້ຮັບການປະກອບເຕັກນິກການດຳລົງຊີວິດ
(ພາບ: sonoivu.angiang.gov.vn)
ໃນເດືອນ 12/2011, ທ່ານນາຍົກລັດຖະມົນຕີໄດ້ເຊັນອະນຸມັດຍຸດທະສາດແຫ່ງການພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2011-2020, ດ້ວຍຈຸດໝາຍສ້າງລຸ້ນຊາວໜຸ່ມຫວຽດນາມ ພັດທະນາຢ່າງຮອບດ້ານ; ມີລະດັບຄວາມຮູ້, ອາຊີບ ແລະ ວຽກເຮັດງານທຳ; ສ້າງແຫຼ່ງຊັບພະຍາກອນມະນຸດໜຸ່ມທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງໃນໄລຍະຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ໜື່ງໃນບັນດາຈຸດໝາຍລະອຽດຂອງຍຸດທະສາດແມ່ນ ແຕ່ລະປີ ຈະແກ້ໄຂວຽກເຮັດງານທຳໃຫ້ຊາວໜຸ່ມຢ່າງໜ້ອຍສຸດ 600.000 ຄົນ, ຊາວໜຸ່ມກ່ວາ 80%ໄດ້ຮັບຄຳປຶກສາກ່ຽວກັບດ້ານອາຊີບ ແລະ ວຽກເຮັດງານທຳ, ຫລຸດອັດຕາສ່ວນຜູ້ຫວ່າງງານໃນໝູ່ຊາວໜຸ່ມເຂດຕົວເມືອງລົງຕ່ຳກ່ວາ 7% ແລະ ຫລຸດອັດຕາສ່ວນຂາດວຽກເຮັດງານທຳຂອງຊາວໜຸ່ມເຂດຊົນນະບົດລົງຕ່ຳກ່ວາ 6%. ຮອດປີ 2020, 70% ຈຳນວນຊາວໜຸ່ມໃນກຳລັງແຮງງານໄດ້ຮັບການບຳລຸງສ້າງວິຊາຊີບ, ຊາວໜຸ່ມນັກຮຽນທັງໝົດໄດ້ຮັບການສຶກສາອົບຮົມ ແນະນຳວິຊາຊີບ. ບົນຈິດໃຈດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຖືວ່າ: ເລື່ອງຜັນຂະຫຍາຍການປະຕິບັດຍຸດທະສາດແຫ່ງການພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2011-2020 ຕ້ອງສ້າງກົນໄກເສີມຂະຫຍາຍ 3 ອົງການຈັດຕັ້ງຄື: ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ແລະ ກະຊວງພາຍໃນເປັນຢ່າງດີທີ່ສຸດ. ເລື່ອງສ້າງໂຄງການດຳເນີນງານປະຕິບັດຍຸດທະສາດ ຕ້ອງມອບບັນດາວຽກງານລະອຽດ, ເໝາະສົມກັບຊາວໜຸ່ມ ແລະ ສະພາບການຂອງແຕ່ລະທ້ອງຖິ່ນ, ກະຊວງ, ຂະແໜງການ, ຕິດກັບການນຳໃຊ້ວິທະຍາສາດ ເຕັກໂນໂລຊີກໍຄືການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພ້ອມທັງຊີ້ແຈ້ງນະໂຍບາຍໜູນຊ່ວຍໄປພ້ອມ ເພື່ອຮັບປະກັນລັກສະນະເປັນໄປໄດ້ຂອງໂຄງການ, ສ້າງໂຄງການໂອ້ລົມສົນທະນາກັບຊາວໜຸ່ມ….
“ນີ້ແມ່ນບັນດາສິ່ງພິເສດໃນປີ 2012 ຊື່ງພວກເຮົາຕ້ອງຫັນເປັນລະອຽດ ເພື່ອໃຫ້ວຽກງານບັນລຸປະສິດທິຜົນ. ປີນີ້ແມ່ນປີທີ່ມີກາລະໂອກາດ, ຍ້ອນວ່າຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີໄດ້ເຊັນອະນຸມັດຍຸດທະສາດແຫ່ງການພັດທະນາຊາວໜຸ່ມໄລຍະ 2020, ສະນັ້ນປີ 2012 ຕ້ອງແມ່ນປີຍຸດທະສາດແຫ່ງການພັດທະນາຊາວໜຸ່ມທົ່ວປະເທດ. ນີ້ແມ່ນໜ້ທີ່ຈຸດສຸມ ຊື່ງ 1 ໃນບັນດາມາດຕະການທີ່ລະບຸໄວ້ໃນຍຸດທະສາດ ນັ້ນແມ່ນເພື່ອສ້າງລະບົບການເມືອງເວົ້າລວມ, ເສີມຂະຫຍາຍປະຊາທິປະໄຕເວົ້າສະເພາະ. ພິເສດ ເພື່ອເສີມຂະຫຍາຍ ບົດບາດຂອງຊາວໜຸ່ມ, ໃນຍຸດທະສາດມີມາດຕະການຄື: ການນຳບັນດາຂະແໜງ, ທ້ອງຖິ່ນຕ້ອງຈັດການໂອ້ລົມສົນທະນາກັບຊາວໜຸ່ມເປັນປະຈຳ ແລະ ປະຕິບັດໃນເດືອນ 3 ແມ່ນດີທີ່ສຸດ ຍ້ອນວ່າ ນີ້ແມ່ນເດືອນຊາວໜຸ່ມ….“
ເພື່ອບັນລຸໄດ້ບັນດາຈຸດໝາຍທີ່ລະບຸໄວ້ໃນຍຸດທະສາດ, ບັນຫາສຳຄັນແມ່ນຕ້ອງມີການແກ້ໄຂຢ່າງຄົບຊຸດ, ບັນດາກະຊວງ ຂະແໜງການສູນກາງຕ້ອງມີບັນດາມາດຕະການຄື: ສຸມໃສ່ການຍົກສູງຄຸນະພາບການສຶກສາ ແລະ ບຳລຸງສ້າງ, ເອົາໃຈໃສ່ເປັນພິເສດເຖິງຄວາມສາມາດເຮັດວຽກຢ່າງເປັນເອກະລາດ, ມີຫົວຄິດປະດິດສ້າງ, ຄວາມສາມາດໃນການປະຕິບັດ, ການກໍ່ຮ່າງສ້າງຕົວຂອງຊາວໜຸ່ມ, ສ້າງຮູບແບບບ້ານຊາວໜຸ່ມກໍ່ຮ່າງສ້າງຕົວ, ບັນດາການເຄື່ອນໄຫວອາສາສະໝັກລະດູແລ້ງສີຂຽວ….ຄວນໄດ້ຮັບການປະວີຄູນ, ຫັນເປັນວຽກງານຂອງສັງຄົມ, ຕອບສະໜອງຄວາມຕ້ອງການອອກແຮງງານ ແລະ ວຽກເຮັດງານທຳໃນໝູ່ຊາວໜຸ່ມຢູ່ທ້ອງຖິ່ນຕ່າງໆ. ທ່ານນາງ ຫງວຽນທິກີມຕຽນ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ:
“ກະຊວງສາທາລະນະສຸກມີຄວາມເອົາໃຈໃສ່ເຖິງຊາວໜຸ່ມທີ່ສຸດ, ພວກຂ້າພະເຈົ້າພວມສ້າງ 2 ແຜນຮ່າງໃຫ່ຍໃຫ້ແກ່ຊາວໜຸ່ມຄື: ບຳລຸງສ້າງວິຊາສະເພາະ ແລະ ຜູ້ມີຄວາມເກັ່ງກ້າສາມາດ ກັບການບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຊາວໜຸ່ມຂອງຂະແໜງ. ໃນຕົວຈິງ, ບັນດາທ່ານໝໍເກັ່ງເທົ່າທຽມກັບປະເທດຕ່າງໆໃນພາກພື້ນ, ສ່ວນຫຼາຍແມ່ນກຳລັງທ່ານໝໍໜຸ່ມ. ກຳລັງນີ້ຈະລົງເຄືອ່ນໄຫວຢູ່ເຂດພູດອບ ເຂດຫ່າງໄກຊອກຫລີກ, ເຂດປະສົບກັບຄວາມຫຍຸ້ງຍາກ, ຜ່ານນັ້ນ, ພວກຂ້າພະເຈົ້າຈະສ້າງມະຕິຕົກລົງກ່ຽວກັບພັນທະສັງຄົມສະບັບ 1, ສົມທົບກັບທ່ານໝໍໜຸ່ມເພື່ອຜັນຂະຫຍາຍການປະຕິບັດມະຕິຕົກລົງນີ້”
ຕາງໜ້າຄະນະຊາວໜຸ່ມແຂວງ ບິງເຟືອກ ຮັບຮອງເອົາຮ່າງຍຸດທະສາດພັດທະນາຊາວໜຸ່ມ
(ພາບ: baobinhphuoc.com.vn)
ເພື່ອປະກອບສ່ວນເຂົ້າໃນແຜນການວຽກງານຊາວໜຸ່ມປີ 2012, ການນຳຂະແໜງການຕ່າງໆຖືວ່າ ຄວນສຸມໃສ່ການສອນວິຊາຊີບ, ແກ້ໄຂວຽກເຮັດງານທຳ ແລະ ສ້າງບ່ອນລະຫຼີ້ນ, ບັນເທິງທີ່ໂປ່ງໃສໃຫ້ແກ່ຊາວໜຸ່ມ. ທ່ານ ຮ່ວາງງອກແທງ ຮອງປະທານສະຫະພັນໃຫ່ຍແຮງງານຫວຽດນາມ ເວົ້າວ່າ:
“ຂ້າພະເຈົ້າມີຄວາມສົນໃຈເຖິງບັນຫາໄພຫວ່າງງານຂອງຊາວໜຸ່ມ ແລະ ມາດຕະການເພື່ອຫລຸດຜ່ອນໄພຫວ່າງງານ, ກົນໄກການສົມທົບລະຫວ່າງບັນດາກະຊວງ, ຂະແໜງການ, ຕ້ອງເຮັດໃຫ້ແຈ້ງທິດທາງປະຕິບັດວຽກງານກ່ວາອີກ, ຮັບປະກັນໃຫ້ຊາວໜຸ່ມມີເງື່ອນໄຂດຳລົງຊີວິດທີ່ດີ, ມີວຽກເຮັດງານທຳ, ມີບ່ອນລະຫຼີ້ນ, ບັນເທິງ. ທີ 2 ແມ່ນ, ປະຈຸບັນ, ຕ້ອງເອົາໃຈໃສ່ເຖິງຊີວິດດ້ານວັດທະນະທຳຂອງຊາວໜຸ່ມ ໂດຍສະເພາະແມ່ນຊາວໜຸ່ມກຳມະກອນ”
ຈຸດໝາຍຂອງຍຸດທະສາດແຫ່ງການພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2011-2020 ແມ່ນພັດທະນາລຸ້ນໜຸ່ມຢ່າງຮອບດ້ານ ເພື່ອກາຍເປັນແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ຮັບໃຊ້ພາລະກິດປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດໂລກ. ບັນດາກະຊວງ ຂະແໜງການສູນກາງພວມພ້ອມກັນຮ່ວມແຮງຮ່ວມໃຈ ເພື່ອຜັນຂະຫຍາຍບັນດາໂຄງການດຳເນີນງານເພື່ອຊາວໜຸ່ມ, ປະຕິບັດຈຸດໝາຍຂອງຍຸດທະສາດເປັນຢ່າງດີ, ເພື່ອແນໃສ່ສ້າງພະລັງຊີວິດໃໝ່ໃຫ້ແກ່ວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມຫວຽດນາມ ທີ່ນັບມື້ນັບໄດ້ຮັບການພັດທະນາ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ.