(vovworld)- ແຕ່ວັນທີ 23 - 27/4, ປະທານາທິບໍດີ ສິງກະໂປ Toni Tan Keng Yam ແລະ ພັນລະຍາໄດ້ເດີນທາງມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ Truong Tan Sang. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງປະເທດ ແລກປ່ຽນບັນດາມາດຕະການລະອຽດ ເພື່ອນຳການພົວພັນ ຫວຽດນາມ ສິງກະໂປ ພັດທະນາຢ່າງແຂງແຮງກວ່າອີກໃນໄລຍະຈະມາເຖິງ.
ທ່ານປະທານປະເທດຫວຽດນາມ Truong Tan Sang ແລະ ທ່ານປະທານາທິບໍດີ ສິງກະໂປ Toni Tan Keng Yam
ພາບ:thanhnien.com.vn
|
ໂດຍຕັ້ງຢູ່ກ້ຳໃຕ້ແຫລມ ມາເລເຊຍ, ສິງກະໂປ ແມ່ນປະເທດມີການເຕີບໂຕພັດທະນາດ້ານເສດຖະກິດສູງຢູ່ ພາກພື້ນ ແລະ ໂລກ. ສິງກະໂປແມ່ນປະເທດນຳຫນ້າໃນການຫັນປ່ຽນໄປສູ່ພື້ນຖານເສດຖະກິດພູມປັນຍາ, ພວມປະຕິບັດແຜນການຮອດປີ 2018 ຈະເຮັດໃຫ້ປະເທດໝູ່ເກາະນີ້ກາຍເປັນພື້ນຖານເສດຖະກິດຫລາຍຮູບຫລາຍແບບ ແລະ ແມ່ນຂົວຕໍ່ຂອງເຄືອຂ່າຍໃຫມ່ໃນພື້ນຖານເສດຖະກິດທົ່ວໂລກ. ໃນນະໂຍບາຍການຕ່າງປະເທດ, ສິງກະໂປ ໃຫ້ບຸລິມະສິດເພີ່ມທະວີການພົວພັນກັບບັນດາປະເທດໃຫຍ່ໃນໂລກ ແລະ ບັນດາປະເທດໃນພາກພື້ນ, ປາດຖະຫນາຢາກສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ ອາຊີຕາເວັນອອກສຽງໃຕ້ ແລະ ອາຊີ - ປາຊີຟີກ. ຫວຽດນາມ ແລະ ສິງກະໂປ ສ້າງສາຍພົວພັນທາງການທູດເມື່ອປີ 1973 ແຕ່ຮອດໄລຍະ ຫວຽດນາມ ກາຍເປັນສະມາຊິກຂອງສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ປີ 1995, ການພົວພັນລະຫວ່າງສອງປະເທດຈຶ່ງຫັນປ່ຽນໄປສູ່ໄລຍະພັດທະນາໃຫມ່. ສິງກະໂປຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ຫວຽດນາມ ກາຍເປັນຫນຶ່ງໃນບັນດາຕະຫລາດຕົ້ນຕໍກ່ຽວກັບດ້ານການຄ້າ, ການລົງທຶນຂອງສິງກະໂປ ຢູ່ ອາຊີຕາເວັນອອກສຽງໃຕ້. ປີ 2004 ສອງປະເທດໄດ້ລົງນາມໃນຖະແຫລງການຮ່ວມກ່ຽວກັບຂອບເຂດການຮ່ວມມືຮອບດ້ານໃນສັດຕະວັດທີ 21, ສ້າງພື້ນຖານທາງດ້ານກົດໝາຍ ແລະ ເງື່ອນໄຂສະດວກຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານລະຫວ່າງສອງປະເທດ. ສອງປະເທດໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງຢ້ຽມຢາມເຊິ່ງກັນ ແລະ ກັນເປັນປະຈຳ. ກະຊວງການຕ່າງປະເທດຂອງສອງປະເທດກໍໄດ້ຈັດຕັ້ງການ ທາບທາມຄຳເຫັນດ້ານການເມືອງປະຈຳປີ ເພື່ອຊ່ວຍເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງສອງປະຊວງການຕ່າງປະເທດ, ສ້າງກາລະໂອກາດເພື່ອໃຫ້ສອງປະເທດແລກປ່ຽນທັດສະນະກ່ຽວກັບບາງບັນຫາຊຶ່ງພາກພື້ນ ແລະ ສາກົນຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນການຢ້ຽມຢາມທາງລັດຖະກິດ ສິງກະໂປຂອງປະທານປະເທດ Truong Tan Sang ເມື່ອເດືອນ 9/2011, ທ່ານປະທານປະເທດ Truong Tan Sang ເນັ້ນຫນັກວ່າ:
“ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ ຫວຽດນາມ ແລະ ສິງກະໂປ ນັບມື້ນັບສູງ, ຈາກນັ້ນເປີດການຮ່ວມມືຮອບດ້ານກ່ຽວກັບດ້ານການເມືອງ, ເສດຖະກິດ ການຄ້າ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ໃນການຮ່ວມມືນີ້ ບົນຫລັກການແມ່ນສອງຝ່າຍຕ່າງມີຜົນປະໂຫຍດ ແຕ່ມີຫລາຍຂົງເຂດທີ່ສິງກະໂປ ອາດຈະແບ່ງປັນຄວາມຮູ້, ບົດຮຽນກັບ ຫວຽດນາມໄດ້. ສະນັ້ນ ທີ່ຕັ້ງດ້ານການເມືອງ, ເສດຖະກິດສຳຄັນຂອງ ສິງກະໂປ, ບວກກັບການພົວພັນດ້ານການເມືອງອັນດີງາມກັບ ຫວຽດນາມ ຈະແມ່ນເງື່ອນໄຂເພື່ອຍົກລະດັບການພົວພັນ, ຍົກລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງຝ່າຍເພື່ອເຮັດໃຫ້ການພົວພັນດ້ານເສດຖະກິດການຄ້າພັດທະນາຢ່າງແຂງແຮງກວ່າ.”
ເຂດອຸດສາຫະກຳ ສິງກະໂປ ຢູ່ ແຂວງ Binh Duong
ພາບ:vietnam.vn
|
ແລະກໍໃນປີ 2004, ສອງປະເທດເຫັນດີປະຕິບັດຂໍ້ລິເລີ່ມເຊື່ອມຕໍ່ສອງພື້ນຖານເສດຖະກິດ. ຂໍ້ລິເລີ່ມນີ້ປະກົດຜົນເປັນຈິງ ເມື່ອສອງປະເທດໄດ້ລົງນາມໃນສັນຍາແມ່ກ່ຽວກັບການເຊື່ອມຕໍ່ ຫວຽດນາມ ສິງກະໂປ, ໃນນັ້ນເຫັນດີ 6 ຂົງເຂດເຊື່ອມຕໍ່ນັ້ນແມ່ນ ການເງິນ, ການລົງທຶນ, ການຄ້າ ບໍລິການ, ຄົມມະນາຄົມຂົນສົ່ງ, ໄປສະນີໂທລະຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການສຶກສາບຳລຸງສ້າງ. ໝາກຜົນແຫ່ງການຮ່ວມມືຢ່າງແຫນ້ນແຟ້ນດັ່ງກ່າວ ນັ້ນແມ່ນ ຍາມໃດ ສິງກະໂປ ກໍຢືນຢູ່ໃນກຸ່ມຄູ່ຮ່ວມມືລົງທຶນ ແລະ ການຄ້າອັນດັບຕົ້ນຂອງ ຫວຽດນາມ. ວົງເງິນການຄ້າສອງສົ້ນເພີ່ມຂຶ້ນຢ່າງສະໝຳ່ສະເໝີ, ປີ 2011 ບັນລຸ 8,7 ຕື້ USD ເພີ່ມຂຶ້ນກວ່າ 2,5 ຕື້ USD ເມື່ອທຽບໃສ່ປີ 2010. ການລົງທຶນໂດຍກົງຂອງ ສິງກະໂປ ຢູ່ ຫວຽດນາມເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໄລ່ມາຮອດເດືອນ 3/2012, ສິງກະໂປມີ 1.008 ໂຄງການ ດ້ວຍຍອດຈຳນວນທຶນກວ່າ 24 ຕື້ USD, ສຸມໃສ່ເຂົ້າໃນບັນດາຂົງເຂດຄື: ດຳເນີນທຸລະກິດອະສັງຫາລິມະຊັບ, ອຸດສາຫະກຳປຸງແຕ່ງ, ຜະລິດ, ກໍ່ສ້າງ. ພິເສດ ເຂດອຸດສາຫະກຳ ຫວຽດນາມ ສິງກະໂປ ແມ່ນສັນຍາລັກໃຫ້ແກ່ລັກສະນະປະສິດທິດຜົນຂອງບັນດາໂຄງການລົງທຶນຂອງ ສິງກະໂປ ຢູ່ ຫວຽດນາມ ທີ່ພວມເຄື່ອນໄຫວຢູ່ ເຂດອຸດສາຫະກຳ 4 ແຫ່ງ ຢູ່ Binh Duong, Bac Ninh ແລະ Hai Phong ແລະ ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ທ່ານປະທານາທິບໍດີ ສິງກະໂປ Toni Tan Keng Yam ຈະເປັນສັກຈິພິຍານພິທີມອບຫນັງສືອະນຸຍາດໃຫ້ແກ່ເຂດອຸດສາຫະກຳທີ 5 ຢູ່ ແຂວງ Quang Ngai. ບັນດານັກລົງທຶນ ສິງກະໂປ ຍາມໃດກໍຕີລາຄາສູງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ, ຄວາມສະຖຽນລະພາບດ້ານການເມືອງ ແລະ ຄວາມເຂັ້ມແຂງດ້ານເສດຖະກິດ ແມ່ນສາຍເຫດເພື່ອໃຫ້ບັນດານັກລົງທຶນ ສິງກະໂປເລືອກເຟັ້ນ ຫວຽດນາມ ເພື່ອລົງທຶນ. ທ່ານ Lim Heng Kieng ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ສິງກະໂປ ຖືວ່າ:
“ ຄັ້ງທຳອິດຂ້າພະເຈົ້າມາຢ້ຽມຢາມ ຫວຽດນາມ ເມື່ອປີ 1994 ແລະ ແຕ່ລະປີ ຂ້າພະເຈົ້າລ້ວນແຕ່ມາ ຫວຽດນາມ ເຖິງ 2, 3 ຄັ້ງ. ການປ່ຽນແປງຂອງ ຫວຽດນາມ ແຕ່ປີ 1994 ມາຮອດປະຈຸບັນແມ່ນປະທັບໃຈຫລາຍ. ບັນດາວິສາຫະກິດ ສິງກະໂປ ເຫັນວ່າ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ບໍ່ພຽງແຕ່ໃນໄລຍະສັ້ນເທົ່ານັ້ນ ຫາກໃນໄລຍະຍາວ ແລະ ປາດຖະຫນາຢາກປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນວິວັດການພັດທະນາເສດຖະກິດຂອງ ຫວຽດນາມ. ມີບໍລິສັດຫລາຍແຫ່ງໄດ້ມາລົງທຶນ ຢູ່ ຫວຽດນາມ ແລະ ກໍບັນລຸໝາກຜົນດີ. ຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງສອງຝ່າຍນັບມື້ນັບເປີດກວ້າງ ແລະ ຈະມີຄູ່ຮ່ວມມື, ບໍລິສັດຮ່ວມທຸລະກິດຫລາຍແຫ່ງໄດ້ຮັບການສ້າງຕັ້ງຂຶ້ນລະຫວ່າງວິສາຫະກິດສອງປະເທດ.”
ປະຈຸບັນ, ຫວຽດນາມ ແລະ ສິງກະໂປ ໄດ້ລົງນາມໃນສັນຍາ ແລະ ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຫລາຍຂົງເຂດ 14 ສະບັບ. ນີ້ແມ່ນບັນດາເອກະສານສຳຄັນເພື່ອໃຫ້ບັນດາກະຊວງ, ຂະແຫນງການຂອງສອງປະເທດ ເພີ່ມທະວີການຮ່ວມມື. ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ປະທານາທິບໍດີ ສິງກະໂປ Toni Tan Keng Yam ແລະ ບັນດາການນຳ ຫວຽດນາມ ຈະແລກປ່ຽນຫລາຍມາດຕະການເພີ່ມທະວີການພົວພັນໃນທຸກຂົງເຂດ, ເພີ່ມທະວີການປະສານສົມທົບນຳກັນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນການຮ່ວມມືໃນອາຊຽນ. ການຢ້ຽມຢາມຈະປະກອບສ່ວນປັບປຸງ ແລະ ນຳການພົວພັນ ຫວຽດນາມ ສິງກະໂປ ພັດທະນາກວ່າອີກໃນໄລຍະຈະມາເຖິງ.
ແອງຮວ່ຽນ