(vovworld)- ທ່ານນາຍົກລັດຖະມົນຕີ ສປ ຈີນ ຫລີເຄີຊຽງ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນເວລາ 3 ວັນ ແຕ່ວັນທີ 13-15/10. ການຢ້ຽມຢາມມີຄວາມໝາຍສຳຄັນໃນການເພີ່ມທະວີ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນຄູ່ຮວ່ມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ເນື່ອງໃນໂອກາດນີ້, ບັນນາທິການ ແອງຮ່ວຽນ ມີບົດຂຽນວ່າ: “ເພີ່ມພູນຄູນສ້າງນຳ້ໃຈມິດຕະພາບ ຫວຽດນາມ - ຈີນ ຢ່າງບໍ່ຢຸດຢັ້ງ”.
ໂດຍແມ່ນປະເທດບ້ານໃກ້ເຮືອນຄຽງຂອງຫວຽດນາມ, ພາຍຫລັງ 30 ປີແຫ່ງການເປີດປະຕູ, ຈີນບັນລຸໄດ້ໝາກຜົນອັນໃຫຍ່ຫລວງຫລາຍຢ່າງກ່ຽວກັບການພັດທະນາເສດຖະກິດສັງຄົມ. ປີ 2010, ຈີນ ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບ 2 ຂອງໂລກຢ່າງເປັນທາງການ, ດ້ວຍ GDP ເພີ່ມຂຶ້ນ 10,3%. ໃນນະໂຍບາຍການຕ່າງປະເທດ, ຈີນຢືນຢັນ ຢືດໝັ້ນຕາມເສັ້ນທາງພັດທະນາສັນຕິພາບ. ສຳລັບພາກພື້ນ, ຈີນ ວາງຈຸດສຸມເຂົ້າບັນດາປະເທດບ້ານໃກ້ຄຽງ, ຍູ້ແຮງນະໂຍບາຍ“ສ້າງຄວາມມິດຕະພາບກັບປະເທດບ້ານໃກ້ເຮືອນຄຽງ, ຮັກສາສະຖຽນລະພາບກັບປະເທດບ້ານໃກ້ເຮືອນຄຽງ ແລະ ສ້າງຄວາມຮັ່ງມີກັບບັນດາປະເທດບ້ານໃກ້ເຮືອນຄຽງ.”
ສຳລັບຫວຽດນາມ, ນັບແຕ່ ສ້າງການພົວພັນລະຫວ່າງສອງປະເທດເປັນປົກກະຕີເມື່ອປີ 1991 ມາຮອດປະຈຸບັນ, ການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຈີນ ພັດທະນາຢ່າງວ່ອງໄວ ແລະ ເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ. ມາຮອດປະຈຸບັນ, ສອງປະເທດໄດ້ລົງນາມໃນສັນຍາ ແລະ ເອກະສານຮ່ວມມືຫລາຍສະບັບ, ສ້າງພື້ນຖານດ້ານກົດໝາຍໃຫ້ແກ່ການພົວພັນຮ່ວມມືຍາວນານລະຫວ່າງສອງປະເທດ. ນອກນັ້ນ ການແລກປ່ຽນຄະນະຜູ້ແທນຂັ້ນສູນກາງ ແລະ ທອ້ງຖິ່ນລະຫວ່າງສອງປະເທດນັບມື້ນັບເພີ່ມຂຶ້ນ. ເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ຂົງຈຽນຢີວ ໄດ້ຢືນຢັນວ່າ:
“ສາຍພົວພັນລະຫວ່າງ ຈີນ ແລະ ຫວຽດນາມ ໂດຍແມ່ນການນຳລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດເພີ່ມພູນຄູນສ້າງຜ່ານບັນດາໄລຍະ. ປະຈຸບັນ, ນັບທັງຫວຽດນາມ ແລະ ຈີນ ລ້ວນແຕ່ພວມໃນໄລຍະພັດທະນາເສດຖະກິດສັງຄົມ ຂອງຕົນ, ປະຊາຊົນສອງປະເທດລ້ວນແຕ່ມີຄວາມມຸ້ງມາດປາດຖະຫນາເພີ່ມທະວີການພົວພັນແລກປ່ຽນກວ່າອີກ. ຫວຽດນາມ ແລະ ຈີນແມ່ນສອງປະເທດບ້ານໃກ້ເຮືອນຄຽງ ສະນັ້ນ ການເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນແມ່ນຈຳເປັນທີ່ສຸດໃນໄລຍະປະຈຸບັນ.”
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານນາຍົກລັດຖະມົນຕີຫລີເຄີຊຽງ
ພາບ:internet
|
ກ່ຽວກັບການຮ່ວມມືເສດຖະກິດ, ນັບແຕ່ປີ 2004 ມາຮອດປະຈຸບັນ, ຈີນແມ່ນຄູ່ຄ້າອັນດັບຫນຶ່ງຂອງຫວຽດນາມ. ປີ 2012, ຍອດວົງເງິນການຄ້າສອງສົ້ນ ຫວຽດນາມ - ຈີນ ບັນລຸກວ່າ 41 ຕື້ USD, ໃນນັ້ນ ປະເພດສິນຄ້າສົ່ງອອກຂອງຫວຽດນາມໄປຍັງ ຈີນ ໄດ້ ແລະ ພວມມີການຫັນປ່ຽນຢ່າງຕັ້ງຫນ້າ ຍ້ອນການນຳຂັ້ນສູງສອງປະເທດໄດ້ສະຫງວນເວລາຫລາຍເພື່ອແລກປ່ຽນບັນດາມາດຕະການ ແນໃສ່ປະຕິບັດຈຸດໝາຍຮັກສາທ່າເຕີບໂຕວົງເງິນການຄ້າສອງຝ່າຍໄປຄຽງຄູ່ກັບບັນດາມາດຕະການປັບປຸງດຸນການຄ້າ. ໃນ 8 ເດືອນຕົ້ນປີ 2013, ວົງເງິນການຄ້າສອງຝ່າຍບັນລຸເກືອບ 32 ຕື້ USD. ປະຕິບັດຂໍ້ຕົກລົງ“ວາງແຜນພັດທະນາການຮ່ວມມືເສດຖະກິດການຄ້າຫວຽດນາມ - ຈີນ ໄລຍະ 5 ປີ ຄືແຕ່ 2012-2016” ທີ່ໄດ້ລົງນາມນຳກັນມາຮອດປະຈຸບັນ, ການພົວພັນຮ່ວມມືລົງທຶນລະຫວ່າງສອງປະເທດມີບາດກ້າວພັດທະນາໃຫມ່. ມີກຸ່ມບໍລິສັດໃຫຍ່ຫລາຍແຫ່ງຂອງຈີນ ລ້ວນແຕ່ເພີ່ມບັນດາໂຄງການລົງທຶນເຂົ້າຫວຽດນາມ. ໄລ່ມາຮອດຕົ້ນເດືອນ 9/2013, ຈີນ ມີ 934 ໂຄງການລົງທຶນຢູ່ຫວຽດນາມ, ດ້ວຍຍອດຈຳນວນທຶນຈົດທະບຽນບັນລຸ 4,8 ຕື້ USD ຢືນອັນດັບທີ 13 ໃນຈຳນວນ 101 ປະເທດ ແລະ ເຂດແຄ້ວນລົງທຶນເຂົ້າຫວຽດນາມ. ມາຮອດປະຈຸບັນ, ຈີນ ໄດ້ໃຫ້ຫວຽດນາມ ກູ້ຢືມທຶນບຸລິມະສິດ 1,6 ຕື້ USD ເຊິ່ງສຸມໃສ່ເຂົ້າໃນບັນດາຂົງເຂດອຸດສາຫະກຳ, ຂຸດຄົ້ນບໍ່ແຮ່, ທາງລົດໄຟ, ພະລັງງານ, ເຄມີ ແລະອື່ນໆ. ນອກຈາກສິນເຊື່ອບຸລິມະສິດແລ້ວ, ລັດຖະບານຈີນ ຍັງຫນູນຊ່ວຍຫວຽດນາມຫລາຍບ້ວງເງິນຊ່ວຍເຫລືອຫລ້າອີກດ້ວຍ.
ກ່ຽວກັບການແລກປ່ຽນຮ່ວມມືລະຫວ່າງຫວຽດນາມ ກັບຈີນໃນບັນດາຂົງເຂດສຶກສາບຳລຸງສ້າງ, ວັດທະນະທຳກິລາໃນຊຸມປີຜ່ານມາ ກໍໄດ້ຮັບການຍູ້ແຮງ. ແຕ່ລະປີ, ຈີນ ສະຫນອງ ແລະ ຮັກສາ ທຶນສຶກສາໄລຍະຍາວໃຫ້ແກ່ 130 ຄົນ ແລະ ທຶນສຶກສາໄລຍະສັ້ນໃຫ້ແກ່ 10 ຄົນຂອງຫວຽດນາມ. ພິເສດ ການພົວພັນແລກປ່ຽນປະຊາຊົນນັບມື້ນັບໄດ້ຮັບການເສີມຂະຫຍາຍ, ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ນຳ້ໃຈມິດຕະພາບທີ່ເປັນມູນເຊື້ອ, ມິດຕະພາບ ທັງເປັນສະຫາຍທັງເປັນອ້າຍນ້ອງລະຫວ່າງສອງປະເທດ. ກ່ອນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຈີນ ຫລີເຄີຊຽງ, ສອງຝ່າຍໄດ້ເຫັນດີເລີ່ມລົງມືກໍ່ສ້າງຫໍມິດຕະພາບ ຫວຽດນາມ - ຈີນ, ແມ່ນຫນຶ່ງໃນບັນດາໂຄງການຮ່ວມມືມິດຕະພາບອັນໃຫຍ່ຫລວງກວ່າໝູ່ລະຫວ່າງສອງປະເທດໃນຊຸມປີມໍ່ໆມານີ້. ນີ້ຈະແມ່ນສະຖານທີ່ເພື່ອໃຫ້ປະຊາຊົນສອງປະເທດພົບປະແລກປ່ຽນກໍຄືເຮັດໃຫ້ນຳ້ໃຈມິດຕະພາບ ຈີນ - ຫວຽດນາມ ເລິກເຊິ່ງ, ແຫນ້ນແຟ້ນກວ່າ. ທີ່ພິທີເລີ່ມລົງມືກໍ່ສ້າງ ທ່ານ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ - ຈີນ ຫວູຊວນຮົ່ງ ໄດ້ຢືນຢັນວ່າ:
“ຫວຽດນາມ ແລະ ຈີນ ມີວັດທະນະທຳຄ້າຍຄືກັນ. ສະນັ້ນໄດ້ເຮັດໃຫ້ການພົວພັນລະຫວ່າງປະຊາຊົນສອງປະເທດໃກ້ຊິດ ແລະ ໄມຕິຈິດກວ່າ. ພາຍຫລັງກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ການ, ຫໍມິດຕະພາບ ຫວຽດນາມ - ຈີນ ແມ່ນສັນຍາລັກແຫ່ງນຳໃຈມິດຕະພາບຢ່າງມີຊີວິດຊີວາ, ເປັນຂີດໝາຍແຫ່ງການພົວພັນອັນດີງາມລະຫວ່າງສອງປະເທດໃນໄລຍະໃຫມ່.”
ການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງນີ້ຂອງທ່ານ ຫລີເຄືອແຈງ ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ. ການຢ້ຽມຢາມກໍເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃຫມ່ ເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດ. ນັ້ນກໍແມ່ນຄວາມມຸ້ງມາດປາດຖະຫນາຂອງປະຊາຊົນສອງປະເທດເພື່ອນຳການພົວພັນລະຫວ່າງຫວຽດນາມ - ຈີນ ແຕກດອກອົກຜົນສວຍສົດງົດງາມຕະຫລອດການ.