ວັນທີ 31/3 ຜ່ານມາ, ການຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຕາມມະຕິເລກທີ 38 ຂອງສະພາແຫ່ງຊາດໄດ້ສິ້ນສຸດລົງ ແລະ ໄດ້ຮັບບັນດາໝາກຜົນອັນຕັ້ງໜ້າ. ພົ້ນເດັ່ນກ່ວາໝູ່ໃນວິວັດທະນາການນີ້ແມ່ນລັກສະນະເປີດເຜີຍ, ປະຊາທິ ປະໄຕໄດ້ຮັບການເສີມຂະຫຍາຍດ້ວຍຫຼາຍວິທີປະຕິບັດທີ່ມີຫົວຄິດປະດິດສ້າງເພື່ອແນໃສ່ສ້າງລັດຖະທຳມະນູນທີ່ມີຄຸນນະພາບ.
ກະຊວງການເງິນຈັດການຮັບເອົາຄຳເຫັນປະກອບ
ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ
(ພາບ:baohaiquan.vn)
ກ່ອນອື່ນໝົດ, ລັກສະນະເປີດເຜີຍ, ປະຊາທິປະໄຕໄດ້ສະແດງອອກຢູ່ບ່ອນວ່າລັດຖະທຳມະນູນໄດ້ປະກອບຄຳເຫັນຈາກທົ່ວປວງຊົນ. ອາດເວົ້າໄດ້ວ່າ, ບໍ່ທັນມີເວລາໃດທີ່ລັດຖະທຳມະນູນໄດ້ຮັບການໂຄສະນາຢ່າງກວ້າງຂວາງ, ຫຼວງຫຼາຍໃນບັນດາພາຫະນະສື່ມວນຊົນ ແລະ ເວທີປາໄສສັງຄົມຄືໃນໄລຍະເວລາຜ່ານມາ. ຈາກເຂດຕົວເມືອງເຖິງເຂດຊົນນະບົດ, ເຂດພູດອຍ, ເຂດຫ່າງໄກສອກຫລີກ, ເຂດປະຊາຊົນຊົນເຜົ່າສ່ວນໜ້ອຍ, ປະຊາຊົນລ້ວນແຕ່ຮູ້ຈັກເຖິງບັ້ນດຳເນີນຊີວິດດ້ານການເມືອງສຳຄັນນີ້ຢູ່ໃນລະດັບແຕກຕ່າງກັນ. ຄຽງຄູ່ກັນນັ້ນແມ່ນກອງປະຊຸມ, ສຳມະນາຄັ້ງຕ່າງໆເພື່ອຮັບເອົາຄຳເຫັນຈາກຫາງສຽງ ຖືກຈັດຂຶ້ນແຕ່ຂັ້ນສູນກາງຕະຫຼອດຮອດທ້ອງຖິ່ນຕ່າງໆ ແລະ ຢູ່ຫຼາຍກະຊວງ, ຂະແໜງການ. ທ່ານຟານຄັກດຶກ, ເມືອງເຕີນບິ່ງ, ນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ:
“ບັນດາຄອບຄົວພວກຂ້າພະເຈົ້າໄດ້ຮັບການໂຄສະນາຢ່າງຄົບຖ້ວນ, ຮັບຂໍ້ມູນຂ່າວສານຜ່ານໜັງສຶພິມ, ວິທະຍຸ. ຄະນະກຳມະການປະຊາຊົນຕາແສງໄດ້ຜັນຂະຫຍາຍ ແລະ ສະໜອງເອກະສານເຖິງແຕ່ລະຄອບຄົວ. ຂ້າພະເຈົ້າເຫັນວ່າ, ນີ້ແມ່ນບັນຫາປະຊາທິປະໄຕ, ເປີດເຜີຍເຖິງປະຊາຊົນທຸກຄົນ“
ອົງການຊາວໜຸ່ມແຂວງບິ່ງເຢືອງຈັດການຮັບເອົາຄຳເຫັນປະກອບ
ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ
(ພາບ:tuoitrebinhduong.vn)
ລັກສະນະປະຊາທິປະໄຕຍັງສະແດງໃຫ້ເຫັນໃນຂອບເຂດການປະກອບຄຳເຫັນ. ປະຊາຊົນທຸກຄົນມີສິດສະແດງຄຳເຫັນຂອງຕົນກ່ຽວກັບບັນດາບັນຫາໃຫ່ຍຂອງປະເທດຊາດ ຕະຫຼອດຮອດສິດຜົນປະໂຫຍດອັນແທດຈິງທີ່ສຸດຂອງຕົນ. ບໍ່ທັນມີເວລໃດທີ່ປະຊາຊົນສາມາດສະແດງຄຳເຫັນຂອງຕົນຢ່າງເປີດເຜີຍບົນເວທີປາໄສຕ່າງໆກ່ຽວກັບລະບອບການເມືອງ, ກ່ຽວກັບການຄວບຄຸມລະບົບສິດອຳນາດ, ກົນໄກຮັບປະກັນລັດຖະທຳມະນູນ, ກ່ຽວກັບການເພີ່ມສິດ ແລະ ຫລຸດຜ່ອນສິດໃຫ້ບັນດາຜູ້ນຳອົງການບໍລິຫານ, ຕຸລາການ. ທ່ານຮ່ວາງເທລຽນ, ຮອງລັດຖະມົນຕີກະຊວງຍຸດຕິທຳຫວຽດນາມ, ຜູ້ຕາງໜ້າອົງການປະຈຳຄະນະຊີ້ນຳການສະຫລຸບການປະຕິບັດລັດຖະທຳມະນູນປີ 1992 ໃຫ້ຂໍ້ສັງເກດວ່າ:
“ພວກຂ້າພະເຈົ້າໄດ້ຮັບຄຳເຫັນປະກອບໃຫ້ຄຳນຳ ແລະ 11 ພາກຂອງລັດຖະທຳມະນູນ. ພາກໄດ້ຮັບຄຳເຫັນຫຼາຍທີ່ສຸດແມ່ນພາກກ່ຽວກັບສິດທິມະນຸດຄື: ໄດ້ຮັບຄຳເຫັນຂອງ 5 ລ້ານຄົນ, ຕໍ່ມາແມ່ນພາກກ່ຽວກັບລະບອບເສດຖະກິດ, ສະພາແຫ່ງຊາດ ແລະ ລະບອບການເມືອງ“
ໃນ 3 ເດືອນຜ່ານມາ, ມີຄຳເຫັນປະກອບເຂົ້າໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຂອງເກືອບ 26 ລ້ານຄົນແມ່ນຕົວເລກບໍ່ແມ່ນໜ້ອຍ. ມັນສະແດງໃຫ້ເຫັນຄວາມສົນໃຈກໍ່ຄືຄວາມມຸ້ງຫວັງຂອງປະຊາຊົນເຂົ້າໃນວິວັດທະນາການປັບປຸງລັດຖະທຳມະນູນຂອງປະເທດ. ຕີລາຄາກ່ຽວກັບໝາກຜົນນີ້, ທ່ານພົງຊັກຜູ້ອຳນວຍການຫ້ອງການກົດໝາຍສະຖາບັນພູພານ (ໄທ) ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າເຫັນແຈ້ງຄວາມຕັດສິນໃຈອັນໃຫ່ຍຫຼວງຂອງຫວຽດນາມ ໃນການປັບປຸງລັດຖະທຳມະນູນ ແລະ ກໍ່ມີຄວາມພາກພູມໃຈເມື່ອເຫັນວ່າຫວຽດນາມ ໄດ້ດຳເນີນຕາມແຕ່ລະຂັ້ນຕອນ, ວິທະຍາສາດ, ເປີດເຜີຍຂໍ້ມູນຂ່າວກ່ຽວກັບເນື້ອໃນປັບປຸງເພື່ອໃຫ້ປະຊາຊົນຊອກຮູ້. ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມເຄົາລົບສິດທິມະນຸດ. ນີ້ແມ່ນສິ່ງທີ່ມີປະໂຫຍດໃຫ້ແກ່ປະຊາຊົນຫວຽດນາມ“
ການຮັບເອົາຄຳເຫັນຂອງປະຊາຊົນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຖືຖືວ່າແມ່ນຊັບສົມບັດທີ່ມີຄ່າ. ປະຊາຊົນຈະລໍຄອຍການຮັບ ແລະ ອະພິປາຍຄືແນວໃດຕໍ່ບັນດາຄຳເຫັນແຕກຕ່າງກັນ ທີ່ປະກອບໃຫ້ຮ່າງລັດຖະທຳມະນູນ. ສະນັ້ນ, ການຮວມຮວມບັນດາຄຳເຫັນປະກອບຂອງປະຊາຊົນຢ່າງຊັດເຈນ, ຊື່ຕົງແມ່ນສຳຄັນທີ່ສຸດ. ນີ້ກໍ່ແມ່ນການສະແດງໃຫ້ເຫັນລັກສະນະປະຊາທິປະໄຕໃນການສ້າງລັດຖະ ທຳມະນູນ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຢືນຢັນວ່າ:
“ພວກຂ້າພະເຈົ້າຈະຮັບເອົາ, ຍົກອອກມາປຶກສາຫາລືຢູ່ສະພາແຫ່ງຊາດ, ສູນກາງ, ກົມການເມືອງ, ກ່ອນອື່ນໝົດແມ່ນປຶກສາຫາລືໃນຄະນະຮຽບຮຽງລັດຖະທຳມະນູນ, ໃນຄະນະປະຈຳສະພາແຫ່ງຊາດ, ຫຼັງຈາກນັ້ນຈະປຶກສາຫາລືຢູ່ສະພາແຫ່ງຊາດ ແລະ ໃນທົ່ວປວງຊົນຢ່າງເປີດເຜີຍ. ບໍ່ປະລະບໍ່ວ່າຄຳເຫັນໃດໆ. ສິ່ງສຳຄັນແມ່ນພວກເຮົາຮວບຮວບເຈດຈຳນົງຂອງປະຊາຊົນສ່ວນຫຼາຍໄດ້“.
ຜ່ານໄລຍະເວລາ 3 ເດືອນຈຸດສຸມດຳເນີນການປະກອບຄຳເຫັນເຂົ້າໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງໄດ້ສະແດງໃຫ້ເຫັນວ່າ: ການປຶກສາຫາລື ແລະ ປະກອບຄຳເຫັນໃຫ້ຮ່າງລັດຖະທຳມະນູນ ໄດ້ຊ່ວຍຍົກອອກທັດສະນະຕ່າງໆກ່ຽວກັບບັນດາບັນຫາສຳຄັນຍິ່ງຂອງປະເທດຊາດ, ຍົກສູງລັກສະນະປະຊາທິປະໄຕໃນບັ້ນດຳເນີນຊີວິດການເມືອງຂອງຫວຽດນາມ, ພ້ອມທັງກໍ່ຊ່ວຍໃຫ້ການເຄື່ອນໄຫວສ້າງລັດຖະທຳມະນູນ ສາມາດສ່ອງແສງຄວາມມຸ້ງຫວັງຂອງປະຊາຊົນທຸກຊັ້ນວັນນະເປັນຈຳນວນຫຼວງຫຼາຍໄດ້./.