ໄຊຊະນະ 30/4/1975 - ສັນຍາລັກຂອງກຳລັງແຮງແຫ່ງຄວາມສາມັກຄີ

(vovworld) – ​​ໄຊຊະນະ​ຂອງ​ການ​ຕໍ່​ສູ້ຕ້ານ​ອາ​ເມ​ລິ​ກາ, ກູ້​ຊາດ​ຂອງ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ກ່ອນ​ນີ້ 38 ປີ, ​ເຊິ່ງພົ້ນ​ເດັ່ນ​ແມ່ນ​ບັ້ນ​ຮົບ​ ​ໂຮ່ຈີ​ມິນ ປະຫວັດສາດ, ​ແມ່ນ​ການ​ເຕົ້າ​ໂຮມ​ຂອງ​ຫຼາຍ​ປັດ​ໃຈ, ​ໃນ​ນັ້ນ​ປັດ​ໃຈ​ສຳຄັນ​ແມ່ນ​ກຳລັງ​ແຮງ​​ແຫ່ງ​ຄວາມມະຫາ​ສາມັກຄີ​​ຊົນ​ຊາດ, ຄວາມ​ສາມັກຄີ​ສາກົນ ​ເພື່ອ​ສ້າງ​ເປັນ​ໄຊຊະ​ນະ​ທີ່​ຍິ່ງ​ໃຫ​ຍ່ 30/4/1975, ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມບູນ, ​ໂຮມ​ປະ​ເທດ​ຊາ​ດ​ເປັນ​ເອກະ​ພາບ.

ໄຊຊະນະ 30/4/1975 - ສັນຍາລັກຂອງກຳລັງແຮງແຫ່ງຄວາມສາມັກຄີ - ảnh 1

ຊາວ​ນະ​ຄອນ​ໄຊ​ງ່ອນ (ໂຮ່​ຈີ​ມີນ) ​ຊົມ​ເຊີຍ​ໄຊ​ຊະ​ນະ 30/4/1975

(ພາບ: ອິນ​ເຕີ​ແນດ)

ອາດ​ເວົ້າ​ໄດ້​ວ່າ, ການ​ຕໍ່​ສູ້​ຕ້ານ​ອາ​ເມ​ລິ​ກາ, ກູ້​ຊາດ​ໃນ​ຕະຫຼອດ​ເວ​ລາ 30 ປີ ​ນັ້ນ ແມ່ນ​ສັນ​ຍາ​ລັກ​ແຫ່ງ​​ຄວາມສາ​ມັກ​ຄີທີ່​ມີ​ຊີ​ວິດ​ຊີ​ວາ. ທົ່ວ​ທັງ​ຊາດ​ຫວຽດ​ນາມ​ໄດ້​ກາຍ​ເປັນ​ປຶກ​ແຜ່ນ​​ດຽວທີ່​ໝັ້ນ​ຄົງ. ຢູ່​ພາກ​ເໜືອ, ຄຳ​ຂວັນ​ທີ່​ວ່າ: “ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ແນວ​ໜ້າ, ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຕີ​ເອົາ​ຊະ​ນະ​ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານ” ໄດ້​ກາຍ​ເປັນ​ການ​ກະ​ທຳ​ຂອງ​ປະ​ຊາ​ຊົນ​ນັບ​ລ້ານ​ຄົນ. ບັນ​ດາຂະ​ບວນ​ການ​ແຂ່ງ​ຂັນ “ເພື່ອ​ພາກ​ໃຕ້​ເລືອດ​ເນື້ອ”, ​ຄືຂະ​ບວນ​ການ​ຊາວ​ໜຸ່ມ "ສາມ​ກຽມ​ພ້ອມ", ແມ່​ຍິງ "ເຮັດ​ລ້ອນສາມໜ້າ​ທີ່", ຊາວ​ກະ​ສີ​ກອນ​ “ທັງ​ເຮັດ​ນາ​ທັງ​ຖື​ປືນ”, ກຳ​ມະ​ກອນ “ທັງ​ຕີ​ເຫຼັກ​ທັງ​ຖື​ປືນ”, ນັກ​ຮຽນ “ເຮັດ​ວຽກ​ດີຫຼາຍ​ຢ່າງ​ເພື່ອ​ຕ້ານ​ອາ​ເມ​ລິ​ກາ​ ກູ້​ຊາດ”… ໄດ້​ດຶງ​ດູດ​ທຸກ​ຊັ້ນ​ຄົນ, ທຸກ​ພາກ​ສ່ວນ, ທຸກ​ເກນ​ອາ​ຍຸ​ເຂົ້າ​ຮ່ວມ. ໃນ​ຂະ​ນະ​ນັ້ນ, ຢູ່​ພາກ​ໃຕ້, ທະ​ຫານ ແລະ ປະ​ຊາ​ຊົນ​ຢູ່​ທຸກ​ທ້ອງ​ຖີ່ນ ໄດ້​ຍູ້​ແຮງ​ການ​ຕໍ່​ສູ້​ທັງ​ດ້ານ​ການ​ທະ​ຫານ, ການ​ເມືອງ ແລະ ຂົນ​ຂວາຍ​​ຂ້າ​ເສິກ​ໃນ​ສາມ​ເຂດ​ຍຸດ​ທະ​ສາດ​ຄື: ພູ​ຜາ​ປ່າ​ໄມ້, ຊົນ​ນະ​ບົດ​ທົ່ງ​ພຽງ ແລະ ຕົວ​ເມືອງ. ເຖິງວ່າ​ຢູ່​ໃນ​ເຂດ​ປິດ​ລ້ອມ​ຂອງ​​ສັດຕູ​ກໍ່​ຕາມ, ແຕ່​ປະ​ຊາ​ຊົນທຸກ​ຊັ້ນ​ວັນ​ນະ ແລະ ສາ​ສະ​ໜາ​ຕ່າງໆ ໄດ້​ສາ​ມັກ​ຄີ​ກັນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ​​ສ້າງ​ວິ​ທີການ​ຕໍ່​ສູ້, ຂະ​ບວນ​ການ​ຕໍ່​ສູ້ຫຼາຍ​ຢ່າງ​ຢູ່​ເຂດ​ຕົວ​ເມືອງ ເພື່ອ​ສ້າງ​ເປັນ​ທ່າ​ຮົບ​ສົງ​ຄາມປະ​ຊາ​ຊົນ. ພົນ​ຈັດ​ຕະ​ວາ ຫງວຽນ​ກົງ​ຈາງ, ອະ​ດີດ​ຮອງ​ຫົວ​ໜ້າ​ຄະ​ນະ​ພັກ​ການ​ເມືອງກອງ​ທະ​ຫານ​ໃຫ​ຍ່ ເຮືອງ​ຢາງ, ຜູ້​ເປັນ​ສັກ​ຂີ​ພິ​ຍານ​ວິ​ນາ​ທີ​ຍອມ​ຈຳ​ນົນ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ຂອງ​ອຳ​ນາດ​ການ​ປົກ​ຄອງ ເຢືອງວັນ​ມິນ ແລະ ລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ​ຫວຽດ​ນາມ ເມື່ອ​ວັນ​ທີ 30/4/1975, ຫວນ​ຄືນ​ວ່າ:

“ມີ​ລົດ​ຂອງເອ​ກະ​ຊົນ 100 ກວ່າ​ຄັນ ໄດ້​ຂົນ​ສົ່ງ​ນັກ​ຮົບກອງທະ​ຫານ​ໃຫ​ຍ່ 2 ເຂົ້າ​ປົດ​ປ່ອຍໄຊ​ງ່ອນ. ມີ​ບາງ​ລົດ​​ຂົນ​ສົ່ງທັງ​ຄອບ​ຄົວ ແລະ ພວກ​ຂ້າ​ພະເຈົ້າ​ເຂົ້າ​ໄຊ​ງ່ອນ, ຫຼື​ເມື່ອ​ຂ້າມ​ແມ່ນຳ້ ເຊິ່ງ​​ຂົວ​ຖືກສັດ​ຕູ​ທຳ​ລາຍ​ແລ້ວ​ນັ້ນ, ປະ​ຊາ​ຊົນ​ທ້ອງ​ຖີ່ນ​ກໍ່​ໃຫ້​ທະ​ຫານກູ້​ຢືມ​ເຮືອ​ນ້ອຍ, ກາ​ໂນ, ກ່ຳ​ປັ່ນ​ເພື່ອ​ຂົນ​ສົ່ງ​ທະ​ຫານຂ້າມ​ແມ່​ນ້ຳ. ປະ​ຊາ​ຊົນ​ກໍ່​ແນະ​ນຳ​ທາງລັດ, ທາງ​ອ້ອມ ຫຼື ພ້ອມ​ກັບ​ພວກ​ຂ້າ​ພະ​ເຈົ້າ​​ເຮັດ​ທາງ ໃຫ້​ທະ​ຫານ​ເຄື່ອນ​ທັບ.​”

ການ​ຕໍ່​ສູ້ຕ້ານ​ອາ​ເມ​ລິ​ກາ, ກູ້​ຊາດໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ຍ້ອນ​ວ່າປະ​ຊາ​ຊົນ​​​ໄດ້ຮ່ວມ​ຈິດ​ຮ່ວມ​ໃຈ​ຕໍ່​ສູ້ເພື່ອ​ຈຸດ​ໝາຍ​ລວມ​ນັ້ນ​ແມ່ນ ຕີ​ເອົາ​ຊະ​ນະ​ສັດ​ຕູ​ອາ​ເມ​ລິ​ກາ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ພົນ​ໂທ ຟານ​ຈູງ​ກຽນ, ອະ​ດີດ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ຕີ​ລາ​ຄາ​ວ່າ:

“​ພາກ​ໃຕ້ໄດ້​ຮັບ​ການ​ປົດ​ປ່ອຍ ແມ່ນ​ຍ້ອນມີ​ກຳ​ລັງ​ແຮງ​ແຫ່ງ​ຄວາມ​ສາ​ມັກ​ຄີ​ຊົນ​ຊາດ, ໂດຍ​ບໍ່​ຈຳ​ແນກ​ພາກ​ສ່ວນ, ສາ​ສະ​ໜາ. ທົ່ວ​ປວງ​ຊົນ​ທຳ​ການ​ຕໍ່​ຕ້ານ, ຕໍ່​ສູ້​ຕ້ານສັດ​ຕູ, ໃນ​ນັ້ນ​ມີ​ການ​ຊີ້​ນຳ​ນຳ​ພາ​ຢ່າງ​ສະຫຼາດ​ສະຫຼຽວ​ຂອງ​ປະ​ທານ ໂຮ່​ຈີ​ມິນ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ”.​

ພ້ອມ​ກັບ​ນ້ຳໃຈ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຊົນ, ໄຊ​ຊະ​ນ​ະວັນ​ທີ 30/4/1975 ກໍ່​ເປັນ​ການ​ພິ​ສູດ​ໃຫ້​ເຫັນນ້ຳ​ໃຈ​ສາ​ມັກ​ຄີ​ພາຍ​ໃນ, ຄວາມ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຄວາມ​ເປັນ​ເອ​ກະ​ພາບ​ນັບ​ແຕ່​ຂັ້ນ​ເທິງ​ລົງ​ມາ, ຈາກນ​າຍ​ພົນ​ຕະຫຼອດ​ຮອດ​ພົນ​ທະ​ຫານ. ຄວາມ​ຕັດ​ສິນ​ໃຈ​ຂອງ​ກອງ​ທັບ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ກາຍ​ເປັນ​ອາ​ວຸດ​ທີ່​ແຫຼມ​ຄົມ​ໃນ​ບັ້ນ​ຮົບ​ຕ້ານກອງ​ທັບ​ອາ​ເມ​ລິ​ກາ. ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ Barry Romo, ຜູ້​ເຄີຍ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່​ຫວຽດ​ນາມ, ແບ່ງ​ປັນ​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ທຸກ​ຄົນ​ລ້ວນ​ແຕ່​ເຫັນ​ແຈ້ງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ ແຕ່​ລະ​ຄົນ. ​ Telford Taylor ພົນ​ຕີ​ອາ​ເມ​ລິ​ກາ ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ, ເຄີຍ​ເວົ້າ​ວ່າ ຊາວ​ຫວຽດ​ນາມ ມີຄວາມ​ຕັດ​ສິນ​ໃຈ​ສູງ​ສຸດ, ເຖິງວ່າ​ລະ​ເບີດ​ໝາກ​ໝີ່ນ​ຈະທຳ​ລາຍ​ດຸ​ເດືອດ​ຄື​ແນວ​ໃດ ກໍ່​​ບໍ່ສາ​ມາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ຍອມ​ຈຳ​ນົນ​ໄດ້”.

ເພື່ອ​ສ້າງ​ເປັນໄຊຊະ​ນະ​ລະ​ດູ​ບານ​ໃໝ່ 1975 ນັ້ນ ​ຍັງ​ມີ​ການ​ປະ​ກອບ​ສ່ວນ​​ຂອງ​ຂະ​ບວນ​ການ​ສາ​ມັກ​ຄີ​ສາ​ກົນສະ​ໜັບ​ສະ​ໜູນ​ຫວຽດ​ນາມ. ພິ​ເສດ​ແມ່ນ​ບັນ​ດາ​ອົງ​ການ​ສາ​ມັກ​ຄີ​ກັບ​ຫວຽດ​ນາມ ຢູ່​ບັນ​ດາ​ປະ​ເທດ​ເອີ​ລົບ, ອາ​ຊີ, ອາ​ຟະ​ລິ​ກາ, ອາ​ເມ​ລິ​ກາ​ລາ​ຕີນ ແລະ ປະ​ຊາ​ຊົນ​ຜູ້​ກ້າວ​ໜ້າ​ຢູ່​ໂລກ​ເປັນ​ຈຳ​ນວນຫຼວງຫຼາຍ ເຂົາ​ເຈົ້າ​ໄດ້​ລົງ​ຖະ​ໜົນ​ໂຮມ​ຊຸມ​ນຸມ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ, ກ່າວ​ປະ​ນາມ​ສົງ​ຄາມ​ຂອງ​ອາ​ເມ​ລິ​ກາ, ອະ​ດີດ​ຮອງ​ຫົວ​ໜ້​າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ ຈິ້ງງອກ​ທ໋າຍ ໃຫ້​ຂໍ້​ສັງ​ເກດ​ວ່າ:

“ກຳ​ລັງ​ແຮງ​ຂອງ​ຫາງ​ສຽງ​ໄດ້​ກາຍ​ເປັນ​ກຳ​ລັງ​ດັນ​ສຳ​ລັບ​ນະ​ໂຍ​ບາຍ​ຮຸກ​ຮານ​ຂອງ​ອາ​ເມ​ລິ​ກາ, ແມ່ນ​ການ​ລະ​ດົມ​ກຳ​ລັງ​ໃຈ​ອັນ​ໃຫ​ຍ່ຫຼວງ​ສຳ​ລັບ​ປະ​ຊາ​ຊົນ​ຫວຽດ​ນາມ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຫົວ​ຄິດ​ປະ​ດິດ​ສ້າງ ເພື່ອ​ສ້າງ​ເປັນ​ແນວ​ໂຮມ​ປະ​ຊາ​ຊົນ​ໂລກ​ສາ​ມັກ​ຄີ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ.”

ມະ​ຫາໄຊ​ວັນ​ທີ 30/4/1975, ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ແມ່ນ​ສັນ​ຍາ​ລັກ​​ຂອງກຳ​ລັງ​ແຮງ​ແຫ່ງຄວາມ​ສາ​ມັກ​ຄີ​​ຫວຽດ​ນາມ. ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ທະ​ຫານ ແລະ ປະ​ຊາ​ຊົນ ສົມ​ທົບ​ກັບ​ຄວາມ​ສາ​ມັກ​ຄີ​​ກັບສາ​ກົນ ໄດ້​ກາຍ​ເປັນ​ກຳ​ລັງ​ແຮງຊະ​​ນະເລີດ ​ເພື່ອສ້າງ​ເປັນ​ໄຊ​ຊະ​ນະ​ທີ່​ຍິ່ງ​ໃຫ​ຍ່​ໃນ​ສະ​ຕະ​ວັດ​ທີ 20.

ຕອບກັບ

ຂ່າວ/ບົດ​ອື່ນ