(vovworld)-ຖ່າຍຮູບ Lomo ແມ່ນຂະບວນການຖ່າຍຮູບສິລະປະທີ່ເລີ່ມມາຈາກປະເທດອົດຕະລິດ, ນັ້ນແມ່ນວິທີການຖ່າຍຮູບໂດຍບັງເອີນ ຕາມລຳພັງໃຈ. ເຖິງວ່າ, ຖ່າຍຮູບ Lomo ໄດ້ມີມາກ່ອນນີ້ປະມານ 2 ທົດສະວັດແລ້ວກໍ່ຕາມ, ແຕ່ຂະບວນການນີ້ຫາກໍ່ນຳເຂົ້າຫວຽດນາມກ່ອນນີ້ປະມານ 5 ປີເທົ່ານັ້ນ. ຢູ່ບັນດານະຄອນໃຫຍ່ຄື: ຮ່າໂນ້ຍ, ນະຄອນໂຮ່ຈີມິນ ໄດ້ສ້າງໃຫ້ມີບັນດາສະໂມສອນໃຫຍ່, ທີ່ເຕົ້າໂຮມບັນດາຜູ້ມີຄວາມນິຍົມ ວິທີການຖ່າຍຮູບ Lomo. ສະໂມສອນເຫຼົ່ານັ້ນໄດ້ດຶງດູດລຸ້ນໜຸ່ມເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ເຊີນເພື່ອນມາຢ້ຽມຢາມສະໂມສອນຖ່າຍຮູບ Lomo Graphy ເພື່ອຊອກຮູ້ຕື່ມກ່ຽວກັບຂະບວນການຖ່າຍຮູບແບບໃໝ່ຂອງລຸ້ນໜຸ່ມຫວຽດນາມ.
ກ້ອງຖ່າຍຮູບLomo Graphy
(ພາບ: google.com.vn)
ໂດຍໄດ້ກາຍເປັນຄວາມຊິນເຄີຍແລ້ວ, ຮອດວັນເສົາ ແລະ ວັນອາທິດໃດ, ຊວນແບກ, ນັກສຶກສາມະຫາວິທະຍາໄລກໍ່ສ້າງ ຮ່າໂນ້ຍ, ສະມາຊິກຂອງ xomnhiepanh.com (ບ້ານຖ່າຍຮູບ) ກໍ່ພ້ອມກັບເພື່ອນຜູ້ໜຶ່ງຖີບລົດເລະໄປຕາມຖະໜົນສາຍຕ່າງໆຢູ່ ຮ່າໂນ້ຍ ເພື່ອຖ່າຍຮູບທຸກສິ່ງທຸກຢ່າງທີ່ເຫັນບົນເສັ້ນທາງ. ພາຍຫຼັງເວລາ ປີກວ່າ, ແບກ ໄດ້ມີຮູບຖ່າຍປະມານ 200 ແຜ່ນ ດ້ວຍຫຼາຍເນື້ອໃນທີ່ແຕກຕ່າງກັນ. ຮູບຖ່າຍຂອງຊວນແບກໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມທີ່ສຸດ.
”ຖ້າຊົມຮູບຖ່າຍຈາກກ້ອງຖ່າຍຮູບ Lomo ຈະເຫັນວ່າສີສັນຂອງມັນຜິດປົກກະຕິ, ຍ້ອນວ່າກ້ອງຖ່າຍຮູບມີສ່ວນປະກອບງ່າຍດາຍພໍສົມຄວນ, ຄວາມຊັດເຈນກໍ່ບໍ່ສູງ, ແຕ່ສິ່ງດັ່ງກ່າວພັດສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ”
ຕາມທັດສະນະຂອງບັນດາຜູ້ມີຄວາມນິຍົມກັບສິລະປະຖ່າຍຮູບ Lomo ແລ້ວ, Lomo Graphy ແມ່ນວິທີການນຳໃຊ້ກ້ອງຖ່າຍຮູບເພື່ອຖ່າຍຮູບໂດຍບັງເອີນ. Lomo Graphy ບໍ່ຕ້ອງເອົາໃຈໃສ່ເຖິງວິທີການຖ່າຍຮູບທີ່ສັບສົນ, ແລະກໍ່ບໍ່ສົນໃຈເຖິງເລື່ອງຖ່າຍໄດ້ຮູບຄືແນວໃດ, ພຽງແຕ່ຖ່າຍຮູບແບບເສລີຕາມລຳພັງໃຈເທົ່ານັ້ນ. ອາດເວົ້າໄດ້ວ່າ, Lomo ແມ່ນວິທີການຖ່າຍຮູບງ່າຍດາຍທີ່ສຸດ ແຕ່ພັດມີລັກສະນະສິລະປະ. ແທ່ນທ້າຍ, ຜູ້ນຳໃຊ້ກ້ອງຖ່າຍຮູບ Lomo ມາເປັນເວລາ 3 ປີແລ້ວ, ເວົ້າວ່າ:
”ຫຼັກການທຳອິດຂອງ Lomo Graphy ແມ່ນຍາມໃດກໍ່ຕ້ອງນຳເອົາກ້ອງຖ່າຍຮູບໄປພ້ອມ. ສິ່ງດັ່ງກ່າວສະແດງໃຫ້ເຫັນແບບແຜນຂອງຜູ້ນິຍົມຖ່າຍຮູບ Lomo, ທັງແມ່ນຄວາມນັບຖື ຕໍ່ຈຸດເວລາທີ່ຫາຍາກໃນຊີວິດປະຈຳວັນ ”.
ລຸ້ນໜຸ່ມນິຍົມຖ່າຍຮູບ Lomo
(ພາບ: google.com.vn)
ຜ່ານການເວລາ, ຂະບວນການຫຼິ້ນຮູບຖ່າຍ Lomo ນັບມື້ນັບຂະຫຍາຍຕົວຢ່າງແຮງໃນໝູ່ລຸ້ນໜຸ່ມ. ບັນດາເວັບໄຊຄື: Vnphoto.net, xomnhiepanh.com… ລ້ວນແຕ່ສະຫງວນໜ້າສະເພາະໃຫ້ແກ່ ”ສະມາຄົມບັນດາຜູ້ນິຍົມຮູບຖ່າຍ Lomo ”. ເມື່ອເວົ້າເຖິງການພັດທະນາຂອງຂະບວນການຖ່າຍຮູບ Lomo ຢູ່ ຫວຽດນາມ, ຊວນແບກ, ໃຫ້ຮູ້ວ່າ:
”ຂະບວນການຖ່າຍຮູບ Lomo ໄດ້ປະກົດຕົວຢູ່ໂລກກ່ອນນີ້ 20 ກວ່າປີແລ້ວ . ສ່ວນຢູ່ຫວຽດນາມ, ຂະບວນການນີ້, ໂດຍນັກສຶກສາຫວຽດນາມທີ່ຮຽນຢູ່ຕ່າງປະເທດນຳເມືອປະເທດ ໃນເວລາພຽງປະມານ 4-5 ປີເທົ່ານັ້ນ”
ປະຈຸບັນ, ຢູ່ ຫວຽດນາມ ມີເພື່ອນໜຸ່ມປະມານ 1000 ຄົນ ມີຄວາມນິຍົມກັບວິທີການຖ່າຍຮູບນີ້, ໃນນັ້ນ, ສະໂມສອນ Lomo ຮ່າໂນ້ຍມີສະມາຊິກ 100 ຄົນ.
ສຳລັບນັກສິລະປະຖ່າຍຮູບຫຼາຍຄົນແລ້ວ, ຮ່າໂນ້ຍແມ່ນສະຖານທີ່ທີ່ສ້າງຄວາມຮູ້ສຶກສະອອນໃຈຫຼາຍ, ດ້ວຍໜອງນ້ຳງາມດັ່ງໃນຝັນ, ຄຸ້ມຖະໜົນເກົ່າ, ໃນແຕ່ລະລະດູ, ທັດສະນີຍະພາບຢູ່ ຮ່າໂນ້ຍກໍ່ມີຄວາມງາມທີ່ແຕກຕ່າງກັນ. ເພື່ອນ ມິງຮັ່ງ, ສະມາຊິກໃນສະໂມສອນ, ໃຫ້ຮູ້ວ່າ:
(ພາບ: google.com.vn)
”ຂ້າພະເຈົ້າຫາກໍ່ເຂົ້າຮ່ວມສະໂມສອນໃນໄລຍະສັ້ນໆເທົ່ານັ້ນ, ຈຸດພິເສດທີ່ສຸດນັ້ນແມ່ນ, ບັນດາຜູ້ເຂົ້າຮ່ວມສະໂມສອນນີ້ລ້ວນແຕ່ມີນິດໄສຕ່າງກັນ, ມີກ້ອງຖ່າຍຮູບສະເພາະ. ດັ່ງນັ້ນຂ້າພະເຈົ້າຮຳ່ຮຽນໄດ້ຫຼາຍກ່ຽວກັບວິທີການຖ່າຍຮູບຄືແນວໃດໃຫ້ມີຮູບງາມ ແລະ ມີສີສັນສະເພາະ”
ອາດເວົ້າໄດ້ວ່າ, ຈາກກ້ອງຖ່າຍຮູບທຳມະດາສາມັນທີ່ສຸດ, ແຕ່ Lomo ໄດ້ກາຍເປັນຄຳນິຍາມໃນການຖ່າຍຮູບ, ແມ່ນຂະບວນການຂອງລຸ້ນໜຸ່ມຢູ່ໃນໂລກ. ຖ່າຍຮູບ Lomo ບໍ່ພຽງແຕ່ປະກອບສ່ວນເຮັດໃຫ້ຊີວິດຂອງລຸ້ນໜຸ່ມມີຄວາມອຸດົມສົມບຸນຍິ່ງຂຶ້ນ, ຫາກຍັງແມ່ນການລະຫຼິ້ນທີ່ມີປະໂຫຍດສຳຫຼັບເພື່ອນໜຸ່ມອີກດ້ວຍ.