ມາທ່ອງທ່ຽວຢູ່ອຽນຕື໋ເພື່ອຄົ້ນຫານ້ຳມັນຢາເພື່ອສຸຂະພາບ

(VOVWORLD) - ໃນຊຸມປີມໍ່ໆມານີ້, ເຂດທັດສະນີຍະພາບ ອຽນຕື໋, ແຂວງ ກວາງນີງ, ເຊິ່ງແມ່ນເຂດດິນແດນແຫ່ງພະພຸດທະເຈົ້າຢູ່ ຫວຽດນາມ, ນັບມື້ນັບມີແຂກທ່ອງທ່ຽວພາຍໃນປະເທດ ແລະ ສາກົນຫຼາຍຄົນມາຢ້ຽມຢາມ. ແຕ່ເດືອນ 3/2017, ບໍລິສັດຫຸ້ນສ່ວນພັດທະນາ ຕູ່ງເລີມ (ຫົວໜ້ວຍຄຸ້ມຄອງ ແລະ ຂຸດຄົ້ນບັນດາບໍລິການທ່ອງທ່ຽວ) ນຳລາຍການທ່ອງທ່ຽວຄົ້ນຫານ້ຳມັນຢາເພື່ອສຸຂະພາບເຂົ້າທົດລອງ, ຊ່ວຍໃຫ້ແຂກທ່ອງທ່ຽວມີການເລືອກເຟັ້ນເມື່ອໄປເຖິງ ອຽນຕື໋. ບົດຂຽນ “ມາທ່ອງທ່ຽວຢູ່ອຽນຕື໋ເພື່ອຄົ້ນຫານ້ຳມັນຢາເພື່ອສຸຂະພາບ” ຂອງຟ້າມຢອງ, ນັກຂ່າວ VOV.
ມາທ່ອງທ່ຽວຢູ່ອຽນຕື໋ເພື່ອຄົ້ນຫານ້ຳມັນຢາເພື່ອສຸຂະພາບ - ảnh 1 ສະຖານທີ່ຈັດລາຍການທ່ອງທ່ຽວຄົ້ນຫານ້ຳມັນຢາ

ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດເມື່ອແຂກທ່ອງທ່ຽວເຂົ້າຮ່ວມລາຍການທ່ອງທ່ຽວຄົ້ນຫານ້ຳມັນຢາ, ນັ້ນແມ່ນບັນຍາກາດຢູ່ທີ່ນີ້ແມ່ນສະຫງົບຫງຽບທີ່ສຸດ, ໄດ້ຮັບການຈັດສັນດ້ວຍບັນດາຈຸດທີ່ເປັນເອກະລັກສະເພາະຕາມວັດທະນະທຳທີ່ເປັນມູນເຊື້ອຂອງຊາວ ຫວຽດນາມ, ພ້ອມນັ້ນແມ່ນສຽງເພງຂອງບັນດາບົດເພງທີ່ອ່ອນຊ້ອນ ປະສານສົບທົບກັບກິນຫອມຫວນຂອງນ້ຳມັນຢາທຳມະຊາດຊະນິດຕ່າງໆ, ອັນໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມຮູ້ສຶກສະຫວາດສະເຫວີຍຫຼາຍ. ໄດ້ດື່ມນ້ຳຊາຂຽວ, ກິນເຂົ້າໜົມໝາກຖົ່ວດິນ ພ້ອມນັ້ນແມ່ນໃບໜ້າຍິ້ມແຍ້ມແຈ່ມໃສຂອງບັນດານາງສາວນຸ່ງຊຸດເຊື້ອຍາວທີ່ເປັນມູນເຊື້ອໄດ້ເປັນການບັນເທົາທຸກໆຄວາມອິດເມື່ອຍຂອງແຂກທ່ອງທ່ຽວພາຍຫຼັງໄລຍະທາງທີ່ຫ່າງໄກເມື່ອໄປຢ້ຽມຢາມ ອຽນຕື໋.  ເອື້ອຍ ຫວູມີງຈີ, ຜູ້ນຳຖ່ຽວ, ບໍລິສັດຫຸ່ນສ່ວນພັດທະນາ ຕູ່ງເລີມ, ໃຫ້ຮູ້ວ່າ: ປະຈຸບັນ, ຜະລິດຕະພັນການທ່ອງທ່ຽວນີ້ຮັບໃຊ້ໃຫ້ແຂກທ່ອງທ່ຽວ ສ. ເກົາຫຼີ ເປັນຕົ້ນ:

        “ແຂກທ່ອງທ່ຽວມີຄວາມພໍໃຈຕໍ່ລາຍການທ່ອງທ່ຽວນີ້ຫຼາຍ, ເຂົາເຈົ້າກໍ່ນິຍົມການບໍລິການຮັບໃຊ້, ການຈັດສັນວັດຖຸສິ່ງຂອງ ແລະ ຄຸນນະພາບຜະລິດຕະພັນ. ເມື່ອມາຢ້ຽມຢາມ ຫວຽດນາມ, ເຂົາເຈົ້າເຫັນວ່າລາຍການນີ້ ແມ່ນໃໝ່ອ່ຽມ ແລະ ດີທີ່ສຸດ, ເຂົາເຈົ້າດີໃຈຫຼາຍ. ເມື່ອລາຍການນີ້ສິ້ນສຸດລົງ, ພວກຂ້າພະເຈົ້າໄດ້ເຮັດໃຫ້ແຂກທ່ອງທ່ຽວເພີ່ມຄວາມເພິ່ງພໍໃຈໃຫ້ດ້ວຍການໜວດໃຫ້ແຂກ. ເມື່ອແຂກທ່ອງທ່ຽວໄດ້ເຂົ້າຮ່ວມລາຍການທ່ອງທ່ຽວນີ້ຈະໄດ້ຮັບນ້ຳມັນຢາກວດໜຶ່ງ ຫຼັງຈາກນັ້ນຈະໄດ້ຮັບຟັງເພງພື້ນເມືອງ ຫວຽດນາມອີກດ້ວຍ.”

        ແຕ່ລະລາຍການທ່ອງທ່ຽວຄົ້ນຫານ້ຳມັນຢານີ້ຖືກດຳເນີນໄປໃນເວລາ 30 ນາທີ, ພາຍຫຼັງທີ່ແຂກທ່ອງທ່ຽວໄດ້ນັ່ງລົງແລ້ວ, ຊຸດໂຕະຕັ່ງຈະນັ່ງໄດ້ 6 ຄົນ. ໃນໂຕະໄດ້ກະກຽມນ້ຳມັນຢາຫອມປະເພດຕ່າງໆ ແລະ ບັນດາອຸປະກອນປູງແຕ່ງ. ກ່ອນທີ່ປູງແຕ່ງ, ແຂກທ່ອງທ່ຽວຈະໄດ້ຮັບການແນະນຳກ່ຽວກັບປະໂຫຍດ, ຕົ້ນກຳເນີດຂອງນ້ຳມັນຢາຊະນິດຕ່າງໆ. ເພື່ອງປຸງແຕ່ງນ້ຳມັນຢາໃຫ້ບັນລຸປະສິດທິຜົນສູງສຸດ, ຢູ່ໂຕະຕັ່ງຊຸດໜຶ່ງຈະມີພາລະກອນຮັບໃຊ້ໜຶ່ງຄົນ.

        ແຂກທ່ອງທ່ຽວ ສ. ເກົາຫຼີ ແບ່ງປັນດ້ວຍຄວາມເບີກບານມ່ວນຊື່ນວ່າ ນີ້ຈະແມ່ນອະນຸສອນທີ່ເປັນໜ້າຈົດຈຳເມື່ອມາຢ້ຽມຢາມ ອຽນຕື໋, ໄດ້ຮັບຊົມຄວາມງາມທີ່ມະຫັດສະຈັນ ແລະ ໄດ້ເຫັນເຂົາເຈົ້າປຸງແຕ່ງນ້ຳມັນຢາ.

-      ລາຍການທ່ອງທ່ຽວນີ້ມີຄວາມດຶງດູດສຳລັບຂ້າພະເຈົ້າຫຼາຍ. ຂ້າພະເຈົ້າດີໃຈທີ່ສຸດ, ພິເສດຮູ້ສຶກດີໃຈຫຼາຍເມື່ອໄດ້ໜວດດ້ວຍນ້ຳມັນຢາ ແລະ ຮູ້ສຶກສະຫວາດສະເຫວີຍຫຼາຍ

-      ຂ້າພະເຈົ້າມັກກິ່ນຫອມຂອງນ້ຳມັນຢາລາແວນເດີ, ບັນຍາກາດຢູ່ນີ້ກໍ່ສະບາຍໆ. ຂອບໃຈຕໍ່ບັນດາຜູ້ສ້າງລາຍການທ່ອງທ່ຽວທີ່ເປັນເອກະລັກສະເພາະນີ້.

ມາທ່ອງທ່ຽວຢູ່ອຽນຕື໋ເພື່ອຄົ້ນຫານ້ຳມັນຢາເພື່ອສຸຂະພາບ - ảnh 2 ແຂກທ່ອງທ່ຽວ ສ ເກົາຫຼີ ໄດ້ຮັບການແນະນຳ ໂດຍລະອຽດ

ເພື່ອປະຕິບັດລາຍການທ່ອງທ່ຽວຄົ້ນຫານ້ຳມັນຢາເພື່ອສຸຂະພາບ, ບໍລິສັດຫຸ້ນສ່ວນພັດທະນາ ຕູ່ງເລີມ ໄດ້ສົ່ງພະນັກງານໄປ ສ. ເກົາຫຼີ ເພື່ອຮ່ຳຮຽນເອົາບົດຮຽນ, ຊອກຮູ້ຄວາມນິຍົມຂອງແຂກທ່ອງທ່ຽວ, ພ້ອມກັນນັ້ນ, ບໍລິສັດກໍ່ເຊື້ອເຊີນບັນດານັກຊ່ຽວຊານຊາວ ສ. ເກົາຫຼີ ເຂົ້າຮ່ວມໂຄງການ. ໃນໄລຍະຈະມາເຖິງ, ບໍລິສັດຈະສືບຕໍ່ປັບປຸງ, ຍົກສູງລັກສະນະວິຊາຊີບເພື່ອກຽມພ້ອມໃນການຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍເຂົ້າຮ່ວມລາຍການທ່ອງທ່ຽວນີ້. ທ່ານ ເລຈ້ອງແທງ, ຮອງຜູ້ອຳນວຍການບໍລິສັດຫຸ້ນສ່ວນພັດທະນາຕູ່ງເລີມ, ໃຫ້ຮູ້ວ່າ:

“ໃນຊຸມປີຜ່ານມາ, ພວກຂ້າພະເຈົ້າໄດ້ມີຈຳນວນແຂກທ່ອງທ່ຽວ ສ ເກົາຫຼີ  ເຂົ້າມາທ່ອງທ່ຽວ ອຽນຕື໋ ຫຼາຍພໍສົມຄວນ, ຄືໃນປີ 2016 ແມ່ນປະມານ 130.000 ເທື່ອຄົນ, ນີ້ແມ່ນແຫຼ່ງສະໜອງແຂກດີທີ່ສຸດ. ເພື່ອມຸ່ງໄປເຖິງເປົ້າໝາຍສ້າງເຂດທັດສະນີຍະພາບ ອຽນຕື໋ ແມ່ນຈຸດນັດພົບການທ່ອງທ່ຽວລະດັບສາກົນ ຊຶ່ງພວກຂ້າພະເຈົ້າ ກໍ່ໄດ້ສຳຫຼວດຕະຫຼາດ ສ. ເກົາຫຼີ ແລະ ບັນດາບໍລິສັດທ່ອງທ່ຽວເຮັດວຽກກັບຕະຫຼາດ ສ ເກົາຫຼີ. ເຂົາເຈົ້າມີຄວາມມຸ່ງມາດປາດຖະໜາວ່າຢູ່ ອຽນຕື໋ ມີລາຍການທ່ອງທ່ຽວຄືແນວນັ້ນ. ສ່ວນທາງບໍລິສັດກໍ່ຢາກໂຄສະນາວັດທະນະທຳຂອງຊາວ ຫວຽດນາມ, ຄຸນຄ່າຂອງ ອຽນຕື໋ ເຖິງແຂກທ່ອງທ່ຽວສາກົນ.”

ເຖິງວ່າຫາກໍ່ໄດ້ນຳເຂົ້າເຄື່ອນໄຫວທົດລອງກໍ່ຕາມ ແຕ່ບັນດາລາຍການທ່ອງທ່ຽວຄົ້ນຫານ້ຳມັນຢານີ້ ມີທີ່ຕັ້ງສຳລັບຕະຫຼາດແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ປະຈຸບັນ, ເມື່ອໄປຢ້ຽມຢາມ ອຽນຕື໋, ນອກຈາກໄປນະມັດສະການວັດແລ້ວ, ແຂກທ່ອງທ່ຽວຈະມີການເລືອກເຟັ້ນໃໝ່ໃນການເດີນທາງໄປຢ້ຽມຢາມເຂດດິນແດນແຫ່ງພະພຸດທະເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ