ເປີດສະຫລອງຮູບແບບກວດກາ“ປະຕູດຽວ,ຢຸດເທື່ອຫນຶ່ງຢູ່ດ່ານຊາຍແດນລາວບາວ-ແດນສະຫວັນ
ຄະນະຜູ້ແທນຫວຽດນາມແລະລາວທີ່ພິທີເປີດສະຫລອງ
ພາບ:vov
|
(vovworld)- ຕອນເຊົ້າວັນທີ 6/2, ກະຊວງການຕ່າງປະເທດສອງປະເທດ ຫວຽດນາມ ແລະ ລາວ ໄດ້ຈັດຕັ້ງພິທີເປີດສະຫລອງຮູບແບບກວດກາ “ປະຕູດຽວ, ຢຸດເທື່ອຫນຶ່ງ” ຢູ່ດ່ານຊາຍແດນ ລາວບາວ- ແດນສະຫວັນ ນອນໃນແລວເສດຖະກິດຕາເວັນອອກ ຕາເວັນຕົກ. ນີ້ເປັນຄັ້ງທຳອິດຮູບແບບດັ່ງກ່າວໄດ້ຮັບການຜັນຂະຫຍາຍຢູ່ດ່ານຊາຍແດນສາກົນ ລາວບາວ -ແດນສະຫວັນ ເພື່ອຊຸກຍູ້ການເຊື່ອມຈອດ, ຫລຸດຜ່ອນລະບຽບການ ແລະ ສ້າງຄວາມສະດວກກ່ຽວກັບກົນໄກ, ນະໂຍບາຍໃຫ້ແກ່ບັນດາວິສາຫະກິດ ແລະ ປະຊາຊົນໄປມາ. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ: ພິທີເປີດສະຫລອງຮູບແບບກວດກາ “ປະຕູດຽວ, ຢຸດເທື່ອຫນຶ່ງ” ເປັນການພິສູດໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງພັກ ແລະ ລັດຖະບານສອງປະເທດ ຫວຽດນາມ ແລະ ລາວ, ສືບຕໍ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກ ໃຫ້ແກ່ດ້ານການຄ້າ, ປະກອບສ່ວນຢ່າງຕັ້ງຫນ້າໃນການກະກຽມສ້າງປະຊາຄົມອາຊຽນໃນທ້າຍປີນີ້.
“ຂ້າພະເຈົ້າເຊື່ອໝັ້ນວ່າ ການຜັນຂະຫຍາຍຮູບແບບກວດກາ“ປະຕູດຽວ, ຢຸດເທື່ອຫນຶ່ງ” ຢູ່ດ່ານຊາຍແດນ ລາວບາວ-ແດນສະຫວັນ ຈະປະກອບສ່ວນນຳລາວ ຈາກປະເທດບໍ່ມີທະເລເປັນປະເທດທາງຜ່ານ, ເປັນຂົວຕໍ່ໃນພາກພື້ນແມ່ນ້ຳຂອງ ພ້ອມທັງຊ່ວຍໃຫ້ສອງແຂວງ ກວ໋າງຈີ້ ແລະ ສະຫວັນນະເຂດ ເສີມຂະຫຍາຍບົດບາດເປັນປະຕູ ຂອງສອງປະເທດໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງທ້ອງຖິ່ນ ເພື່ອບືນຂຶ້ນ, ສ້າງການພັດທະນາຢ່າງສະໝ່ຳສະເຫມີໃນທຸກຂົງເຂດ, ປະກອບສ່ວນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.”