ໄຂກອງປະຊຸມເຈລະຈາອາຊຽນກ່ຽວກັບກົດໝາຍສາກົນກ່ຽວກັບທະເລ

ໄຂກອງປະຊຸມເຈລະຈາອາຊຽນກ່ຽວກັບກົດໝາຍສາກົນກ່ຽວກັບທະເລ - ảnh 1
ກອງ​ປະຊຸມ​ເຈລະຈາ ອາ​ຊຽນ ກ່ຽວ​ກັບ​ກົດໝາຍ​ສາກົນ​ກ່ຽວ​ກັບ​ທະ​ເລ​​
(ພາບ: VTV1)

(vovworld) – ກອງ​ປະຊຸມ​ເຈລະຈາ ອາ​ຊຽນ ກ່ຽວ​ກັບ​ກົດໝາຍ​ສາກົນ​ກ່ຽວ​ກັບ​ທະ​ເລ​​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 17/03 ຢູ່ Jakarta ອິນ​ໂດ​ເນ​ເຊຍ ດ້ວຍ​ຫົວ​ຂໍ້​ວ່າ “​ເພີ່ມ​ທະວີການ​ປະຕິບັດ​ກົດໝາຍ​ສາກົນ​ກ່ຽວ​ກັບ​ທະ​ເລ​ຢູ່​ພາກ​ພື້ນ”. ກອງ​ປະຊຸມ​​ເຈລະຈາ​ໂດຍ​ສູນ​ຄົ້ນຄວ້າ ອາ​ຊຽນ ​ແລະ ສະຖານທູດ ​ໂຮ​ນລັງ ປະຈຳ​ Jakarta ສົມທົບ​ກັນ​ຈັດ​ຕັ້ງ. ດ້ວຍ​ການ​​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກ່ວາ 150 ທ່ານ​ທີ່​ເປັນ​ນັກ​ຊ່ຽວຊານ, ນັກຮຽນ​ຮູ້​ທີ່​ມາ​ຈາກ​ບັນດາ​ສູນ​ຄົ້ນຄວ້າ​ໃນ​ພາກ​ພື້ນ, ຜູ້ຕາງໜ້າ​ບັນດາ​ອົງການ​ສຳນັກງານ​ລັດຖະບານ ອິນ​ໂດ​ເນ​ເຊຍ, ສະຖານທູດ​ຕ່າງໆ, ບັດ​ດາ​ອົງການ​ຈັດ​ຕັ້ງ​ສາກົນ​ຢູ່ Jakarta. ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ໄດ້ຍົກ​ໃຫ້​ເຫັນບັນດາ​ສິ່ງ​ທ້າ​ທາຍ​ທີ່​ກ່ຽວຂ້ອງ​ເຖິງ​ສະພາບ​ແວດ​ລ້ອມ​ແຫ່ງ​ຄວາມ​ສະຫງົບ​ປອດ​ໄພ​ບົນ​ທະ​ເລ​ຄື​ປະຈຸ​ບັນ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄື: ການ​ຂັດ​ແຍ້​ງ ກັນ​ບົນ​ທະ​ເລ, ຂຸດ​ຄົ້ນ​ແຫຼ່ງຊັບພະຍາກອນ​ທາງ​ທະ​ເລຫລາຍ​ເກີນ, ອາດຊະຍາ​ກຳ​ຂ້າມ​ຊາດ​ຄື​ໂຈນ​ສະ​ລັດ, ການ​ຄ້າ​ມະນຸດ ​ແລະ ອາວຸດ. ບັນດາ​ຜູ້​ແທນ​ຖື​ວ່າ ຕາມ​ສະພາບ​ຕົວ​ຈິງ​ແລ້ວ ຮຽກຮ້ອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ຄວນ​ມີ​ຄວາມ​ຮັບ​ຮູ້​ລວມກ່ຽວ​ກັບ​ກົດໝາຍ​ສາກົນ​ກ່ຽວກັບທະເລ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​​ເພື່​ອ​ເປັນ​ພື້ນຖານ​​ເພີ່ມ​ທະວີ​ການ​ເຈລະຈາ, ຍູ້​ແຮງ​ການ​ຮ່ວມ​ມື ​ເພື່ອ​ຜົນ​ປະ​ໂຫຍ​ດລວມ ​ແລະ ຈາກ​ນັ້ນ ຊອກ​ຫາ​ບັນດາ​ມາດ​ຕະການ​ໃຫ້​ບັນດາ​ບັນຫາ​ຄວາມ​ສະຫງົບ​ປອດ​ໄພ​ບົນ​ທະ​ເລ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ