ດ້ວຍລົດນົວຂອງຊີ້ນ, ກອບຂອງໜັງໝູ, ລົດຝາດຂອງໃບໝາກເດື່ອ, ໃບໝາກ ສີດາ, ລົດເຜັດຂອງນ້ຳຊ໋ອດໝາກເຜັດ, ເຍື່ອງອາຫານຊີ້ນສົ້ມ ແທງເຊີນ ໄດ້ເຮັດໃຫ້ຜູ້ບໍລິໂພກຍາກທີ່ຈະຫຼົງລືມໄດ້.
ເຍື່ອງອາຫານຊີ້ນສົ້ມ ແທງເຊີນໃນແຂວງຟູ້ເຖາະ
|
ເວລາ 9 ໂມງເຊົ້າ, ຂ້າພະເຈົ້າໄດ້ມີໜ້າຢູ່ບ້ານຂອງລຸງ ເຈີນວັນງ້າຍ ຫ່າງຈາກໃຈກາງເທດສະບານເມືອງ ແທງເຊີນ ແຂວງຟູ້ເຖາະປະມານ 10 ກວ່າກິໂລແມັດ. ໃນເວລານີ້, ລຸງງ້າຍພວມລ້າງໄມ້ເຮ້ຍແຕ່ລະປ້ອງຢູ່ຂ້າງນ້ຳສ້າງຕິດກັບເຮືອນຄົວ, ສ່ວນນາງຮວາ ລູກໄພ້ຂອງລຸງງ້າຍຫາກໍມາແຕ່ຕະຫຼາດ ກໍຂ້ຽວລ້າງຊີ້ນໝູໃຫ້ສະອາດເພື່ອກຽມປຸງແຕ່ງ ເຍື່ອງອາຫານຊີ້ນສົ້ມທີ່ເຄີຍເຮັດມາແຕ່ດົນນານແລ້ວ. ນາງຮວາ ທັງລ້າງຊີ້ນ ທັງເວົ້າວ່າ :
“ ເພື່ອເຮັດຊີ້ນສົ້ມຕາມມາດຕະຖານ, ທີ 1 ແມ່ນຕ້ອງເລືອກເອົາຊີ້ນໝູຊະນິດຖືກລ້ຽງແບບປ່ອຍຕາມທຳມະຊາດ, ຖ້າຫາກເປັນໝູລ້ຽງ ກໍຕ້ອງລ້ຽງດ້ວຍມັນ, ສາລີ ຫຼືຮຳຈຶ່ງຈະໄດ້ຊີ້ນທີ່ແຊບນົວ ແລະ ແໜ້ນດີ. ທີ 2 ຕ້ອງເລືອກເອົາຊີ້ນໝູສ່ວນກົ້ນ, ຊີ້ນສັນ ແລະ ຕ້ອງແມ່ນຊີ້ນສົດໆເລີຍ”
ພາຍຫຼັງທີ່ ໄດ້ລ້າງຊີ້ນໃຫ້ສະອາດແລ້ວ, ລຸງງ້າຍກໍເອົາຊີ້ນມາຊອຍເປັນຕ່ອນບາງໆ ຍາວປະມານ 3 cm ເທົ່ານັ້ນ. ຍ້ອນແມ່ນໝູຖືກລ້ຽງແບບປ່ອຍຕາມທຳມະຊາດ, ດັ່ງນັ້ນມັນແຊບທີ່ສຸດ.
ໃນເຮືອນຄົວ ກ້ວາງປະມານ 20 ຕາແມັດ, ພື້ນຖືກປູດ້ວຍກາໂຣສີແດງ, ຝາກໍຖືກຕິດກາໂຣສູງ 1 ແມັດ ເປັນໜ້າສະອາດງາມຕາ, ເຫັນ ລຸງງ້າຍ ພວມເອົາຊີ້ນໝູໃສ່ຊາມ, ແລ້ວກໍເອົາເກືອ, ແປ້ງນົວ ແລະ ນ້ຳປາໃສ່ເພື່ອເອືອບປະມານ 30 ນາທີ່.
ອ້າຍລອງ, ຜົວຂອງນາງຮວາພວມນັ່ງຂົ້ວສາລີ. ລາວຕ້ອງເຮັດໄຟພໍດີເພື່ອຂົ້ວສາລີໃຫ້ສະເໝີ.
“ ສຳລັບການປຸງແຕ່ງຊີ້ນສົ້ມ, ສາລີຂົ້ວກໍແມ່ນໜຶ່ງໃນບັນດາວັດຖຸດິບທີ່ສຳຄັນ ແລະ ຂາດບໍ່ໄດ້. ເພື່ອມີສາລີຂົ້ວທີ່ມີລົດຫອມ ແລະ ນົວນັ້ນ, ຕ້ອງນຳເອົາສາລີເປັນຮວງໄປຢ້າງຄ່າປະມານແຕ່ 1 ຫາ 2 ເດືອນ, ຫຼັງຈາກນັ້ນ ກໍແກະເອົາສາລີອອກຈາກຮວງ, ແລ້ວນຳໄປຂົ້ວຈົນສຸກເຫຼືອງ, ຕໍ່ຈາກນັ້ນກໍນຳໄປຕຳໃຫ້ແຫຼກ ”
ອ້າຍລອງໄດ້ຕຳສາລີຈົນເປັນແປ້ງ, ແລ້ວເອົາມາຄົນໃສ່ກັບຊີ້ນຢ່າງສະໝ່ຳສະເໝີ. ຂັ້ນຕອນນີ້ ແມ່ນຕ້ອງການມີຄວາມຄ່ອງແຄ້ວ ແລະ ບົດຮຽນຂອງຜູ້ປຸງແຕ່ງ, ເຮັດແນວໃດເພື່ອໃຫ້ເຄື່ອງເທດ, ເກືອ, ແປ້ງນົວ ແລະ ແປ້ງສາລີຊຶມເລິກເຂົ້າຊີ້ນຢ່າງສະໝ່ຳສະເໝີ.
ຢູ່ຂ້າງໂຕະ ອີນ໋ອກ ວາງຕິດກັບຝາເຮືອນຄົວ, ນາງຮວາໄດ້ເອົາຜ້າເຊັດໄມ້ເຮ້ຍແຕ່ລະປ້ອງ, ແລ້ວກໍເອົາໃບໝາກສີດາປະມານ 3-4 ໃບຮອງໃສ່ພື້ນປ້ອງໄມ້ເຮ້ຍ. ສ່ວນລຸງງ້າຍ ກໍຄີບເອົາຊີ້ນທີ່ໄດ້ເອືອບກັບແປ້ງສາລີນັ້ນປະມານຢຸບໜຶ່ງ, ໃສ່ປ້ອງໄມ້ເຮ້ຍ. ລຸງງ້າຍ ເປີດເຜີຍວ່າ :
“ ໄມ້ເຮ້ຍເມື່ອຕັດເອົາມາຈາກໂນນ, ຕ້ອງປະໃຫ້ແຫ້ງ, ແລ້ວຕັດເອົາຂໍ້ເບື້ອງໜຶ່ງອອກໂດຍໃຫ້ມີຄວາມຍາວປະມານ 30 cm, ຫຼັງຈາກນັ້ນລ້າງໃຫ້ສະອາດ ແລະ ນຳໄປຕາກໃຫ້ແຫ້ງ. ຕາມບົດຮຽນຂອງຂ້າພະເຈົ້າແລ້ວ, ຄວນເລືອກເອົາໄມ້ເຮ້ຍບໍ່ແກ່ຫຼືບໍ່ອ່ອນເກີນໄປ ”
ນາງຮວາໄດ້ເອົາໃບຕອງກ້ວຍອັດປາກປ້ອງໄມ້ເຮ້ຍໃຫ້ແໜ້ນ, ແລ້ວນຳໄປຢ້າງຄ່າປະມານ 3-4 ມື້ ກໍອາດຈະກິນໄດ້. ຊີ້ນສົ້ມ ເຄີຍກິນກັບໃບເດື່ອ, ໃບສີດາ…. ເມື່ອກິນແລ້ວ ກໍຮູ້ສຶກມີລົດນົວຂອງຊີ້ນ, ລົດກອບຂອງໜັງໝູ ປະສານກັບລົດສົ້ມຂອງແປ້ງສາລີ, ລົດຝາດຂອງໃບໝາກເດື່ອພ້ອມກັບລົດເຜັດຂອງນ້ຳຊ໋ອດໝາກເຜັດ.