CPTPP - ສັນຍາໃໝ່ເປີດກາລະໂອກາດໃຫ້ແກ່ການຮ່ວມມືທົ່ວໂລກ

(VOVWORLD) - ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມ ປາຊີຟິກ (CPTPP), ແມ່ນຊື່ເອີ້ນໃໝ່ຂອງສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP) ບໍ່ມີການເຂົ້າຮ່ວມຂອງ ອາເມລິກາ, ແມ່ນໝາກຜົນທີ່ຝ່າຍຕ່າງໆບັນລຸໄດ້ໃນສັບປະດາຂັ້ນສູງ APEC.
CPTPP - ສັນຍາໃໝ່ເປີດກາລະໂອກາດໃຫ້ແກ່ການຮ່ວມມືທົ່ວໂລກ - ảnh 1ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ຫວຽດນາມ Lee Hyuk. (VOV) 

ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມ ປາຊີຟິກ (CPTPP), ແມ່ນຊື່ເອີ້ນໃໝ່ຂອງສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP) ບໍ່ມີການເຂົ້າຮ່ວມຂອງ ອາເມລິກາ, ແມ່ນໝາກຜົນທີ່ຝ່າຍຕ່າງໆບັນລຸໄດ້ໃນສັບປະດາຂັ້ນສູງ APEC. CPTPP ໃໝ່ ພຽງແຕ່ແມ່ນບາດກ້າວທຳອິດ ແຕ່ມັນມີຄວາມໝາຍທີ່ສຸດ ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຕໍ່ທ່າອ່ຽງໂລກາພິວັດດ້ວຍເນື້ອໃນແກ່ນສານ ແມ່ນການຮ່ວມສຳພັນ ແລະ ການຮ່ວມມືພັດທະນາໄດ້ຮັບການຢັ້ງຢືນ. ບົດຂຽນ “CPTPP - ສັນຍາໃໝ່ເປີດກາລະໂອກາດໃຫ້ແກ່ການຮ່ວມມືທົ່ວໂລກ” ຂອງກຸ່ມນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ.

        11 ປະເທດໄດ້ເຫັນດີເຫັນພ້ອມເຊິ່ງລວມມີ:  ອົດສະຕາລີ, ບຣູໄນ, ການາດາ, ຈີເລ, ຍີ່ປຸ່ນ, ມາເລເຊຍ, ແມັກຊີໂກ, ນີວຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ, ຢູ່ນອກສັບປະດາຂັ້ນສູງ APEC ທີ່ຫາກໍ່ຈັດຕັ້ງຢູ່ນະຄອນ ດ່ານັ້ງ, ປະເທດ ຫວຽດນາມ, ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຍັງຮັກສາບັນດາເນື້ອໃນຂອງສັນຍາ TPP ເດີມ, ແຕ່ອະນຸຍາດໃຫ້ບັນດາປະເທດສະມາຊິກໂຈະບາງພັນທະໜ້າທີ່ທີ່ຈຳກັດຂອງຕົນ. ບັນດາລັດຖະມົນຕີທີ່ຮັບຜິດຊອບເສດຖະກິດ ຂອງ 11 ພື້ນຖານເສດຖະກິດ APEC ເຂົ້າຮ່ວມສັນຍາ TPP ເຫັນດີເຫັນພ້ອມໂດຍຖືວ່າ: ສັນຍາ CPTPP ແມ່ນສັນຍາຮອບດ້ານ ແລະ ກຳນົດມາດຖານສູງບົນພື້ນຖານຄວາມດຸ່ນດ່ຽງບັນດາຜົນປະໂຫຍດຂອງບັນດາປະເທດສະມາຊິກທີ່ມີການຄິດໄລ່ຊັ່ງຊາເຖິງລະດັບພັດທະນາຂອງບັນດາປະເທດ.      

        ອາດເວົ້າໄດ້ວ່າ, CPTPP ແມ່ນການກຳເນີດຟື້ນຟູຂອງ TPP ທີ່ພວມຢູ່ໃນສະພາບປະສົບກັບຄວາມຫຍຸ້ງຍາກ ໃນຂະນະທີ່ ອາເມລິກາ ຖະແຫຼງຖອນອອກຈາກສັນຍານີ້. ບັນດານັກຊ່ຽວຊານສາກົນຕີລາຄາວ່າ ນີ້ແມ່ນບາດກ້າວບຸກທະລຸໃຫ້ແກ່ການຄ້າເສລີ ໃນພາກພື້ນ, ໃນສະພາບການທີ່ທ່າອ່ຽງການປົກປ້ອງ ແລະ ລັດທິຊົນຊາດ ພວມຟື້ນຕົວຂຶ້ນຢ່າງແຮງ. ເພື່ອບັນລຸໄດ້ໝາກຜົນນີ້, ບັນດາລັດຖະມົນຕີມີ 3 ວັນໂຮມປະຊຸມດ້ວຍຄວາມເຄັ່ງຕຶງແຕ່ວັນທີ 8 – 10 ພະຈິກ ຢູ່ນອກຮອບສັບປະດາຂັ້ນສູງ APEC 2017. ໂດຍເປັນປະທານຮ່ວມໃນບັນດາວາລະປະຊຸມ, ຍີ່ປຸ່ນ ແລະ ພື້ນຖານເສດຖະກິດເປັນເຈົ້າພາບ ຫວຽດນາມ ສວມບົດບາດສຳຄັນໃນຄວາມມານະພະຍາຍາມຊອກຫາມາດຕະການໃຫ້ແກ່ TPP 11 ເມື່ອບໍ່ມີ ອາເມລິກາ.

CPTPP - ສັນຍາໃໝ່ເປີດກາລະໂອກາດໃຫ້ແກ່ການຮ່ວມມືທົ່ວໂລກ - ảnh 2

ປອ Alan Bollard  ຜູ້ອຳນວຍການບໍລິຫານຄະນະເລຂາ APEC (Văn Điệp/TTXVN)

        ທ່ານ ເຈີ່ນຕ໋ວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ບໍ່ສະເພາະແຕ່ ຫວຽດນາມ ເທົ່ານັ້ນ ຫາກບັນດາປະເທດກໍ່ລ້ວນແຕ່ຕ້ອງພິຈາລະນາຕີລາຄາຄືນຄວາມຮຽກຮ້ອງຕ້ອງການ, ຜົນປະໂຫຍດກໍ່ຄືຈຸດດຸ່ນດ່ຽງເພື່ອຮັກສາສັນຍານີ້ຢູ່ໃນລະດັບຄຸນນະພາບສູງ. ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ, ເນັ້ນໜັກວ່າ:

        “ໃນສະພາບການໃໝ່, ເມື່ອມີປະເທດໜຶ່ງຖອນອອກຈາກ TPP 12, ແຕ່ທຸກໆປະເທດທີ່ຍັງເຫຼືອທັງໝົດ ລ້ວນແຕ່ຢັ້ງຢືນຄວາມຕັດສິນໃຈ ແລະ ຄວາມປາດຖະໜາຢາກສືບຕໍ່ເດີນຕາມເສັ້ນທາງນີ້. ຍ້ອນເຫດນັ້ນ, ຄຸນລັກສະນະ ແລະ ຄຸນນະພາບຂອງສັນຍາສະແດງໃຫ້ເຫັນຜ່ານການເພີ່ມເຕີມ 2 ຄຳສັບ “ຮອບດ້ານ” ແລະ “ກ້າວໜ້າ”, ແມ່ນສິ່ງທີ່ບັນດາລັດຖະມົນຕີຂອງ TPP 11 ເຫັນດີເຫັນພ້ອມ ແລະ ຢາກເນັ້ນໜັກ, ຖືນີ້ແມ່ນຄາດໝາຍລວມ ມີລັກສະນະກວມລວມຂອງສັນຍາ. ດັ່ງນັ້ນ, ຊື່ເອີ້ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງສູງ.”

        ສຳລັບ CPTPP, ຄວາມໄວ້ເນື້ອເຊື່ອໃຈຕໍ່ທ່າອ່ຽງໂລກາພິວັດ ດ້ວຍເນື້ອໃນແກ່ນສານແມ່ນການຮ່ວມສຳພັນ ແລະ ການຮ່ວມມືພັດທະນາໄດ້ຮັບການຢັ້ງຢືນ.  ເລື່ອງຮັກສາ, ຄວາມສະໜິດຕິດພັນ 11 ພື້ນຖານເສດຖະກິດ ເຂົ້າໃນສັນຍາພັດທະນາຢູ່ໃນລະດັບສູງສຸດໃນເງື່ອນໄຂ ອາເມລິກາ, ເສົາຄ້ຳສຳຄັນພິເສດຖອນອອກຈາກ TPP, ມີຄຸນຄ່າຂອງ “ຖະແຫຼງການ”, ສານທີ່ວ່າ ທ່າອ່ຽງຮ່ວມສຳພັນພັດທະນາຢູ່ໃນລະດັບສູງສຸດ ຈະນຳມາເຊິ່ງ ບັນດາຜົນປະໂຫຍດ ແຫ່ງການພັດທະນາອັນໃຫຍ່ຫຼວງ ບໍ່ອາດປ່ຽນແປງໄດ້, ນັບທັງບໍ່ມີການເຂົ້າຮ່ວມຂອງ ອາເມລິກາ.

        ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ, ໃຫ້ຮູ້ວ່າ: ພ້ອມກັບ ຍີ່ປຸ່ນ, ຫວຽດນາມ ສວມບົດບາດສຳຄັນໃນການຊອກຫາມາດຕະການໃຫ້ແກ່ TPP, ເປີດກາລະໂອກາດ ໃຫ້ແກ່ການຊຸກຍູ້ການຮ່ວມມືໂລກາພິວັດ:

        “ຜ່ານການເຈລະຈາ TPP 11 ດ້ວຍເປົ້າໝາຍຮັກສາ ສັນຍາ TPP 12 ຢູ່ບັນດາມາດຖານສູງສຸດ ໄດ້ຈຸດຄວາມຫຍຸ້ງຍາກໃຫ້ທຸກໆປະເທດ ເມື່ອຕ້ອງຊອກຫາຄວາມດຸ່ນດຽງ ເພື່ອຮັກສາ TPP ໃນສະພາບການໃໝ່. ຫວຽດນາມ ມີບັນດາການຄົ້ນຄ້ວາ, ຕີລາຄາ ຈາກພຶດຕິກຳຕົວຈິງລະອຽດ ເພື່ອຮຽກຮ້ອງ ການປະຕິຮູບການເປີດປະຕູ ແລະ ການປະຕິບັດການເຊື່ອມໂຍງ, ກໍ່ຄືດ້ວຍບັນດາຄວາມຮຽກຮ້ອງອື່ນໆໃນຂົງເຂດ ການເມືອງ - ເສດຖະກິດ - ສັງຄົມ, ເພື່ອສາມາດຍົກອອກມາທັດສະນະຮັບປະກັນຄວາມດຸ່ນດ່ຽງ, ຜົນປະໂຫຍດຂອງ ຫວຽດນາມ ໃນການເຂົ້າຮ່ວມ TPP 11. ແຕ່ພ້ອມກັນນັ້ນ ກໍ່ປະກອບສ່ວນນຳ TPP 11 ບັນລຸໄດ້ຄວາມເຫັນດີເຫັນພ້ອມລວມເພື່ອນຳເຂົ້າປະຕິບັດໂດຍໄວ”

        ບັນດາລັດຖະມົນຕີຂອງ TPP 11 ໄດ້ເຫັນດີ ແລະ ຢາກເນັ້ນໜັກ, ຄຸນລັກສະນະ ແລະ ຄຸນນະພາບຂອງສັນຍາ CPTTP ຜ່ານ 2 ຄຳສັບເພີ່ມເຕີມແມ່ນ “ຮອບດ້ານ” ແລະ “ກ້າວໜ້າ”, ຖືນີ້ແມ່ນຈຸດໝາຍລວມມີລັກສະນະກວມລວມຂອງສັນຍາ. ທ່ານ Toshimitsu Motegi, ລັດຖະມົນຕີສ້າງເສດຖະກິດຄືນໃໝ່ ຍີ່ປຸ່ນ ເນັ້ນໜັກວ່າ ບັນດາພື້ນຖານເສດຖະກິດສະມາຊິກບັນລຸໄດ້ຄວາມເຫັນດີເຫັນພ້ອມໃນໄລຍະສັ້ນໆ ພ້ອມທັງເຫັນດີເຫັນພ້ອມ ກ່ຽວກັບຄວາມສຳຄັນຂອງການຮັກສາຂໍ້ຕົກລົງ. ເລື່ອງ “ໂຈະຊົ່ວຄາວ” ບາງມາດຕາຂອງຂໍ້ຕົກລົງແມ່ນມາດຕະການງ່າຍດາຍທີ່ສຸດ ໃນຈຸດເວລານີ້ ເພື່ອອາດສາມາດສືບຕໍ່ຜັນຂະຫຍາຍ, ໃນຂະນະທີ່ຍັງຄິດໄລ່ຊັ່ງຊາກ່ຽວກັບກໍລະນີ ອາເມລິກາ ອາດຈະກັບຄືນມາໃນອະນາຄົດ. ທ່ານ Toshimitsu Motegi, ລັດຖະມົນຕີສ້າງເສດຖະກິດຄືນໃໝ່ ຍີ່ປຸ່ນ ກ່າວວ່າ:

        “ຂໍ້ຕົກລົງນີ້ໄດ້ແປເປັນພາສາ ຝຣັ່ງ, ອັງກິດ ມີຄຸນຄ່າເທົ່າກັບ TPP 12 ແລະ ຈະມີຜົນສັກສິດ 60 ວັນພາຍຫຼັງຢ່າງໜ້ອຍສຸດມີ 6 ພື້ນຖານເສດຖະກິດສະມາຊິກຮັບຮອງເອົາ. ສັນຍາສະບັບໃໝ່ຈະໂຈະ 20 ມາດຕາຂອງຂໍ້ຕົກລົງ TPP ໃນເບື້ອງຕົ້ນ ໃນນັ້ນມີ 12 ມາດຕາ ກ່ຽວຂ້ອງເຖິງຊັບສິນທາງ. ນອກຈາກນັ້ນ, ຍັງມີ 4 ຂໍ້ ສະເພາະ ເພື່ອໃຫ້ບັນດາຝ່າຍເຈລະຈາເຫັນດີເປັນເອກະສັນໃນໄລຍະຈະມາເຖິງ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ພວກເຮົາລ້ວນແຕ່ກຳນົດວ່າຈະຕ້ອງບັນລຸໄດ້ຂໍ້ຕົກລົງຢູ່ ດ່ານັ້ງ. ພວກຂ້າພະເຈົ້າຍັງຄົງພະຍາຍາມຕ້ອງດຸ່ນດຽງ, ຮັກສາຄຸນນະພາບສູງ ໃນຂະນະທີ່ຕ້ອງມີລັກສະນະແທດຈິງ ເພື່ອໃຫ້ບັນດາປະເທດ ສະມາຊິກສາມາດປະຕິບັດໄດ້.”

        ໝາກຜົນທີ່ບັນລຸໄດ້ຢູ່ ດ່ານັ້ງ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມອັນໃຫຍ່ຫຼວງ ຂອງ 11 ປະເທດ TPP, ໃນນັ້ນ ຕ້ອງເວົ້າເຖິງບົດບາດຕັ້ງໜ້າຂອງ ຍີ່ປຸ່ນ ແລະ ພື້ນຖານເສດຖະກິດເຈົ້າພາບ APEC ຫວຽດນາມ, ເພື່ອແນໃສ່ຊຸກຍູ້ ການເຕີບໂຕດ້ານເສດຖະກິດ, ສ້າງວຽກເຮັດງານທຳ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງຄວາມສະດວກໃຫ້ແກ່ການພັດທະນາການຄ້າ ແລະ ເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງບັນດາປະເທດໃນພາກພື້ນ. ພ້ອມທັງກໍ່ແມ່ນບັນດາຄວາມມານະພະຍາຍາມຂອງບັນດາປະເທດໃນການສືບຕໍ່ເປີດປະຕູ ແລະ ປະຕິບັດການເຊື່ອມໂຍງມີປະສິດທິຜົນ ຕໍ່ກັບໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ