ປີຜ່ານມາ, ຫວຽດນາມ ຕ້ອງປະເຊີນໜ້າກັບອາກາດໜາວຈັດຢູ່ພາກເໜືອ, ສະພາບໄພແຫ້ງແລ້ງ, ນ້ຳເຄັມຊືມເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງ, ໄຕງວຽນ ແລະ ທາງທິດໃຕ້ພາກກາງ. ພ້ອມກັນນັ້ນແມ່ນເຫດການສິ່ງແວດລ້ອມທະເລຢູ່ 4 ແຂວງທາງພາກກາງ, ບັນດາເຫດນ້ຳແກ່ງຢ່າງລຽນຕິດໃນຊຸມເດືອນທ້າຍປີ ໄດ້ກໍ່ຄວາມເສຍຫາຍ ແລະ ສົ່ງຜົນສະທ້ອນອັນໃຫຍ່ຫຼວງເຖິງການຜະລິດ ແລະ ການສົ່ງອອກຂອງທົ່ວຂະແໜງກະສິກຳ. ເຖິງຢ່າງໃດກໍ່ຕາມ, ປີ 2016 ອັດລົງ, ກະສິກຳຂອງຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນ “ເສົາຄ້ຳຊ່ວຍ” ຂອງພື້ນຖານເສດຖະກິດ, ບັນລຸຜົນສຳເລັດດ້ວຍລະດັບເຕີບໂຕ 1,36%. ວົງເງິນສົ່ງອອກຜະລິດຕະພັນກະເສດບັນລຸລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ດ້ວຍລະດັບ 32,1 ຕື້ USD. ມີຜະລິດຕະພັນກະເສດຫຼາຍຢ່າງ ບັນລຸໄດ້ບາດກ້າວບຸກທະລຸ ປະກອບສ່ວນຮັບປະກັນລະດັບເຕີບໂຕບວກຄື: ຜັກ, ໝາກໄມ້, ສິນໃນນ້ຳ, ລ້ຽງສັດ.
ຕໍ່ໜ້າການຜັນແປທີ່ສັບສົນຈາກການປ່ຽນແປງຂອງດິນຟ້າອາກາດຢ່າງລຽນຕິດ ແລະ ຍາກທີ່ຈະຄາດຄະເນໄດ້, ພິເສດແມ່ນພະຍຸ, ໄພແຫ້ງແລ້ງ, ນ້ຳເຄັມຊືມເຂົ້ານັບມື້ນັບເພີ່ມຂຶ້ນ, ຂະແໜງກະສິກຳໄດ້ຕັ້ງໜ້າເປັນເຈົ້າການພັດທະນາກະສິກຳຕາມທິດໝັ້ນຄົງ, ພິເສດແມ່ນບັນດາຂະແໜງສິນຄ້າຕົ້ນຕໍ່ຮັບໃຊ້ການສົ່ງອອກ, ໃນນັ້ນໄດ້ພິຈາລະນາການປະສານສົມທົບບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນຊຸມປີຈະມາເຖິງ. ທ່ານ ດັ້ງກິມເຊີນ, ອະດີດຫົວໜ້າສະຖາບັນນະໂຍບາຍ ແລະ ຍຸດທະສາດພັດທະນາກະສິກຳ, ຊົນນະບົດຫວຽດນາມ ໃຫ້ຮູ້ວ່າ.
“ບັນດາສິ່ງທີ່ພວມຄິດໄລ່ເຖິງນັ້ນແມ່ນ ຕ້ອງໄດ້ນຳເຂົ້າລາຍການ, ແຜນການຮັບມື, ບໍ່ພຽງແຕ່ແມ່ນໃນບັນດາແຜນການໄລຍະກາງ, ໄລຍະຍາວເທົ່ານັ້ນ, ຫາກນັບທັງແຜນການປະຈຳປີອີກດ້ວຍ. ສິ່ງດັ່ງກ່າວບໍ່ພຽງແຕ່ສະແດງອອກໃນແຜນຮ່າງຂອງລັດເທົ່ານັ້ນ, ຫາກຍັງແຈ້ງໃຫ້ຊາວກະສິກຳ, ວິສາຫະກິດ, ອຳນາດການປົກຄອງເຂົ້າໃຈແຈ້ງບັນດາຜົນກະທົບທີ່ຫຍໍ້ທໍ້ ຍ້ອນການປ່ຽນແປງຂອງດິນຟ້າອາກາດກໍຂຶ້ນອີກດ້ວຍ ເພື່ອເປັນເຈົ້າການຫຼິກລ້ຽງ”.
ປີ 2016, ສະເພາະຂົງເຂດກະສິກຳ, ໄພທຳມະຊາດໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງໃນຂົງເຂດປູກຝັງ, ພາໄປເຖິງການເຕີບໂຕຂອງຂະແໜງໃນ 6 ເດືອນຕົ້ນປີ ຢູ່ໃນລະດັບລົບ 0,18%. ບັນດານັກຊ່ຽວຊານຄາດຄະເນວ່າ, ປີ 2017, ກະສິກຳຈະສືບຕໍ່ປະເຊີນໜ້າກັບໄພທຳມະຊາດແບບໃໝ່, ດັ່ງນັ້ນ, ເລື່ອງເປັນເຈົ້າການໃນວຽກງານຄາດຄະເນແມ່ນມີຄວາມສຳຄັນທີ່ສຸດ. ທ່ານ ເຈີ່ນກວາງຮ່ວາຍ, ຮອງຫົວໜ້າກົມຊົນລະປະທານ ຖືວ່າ.
“ກ່ອນອື່ນໝົດຕ້ອງກ່ຽມພ້ອມເລື່ອງເປັນເຈົ້າການ. ວຽກງານຄາດຄະເນຕ້ອງຊັດເຈນ, ທັນການກວ່າ, ຄາດຄະເນຍາວກວ່າ. ອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນຕ້ອງເປັນເຈົົ້າການກວ່າ. ດ້ວຍທິດນຳ “4 ກັບທີ” ມີຄວາມໝາຍສຳຄັນທີ່ສຸດໃນການຮັບມີກັບໄພທຳມະຊາດ. ລະດັບໄພທຳມະຊາດແຕ່ລະປະເພດ ແລະ ເງື່ອນໄຂພູມມີສັນຖານແຕ່ລະເຂດ ຈະນຳໃຊ້ທິດນຳ “4 ກັບທີ” ທີ່ແຕກຕ່າງກັນ. ໃນໄລຍະຍາວ, ຕ້ອງກຳນົດບັນດາປະເພດໄພທຳມະຊາດທີ່ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງ, ໃນເນື້ອທີ່ກວ້າງຂວາງ ພ້ອມກັນນັ້ນແມ່ນກໍ່ສ້າງບັນດາແຜນການ, ກ່ຽວກັບວິທີຮັບມືກັບບັນດາໄພທຳມະຊາດໃຫຍ່ດັ່ງກ່າວ”.
ໃນປີ 2017, ຂະແໜງກະສິກຳສືບຕໍ່ໜູນຊ່ວຍຍົກສູງປະສິດທິຜົນສ້າງໂຄງປະກອບກະສິກຳຄືນໃໝ່ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່. ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຊວນເກື່ອງ ຖືວ່າ: ເພື່ອຮັກສາລະດັບເຕີບໂຕໃຫ້ໄດ້, ຂະແໜງກະສິກຳຈະສຸມໃສ່ສ້າງໂຄງປະກອບຂະແໜງຕາມທິດສ້າງ “ຜະລິດຕະພັນຕົ້ນຕໍ່ 3 ຂັ້ນ” ລວມມີ: ຜະລິດຕະພັນແຫ່ງຊາດ, ໃນເບື້ອງຕົ້ນຄັດເລືອກຜະລິດຕະພັນຕົ້ນຕໍ່ 10 ຢ່າງ ທີ່ມີມູນຄ່າສົ່ງອອກ 1 ຕື້ USD ຂຶ້ນໄປ; ຈາກນັ້ນແມ່ນຜະລິດຕະພັນຕົ້ນຕໍ່ຂອງແຂວງ ແລະ ຜະລິດຕະພັນສະເພາະຂອງບັນດາທ້ອງຖິ່ນ… ໃນນັ້ນ, ພິເສດແມ່ນຕ້ອງເອົາໃຈໃສ່ເຖິງການສ້າງແຜນສັງລວມການຜະລິດຄືນໃໝ່ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານລັດຖະມົນຕີ ຫງວຽນຊວນເກື່ອງ ຊີ້ແຈ້ງວ່າ.
“ໃນແຜນສັງລວມ, ແຕ່ເຂດພາກຕ້ອງຄັດເລືອກເປົ້າໝາຍການຜະລິດ, ຂະໜາດການຜະລິດ, ນຳໃຊ້ເຕັກໂນໂລຊີທີ່ເໝາະສົມເພື່ອຫຼຸດຜ່ອນຜົນກະທົບທີ່ຫຍໍ້ທໍ້ຈາກໄພທຳມະຊາດທີ່ເກີດຂຶ້ນເປັນປະຈຳຢູ່ທ້ອງຖິ່ນ. ການຜະລິດກະສິກຳຢູ່ບັນດາເຂດຕ້ອງໄດ້ຮັບການກໍ່ສ້າງເພື່ອຮັບມື, ຫັນບັນດາສິ່ງບໍ່ເປັນຜົນປະໂຫຍດຂອງການປ່ຽນຂອງດິນຟ້າອາກາດໃຫ້ເປັນທ່າແຮງໃນການພັດທະນາແບບຍືນຍົງ”.
ໃນສະພາບປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຍັງບໍ່ທັນມີສັນຍານຫຼຸດລົງ, ກ້າວເຂົ້າປີ 2017, ທົ່ວຂະແໜງກະສິກຳ ສູ້ຊົນບັນລຸລະດັບເຕີບໂຕ GDP ສຳລັບຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳບັນລຸໃຫ້ໄດ້ແຕ່ 2,5 ຫາ 2,8%; ນີ້ແມ່ນຄາດໝາຍລະອຽດ ສ້າງປະຖົມປັດໃຈສຳຄັນເພື່ອປະຕິບັດແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ແຜນການພັດທະນາຂະແໜງກະສິກຳໄລຍະ 5 ປີ 2016 – 2020 ໃຫ້ສຳເລັດຜົນ.