ເຖິງຢ່າງໃດກໍ່ຕາມ, ເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ຮັບການເຕີບໂຕໃນແຕ່ລະປີ, ແຕ່ລັກສະນະໝັ້ນຄົງຍັງບໍ່ທັນສູງ; ຂອບເຂດການຜະລິດຍັງກະແຈກກະຈາຍ ແລະ ບໍ່ເປັນປົກກະຕິ, ສະນັ້ນຍັງບໍ່ທັນຕອບສະໜອງໄດ້ບາງມາດຕະຖານສາກົນ. ນອກນັ້ນ, ເນື້ອທີ່ດິນທຳການຜະລິດພວມຖືກຮັດແຄບ ຍ້ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ນ້ຳເຄັມຊຶມເຂົ້າ ແລະ ສະພາບມົນລະພິດຕໍ່ສິ່ງແວດລ້ອມຈະແມ່ນບັນດາສິ່ງທ້າທາຍ ແລະ ເປັນສິ່ງກີດຂວາງອັນໃຫຍ່ຫຼວງສຳລັບການຜະລິດກະສິກຳຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ຕາມທ່ານ ເລກວາງຈິ໋, ຫົວໜ້າສະຖາບັນຄົ້ນຄວ້າການປ່ຽນແປງຂອງດິນຟ້າອາກາດ, ມະຫາວິທະຍາໄລເກີນເທີ ແລ້ວ, ປະຈຸບັນ, ການຮັບມືຍັງມືລັກສະນະຄອບຄົວ ແລະ ເຮັດດ້ວຍຕົນເອງ… ສະນັ້ນ, ທ້ອງຖິ່ນຕ່າງໆຕ້ອງມີບັນດາການວາງແຜນນະໂຍບາຍຢ່າງຈະແຈ້ງ, ກຳນົດເລື່ອງຮ່ວມສຳພັນເຂດຕາມທິດສຳພັດກັບເຂດ, ຫຼາຍຂະແໜງເພື່ອເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນ, ຂອງເຂດ.
“ນະໂຍບາຍ ແລະ ມະນຸດຈຶ່ງແມ່ນປັດໃຈຕັດສິນ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຜົນກະທົບຈາກແຫຼ່ງນ້ຳແມ່ນສະພາບການເກີດຂຶ້ນໂດຍທຳມະຊາດ. ໃນສະພາບຕົວຈິງ, ພວກເຮົາແກ້ໄຂພື້ນຖານນັ້ນຕາມແຕ່ລະຂັ້ນ. ມີ 2 ທິດ, ທີ່ໜຶ່ງແມ່ນພວກເຮົາປ່ຽນແປງເພື່ອຮັບມື, ທີ່ 2 ແມ່ນພວກເຮົາຮັບມືກັບການປ່ຽນແປງ.”
ທ່ານເລແທງຕຸ່ງ, ຮອງຫົວໜ້າພະແນກພືດພັນທັນຍາຫານ - ສະບຽງອາຫານ, ກົມປູກຝັງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຖືວ່າ: ບັນດາຜະລິດຕະພັນກະເສດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຍັງບໍ່ທັນສູງ ແລະ ຍັງບໍ່ທັນຕອບສະໜອງໄດ້ບາງມາດຕະຖານສາກົນ. ນອກນັ້ນ, ຍ້ອນຜົນກະທົບຈາກປະກົດການທຳມະຊາດ ສະນັ້ນສະພາບສັດຕູພືດ ແລະ ໂລກລະບາດອາດຈະເພີ່ມຂຶ້ນ. ລາຍຈ່າຍໃຫ້ການຜະລິດຈະສູງຂຶ້ນ, ໃນຂະນະນັ້ນປະສິດທິຜົນດ້ານເສດຖະກິດບໍ່ສູງ. ສະນັ້ນ, ການຮ່ວມສຳພັນການຜະລິດລະຫວ່າງທ້ອງຖິ່ນຕ່າງໆ, ວິສາຫະກິດ ແລະ ປະຊາຊົນເພື່ອສ້າງຕັ້ງບັນດາສະຫະກອນ, ຮູບແບບ, ຟາມ ຈະສ້າງບັນດາກຳລັງໜູນໃນການພັດທະນາ. ຈາກນັ້ນສ້າງພື້ນຖານກະສິກຳຕາມລະບົບຄົບວົງຈອນ ແລະ ມີຄຸນນະພາບ.
“ຕ້ອງມີຄວາມຕັດສິນໃຈຂອງລະບົບກະສິກຳ, ໃນນັ້ນລວມທັງອົງການວິຊາສະເພາະຊີ້ນຳບັນດາທ້ອງຖິ່ນ ແລະ ຊາວກະສິກອນ, ມີວິທີສັງເກດ, ຕີລາຄາລວມກ່ຽວກັບບັນດາສິ່ງສະດວກ, ຄວາມຫຍຸ້ງຍາກ ແລະ ພ້ອມກັນຈັດຕັ້ງປະຕິບັດເພື່ອພວກເຮົາສາມາດນຳໃຊ້ດິນປູກເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຢ່າງມີປະສິດທິຜົນກວ່າ”.
ຢູ່ແຂວງ ດົ່ງທ໋າບ, ກ່ອນນີ້ 3 ປີໄດ້ເລີ່ມປະຕິບັດແຜນຮ່າງສ້າງໂຄງປະກອບພື້ນຖານຂະແໜງກະສິກຳຄືນໃໝ່, ໃນນັ້ນມີບັນຫາການປ່ຽນແປງຂອງດິນຟ້າອາກາດທີ່ໄດ້ຮັບຄວາມເອົາໃຈໃສ່. ທ່ານ ເລມິງຮວານ, ເລຂາຄະນະພັກແຂວງດົ່ງທ໋າບ, ຊີ້ແຈ້ງວ່າ: ໃນໄລຍະຜ່ານມາ, ທ້ອງຖິ່ນໄດ້ມີບັນດາຂີດໝາຍຕັ້ງໜ້າໃນການຮ່ວມສຳພັນການຜະລິດກະສິກຳ ດ້ວຍວິທີປ່ຽນໃໝ່ການຈັດຕັ້ງການຜະລິດ, ຍູ້ແຮງການຮ່ວມມື, ຮ່ວມສຳພັນ, ຕະຫຼາດ. ໃນນັ້ນເອົາໃຈໃສ່ເຖິງການຫຼຸດຜ່ອນລາຍຈ່າຍແກ່ການຜະລິດ ແລະ ຜະລິດຢ່າງປອດໄພ. ຈາກນັ້ນຍົກສູງມູນຄ່າຜະລິດຕະພັນກະເສດເພື່ອເພີ່ມລາຍຮັບໃຫ້ປະຊາຊົນ. ມີສິນຄ້າຫຼາຍປະເພດຖືກຮັບປະກັນການຈຳໜ່າຍ ແລະ ສົ່ງອອກໄປຍັງຫຼາຍປະເທດໃນໂລກ.
“ຂອບຂະໜາດການຜະລິດນ້ອຍ, ກະແຈກກະຈາຍ ໄດ້ເຮັດໃຫ້ເລື່ອງສ້າງເຄື່ອງໝາຍການຄ້າປະສົບກັບຄວາມຫຍຸ້ງຍາກ ແລະ ລາຍການສົ້ນເຂົ້າເພີ່ມຂຶ້ນສູງ, ໃນປະຈຸບັນການແກ່ງແຍ່ງແມ່ນອີງໃສ່ລາຍຈ່າຍຕ່່ຳ ແລະ ຄຸນນະພາບຂອງຜະລິດຕະພັນກະເສດສູງ. ດົ່ງທ໋າບ ກໍຄືຫຼາຍທ້ອງຖິ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ພວມມຸ່ງໄປເຖິງຮູບແບບຫຼຸດຜ່ອນລາຍຈ່າຍ, ຜ່ານນັ້ນຊ່ວຍໃຫ້ພໍ່ແມ່ປະຊາຊົນສຳພັດກັບບັນດາຮູບແບບຜະລິດສະຫຼາດ, ຜະລິດຕະພັນຂອງຕົນສະອາດກວ່າ”.
ທ່ານ ເຈີນຫິວຫຽບ, ກຳມະການສະເພາະກິດຄະນະຊີ້ນຳເຂດທາງທິດຕາເວັນຕົກພາກໃຕ້, ຖືວ່າ: ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຕ້ອງເພີ່ມທະວີການຄຸ້ມຄອງ ແລະ ຕິດຕາມກວດກາບັນດາມາດຕະຖານຄຸນນະພາບບັນດາຜະລິດຕະພັນກະເສດ.
“ປະຕິບັດການສ້າງໂຄງປະກອບການຜະລິດຄືນໃໝ່ ຕ້ອງສ້າງບັນດາລະບົບມູນຄ່າ, ບັນດາຜະລິດຕະພັນມີທ່າແຮງນັບແຕ່ສົ້ນເຂົ້າໃຫ້ໄດ້, ພາຍຫຼັງເກັບກູ້ປຸ່ງແຕ່ງການຄ້າດ້ວຍຂອບຂະໜາດໃຫຍ່ພໍສົມຄວນຈຶ່ງສາມາດແກ່ງແຍ້ງໄດ້. ການຮ່ວມສຳພັນພັດທະນາບັນດາອະນຸເຂດ, ບັນດາເຂດປູກສະເພາະ, ການຜະລິດດ້ວຍຂອບຂະໜາດໃຫຍ່, ເສດຖະກິດຮ່ວມມືພັດທະນາໂດຍນຳໃຊ້ມາດຕະຖານ, ສົມທົບກັບບັນດາຂະແໜງການຂະໜາດນ້ອຍບໍ່ພຽງແຕ່ໃນຂົງເຂດກະສິກຳເທົ່ານັ້ນ, ຫາກຍັງຕ້ອງມີການສົມທົບກັນກັບການພັດທະນາການໜູນຊ່ວຍຂອງເຂດຕົວເມືອງ.”
ສ້າງໂຄງປະກອບຄືນໃໝ່ ແລະ ພັດທະນາການຜະລິດກະສິກຳຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຕິດພັນກັບການຮ່ວມສຳພັນວິສາຫະກິດກັບປະຊາຊົນ, ກັບການສະໜອງ ແລະ ຄວາມຕ້ອງການຂອງຕະຫຼາດ; ສຸມໃສ່ພັດທະນາຜະລິດຕະພັນກະເສດທີ່ມີຄຸນນະພາບສູງທີ່ມີເຄື່ອງໝາຍການຄ້າຂອງທ້ອງຖິ່ນ ແລະ ເຂດ. ຄຽງຂ້າງນັ້ນ, ສຸມໃສ່ການນຳໃຊ້ຕັກນິກທີ່ກ້າວໜ້າໃນການຜະລິດ, ຈາກການເກັບກູ້, ຮັກສາ, ຂົນສົ່ງ ເຖິງການຈຳໜ່າຍຜະລິດຕະພັນ. ຈາກນັ້ນ, ສ້າງພື້ຶ້ນຖານກະສິກຳພັດທະນາແບບຍືນຍົງໃນສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງທ້າທາຍຕໍ່ໜ້າການເຊື່ອມໂຍງເຂົ້າກັບສາກົນ.