ການສົ່ງອອກຜະລິດຕະພັນຈາກໄມ້ຂອງຫວຽດນາມ ບັນລຸລະດັບຈະເລີນເຕີບໂຕ

(vovworld) - ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສະພາບ​ການ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ ​ເຮັດ​ໃຫ້​ບັນດາຂະ​ແຫນງ​ສົ່ງ​ອອກ​ສ່ວນ​ຫລາຍ​ລ້ວນ​ແຕ່​ຖືກ​ຫລຸດ​ລົງ ຫລື ບັນລຸ​ລະດັບ​ຕຳ່. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ສະພາບ​ການ​ນັ້ນ ຍ້ອນ​ມີ​ການ​ຫັນ​ທິດ​ຢ່າງ​ວ່ອງ​ໄວ, ​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫລາດ ສະ​ນັ້ນ ວົງ​ເງິນ​ສົ່ງ​ອອກ​​​ເຄື່ອງ​ເຟີ​ນີ​ເຈີ ​ແລະ ຜະລິດ​ຕະພັນຈາກ​​ໄມ້​ຂອງ ຫວຽດນາມ ຍັງ​ຄົງບັນລຸ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ຢ່າງ​ແຮງ ​ແລະ ປີ​ນີ້ ສາມາດ​ບັນລຸ​ລະດັບ 4,6 ຕື້ USD.

ການສົ່ງອອກຜະລິດຕະພັນຈາກໄມ້ຂອງຫວຽດນາມ ບັນລຸລະດັບຈະເລີນເຕີບໂຕ - ảnh 1
ວົງ​ເງິນ​ສົ່ງ​ອອກ​​ເຄື່ອງ​ເຟີ​ນີ​ເຈີ ​ແລະ ຜະລິດ​ຕະພັນ​ຈາກ​ໄມ້​ຂອງ​ຫວຽດນາມ ​​ທັງ​ປີ​ສາມາດ​ບັນລຸ 4,6 ຕື້ USD
ພາບ:vietbao.vn

        ​ໃນ 9 ​ເດືອນ​ຕົ້ນ​ປີ 2012, ວົງ​ເງິ​ນສົ່ງ​ອອກ​​ເຄື່ອງ​ເຟີ​ນີ​ເຈີ ​ແລະ ຜະລິດ​ຕະພັນຈາກ​ໄມ້​ຂອງ ຫວຽດນາມ ບັນລຸ 3.394 ລ້ານ USD (ສະ​ເລ່ຍ​ບັນລຸ 377 ລ້ານ USD/​ເດືອນ). ສິ່ງ​ເປັນ​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ​ໃນ 2 ​ເດືອນ​ມໍ່ໆ​ມາ​ນີ້​​ແຕ່ລະ​ເດືອນບັນລຸ ​ໄດ້ 400 ລ້ານ USD. ຖ້າ​ຫາກ​ຮັກສາ​​ໄດ້​ລະດັບ​ເຕີບ​ໂຕສົ່ງ​ອອກ​ສະ​ເລ່ຍ​ໃນ 9 ​ເດືອນ​ຜ່ານ​ມາ ​ແລະ ພິ​ເສດ​ໃນ 2 ​ເດືອນ​ມໍ່ໆ​ມາ​ນີ້, ວົງ​ເງິນ​ສົ່ງ​ອອກ​​ເຄື່ອງ​ເຟີ​ນີ​ເຈີ ​ແລະ ຜະລິດ​ຕະພັນ​ຈາກ​ໄມ້​ຂອງ​ຫວຽດນາມ ​​ທັງ​ປີ​ສາມາດ​ບັນລຸ 4,6 ຕື້ USD. ​ສິ່ງ​ຫນ້າ​ສົນ​ໃຈ​ນັ້ນ​ແມ່ນ​ໄລຍະ​ຕົ້ນ​ປີການ​ສົ່ງ​ອອກ​​ເຄື່ອງ​ເຟີ​ນີ​ເຈີຍັງ​​​ໄດ້​ຮັບ​ຖື​ວ່າ​ແມ່ນ​ຂະ​ແຫນງ​ຖືກຜົນ​ສະທ້ອນ​ຢ່າງ​ຫນັກຫນ່ວງ​ຍ້ອນ​ສະພາບ​ການ​ເສດຖະກິດຂອງ​ໂລກ, ມີ​ຕະຫລາດ​ເດີມ​ຫລາຍ​ແຫ່ງ​ຂອງ ຫວຽດນາມ ຖືກ​ຮັດ​ແຄບ​​ເຂົ້າ ຫລື​ຫັນ​ທິດ​ສົ່ງ​ອອກ​ບັນດາ​ປະ​ເພດ​ສິນຄ້າ​ໃຊ້​ສອຍ​ມີ​ຄຸນ​ນະພາ​ບສູງ​ກວ່າ. ​ໃນ​ສະພາບ​ການ​ນັ້ນ ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຂອງ ຫວຽດນາມ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງຍາກ, ​ເປັນ​ຕົ້ນ​ແມ່ນ​ຕະຫລາດ​ເອີ​ລົບ​ຖືກ​ຫລຸດ​ລົງ. ບໍລິສັດ ສ່ົງ​ອອກ​​ເຄື່ອງ​ເຟີ​ນີ​ເຈີ ​ເລີມ​ຫວຽດ ​ແມ່ນ​ຫນຶ່ງ​ໃນ​​ບັນດາ​ວິ​ສາ​ຫະກິດຕົກ​ໃນ​ສະພາບ​ຄື​ແນວ​ນັ້ນ. ປີ 2011 ວົງ​ເງິນ​ສົ່ງ​ອອກ​ເຄື່ອງ​ເຟີ​ນິ​ເຈີ​ຂອງບໍລິສັດ​ນີ້​ໄປ​ຍັງ ອີ​ຢູ ບັນລຸ 7 ລ້ານ USD, ​ແຕ່​ປີ 2012 ຄາດ​ວ່າ​ບັນລຸ​ພຽງ​ປະມານ 2 ລ້ານ USD. ​ໃນ​ສະພາບ​ການ​ນັ້ນ, ​ບໍລິສັດ​ເລີມຫວຽດກໍ​ຄື​ວິ​ສາ​ຫະກິດ​ສົ່ງ​ອອກ​ຜະລິດ​ຕະພັນ​ຈາກ​ໄມ້​ຫລາຍ​ແຫ່ງ​ຂອງ​ຫວຽດນາມ ​ໄດ້​ຊອກ​ຫາ​ຕະຫລາດ​ແຫ່ງ​ໃຫມ່​ຢ່າງ​ວ່ອງ​ໄວ, ຫັນ​ທິດ​ເພື່ອ​ຮັບ​ມື​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫລາດ, ຈາກ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ບໍ່​ທັນ​ສຳ​ເລັດ​ຮູບ ​ໄປ​ສູ່ການສົ່ງ​ອອກ​​ເຄື່ອງ​ເຟີ​ນີ​ເຈີ​ທີ່ມີ​ຄຸນ​ນະພາ​ບສູງ. ​ໂດຍ​ກຳ​ໄດ້​ທ່າ​ອ່ຽງຂອງ​ຕະຫລາດ ອີ​ຢູ ກ່ອນ​ນີ້​ແມ່ນ​ເຄີຍ​ນຳ​ເຂົ້າ​ຜະລິດ​ພັນ​ຈາກ​ໄມ້ປະດັບ​ພາຍ​ນອກ​ ​ແຕ່​ປະຈຸ​ບັນ ຫັນ​ໄປ​ສູ່​ການ​ນຳ​ເຂົ້າເຄື່ອ​ງ​ເຟີ​ນີ​ເຈີ. ບໍລິສັດ​ເລີມ​ຫວຽດ ​ໄດ້​ດັດ​ປັບ​ໂຄງ​ປະກອບ​ຜະລິດ​ຕະພັນ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ. ທ່ານ Nguyen Liem ຜູ້ອຳນວຍການ​ບໍລິສັດ ​ເລີມ​ຫວຽດ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ​ໂຮງງານ​ຈຳນວນ​ຫນຶ່ງ​ຂອງ ຫວຽດນາມ ​ໃນ​ນັ້ນ ມີ​ບໍລິສັດ​ເລີມຫວຽດຕ້ອງ​ຫັນປ່ຽນ​ໂຄງ​ປະກອບ, ກ່ອນ​ນີ້ ສົ່ງ​ອອກ​ຜະລິດ​ຕະພັນ​ຈາກ​​ໄມ້ຕົບ​ແຕ່ງ​ພາຍ​ນອກ​​ໄປ​ຍັງ​ເອີ​ລົບ ​ແລະ ອາ​ເມ​ລິ​ກາກວມ 80%, ສ່ວນ 20% ​ແມ່ນ​ເຄື່ອງ​ເຟີ​ນີ​ເຈີ ​ແຕ່​ປະຈຸ​ບັນ ພວກ​ຂ້າພະ​ເຈົ້າ​ໄດ້​ສົ່ງ​ອອກຜະລິດ​ຕະພັນ​ຈາກ​ໄມ້​ຕົບ​ແຕ່ງ​ພາຍ​ນອກ 50% ​ ​ແລະ 50% ​ແມ່ນ​ເຄື່ອງ​ເຟີ​ນີ​ເຈີ. ຖ້າ​ຫາກ​ບໍ່​ມີ​ບົດຮຽນ, ການ​ຫັນປ່ຽນ​ຈະປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເປັນ​ຕົ້ນ​ແມ່ນ​ລາຍ​ຈ່າຍ​ຫັນປ່ຽນ​ອຸປະກອນ, ດ້ານ​ອື່ນ ​ເຄື່ອງ​ເຟີ​ນີ​ເຈີ ກໍ​ຮຽກຮ້ອງ​ດ້ານ​ເຕັກນິກ​ມີ​ຮູບ​ແບບ​ທີ່​ສວຍ​ງາມກວ່າ.”

        ພ້ອມ​ກັບ​ການ​ຫັນ​ທິດ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຄວາມ​ສຳ​ພັດ​ກັບ ​​ຕະຫລາດຢ່າງ​ວອ່ງ​ໄວ​ຂອງ​ວິ​ສາ​ຫະກິດ​ກໍ​ແມ່ນ​ປັດ​ໄຈ​ຕົ້ນຕໍ​ ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຜະລິດ​ຕະພັນ​ຈາກ​ໄມ້​ຮັກສາ​ທ່າ​ເຕີບ​ໂຕ​ໄດ້. ​ໃນ​ສະພາບ​ການ​ຕະຫລາດ​ເອີ​ລົບ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ມີ​ວິ​ສາ​ຫະກິດ​ສົ່ງ​ອອກ​ຫລາຍ​ແຫ່ງ​ໄດ້​ຫັນ​ທິດ​ໄປ​ຍັງ​ຕະຫລາດ ອາ​ເມ​ລິ​ກາ ​ແລະ ຍີ່​ປຸ່ນ, ​ເພາະວ່າ ນີ້​ແມ່ນ​ຕະຫລາດ​ສອງ​ແຫ່ງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ. ທ່ານ​ນາງ Do Kim Loan ຜູູ້ອຳນວຍ​ການ​ບໍລິສັດ​ໄມ້ ຊາວ​ນາມ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຄິດ​ວ່າ ຕະຫລາດ​ອາ​ເມ​ລິ​ກາ ​ແລະ ຍີ່​ປຸ່ນ ປີ​ນີ້ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ. ປະຈຸ​ບັນ ພວກ​ຂ້າພະ​ເຈົ້າ​ໄດ້​ສຳ​ພັດກັບ​ບາງ​ບໍລິສັດ​ຂອງ​ຍີ່​ປຸ່ນ ​​ແລະ​ເຂົາ​ເຈົ້າ​ໄດ້ນຳ​ເຂົ້າ​ເຄື່ອງ​ເຟີ​ນີ​ເຈີ ຂອງ​ບໍລິສັດ​ພວກ​ຂ້າ​ພະ​ເຈົ້າຫລາຍ​ທີ່​ສຸດ. ສ່ວນ​ຕະຫລາດ ​ອາ​ເມ​ລິ​ກາ ປີ​ນີ້ ບໍລິສັດພວກ​ຂ້າພະ​ເຈົ້າ​ຄາດ​ວ່າຈະສົ່ງ​ອອກ​ເຄື່ອງ​ເຟີ​ນີ​ເຈີ​ໄປ​ຍັງ​ຕະຫລາດ​ນີ້​ປະມານ 12% ​ແລະ ບັນລຸ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ປະມານ 25%​ໃນ​ປີ 2013 ຍ້ອນ​ສະພາບ​ການ​ກໍ່ສ້າງ​ຢູ່ ອາ​ເມ​ລິ​ກາ ພັດທະນາ. ປະຈຸ​ບັນ ຫວຽດນາມຢືນ​ອັນ​ດັບ 2 ຖັດຈາກ​ຈີນ​ໃນ​ການສົ່ງ​ອອກ​ເຄື່ອງ​ເຟີ​ນີ​ເຈີ​​ໄປ​ຍັງ​ຕະຫລາດ ອາ​ເມ​ລິ​ກາ.”

ການສົ່ງອອກຜະລິດຕະພັນຈາກໄມ້ຂອງຫວຽດນາມ ບັນລຸລະດັບຈະເລີນເຕີບໂຕ - ảnh 2
ຫວຽດນາມ ຢືນ​ອັນ​ດັບ​ທີ 6 ​ໃນ​ຈຳນວນ​ບັນດາ​ປະ​ເທດ​ສົ່ງ​ອອກ​ເຄື່ອງ​ເຟີ​ນີ​ເຈີ​ໃນ​ໂລກ
ພາບ:internet

        ປະຈຸ​ບັນ ຫວຽດນາມ ຢືນ​ອັນ​ດັບ​ທີ 6 ​ໃນ​ຈຳນວນ​ບັນດາ​ປະ​ເທດ​ສົ່ງ​ອອກ​ເຄື່ອງ​ເຟີ​ນີ​ເຈີ​ໃນ​ໂລກ. ຜະລິດ​ຕະພັນ​ຈາກ​ໄມ້​ຂອງ ຫວຽດນາມ ສົ່ງ​ອອກ​ໄປ​ຍັງ 20 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ​ໃນ​ນັ້ນ ນຳ​ຫນ້າ​ແມ່ນ ອາ​ເມ​ລິ​ກາ ບັນລຸ​ວົງ​ເງິນ​ສົ່ງ​ອອກ 1.147 ລ້ານ USD, ຖັດມາ​ແມ່ນ​ຈີນ ບັນລຸ 496 ລ້ານ USD, ຍີ່​ປຸ່ນ 426 ລ້ານ USD, ສ​ເກົາຫລີ 140 ລ້ານ USD, ອັງກິດ 122 USD ລ້ານ. ​ໃນ​ນັ້ນ ມີ​ບາງ​ຕະຫລາດ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ເມື່ອ​ທຽບ​ໃສ່​ກ່ອນ​ນີ້​ນັ້ນ​ແມ່ນ:​ ອາ​ເມ​ລິ​ກາ, ຍີ່​ປຸ່ນ, ຈີນ ​ໄດ​້ຊ່ວຍ​ໃຫ້​ຂະ​ແຫນງ​ໄມ້ ຫວຽດນາມຖົມ​ຂູ​ມຊ່ອງ​ຫວ່າງຂອງ​ຕະຫລາດ ອີ​ຢູ​ໄດ້​ສ່ວນ​ໃດ​ຫນຶ່ງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ເງື່ອນ​ໄຂ​​ແກ້ງ​ແຍ້​ງຢ່າງ​​ແຮງ, ບັນດາ​ປະ​ເທດ​ນຳ​ເຂົ້າ​ນັບ​ມື້​ນັບ​ຕ້ອງການ​ສິນຄ້າ​ທີ່ມີຄຸນ​ນະພາ​ບສູງ​ກວ່າ. ສະ​ນັ້ນ ຮຽກຮ້ອງ​​ໃຫ້ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຕ້ອງ​ຫັນປ່ຽນ​​ເພື່ອ​​ເໝາະ​ສົມ​ກັບ​ຕະຫລາດ​ໃນ​ສະພາບ​ການ​ໃຫມ່. ທ່ານ Ha Cong Tuan ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ ຫວຽດນາມ ຖື​ວ່າ:

        “ທີ​ຫນຶ່ງ ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບການ​ປູກ​ປ່າ ​ແລະ ຂະ​ແຫນງ​ປຸງ​ແຕ່ງ​ໄມ້​ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ປ່ຽນ​ໃຫມ່​ເຕັກ​ໂນ​ໂລ​ຊີ​ເພື່ອ​ປຸງ​ແຕ່ງ​ໄມ້. ທີ​ສອງ ຕ້ອງ​ສຸມ​ໃສ່​ແກ້​ໄຂ​ບັນຫາ​ຕະຫລາດ ​ແລະ ທີ 3 ​ແມ່ນ​ຫນູນ​ຊ່ວຍ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຮັກສາ​ຕະຫລາດ, ຮັກສາ​ອິດ​ທິພົນ​ຊື່​ສຽງ  ລັດ​ຕ້ອງ​ຮັບປະກັນ​ການ​ປະຕິບັດ​ກົດໝາຍ​ມີ​ແຫ​ລ່ງວັດຖຸ​ດິບ​ສະອາດ. ”

​ໃນ​ໄລຍະ​ຈະ​ມາ​ເຖິງ ຄາດ​ວ່າ​ສະພາບ​ເສດຖະກິດ​​ໂລກ​ສືບ​ຕໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຕະຫລາດ​ສົ່ງ​ອອກ​ເຄື່ອງ​ເຟີ​ນີ​ເຈີ ຍັງຄົງ​ຊ້ອນ​ແຝງ​ການ​ຜັນ​ແປຍາກ​ທີ່​ ​ຄາດ​ຄະ​ເນ​ໄດ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ຫັນ​ທິດ​ອັນ​ຕັ້ງ​ຂອງ​ບັນດາ​ວິ​ສາ​ຫະກິດ, ​ເປັນ​ຕົ້ນ​ຄວາມ​ສຳ​ພັດ​ຢ່າງ​ວ່ອງ​ໄວ​ເພື່ອ​ເໝາະ​ສົມ​ກັບ​ກົນ​​ໄກ​ການ​ຕະຫລາດ, ກຳ​ໄດ້​ກາລະ​ໂອກາດ ​ແລະ ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ, ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຜະລິດ​ຕະພັນ​ຈາກ​​ໄມ​້ຂອງ ຫວຽດນາມ ສາມາດ​ສືບ​ຕໍ່​ຮັກສາ​ທ່າ​ເຕີບ​​ໂຕ ​ແລະ ສາມາດ​ບັນລຸ​​ໄດ້ຄາດໝາຍ​ສົ່ງ​ອອກ 4,6 ຕື້ USD ຊຶ່ງ​ຂະ​ແຫນງ​ໄມ້​​ໄດ້ວາງ​ອອກ​ສຳລັບປີ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ