(vovworld)- ປີ 2013, ການສົ່ງອອກຂອງຫວຽດນາມ ແມ່ນຂົງເຂດພົ້ນເດັ່ນ, ສ້າງທ່ວງທ່າເພື່ອໃຫ້ພື້ນຖານເສດຖະກິດຜ່ານຜ່າໄລຍະຫຍຸ້ງຍາກ. ວົງເງິນສົ່ງອອກທັງປີບັນລຸ 132,3 ຕື້ USD, ລື່ນກາຍຄາດໝາຍ ຊື່ງສະພາແຫ່ງຊາດໄດ້ວາງອອກ126 ຕື້ USD. ການສົ່ງອອກບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດເທົ່ານັ້ນ ຫາກຍັງຊ່ວຍບັນດາວິສາຫະກິດພາຍໃນປະເທດຍູ້ແຮງການຈຳຫນ່າຍສິນຄ້າ, ສ້າງກຳລັງຫນູນຊຸກຍູ້ເສດຖະກິດເຕີບໂຕ. ບົດຂຽນຂອງນັກຂ່າວໂຕຕວນທີ່ພາດຫົວເລື່ອງວ່າ: ການສົ່ງອອກລື່ນກາຍຄາດໝາຍທີ່ໄດ້ວາງອອກ, ປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດ ປີ 2013.
ປຸງແຕ່ງກຸ້ງເພື່ອສົ່ງອອກ
ພາບ:vietstock.vn
|
ອາດເວົ້າໄດ້ວ່າ, ປີ 2013 ແມ່ນປີທີ່ການສົ່ງອອກບັນລຸໝາກຜົນດີພໍສົມຄວນ, ໃນນັ້ນ ເປັນຫນ້າສົນໃຈແມ່ນ ວົງເງິນສົ່ງອອກໃຫຍ່ກວ່າຫລາຍເມື່ອທຽບໃສ່ຊຸມປີກ່ອນນີ້ ແລະ ການສົ່ງອອກບັນລຸລະດັບ 15,3% ກໍແມ່ນລະດັບສູງສຸດໃນບັນດາຂະແຫນງ, ຂົງເຂດຢູ່ ຫວຽດນາມ. ໃນສະພາບທີ່ຍອດຈຳນວນສິນຄ້າຂາຍຍ່ອຍ ແລະ ລາຍຮັບຈາກຂົງເຂດບໍລິການໃຊ້ສອຍເພີ່ມຂຶ້ນໃນລະດັບຕ່ຳ, ອັດຕາເງິນລົງທຶນພັດທະນາ/GDP ຫລຸດລົງຢ່າງແຮງ, ດ້ວຍໝາກຜົນຄືແນວນັ້ນ, ການສົ່ງອອກໄດ້ກາຍເປັນກຳລັງຫນູນໃຫ້ແກ່ການພັດທະນາເສດຖະກິດ.
ການສົ່ງອອກໃນປີຜ່ານມາບັນລຸລະດັບເຕີບໂຕທັງຢູ່ 2 ພາກສ່ວນຄື: ພາກສ່ວນສົ່ງອອກທີ່ມີເງິນລົງທຶນໂດຍກົງຂອງຕ່າງປະເທດ(FDI) ແລະ ພາກສ່ວນເສດຖະກິດພາຍໃນປະເທດ. ບັນດາວິສາຫະກິດ FDI ກວມເຖິງ 66% ວົງເງິນສົ່ງອອກຂອງທັງພື້ນຖານເສດຖະກິດ. ເຖິງວ່າ ບັນລຸວົງເງິນສົ່ງອອກຢູ່ໃນລະດັບສູງ, ແຕ່ມູນຄ່າສິນຄ້າສົ່ງອອກປະເພດຕ່າງໆຂອງບັນດາວິສາຫະກິດ FDI ເວົ້າລວມຍັງຢູ່ໃນລະດັບຕ່ຳຢູ່, ຍ້ອນວັດຖຸອຸປະກອນສ່ວນຫລາຍຕ້ອງນຳເຂົ້າຈາກພາຍນອກ. ຕົວຢ່າງຄື: ກຸ່ມບໍລິສັດ Samsung Electronics ຫວຽດນາມ ຢູ່ ແຂວງ ບັກນີງ ບັນລຸວົງເງິນສົ່ງອອກ 23,5 ຕື້ USD, ໃນນັ້ນ ຕ້ອງນຳເຂົ້າວັດຖຸດິບລວມມູນຄ່າເຖິງ 21 ຕື້ USD. ທ່ານ ໂງຊີບີກ, ຫົວຫນ້າຄະນະຄຸ້ມຄອງບັນດາເຂດອຸດສາຫະກຳແຂວງ ບັກນີງ ຖືວ່າ:
“ປະຈຸບັນ, ອັດຕາສ່ວນຜະລິດຕະພັນຂອງ Samsung ຈຳຫນ່າຍພາຍໃນປະເທດຍັງຕ່ຳ, ພຽງປະມານ 20% ອັດຕາສ່ວນການຜະລິດວັດຖຸດິບຢູ່ຫວຽດນາມ. ບັນດາວິສາຫະກິດຫວຽດນາມ ເຂົ້າຮ່ວມລະບົບການຜະລິດຂອງ Samsung ຍັງຫນ້ອຍຢູ່. ຂ້າພະເຈົ້າຫວັງວ່າ ບັນດາວິສາຫະກິດຫວຽດນາມ ຕ້ອງເຂົ້າຮ່ວມລະບົບອຸດສາຫະກຳສຳຮອງຫລາຍກວ່າ, ຈາກນັ້ນສ້າງເປັນລະບົບມູນຄ່າເພີ່ມໃນບັນດາໂຄງການໃຫຍ່ຂອງ Samsung ກໍຄືຂອງ Canon, Nokia.”
ຄຽງຄູ່ກັບການການສົ່ງອອກເຕີບໂຕຢ່າງແຮງຂອງບັນດາວິສາຫະກິດ FDI, ມີວິສາຫະກິດສົ່ງອອກຫລາຍແຫ່ງພາຍໃນປະເທດກໍບັນລຸລະດັບເຕີບໂຕສູງ ແລະ ເປັນຫນ້າປະທັບໃຈ. ນອກຈາກໝວດສິນຄ້າທີ່ມີວົງເງິນສົ່ງອອກສູງໃນປີຜ່ານມາຄື: ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບຫນັງ.. ມີບາງປະເພດສິນຄ້າໃຫມ່ກໍບັນລຸລະດັບສູງນັ້ນແມ່ນ: ໂທລະສັບມືຖື, ຄອບພິວເຕີ, ອຸປະກອນເອເລັກໂຕນິກ. ປະຈຸບັນ ທັງປະເທດມີ 22 ໝວດສິນຄ້າບັນລຸວົງເງິນສົ່ງອອກກວ່າ 1 ຕື້ USD. ເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ເກີບຫນັງຍັງຄົງນອນໃນໝວດສິນຄ້າບັນລຸວົງເງິນສົ່ງອອກສູງ. ເປັນຫນ້າສົນໃຈ ການສົ່ງອອກສິນຄ້າຂອງຫວຽດນາມໄປຍັງບັນດາຕະຫລາດໃຫຍ່ໃນປີ 2013 ລ້ວນແຕ່ເພີ່ມຂຶ້ນຢ່າງແຮງ, ໃນນັ້ນ ເອີລົບແມ່ນຕະຫລາດບັນລຸລະດັບເຕີບໂຕສູງສຸດ, ດ້ວຍວົງເງິນສົ່ງອອກກວ່າ 27 ຕື້ USD. ການສົ່ງອອກສິນຄ້າໄປຍັງ ອາເມລິກາ ກໍແມ່ນຈຸດພົ້ນເດັ່ນໃນປີຜ່ານມາ. ທ່ານ ດາວເຈີນເຍີນ, ທູດການຄ້າຫວຽດນາມ ປະຈຳອາເມລິກາ ໃຫ້ຮູ້ວ່າ:
“ ປະຈຸບັນ ວົງເງິນສົ່ງອອກຂອງຫວຽດນາມໄປຍັງ ອາເມລິກາ ກວມ 1/5, ປະມານ 20% ຍອດວົງເງິນສົ່ງອອກຂອງຫວຽດນາມ. ດ້ວຍການສົ່ງອອກໃຫຍ່ຄືແນວນັ້ນ ໝາຍຄວາມວ່າ ຫວຽດນາມ ໄດ້ສົ່ງອອກໄປຍັງຕະຫລາດອາເມລິກາເກີນດຸນ ປະມານ 25 ຕື້ USD.”
ໃນໂຄງປະກອບການສົ່ງອອກໄປຍັງຕະຫລາດອາເມລິກາ, ບັນດາຜະລິດຕະພັນຕ່ຳແຜ່ນຕັດຫຍິບ, ເກີບຫນັງກວມອັດຕາສ່ວນສູງສຸດ. ຕະຫລາດອາເມລິກາ ກວມເຖິງ 36% ຍອດວົງເງິນສົ່ງອອກຕ່ຳແຜ່ນຕັດຫຍິບຫວຽດນາມ. ໃນນັ້ນ ສະເພາະການສົ່ງອອກເສັ້ນໄຫມບັນລຸປະມານ 20 ຕື້ USD, ເພີ່ມຂຶ້ນ 18% ເມື່ອທຽບໃສ່ປີ ກາຍ ແລະ ຢືນອັນດັບທີ 2 ໃນຈຳນວນໝວດສິນຄ້າທີ່ມີວົງເງິນສົ່ງອອກສູງ. ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບຫວຽດນາມ ໃຫ້ຮູ້ວ່າ: ປີນີ້ ຂະແຫນງຕ່ຳແຜ່ນຕັດຫຍິບມີຫລາຍສັນຍານທີ່ຕັ້ງຫນ້າກວ່າ ເມື່ອທຽບໃສ່ປີກ່ອນ. ພິເສດ ໃບສັ່ງຊື້ສິນຄ້າຈາກຕ່າງປະເທດເປັນປົກກະຕິ ແລະ ປະລິມານກໍຫລາຍກວ່າ. ໃນບັນດາຕະຫລາດສົ່ງອອກ, ອາເມລິກາ, ສເກົາຫລີ, ຍີ່ປຸ່ນ ແລະ ອາຊຽນ ເພີ່ມຂຶ້ນຫລາຍກວ່າ. ທ່ານ ຮ່ວາງເຫວ້ຢູງ, ຮອງຜ້ອຳນວຍການໃຫຍ່ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບໃຫ້ຮູ້ວ່າ:
“ມາຮອດປະຈຸບັນ ພວກເຮົາເຫັນວ່າ ຄວາມຕ້ອງການຂອງຕະຫລາດກໍຄືກາລະໂອກາດໃຫ້ແກ່ຂະແຫນງຕ່ຳແຜ່ນຕັດຫຍິບຖືກເປີດອອກແລ້ວ. ສະນັ້ນ ໃນປີນີ້ ນັກລົງທຶນ, ນັກທຸລະກິດຕ້ອງເຮັດຄືແນວໃດເພື່ອຜະລິດວັດຖຸດິບຕື່ມອີກ ຕອບສະຫນອງຄວາມຕ້ອງການຂອງລູກຄ້າ.”
ໃນປີຜ່ານມາກໍໄດ້ຮັບຮູ້ບັນດາຄວາມມານະພະຍາຍາມຂອງວິສາຫະກິດພາຍໃນປະເທດໃນການຫັນປ່ຽນໂຄງປະກອບການສົ່ງອອກ ເມື່ອໝວດສິນຄ້າວັດຖຸດິບ, ໂລຫະຫລຸດຈາກ 11,6% ລົງເຫລືອງພຽງ 7,2%, ປະເພດສິນຄ້າອຸດສາຫະກຳປຸງແຕ່ງເພີ່ມຂຶ້ນ ແລະ ກວມ 70% ຍອດວົງເງິນສົ່ງອອກ.
ປີ 2014, ຫວຽດນາມ ວາງຄາດໝາຍບັນລຸວົງເງິນສົ່ງອອກ 145 ຕື້ USD. ເພື່ອບັນລຸຄາດໝາຍດັ່ງກ່າວໃຫ້ໄດ້, ຫວຽດນາມ ພວມເພີ່ມທະວີການຫນູນຊ່ວຍວິສາຫະກິດສົ່ງອອກ, ບຸລິມະສິດພັດທະນາອຸດສາຫະກຳສຳຮອງ, ສະແຫວງຫາການຂະຫຍາຍຕົວຢ່າງຕັ້ງຫນ້າຈາກກຸ່ມວິສາຫະກິດທີ່ມີເງິນລົງທຶນໂດຍກົງຂອງຕ່າງປະເທດ ເພື່ອຮັບເອົາເທັກໂນໂລຊີສູງ, ຈາກນັ້ນ ຍົກສູງກຳລັງຄວາມສາມາດຜະລິດພາຍໃນປະເທດ.