ຕາມການຕີລາຄາຂອງກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມແລ້ວ, ປີນີ້ສືບຕໍ່ແມ່ນປີທີ່ການສົ່ງອອກເຂົ້າສານຂອງຫວຽດນາມ ປະສົບຜົນສຳເລັດ ດ້ວຍ ປະລິມານ ແລະ ຄຸນຄ່າລ້ວນແຕ່ບັນລຸລະດັບສະຖິຕິໃຫມ່່ສິ່ງສຳຄັນກວ່າ ນັ້ນແມ່ນຊາວກະສິກອນປູກເຂົ້າສ້າງລາຍຮັບໄດ້ຫລາຍເຊິ່ງບໍ່ເຄີຍມີມາກ່ອນ. ໃນຊຸມເດືອນທ້າຍປີ 2011 ແລະ ຕົ້ນປີ 2012 ຫວຽດນາມ ພັດມີສັນຍາສົ່ງອອກເຂົ້າສານຫລາຍສະບັບທີ່ໄດ້ຮັບການລົງນາມ. ດ້ວຍສະພາບດີພໍສົມຄວນຄືແນວນັ້ນ, ບັນດາຜູ້ຊ່ຽວຊານເສດຖະກິດໄດ້ໃຫ້ຂໍ້ສັງເກດວ່າ ອາດຈະບັນລຸລະດັບສະຖິຕິການສົ່ງອອກເຂົ້າສານແມ່ນ 7 ລ້ານໂຕນໃນປີ 2011.
ຕາມສະຫະສະມາຄົມທັນຍາຫານຫວຽດນາມ ແລ້ວ, ໄລ່ມາຮອດຕົ້ນເດືອນ 12 ປີ 2011, ບັນດາວິສາຫະກິດ ໄດ້ຈົດທະບຽນລົງນາມໃນສັນຍາສົ່ງອອກເຂົ້າສານກວ່າ 7,3 ລ້ານໂຕນ, ເພີ່ມຂຶ້ນກວ່າ 4% ເມື່ອທຽບກັບໄລຍະດຽວກັນຂອງປີກ່າຍ ແລະໄດ້ສົ່ງເຂົ້າສານ 6, 7 ລ້ານໂຕນ, ມູນຄ່າວົງເງິນສົ່ງອອກບັນລຸເກືອບ 3,3 ຕຶ້ USD, ເພີ່ມຂຶ້ນ 23%. ລາຄາ ເຂົ້າສານສົ່ງອອກ ສະເລ່ຍ ບັນລຸເກືອບ 490 USD/ໂຕນ ເພີ່ມຂຶ້ນເກືອບ 12% ເມື່ອທຽບກັບປີ 2010.ໃນຂະນະນັ້ນ ການສົ່ງອອກເຂົ້າສານໃນເດືອນ 12 ຄາດວ່າບັນລຸປະມານ 400.000 ໂຕນ. ເປັນອັນວ່າ ຈຸດໝາຍການສົ່ງອອກເຂົ້າສານ 7 ລ້ານໂຕນໃນປີ 2011 ເກືອບຄືວ່າຈະບັນລຸໄດ້ຢ່າງແນ່ນອນ. ຕາມທ່ານ ຫວູຮູຍຮ່ວາງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າຫວຽດນາມ ແລ້ວ, ເລື່ອງກະສິກຳຫວຽດນາມ ບັນລຸໄດ້ໝາກຜົນຮອບດ້ານພໍສົມຄວນໃນການຜະລິດ ແລະ ດຳເນີນທຸລະກິດ, ຍ້ອນວ່າໃນປີຜ່ານມາ ການຜະລິດໄດ້ຮັບຜົນ, ຊາວກະສິກອນຈຳຫນ່າຍເຂົ້າສານດ້ວຍລາຄາສູງ, ລາຍຮັບບັນລຸເຖິງ 50% ກໍແມ່ນລະດັບສູງບໍ່ເຄີຍມີມາກ່ອນ. ການສົ່ງອອກເຂົ້າສານ 7 ລ້ານໂຕນໃນປີນີ້ ແມ່ນຕົວເລກສະຖິຕິ. ແຕ່ເຖິງຢ່າງໃດກໍຕາມ, ຊາວກະສິກອນຍັງມີຄວາມວິຕົກກັງວົນ ເພາະວ່າ ປະລິມານເຂົ້າສານສົ່ງອອກເປັນຈຳນວນຫລາຍ ແຕ່ລາຄາຍັງຕ່ຳຢູ່ເມື່ອທຽບໃສ່ກັບບັນດາປະເທດພາຍໃນພາກພື້ນ, ມີບາງໄລຍະເຂົ້າສານ ສົ່ງອອກ ຂອງຫວຽດນາມ ມີລາຄາຕ່ຳກວ່າ ເມື່ອທຽບໃສ່ບັນດາປະເທດໃນພາກພື້ນແຕ່ 50 - 100 ໂດລາສະຫະລັດ/ໂຕນ ຍ້ອນຄຸນນະພາບບໍ່ທັນສະໝ່ຳສະເຫມີ ແລະ ການຜະລິດເຂົ້າຂະຫນາດນ້ອຍ, ຊາວກະສິກອນຢູ່ແຕ່ລະເຂດກໍນຳໃຊ້ແນວພັນເຂົ້າແຕກຕ່າງກັນ. ທ່ານ ຫງວຽນງອກຈີ ຫົວຫນ້າກົມປູກຝັງ ສັງກັດກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຖືວ່າ:
“ການຜະລິດກະສິກຳເວົ້າລວມຂອງຫວຽດນາມ ຍັງກະແຈກກະຈ່າຍ, ມີຂອບຂະຫນາດນ້ອຍ ແລະ ບໍ່ເປັນຈຸດສຸມ, ການຜະລິດເຂົ້າສານກໍນອນໃນສະພາບຄືແນວນັ້ນ ຍ້ອນເນື້ອທີ່ດິນ, ກ່ອນອື່ນໝົດແມ່ນເນື້ອທີ່ດິນປູກຝັງຂອງຫວຽດນາມຍັງຫນ້ອຍ ເມື່ອສະເລ່ຍຕໍ່ຫົວຄົນ. ທີສອງ ແມ່ນເນື້ອທີ່ດິນປູກເຂົ້າຍັງກະແຈກກະຈ່າຍ ແລະດ້ວຍ ຂະຫນາດນ້ອຍ.“
ເພື່ອໃຫ້ເຂົ້າສານຂອງຫວຽດນາມ ບືນຂຶ້ນສົມກັບຄຸນຄ່າຂອງມັນຢ່າງແທ້ຈິງ. ຕ້ອງສ້າງເຄື່ອງໝາຍການຄ້າແກ້ງແຍ້ງໃຫ້ແກ່ເຂົ້າສານຫວຽດນາມ. ດ້ານອື່ນ ຄວນປັບປຸງວິທິການຄຸ້ມຄອງ, ສ້າງລະບົບສາງສະສົມ, ຮັກສາ, ຍົກສູງຄວາມສາມາດການຄາດຄະເນ, ບໍລິຫານ, ຮັບມືຢ່າງມີໄຫວພິບຕໍ່ການເໜັງຕີງຂອງຕະຫລາດ. ມີຫລາຍມາດຕະການ ແລະ ບົດຮຽນໃນການຜະລິດເຂົ້າສານໄດ້ ແລະ ພວມຖືກວາງອອກ. ຕາມບັນດາຜູ້ຊ່ຽວຊານດ້ານເສດຖະກິດແລ້ວ, ຊ່ອງທາງໃຫ້ແກ່ການສ່ົງອອກເຂົ້າສານຂອງຫວຽດນາມ ຕ້ອງໄປຕາມທິດການຜະລິດ, ທັງຮັບປະກັນປະລິມານ, ທັງຍົກສູງຄຸນນະພາບ ແລະ ບົດບາດທ່ີຕັ້ງເຂົ້າສານຫວຽດນາມ, ໃນນັ້ນການຫນູນຊ່ວຍ, ປະສານງານຂອງລັດ ມີບົດບາດສຳຄັນ. ທ່ານ ເລວັນແບ໋ນ ຫົວຫນ້າສະຖາບັນເຂົ້າສານເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຖືວ່າ:
“ຢູ່ຫວຽດນາມປະຈຸບັນ, ວິສາຫະກິດຊື້ເຂົ້າໂດຍກົງຈາກຊາວກະສິກອນ, ບັນຫາຫລຸບທຶນ ຫລື ມີກຳໄລແມ່ນວິສາຫະກິດຮັບຜິດຊອບ, ແຕ່ໄລຍະຜ່ານມາ ຊາວກະສິກອນພັດສະສົມເຂົ້າໄວ້ດ້ວຍຕົນເອງ ບາງເທື່ອຢ້ານເຂົ້າຕົກໂໝກ ຕ້ອງຂາຍດ້ວຍລາຄາຕ່ຳ. ສະນັ້ນ ເລື່ອງເກັບຊື້ເຂົ້າເພື່ອສະສົມ ແມ່ນທາງລັດເກັບຊື້. ເມື່ອວິສາຫະກິດມີຄວາມຕ້ອງການສົ່ງອອກ, ລັດຕ້ອງຈັດການຂາຍແບບປະມູນລາຄາ, ຈາກນັ້ນພໍ່ແມ່ຊາວກະສິກອນຈຶ່ງມີຄວາມອຸ່ນອ່ຽນໃຈທຳການຜະລິດ.“
ເພື່ອພັດທະນາເຂົ້າສານຫວຽດນາມ ຕາມທິດໝັ້ນຄົງ, ບັນດານັກວິທະຍາສາດຖືວ່າ: ຄວນສ້າງຂັ້ນຕອນເປັນຢ່າງດີທ່ີມີຕໍ່ກະສິກຳ, ໃນພາຍພາກຫນ້າ ຕ້ອງນຳໃຊ້ມາດຕະຖານການຜະລິດທີ່ກ້າວຫນ້າໃນຂອບຂະຫນາດກວ້າງຂວາງ, ຮັບປະກັນຄຸນນະພາບຂອງຕະຫລາດເທື່ອລະກ້າວ, ແກ້ໄຂສາຍພົວພັນລະຫວ່າງລັດ, ຊາວກະສິກອນ ແລະ ວິສາຫະກິດຕາມທິດເອົາໃຈໃສ່ເຖິງຜົນປະໂຫຍດຂອງຊາວນານ. ພິເສດ ການປະກອບກຳລັງແຮງຂອງບັນດາວິສາຫະກິດ ແລະ ບັນດານັກວິທະຍາສາດໃນການຊ່ວຍຊາວກະສິກອນສ້າງ “ບັນດາທົ່ງນາແບບຢ່າງ“ ນັບຮ້ອຍເຮັກຕາ ໄດ້ສ້າງເງື່ອນໄຂນຳແນວພັນເຂົ້າ, ທຶນຮອນ, ວິທະຍາສາດເຕັກນິກ, ກົນຈັກເຂົ້າໃນການຜະລິດ. ສາດສະດາຈານ ດອກເຕີ ຫວໍຕ່ອງຊວັນ ຜູ້ຊ່ຽວຊານກະສິກຳຖືວ່າ:
“ວາງແຜນກຳນົດເຂດປູກເຂົ້າ, ຈາກນັ້ນຈຶ່ງຈັດຊຸດອົບຮົມການປູກເຂົ້າເພື່ອສາມາດສົ່ງອອກໄດ້, ນຳໃຊ້ມາດຕະຖານທັນສະໄຫມຄື Glogap ຫລື Vietgap ໃຫ້ແກ່ບັນດາວິສາຫະກິດ ເພື່ອມີເຄື່ອງໝາຍເຂົ້າສານສົ່ງອອກ, ເຮັດໄດ້ຄືແນວນັ້ນ ອິດທິພົນຊຶ່ສຽງຂອງເຂົ້າສານຫວຽດນາມຈຶ່ງປະກົດຜົນເປັນຕິງໄດ້“
ໃນເກືອບຫນຶ່ງທົດສະວັດຜ່ານມາ, ຫວຽດນາມ ຍາມໃດກໍຢືນອັນດັບ 2 ໃນໂລກກ່ຽວກັບການສົ່ງອອກເຂົ້າສານ. ການພັດທະນາການຜະລິດເຂົ້າສານຂອງຫວຽດນາມໃນໄລຍະຜ່ານມາ ບໍ່ພຽງແຕ່ຄ້ຳປະກັນດ້ານສະບຽງອາຫານ, ສ້າງຄວາມດຸນດ່ຽງລະຫວ່າງການສະຫນອງ ແລະ ຄວາມຕ້ອງການ, ຮັກສາລາຄາທັນຍາຫານພາຍໃນປະເທດເປັນປົກກະຕິເທົ່ານັ້ນ ຫາກຍັງກາຍເປັນຫນຶ່ງໃນບັນດາຂົງເຂດສ່ົງອອກຕົ້ນຕໍ, ນຳມາຊຶ່ງຄຸນຄ່າການສົ່ງອອກເປັນປົກກະຕິ. ລະດັບການສົ່ງອອກເຂົ້າສານ 7 ລ້ານໂຕນທີ່ບັນລຸໄດ້ ໃນປີ 2011 ນັ້ນແມ່ນລະດັບສະຖິຕິ ແມ່ນສັນຍານເປັນຫນ້າຊຶ່ນຊົມ./.
ໂຕຕວັນ