ການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ຂອງຫວຽດນາມປີ 2018

(VOVWORLD) - 8 ຕື້ USD ນັ້ນແມ່ນມູນຄ່າການສົ່ງອອກ ຊື່ງຂະແຫນງຜະລິດຕະພັນໄມ້ຫວຽດນາມ ບັນລຸໄດ້ໃນປີ 2017. ນີ້ແມ່ນສິ່ງທີ່ບໍ່ຄາດຄິດ ເພາະວ່ານີ້ແມ່ນຕົວເລກຄາດຄະເນໃຫ້ປີ 2020 ແຕ່ປີ 2017 ບັນລຸໄດ້ແລ້ວ. ປະຈຸບັນ ຂະແຫນງປຸງແຕ່ງໄມ້ ແລະ ຜະລິດຕະພັນໄມ້ ພວມຍາດແຍ່ງບັນດາເງື່ອນໄຂສະດວກກ່ຽວກັບຕະຫລາດ ແລະ ວັດຖຸດິບ ເພື່ອບັນລຸຄາດໝາຍສົ່ງອອກສູງກວ່າໃນປີ 2018.
ການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ຂອງຫວຽດນາມປີ 2018 - ảnh 1ສາຍເຫດຕົ້ນຕໍຊ່ວຍໃຫ້ຂະແຫນງໄມ້ບັນລຸໄດ້ການເຕີບໂຕດີພໍສົມຄວນໃນໄລຍະຜ່ານມາ ກ່ອນອື່ນໝົດແມ່ນຍ້ອນມີຄວາມເປັນເຈົ້າການກ່ຽວກັບແຫລ່ງວັດຖຸດິບ

ປິ 2017 ເປັນຂີດໝາຍແຫ່ງຜົນສຳເລັດຂອງຂະແຫນງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ເວົ້າລວມ, ເມື່ອບັນລຸລະດັບການເຕີບໂຕກວ່າ 2,9%, ລື່ນກາຍຄາດໝາຍຊື່ງລັດຖະບານໄດ້ວາງອອກແມ່ນ 2,8%. ໃນໝວດສິນຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ໄມ້ ແລະ ຜະລິດຕະພັນໄມ້ ນຳຫນ້າກ່ຽວກັບວົງເງິນສົ່ງອອກ, ກວມເອົາກວ່າ 27% ຍອດວົງເງິນສົ່ງອອກຂອງໝວດສິນຄ້ານີ້. ເປັນຫນ້າສົນໃຈນັ້ນແມ່ນການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ໄປຍັງຕະຫລາດສົ່ງອອກຕົ້ນຕໍທັງໝົດ ລ້ວນແຕ່ເພີ່ມຂຶ້ນວົງເງິນສົ່ງອອກ ບັນລຸ 8 ຕື້ USD, ໃນຂະນະການສົ່ງອອກເກີນດຸ່ນບັນລຸ 5,5 ຕື້ USD. ໄມ້ ແລະ ຜະລິດຕະພັນໄມ້ສ່ວນຫລາຍແມ່ນສົ່ງອອກໄປຍັງຕະຫລາດ ອາເມລິກາ, ກວມເອົາ 43% ໃນຍອດວົງເງິນສົ່ງອອກຂອງໝວດສິນຄ້ານີ້. ນອກນັ້ນ ແມ່ນສົ່ງອອກໄປຍັງບັນດາຕະຫລາດເດີມຄື: ຈີນ, ຍີ່ປຸ່ນ, ສເກົາຫລີ… ໃນຫລາຍປີມານີ້, ການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ໄປຍັງຕະຫລາດ EU ກໍ່ກວມເອົາປະມານ 10% ຍອດວົງເງິນສົ່ງອອກ, ບັນລຸກວ່າ 600 – 700 ລ້ານ USD/ປີ. ຄາດຄະເນວ່າ ເມື່ອສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ມີຜົນສັກສິດ ຈະສ້າງບາດກ້າວບຸກທະລຸຢ່າງແທ້ຈິງໃຫ້ແກ່ການສົ່ງອອກໄປຍັງຕະຫລາດນີ້. ຢູ່ຕະຫລາດໃຫຍ່ສຳລັບເຄື່ອງເຟີນີເຈີ ຫລາຍແຫ່ງຄື: ອາເມລິກາ, ອີຢູ, ຍີ່ປຸ່ນ.. ເຄື່ອງເຟີນີເຈີ ຂອງຫວຽດນາມ ພຽງຢືນຢູ່ອັນດັບຖັດຈາກຈີນ ກ່ຽວກັບມູນຄ່າການສົ່ງອອກ. ມີຜະລິດຕະພັນເຄື່ອງເຟີນີເຈີສົ່ງອອກຫລາຍປະເພດບັນລຸການເຕີບໂຕຢ່າງລຽນຕິດຢູ່ບັນດາຕະຫລາດທີ່ມີລັກສະນະເປັນປົກກະຕິສູງຄື: ອາເມລິກາ, ອີຢູ, ອົດສະຕາລີ…. ສິ່ງນີ້ສະແດງໃຫ້ເຫັນລັກສະນະຕັ້ງຫນ້າ, ເປັນເຈົ້າການຂອງບັນດາວິສາຫະກິດຫວຽດນາມ ໃນການຍູ້ແຮງການໝູນໃຊ້ເຕັກນິກເຕັກໂນໂລຊີສູງເຂົ້າໃນການຜະລິດ ເພື່ອແນໃສ່ສ້າງບັນດາຜະລິດຕະພັນທີ່ມີຄຸນນະພາບເປັນປົກກະຕິ ແລະ ມີລັກສະນະແກ້ງແຍ້ງສູງ. ທ່ານ ຫວູຫາຍບັງ, ປະທານ ສະພາບໍລິຫານບໍລິສັດ Woodland ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຜະລິດບັນດາຜະລິດຕະພັນໃຫມ່ ນັ້ນແມ່ນເຄື່ອງເຟີນີເຈີໃຊ້ໃນຄອບຄົວ. ບັນດາຜະລິດຕະພັນນີ້ຮຽກຮ້ອງໃຫ້ມີຄຸນນະພາບສູງ, ແຕ່ກໍ່ນຳມາເຊິ່ງອັດຕາສ່ວນສູງກວ່າ ແລະ ມີຫລາຍແງ່ຫວັງກວ່າ. ຂ້າພະເຈົ້າຄິດວ່າ ຜະລິດຕະພັນຍິ່ງຫຍຸ້ງຍາກເທົ່າໃດຍິ່ງມີການທ້າທາຍຫລາຍຢ່າງເທົ່ານັ້ນ ແຕ່ເຮົາຜ່ານຜ່າໄປໄດ້ນັ້ນແມ່ນ ໝາກຜົນກໍ່ເໝາະສົມ.”

ການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ຂອງຫວຽດນາມປີ 2018 - ảnh 2ການ ປຸງແຕ່ງໄມ້

        ຕາມບັນດາຜູ້ຊ່ຽວຊານແລ້ວ, ສາຍເຫດຕົ້ນຕໍຊ່ວຍໃຫ້ຂະແຫນງໄມ້ບັນລຸໄດ້ການເຕີບໂຕດີພໍສົມຄວນໃນໄລຍະຜ່ານມາ ກ່ອນອື່ນໝົດແມ່ນຍ້ອນມີຄວາມເປັນເຈົ້າການກ່ຽວກັບແຫລ່ງວັດຖຸດິບ. ພ້ອມກັບເລື່ອງເພີ່ມກຳລັງແກ້ງແຍ້ງດ້ວຍການບໍລິຫານ, ສະມັດຕະພາບແຮງງານ, ປ່ຽນໃຫມ່ເຕັກໂນໂລຊີປຸງແຕ່ງ, ຂະແຫນງກະສິກຳ ຫວຽດນາມ ຍັງມີຄວາມເປັນເຈົ້າການໃນການຈັດສັນເຂດວັດຖຸດິບ, ຍູ້ແຮງການປູກປ່າໃນເນື້ອທີ່ 4,1 ເຮັກຕາ ເພື່ອຮັບປະກັນປະລິມານໄມ້ສະຫນອງໃຫ້ແກ່ອຸດສາຫະກຳປຸງແຕ່ງ. ພິເສດ ບັນດາສະຫະສະມາຄົມ ແລະ ປະຊາຄົມວິສາຫະກິດໃນຂະແຫນງ ກໍ່ໄດ້ໃຫ້ຄຳໝັ້ນສັນຍາ “ບໍ່ນຳໃຊ້ໄມ້ຂຸດຄົ້ນຢ່າງຜິດກົດໝາຍ” ຜ່ານການຍົກສູງສະຕິໃນການສ້າງລະບົບຄວາມຮັບຜິດຊອບອະພິປາຍຕົ້ນກຳເນີດຂອງໄມ້ໃນວິສາຫະກິດ ແລະ ທົ່ວລະບົບສະຫນອງ, ນຳຂະແຫນງປຸງແຕ່ງໄມ້ໃຫ້ກາຍເປັນຂະແຫນງຜະລິດແບບຍືນຍົງດ້ວຍວັດຖຸດິບໄມ້ຖືກຕ້ອງກັບກົດໝາຍ. ທ່ານ ຫງວຽນຈຽນທັງ, ຜູ້ອຳນວຍການຝ່າຍບໍລິຫານບໍລິສັດ Scansia Pacific ຢູ່ ແຂວງ ດົງນາຍ ໃຫ້ຮູ້ວ່າ:

        “ແຫລ່ງວັດຖຸດິບ ຊື່ງພວກຂ້າພະເຈົ້າພວມນຳໃຊ້ສ່ວນຫລາຍແມ່ນໄມ້ເກດສະຫນາ. ໄມ້ເກດສະຫນາຢູ່ພາຍໃນປະເທດ ພວກເຮົາປູກເປັນຈຳນວນຫລວງຫລາຍແຕ່ປະຈຸບັນ, ຊາວກະສິກອນ ຍັງຄົງປູກໃນເນື້ອທີ່ບໍ່ກວ້າງ. ຄາດໝາຍຂອງພວກເຮົາແມ່ນສ້າງເຂດວັດຖຸດິບ 10.000 ເຮັກຕາ, ຈື່ງຕອບສະຫນອງໄດ້ຄວາມຕ້ອງການຂອງບໍລິສັດ.”

            ທ່າອ່ຽງລວມຂອງຂະແຫນງໄມ້ ຫວຽດນາມ ໄດ້ກຳນົດໃນປະຈຸບັນວ່າ ຕ້ອງເຮັດແນວໃດເພື່ອຂະແຫນງປຸງແຕ່ງ, ສົ່ງອອກໄມ້ ແລະ ຜະລິດຕະພັນຈາກໄມ້ນັບມື້ນັບນຳມາເຊິ່ງປະສິດທິຜົນສູງກວ່າ. ທ່ານ ຮີ່ງວັນແຫ້ງ, ຮອງປະທານສະມາຄົມເຄື່ອງຫັດຖະກຳ ແລະ ປຸງແຕ່ງໄມ້ ນະຄອນໂຮ່ຈິມີນ (HAWA) ໃຫ້ຮູ້ວ່າ:

        “ບັນດາວິສາຫະກິດຄວນສ້າງຜະລິດຕະພັນ, ແລະ ຕະຫລາດເປັນຫລາຍຮູບແບບ ເພື່ອເປີດກວ້າງອອກ, ພິເສດແມ່ນບັນດາຕະຫລາດຊື່ງຫວຽດນາມ ຫາກໍ່ລົງນາມໃນສັນຍາ FTA. ພວກເຮົາກໍ່ຕ້ອງກະກຽມແຫລ່ງໄມ້ຂອງຕົນເພື່ອ ມີຄວາມເປັນເຈົ້າການເມື່ອລາຄາເພີ່ມຂຶ້ນຢ່າງກະໂດດຂັ້ນ, ຕ້ອງລົງທຶນເພີ່ມທະວີເຕັກໂນໂລຊີເພື່ອເພີ່ມສະມັດຕະພາບ, ຄຸນນະພາບເປັນປົກກະຕິ, ຫລຸດຜ່ອນລາຄາຜະລິດຕະພັນ.”

        ເປັນອັນວ່າ ດ້ວຍເງື່ອນໄຂສະດວກກ່ຽວກັບຕະຫລາດ ແລະ ນັບທັງວັດຖຸດິບ, ຄວາມສາມາດປະຕິບັດຄາດໝາຍສົ່ງອອກເຄື່ອງປ່າຂອງດົງປີ 2018 ບັນລຸ 9 ຕື້USD, ໃນນັ້ນ ໄມ້ ແລະ ຜະລິດຕະພັນໄມ້ກວມເອົາກວ່າ 8,5 ຕື້ USD, ຮອດປີ 2020 ຍອດວົງເງິນສົ່ງອອກເຄື່ອງປ່າຂອງດົງ ບັນລຸ 10 ຕື້ USD ແມ່ນມີຄວາມເປັນໄປໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ