ການສົ່ງອອກໝາກມ່ວງຫິມະພານເພິ່ມຂຶ້ນ,ສັນຍານທີ່ດີສຳລັບການສົ່ງອອກຜະລິດຕະພັນກະເສດຫວຽດນາມປີ2016

ກາ​ນສົ່ງ​ອອກ​ໝາກ​ມ່ວງ​ຫິມະພານ​ຂອງ ຫວຽດນາມ ​ມີ​ການ​ເຕີບ​​ໂຕ​ຢ່າງ​ແຮງ​ໃນ​ປີ 2015 ​ແລະ ຄາດ​ຄະ​ເນ​ວ່າ​ຈະ​ສືບຕໍ່​ເຕີບ​ໂຕ​ໃນ​ປີ 2016. ບົດ​ຂຽນ “ການ​ສົ່ງ​ອອກ​ໝາກມ່ວງ​ຫິມະພານ​ເພິ່ມ​ຂຶ້ນ,ສັນຍານທີ່​ດີ​ສຳລັບການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ ຫວຽດນາມ ​ປີ 2016” ຂອງ​ງອກ​ລວນ, ນັກ​ຂ່າວ VOV.

ການສົ່ງອອກໝາກມ່ວງຫິມະພານເພິ່ມຂຶ້ນ,ສັນຍານທີ່ດີສຳລັບການສົ່ງອອກຜະລິດຕະພັນກະເສດຫວຽດນາມປີ2016 - ảnh 1
ພາບປະກອບ

        ປະຈຸ​ບັນ, ຫວຽດນາມ ມີ​ເນື້ອ​ທີ່​ດິນປູກ​ໝາກມ່ວງ​ຫິມະພານ 450.000 ​ເຮັກ​ຕາ, ສຸມ​ໃສ່​ຕົ້ນຕໍ​ຢູ່​ບັນ​ດາ​ແຂວງທາງ​ທິດ ຕາ​ເວັນ​ອອກ​ພາກ​ໃຕ້ຄື: ບີ່​ງ​ເຟືອ​ກ, ບ່າ​ເຣ້ຍຫວູງ​ເຕົ່າ, ດົ່ງ​ນາຍ, ບັນດາ​ແຂວງ ​ໄຕ​ງວຽນ ​ແລະ ອາດ​ສາມາດ​ເປີດ​ກ້ວາງ​ເນື້ອ​ທີ່​ດິນ​ປູກ ໝາກມ່ວງ​ຫິມະພານອອກ​ສູ່​ທ້ອງ​ຖິ່ນ​ຕ່າງໆ​ອີກ. ​ໃນຊຸມ​ວັນ​ມໍ່ໆ​ມາ​ນີ້, ​ແກ່ນ ໝາກມ່ວງ​ຫິມະພານ​ແມ່ນ​ຜະລິດ​ຕະພັນ​ກະ​ເສດ​ມີ​ວົງ​ເງິນສົ່ງ​ອອກ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ຂອງ ຫວຽດນາມ. ປີ 2015, ຫວຽດນາມ ສົ່ງ​ອອກ​ໝາກມ່ວງ​ຫິມະພານ 330.000 ​ໂຕ​ນ, ບັນ​ລຸ​ຍອດ​ວົງ​ເງິນ 2,5 ຕື້ USD. 80 ປະ​ເທດ ​ແລ​ະ ​ເຂດ​ແຄ້ວ​ນ​ໃນ​ໂລກ, ​ໃນ​ນັ້ນ​ມີ ອາ​ເມ​ລິ​ກາ, ຈີນ ​ແລະ ​ເອີ​ລົບ ​ແມ່ນ​ບັນດາ​ຕະຫຼາດ​ຕົ້ນຕໍ​ໃນ​ກາ​ນສົ່ງ​ອອກໝາກມ່ວງ​ຫິມະພານຂອງ ຫວຽດນາມ. ທ່ານ ດັ່ງ​ຮ່ວາງຢາ​ງ, ​ເລຂາທິການ​ໃຫຍ່​ສະຫະ​ສະມາຄົມໝາກມ່ວງ​ຫິມະພານ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ໝາກມ່ວງ​ຫິມະພານ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ 2 ປະ​ເພດ​ສິນຄ້າ​ສົ່ງ​ອອກ​ທີ່ເພີ່ມ​ຂຶ້ນ​ທັງ​ດ້ານ​ປະລິມານ ​ແລະ ມູນ​ຄ່າ​ໃນ​ຈຳນວນ​ຜະລິດ​ຕະພັນ​ກະ​ເສດ​ປະ​ເພດ​ຕ່າງໆຂອງ ຫວຽດນາມ ​ໃນ​ປີ 2015. ດ້ວຍ​ຜົນງານ​ດັ່ງກ່າວ, ນີ້​ແມ່ນ​ປີທີ 10 ຢ່າງ​ລຽນຕິດ ທີ່ໝາກມ່ວງ​ຫິມະພານສືບ​ຕໍ່​ຮັກສາ​ທີ່​ຕັ້ງ​ແມ່ນ​ປະ​ເພດສິນຄ້າ​ສົ່ງ​ອອກ​ແຖວ​ໜ້າ​ໃນ​ໂລກ ​ແລະ ປະຈຸ​ບັນ​ກວມ 50% ຍອດ​ມູນ​ຄ່າ​ການ​ຄ້າ​​ແກ່ນໝາກມ່ວງ​ຫິມະພານ ໃນ​ທົ່ວ​ໂລກ.”

        ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ໝາກມ່ວງ​ຫິມະພານສົ່ງ​ອອກຂອງ ຫວຽດນາມ ສ່ວນ​ຫຼາຍ​ແມ່ນບ່ໍທັນ​ໄດ້​ຮັບ​ການ​ປຸງ​ແຕ່ງ, ກວມ​ເຖິງ 90% ປະລິມານໝາກມ່ວງ​ຫິມະພານສົ່ງ​ອອກ. ດັ່ງນັ້ນ, ຂະແໜງໝາກມ່ວງ​ຫິມະພານຂອງ ຫວຽດນາມ ພວມວາງອອກຈຸດໝາຍຍູ້ແຮງການ​ປຸງ​ແຕ່ງ, ຫັນ​ຜະລິດ​ຕະພັນ​ເປັນຫຼາຍ​ຮູບ​ຫຼາຍ​ແບບ ​ເພື່ອ​ແນ​ໃສ່​ຍົກ​ສູງ​ມູນ​ຄ່າໝາກມ່ວງ​ຫິມະພານສົ່ງອອກ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ໃນ​ກອງ​ປະຊຸມ​ທີ່​ຫາ​ກໍ່​ຈັດ​ຕັ້ງຢູ່​ນະຄອນ ​ໂຮ່ຈີ​ມິນ, ສະຫະ​ສະມາຄົມໝາກມ່ວງ​ຫິມະພານ ຫວຽດນາມ ​ໃຫ້​ຮູ້​ວ່າ: ອັດຕາໝາກມ່ວງ​ຫິມະພານສົ່ງ​ອອກ​ໄດ້​ຮັບ​ການປຸງ​ແຕ່ງ​​ແມ່ນ​ໄດ້​ເພີ່ມ​ຈາກ 5% ​ໃນ​ປີ 2014 ຂຶ້ນ​ເຖິງ 7% ​ໃນ​ປີ 2015. ​ແຕ່ຕາມ​ຂໍ້​ສັງ​ເກດ​ແລ້ວ, ອັດຕາ​ນີ້​ຍັງ​ບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ ຫວຽດນາມ ​ເທ່ື່ອ. ທ່ານ ຫງວຽນ​ວັນ​ຈ໋ຽວ, ປະທານ​ສະພາ​ບໍລິຫານ​ບໍລິສັດ​ຫຸ້ນ​ສ່ວນ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ​ລອງ​ອານ, ​ຖື​ວ່າ:

 “​ເພື່ອ​ເພີ່ມວົງເງິນສ່ົງອອກໝາກມ່ວງຫິມະພານ, ຂະແໜງໝາກມ່ວງຫິມະພານ ພວມມີແຜນນະໂຍບາຍຍົກສູງມູນຄ່າຜະລິດຕະພັນໝາກມ່ວງຫິມະພານ. ສິ່ງດັ່ງກ່າວ ມີຄວາມໝາຍວ່າ: ໃນໄລຍະຈະມາເຖິງ, ຈະຫລຸດຜ່ອນການສົ່ງອອກຜະ​ລິດ​ຕະພັນບໍ່ທັນ​ໄດ້​ຮັບການປຸງແຕ່ງ, ຫລຸດຜ່ອນການສົ່ງອອກໝາກມ່ວງຫິມະພານບໍ່​ທັນ​ໄດ້​ຮັບ​ການ​ປຸງ​ແຕ່ງ”

        ​ເຖິງ​ວ່າ​ປະລິມານໝາກມ່ວງ​ຫິມະພານສົ່​ງອອກ​ຫຼາຍ, ​ແຕ່ປະຈຸ​ບັນ, ​ຂະ​ແໜງ ໝາກມ່ວງ​ຫິມະພານ ບໍ່​ທັນ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງເຕັກ​ໂນ​ໂລ​ຢີ​ປຸງ​ແຕ່ງ. ​ເພື່ອ​ເພີ່ມ​ມູນ​ຄ່າສິນຄ້າ​ສົ່ງ​ອອກ, ​ໄປ​ຄຽງ​ຄູ່​ກັບ​ການ​ຍູ້​ແຮງ​ການ​ລົງທຶນ​ດ້ານ​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຢີ​ແລ້ວ, ຂະ​ແໜງ ໝາກມ່ວງ​ຫິມະພານ​ພວມ​ສຸມ​ໃສ່​ຫັນ​ຜະລິດ​ຕະພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ພິ​ເສດ​ແມ່ນ​ສ້າງ​ບັນດາ​ຜະລິດ​ຕະພັນ​ໃໝ່​ມີ​ມູນ​ຄ່າ. ທ່ານ ຫວູວັນ​ຕີກ, ຫົວໜ້າ​ຄະນະ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ, ຖື​ວ່າ:

        “ຈາກໝາກມ່ວງຫິມະພານ ສາມາດຜະລິດ​ຫົວນຳ້ມັນ​ໄດ້, ​ແລະ​ຈາກ​ເປືອກ​​ແກ່ນໝາກມ່ວງ​ຫິມະພານ​ສາມາດ​ຜະລິດ​​ເຊື້ອ​ເພີງ ​ແລະ ຈາກ​ຢາງ​ຂອງ​ຕົ້ນໝາກມ່ວງ​ຫິມະພານສາມາດ​ຜະລິດ​ນຳ້​ສີທີ່​ມີ​ຄວາມ​ທົນ​ທານ​ກັບ​ອາກາດ​ຮ້າຍ​ແຮງ​ໄດ້. ບັນດາ​ສິ່ງດັ່ງກ່າວ​ແມ່ນ​ຜະລິ​ດຕະພັນ​ກະ​ເສດ​​ເຕັກ​ໂນ​​ໂລ​ຢີສູງ, ນຳ​ມາ​ເຊິ່ງມູນ​ຄ່າ​ສົ່ງ​ອອກ​ສູງ​ກ່ວາ”

ການສົ່ງອອກໝາກມ່ວງຫິມະພານເພິ່ມຂຶ້ນ,ສັນຍານທີ່ດີສຳລັບການສົ່ງອອກຜະລິດຕະພັນກະເສດຫວຽດນາມປີ2016 - ảnh 2

        ຄື​ໄດ້​ກ່າວ​ມາ​ຂ້າ​ງ​ເທິງ, ຜະລິດ​ຕະພັນໝາກມ່ວງ​ຫິມະພານຂອງ ຫວຽດນາມ ​ໄດ້​ສົ່ງ​ອອກຕົ້ນ​ຕໍ່​ແມ່ນ​ບໍ່​ທັນ​ໄດ້​ຮັບ​ການ​ປຸງ​ແຕ່​ງ​ເປັນ​ຕົ້ນ​ໄປ​ຍັງ​ຕະຫຼາດ: ອາ​ເມ​ລິ​ກາ, ອີ​ຢູ, ຍີ່ປຸ່ນ ​ແລະ ຈີນ… ​ແມ່ນ​ບັນດາ​ຕະຫຼາດ​ໃຫຍ່, ມີ​ຄວາມ​ຕ້ອງການ​ດ້ານ​ຄຸນ​ນະພາ​ບ ​ແລະ ຫຼັກ​ອະນາ​ໄມສູງ. ​ໃນ​ຂະນະ​ນັ້ນ, ​ເຕັກ​ໂນ​ໂລ​ຢີປຸງ​ແຕ່ງ​ຂອງ​ບໍລິສັດ​ໃຫຍ່​ສົ່ງ​ອອກໝາກມ່ວງ​ຫິມະພານ​ຫຼາຍ​ແຫ່ງຂອງ ຫວຽດນາມ ຍັງ​ມີສິ່ງຈຳກັດຢູ່. ຕາມ​ທ່ານ ຫງວຽນ​ກວາງ​ຮວຽນ, ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ​ສົ່ງ​ອອກ ຮ່ວາງ​ເຊີນ (​ແຂວງ ບີ່​ງ​ເຟືອ​ກ) ​ແລ້ວ, ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ປະຈຸ​ບັນ​ແມ່ນ ລັດຕ້ອງ​ມ​ີນະ​ໂຍບາຍ​ໜູນ​ຊ່ວຍ​ບັນດາ​ບໍລິສັດ​ສົ່ງ​ອອກໝາກມ່ວງ​ຫິມະພານ ​ເພີ່ມ​ທະວີ​ການ​ລົງທຶນ​ປະກອບເຕັກ​ໂນ​​ໂລ​ຢີປຸງ​ແຕ່ງ, ຜະລິດ​ຜະລິດ​ຕະພັນ​ຫຼາຍ​ຮູບ​ແບບ ​ແລະ ​ເປີດ​ກ້ວາງ​ຕະຫຼາດ. ທ່ານ ຫງວຽນ​ກວາງ​ຮວຽນ, ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ, ມີ​ວິ​ສາ​ຫະກິດຜະລິດ​ປຸງ​ແຕ່ງ​ດ້ວຍ​ຂອບ​ຂະໜາດ​ໃຫຍ່ 160 ​ແຫ່ງ ​ແລະ ​ໃນ​ນັ້ນ​ມີ​ວິ​ສາ​ຫະກິດ 30 ​ແຫ່ງ​ເລີ່​ມຕົ້ນ​ການ​ລົງທຶນ, ສ້າງ​ພາບ​ພົດ​ຂອງ​ຕົນ, ໝູນ​ໃຊ້​ບັນດາ​ມາດ​ຕະຖານ​ສາກົນ​ກ່ຽວ​ກັບ​ຫຼັກ​ອະນາ​ໄມ​ດ້ານ​ສະບຽງ​ອາຫານ​ຢ່າງ​ເຂັມ​ງວດ​ເພື່ອ​ເຊື່ອມ​ໂຍງ​ກັບ​ປະ​ເທດ​ຕ່າງໆ. ​ແຕ່​ໄລຍະ​ຈະ​ມາ​ເຖິງ, ທ່າ​ອ່ຽງນີ້​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຮງ​ກ່ວາ​ອີກ.”

        ນອກຈາກ​ປັດ​ໄຈ​ຄຸນ​ນະພາ​ບຜະລິດ​ຕະພັນ​ແລ້ວ, ປະຈຸ​ບັນ, ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ໃນ​ຂະ​ແໜງໝາກມ່ວງ​ຫິມະພານ​ຫຼາຍ​ແຫ່ງຍັງ​​ເອົາ​ໃຈໃສ່​ຫຼາຍ​ກ່ວາ​ເຖິງ​ການ​ພັດທະນາ​ຕະຫຼາດ, ຍູ້​ແຮງ​ການ​ລົງທຶນ​ປະກອບເຕັກ​ໂນ​ໂລ​ຢີຜະລິດປຸງ​ແຕ່ງ, ສ້າງ​ເຄື່ອງໝາຍ​ການ​ຄ້າ. ​ໃນ​ປີ​ນີ້ ​ແລະ ​ໄລຍະ​ຈະ​ມາ​ເຖິງ, ຂະ​ແໜງໝາກມ່ວງ​ຫິມະພານ ຫວຽດນາມ ຈະ​​ເອົາ​ໃຈ​ໃສ່​ກ່ວາ​ອີກ​​ເຖິງ​ບັນຫາ​ຫຼັກ​ອະ​ນາ​ໄມ​ດ້ານ​ສະບຽງ​ອາຫານ ​ເພື່ອ​ແນ​ໃສ່​ຫລຸດຜ່ອນ​ບັນ​ດາຄວາມ​ສ່ຽງ​ໃນ​ການ​ຜະລິດ ​ແລະ ສົ່ງ​ອອກ​ແກ່ນໝາກມ່ວງ​ຫິມະພານ​​ໄປ​ສູ່​ຕະຫຼາດ​​ໂລກ.

                                    


ຂ່າວ/ບົດ​ອື່ນ