ການຫັນບໍລິສັດໃຫຍ່ 36 ເປັນຫຸ້ນສ່ວນ: ເປີດຮູບແບບໃຫມ່ໃນການຄຸ້ມຄອງບັນດາວິສາຫະກິດກອງທັບ

(vovworld)- ​ໂດຍ​ປະຕິບັດ​ຕາມຄຳເຫັນຊີ້​ນຳ​ຂອງ​ນາຍົກລັດຖະມົນຕີກ່ຽວກັບ​ແຜນ​ຮ່າງ​ສັບ​ຊ້ອນ, ​ປ່ຽນ​ໃຫມ່​ວິ​ສາ​ຫະກິດທີ່​ມີ ທຶນ​ຂອງ​ລັດ100%  ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄລຍະ 2013-2015, ບໍລິສັດ​ໃຫຍ່ 36 ​ແມ່ນ​ຫນຶ່ງ​ໃນ​ວິ​ສາ​ຫະກິດ 2 ​ແຫ່ງ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ໄດ້​ດຳ​ເນີນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ພວມ​ຕັ້ງຫນ້າ​ຜັນ​ຂະຫຍາຍ​ການ​ປະຕິບັດວິວັດ​ການ​ຫັນ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ. ​ເນື່ອງ​ໃນ​ໂອກ​າດນີ້, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ສຳພາດ ພັນ​ເອກ ຫງວຽນ​ດັງ​ຢາ​ບ, ປະທານ​ສະພາ​ບໍລິຫານ, ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່ ບໍລິສັດ​ໃຫຍ່ 36- ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ກ່ຽວ​ກັບ​ຄວາມ​ສະດວກ ກໍ​ຄື​ສິ່ງ​ທ້າ​ທາຍ​ໃນ​ວິວັດ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ.

 

ການຫັນບໍລິສັດໃຫຍ່ 36 ເປັນຫຸ້ນສ່ວນ: ເປີດຮູບແບບໃຫມ່ໃນການຄຸ້ມຄອງບັນດາວິສາຫະກິດກອງທັບ - ảnh 1
ພັນ​ເອກ ຫງວຽນ​ດັງ​ຢາ​ບ

        ນັກ​ຂ່າວ: ຂໍ​ຮຽນ​ສະຫາຍ! ​ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ, ບໍລິສັດ​ໃຫຍ່ 36 ​ໄດ້​ມີ​ບັນດາ​ບາດກ້າວ​ກະກຽມຄື​ແນວ​ໃດ​ເພື່ອ​ຫັນປ່ຽນ​ຮູບ​ແບບ, ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງຕະຫລາດ ແລະ ແກ້ງ​ແຍ້​ງຢ່າງສະ​ເຫມີ​ພາບ?

        ພັນ​ເອກ ຫງວຽນ​ດັງ​ຢາ​ບ: ​​ໃນ​ໄລຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ, ວິ​ສາ​ຫະກິດ​ບໍ່ອາດ​ຢືນ​ຢູ່​ນອກ​ໄດ້. ບໍ່​ວ່າ​ພື້ນຖານ​ເສດຖະກິດ​ຂອງປະ​ເທດ​ໃດ, ວິ​ສາ​ຫະກິດ ຍັງ​ຄົງ​ສວມ​ບົດບາດ​ສຳຄັນ​​ໃນ​ການ​ພັດທະນາ​ເສດຖະກິດ​ປະ​ເທດ​ຊາດ. ບໍລິສັດ​ໃຫຍ່ 36 ​ໄດ້​ກະກຽມ​ໃຫ້​ແກ່​ຕົນ​ເອງ​ວິວັດ​ການ​ເຊື່ອມ​ໂຍງ.     ​ໃນ​ຮອບ​ເວລາ 7 ປີ, ບໍລິສັດໄດ້ກາຍເປັນຮູບແບບທຳອິດຂອງ

ທົ່ວກອງທັບກ່ຽວກັບຮູບແບບລັດ​ວິ​ສາ​ຫະກິດ​ຈຳກັດ​ຜູ້​ດຽວ. ​ໃນ​ໄລຍະ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ, ພວກ​ຂ້າພະ​ເຈົ້າ​ໄດ້​ຫັນ​ສິ່ງ​ທ້າ​ທາຍ​ກາຍ​ເປັນ​ກາລະ​ໂອກາດ ​ແລະ ສ້າງ​ລາຍ​ຮັບຈາກ​ສິບ​ໆຕື້​ດົ່ງ ​ຂຶ້ນ​ເຖິງ 3000 ຕື້​ດົ່ງໃນ ປະຈຸ​ບັນ. ນີ້​ແມ່ນ​ບາດກ້າວ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ ​ແລະ ຮອບດ້ານ.

        ນັກ​ຂ່າວ: ໂດຍແມ່ນ​ຫົວຫນ່ວຍ​ສ້າງ​ເສດຖະກິດ​ຕິດ​ພັນ​ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ​ເຄື່ອງໝາຍ​ການ​ຄ້າ 36 ​ໄດ້​ຮັບ​ການ​ຢັ້ງຢືນ ຕິດ​ພັນ​ກັບ​ການ​ເຕີບ​ໂຕ. ສະ​ນັ້ນ​ເມື່ອ​ຫັນ​ບໍລິສັດ​ເປັນ​ຫຸ້ນ​ສ່ວນ, ບໍລິສັດ​ໃຫຍ່ 36 ມີ​ຄວາມ​ສະ​ດວກ ​ແລະ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ແນວ​ໃດ?.

        ພັນ​ເອກ ຫງວຽນ​ດັງ​ຢາ​ບ: ​​ໃນ​ໄລຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ພວກ​ເຮົາ​ບໍ່​ອາດ​ເຊື່ອມ​ໂຍງ​​ເມື່ອ​ປະຕິບັດຕາມ​ຮູບ​ແບບ​ເກົ່າ​ ຫາກ​ຕ້ອງ​ມີ​ບາດກ້າວເຊື່ອມ​ໂຍງ​ຢ່າງ​ເໝາະ​ສົມ. ​ເມື່ອເຂົ້າ​ຮ່ວມ​ສັນຍາ​ຄູ່ຮ່ວມ​ມື​ເສດຖະກິດ​ເຂດ ປາຊີ​ຟີ​ກ (TPP), ຫວຽດນາມ ​​ຕ້ອງ​ມີການ​ປັບປຸງ​ໃດ​ຫນຶ່ງ​. ຂ້າພະ​ເຈົ້າ​ຄິດ​ວ່າ ພື້ນຖານ​ເສດຖະກິດ​ຂອງປະ​ເທດ​ຊາດ ຄວນ​ມີບາດກ້າວ​ບຸກທະລຸ. ທີ​ສອງ ທັດສະນະ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ບໍລິຫານ ຕ້ອງ​ປ່ຽນ​ແປງ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ຫວຽດນາມ​ໃນ​ສະພາບ​ການ​ໃຫມ່ ກໍ​ຄື ທ່າ​ອ່ຽງພັດທະນາ​ຂອງ​ເສດຖະກິດ​ທົ່ວ​ໂລກ.

        ​ໄລຍະຜ່ານ​ມາ, ບໍລິສັດ​ໃຫຍ່ 36 ​ໂດຍ​ນາຍົກລັດຖະມົນຕີກໍຄື​ກະຊວງ​ປ້ອງ​ກັນປະ​ເທດ​ເຫັນ​ດີ​ອະນຸຍາດ​ຫັນ​ເປັນ​ຫຸ້ນ​ສ່ວນ, ວິວັດ​ການ​ນີ້ ຈະ​ປະຕິບັດ​ແຕ່​ນີ້​ຮອດ​ທ້າ​ຍປີ 2015. ຂ້າພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນບາດກ້າວ​ບຸກທະ​ລຸ. ​ເມື່ອ​ຫັນ​ເປັນ​ຫຸ້ນ​ສ່ວນ ​ແນ່ນອນ​ວ່າ​ຈະ​ປະສົບ​ກັບ​ສິ່ງ​ທ້າ​ທາຍ ​ແລະ ຄວາ​ມຫຍຸ້ງຍາກ. ສິ່ງ​ທ້າ​ທາຍທີ​ຫນຶ່ງ, ​ເມື່ອ​ຫັນບໍລິສັດ​ແມ່​ເປັນ​ຫຸ້ນ​ສ່ວນ ​ແມ່ນ​ສິ່ງ​ບໍ່​ເຄີຍ​​ມີມາກ່ອນ​ ​ແລະ ​ເລື່ອງ​ຂາຍ​ຫຸ້ນ​ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ. ​ເພື່ອ​ຊອກ​ຫາ​ຜູ້​ຖື​ຫຸ້ນ​ຍຸດ​ທະ​ສາດ, ຊອກ​ບັນດາ​ນັກ​ລົງທຶນ​ຊື້​ຫຸ້ນ​ສ່ວນ​ຂອງ​ບັນດາ​ລັດ​ວິ​ສາ​ຫະກິດ​ຂາຍ​ຫຸ້ນ​ຢູ່​ຕະຫລາດ​ໃຫຍ່ ນີ້​ກໍ​ແມ່ນ​ສິ່ງ​ທ້າ​ທາຍ​ສຳລັບ​ລິ​ສັດ​ໃຫຍ່ 36. ສະນັ້ນ ພວກ​ຂ້າພະ​ເຈົ້າ​ຕ້ອງ​ເຊີນ​ບັນດາ​ຜູ້​ຊ່ຽວຊານ​ຊັ້ນ​ນຳ ມາ​​​ເຜີຍ​ແຜ່ຂໍ້​ມູນ​ຂ່າວສານ ​ເພື່ອ​ໃຫ້​ສະມາຊິກ​ແຕ່ລະຄົນ​ໃນ​ບໍລິສັດ​​ໃຫຍ່​ເຂົ້າ​ໃຈ​ກ່ຽວ​ກັບ​ຈຸດປະສົງ​ດ້ານ​ການ​ເມືອງ ກໍ​ຄື​ວິວັດ​ການ​ພັດທະນາ​ຂອງ​ບໍລິສັດ. ​ເຖິງ​ແນວ​ໃດ​ກໍ​ຕາມ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຕ້ອງປະຕິບັດ​ຕາມ​ວິວັດ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ​ແລະ ລັດ​ພຽງ​ຖື​ຫຸ້ນ​​ຈຳນວນ​ຫນ້ອຍ ​ແລະ ຢູ່​ບັນດາ​ຫົວຫນ່ວຍ​ພິ​ເສດ. ຂ້າພະ​ເຈົ້າ​ຖື​ວ່າ: ບໍລິສັດ​ໃຫຍ່ 36 ນຳ​ຫນ້າ​ໃນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ​ແລະ ​ໄດ້​ຮັບ​​ແຫ​ລ່ງກຳລັງ​ຫນູນ​ຈາກ​ທ່ານ​ນາຍົກລັດຖະມົນຕີ, ນີ້​ແມ່ນ ຈີນ​ຕະນາ​ການ​ທີ່​ກ້າວຫນ້າ,​​ແມ່ນ​ທິດ​ທາງ​ອັນ​ຖືກ​ຕ້ອງ ​ແລະ ​ຕັ້ງຫນ້າ, ຕ້ອງ​ປະຕິບັດ​ຍິ່ງ​ໄວ​ກໍ​ຍິ່ງ​ດີ, ​ເພື່ອ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ແຫ​ລ່ງທຶນ​ຂອງ​ລັດ​ໄດ້. ຍິ່ງ​ກວ່າ​ນັ້ນ ​ເພື່ອ​ໃຫ້​ຫວຽດນາມ ສ້າງ​ຮູບ​ແບບ​ການ​ຄຸ​້ມຄອງ​ທີ່​ກ້າວຫນ້າ, ວິ​ທະຍາ​ສາດ, ​ເໝາະ​ສົມ​ກັບ​ຈິດ​ໃຈ​ຂອງ​ປະຊາຊົນ, ພິ​ເສດ ​ແມ່ນ​ສ້າງ​ຄວາມ​​ໂປ່​ງ​ໃສ.

ນັກ​ຂ່າວ: ​​ຫນ້າ​ທີ່​ເສດຖະກິດ​ໃນ​​ໄລຍະ​ສັນຕິພາບ, ໂດຍແມ່ນ​ວິ​ສາ​ຫະກິດ​ກອງທັບ​ເຮັດ​​ເສດຖະກິດ ສົມທົບ​ກັບ​ ​ຮັບປະກັນການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ພິ​ເສດ ​ແມ່ນ​ບັນດາ​ສະຖານທີ່ຍຸດ​ທະ​ສາດ, ​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ທະ​ເລ​ໝູ່​ເກາະ. ບໍລິສັດ​ໃຫຍ່ 36 ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຫລັກ​ແຫ​ລ່ງ ສ້າງ​ບັນດາ​ລະບົບ​ເຂດ​ເສດຖະກິດ​ປ້ອງ​ກັນຊາ​ດຢູ່​ບັນດາ​ບໍລິ​ເວນ​ຍຸດ​ທະ​ສາດ​ນີ້​ຄື​ແນວ​ໃດ.

ພັນ​ເອກ ຫງວຽນ​ດັງ​ຢາ​ບ: ບັນດາ​ກິດຈະກຳ​ຂອງ​ບໍລິສັດ​ໃຫຍ່ 36 ​ແມ່ນຕັ້ງ​ຢູ່​ທົ່ວ 52 ​ແຂວງ, ນະ​ຄອນ​ຂອງ​ຫວຽດນາມ ​ແລະ ຢູ່​ປະ​ເທດ​ລາວ. ບໍລິສັດ​ໃຫຍ່ 36 ມີ​ຍຸດ​ທະ​ສາດ​ພັດທະນາ ນັ້ນ​ແມ່ນ ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ ຕ້ອງ​ມີ​ບັນດາ​ພາຫະນະ​ທັນ​ສະ​ໄຫມ, ພະ​ນັກ​ງານ​ຕ້ອງ​​ແມ່ນ​ຜູ້ມີ​ສຸຂະພາບ​ແຂງ​ແຮງ, ມີພູມ​ປັນຍາ. ທີ​ສອງ ​ແມ່ນ​ວັດທະນະທຳ​ວິ​ສາ​ຫະກິດ, ບໍລິສັດ​ໃຫຍ່ 36 ​ໄດ້​ສ້າງ​ວັດທະນະທຳ​ຂອງ​ຕົນ​ຢູ່​ບັນດາ​ເຂດ​ດັ່ງກ່າວ ດ້ວຍ​ການ​ສົມທົບ​ກັບ​ຊາວ​ຫນຸ່ມ​ທ້ອງ​ຖິ່ນ, ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈຢູ່​ທ້ອງ​ຖິ່ນ​ຊ່ື​ງ​ແມ່ນ​ແຫ່ງ​ທີ່ບໍລິ​ສັດ​ຕັ້ງ​ທັບ ​ເພື່ອ​ເພີ່ມ​ການ​ພົວພັນ​ລະຫວ່າງທະຫານ ​ແລະ ປະຊາຊົນ. ພິ​ເສດ ສິ່ງ​ສຳຄັນ​ນັ້ນ​ແມ່ນ ນຳ​​ໃຊ້​ແຫ​ລ່ງຊັບພະຍາກອນ​ມະນຸດ​ຢູ່​ກັບ​ທີ່, ນຳ​ໃຊ້​ຄົນ​ງານ​ຊື່​ງ​ແມ່ນ​ລູກຫລານ​ຊາວ​ຊົນ​ເຜົ່າ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ. ບັນດາ​ກິດຈະກຳ​ຂອງ​ ບໍລິສັດ​ໃຫຍ່ 36 ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນການ​ພິສູດ​ໃຫ້​ເຫັນ ​ສິ່ງດັ່ງກ່າວ ແລະ ຂ້າພະ​ເຈົ້າ​ຖື​ວ່າ ພຽງ​ແຕ່​ມີກຳລັງ​ແຮງ​, ມີຄວາມ​ສຸດ​ຈິດ​ສຸດ​ໃຈ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ຈຶ່ງ​ເຮັດໄດ້ຄື​ແນວ​ນັ້ນ​. ​ໄລຍະ​ຜ່ານ​ມາ ຖ້າ​ບໍ່​ມີ​ຄວາມ​ເມົາ​ມົວ, ຄວາ​ມມານະພະຍາຍາມ ​ແລະ ພິ​ເສດ​ແມ່ນບໍ່​ປະຕິບັດ​ຕາມ​ຮູບ​ແບບ​ເກົ່າ​ຈາກ​ບໍ່​ວ່າ​ວິ​ສາ​ຫະກິດ​​ໃດ ບໍລິສັດ​ໃຫຍ່ 36 ຈື່ງໄດ້ຮັບ​ຜົນສຳ​ເລັດ​ຄື​ປະຈຸ​ບັນ​ໄດ້.

ນັກ​ຂ່າວ: ຂໍ​ຂອບ​ໃຈ​ສະຫາຍ

ຕອບກັບ

ຂ່າວ/ບົດ​ອື່ນ