ກາລະໂອກາດລົງທຶນເຂົ້າເຂດໄຕງວຽນ

(vovworld) -ໄຕ​ງວຽນ ແມ່ນ​​ເຂດ​ມີ​ທີ່​ຕັ້ງ​ຍ​ຸດ​ທະ​ສາດສຳ​ຄັນ​ພິ​ເສດ ກ່ຽວ​ກັບ​ເສດ​ຖະ​ກິດ ສັງ​ຄົມ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຂອງ ຫວຽດ​ນາມ. ເພື່ອ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຢ່າງ​ສຸດ​ຂີດ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ, ບັນ​ດາ​ແຂວງ ​ເຂດໄຕ​ງວຽນ ມີ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ພິ​ເສດ​ກໍ​ຄື​ຕ້ອງ​ມີ​ແຫລ່ງ​ກຳ​ລັງ​ລ​ົງ​ທຶນ​ຢ່າງ​ແຂງ​ແຮງກວ່າ​ ເພື່ອ​ພັດ​ທະ​ນາ​ຢ່າງວ່ອງໄວ ແລະ ໝັ້ນ​ຄົງ.
ກາລະໂອກາດລົງທຶນເຂົ້າເຂດໄຕງວຽນ - ảnh 1
ຊາວ​ເຜົ່າ​ຢູ່​ໄຕ​ງວຽນ ເຂົ້າ​ຮ່ວມ​ງານ​ບຸນ
ພາບ:tuyengiao.vn

        ດ້ວຍ​ເງື່ອນ​ໄຂ​ທຳ​ມະ​ຊາດ, ດິນ​ຟ້າອາ​ກາດແຕກ​ຕ່າງ​ກັບ​ບັນ​ດາ​ເຂດ​ອື່ນ, ໄຕ​ງວຽນ ມີ​ທ່າ​ໄດ້​ປຽບ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກະ​ສິ​ກຳ, ໃນ​ນັ້ນ ຕົ້ນ​ຕໍແມ່ນ​ບັນ​ດາ​ຕົ້ນ​ໄມ້​ອຸດ​ສາ​ຫະ​ກຳ​ສຳ​ຄັນ​ຄື: ກາ​ເຟ, ໝາກ​ພິກ​ໄທ, ຢາງ​ພາ​ລາ. ນອກນັ້ນ, ນີ້​ກໍ​ແມ່ນ​ເຂດ​ປູກ​ຜັກ, ດອກ​ໄມ້​ດ້ວຍ​ເຕັກ​ໂນ​ໂລ​ຊີ​ສູງ​ຮັບ​ໃຊ້​ການ​ສົ່ງ​ອອກ. ດ້ວຍ​ທີ່​ຕັ້ງຢູ່​ຍານ​ລຸ່ມຂອງແມ່​ນ້ຳ​​ໃຫຍ່ 3 ​ລຳ​​ເຊັ່ນ: ເຊ​ຊານ, ຊະເຣ​ປົກ ແລະ ແມ່​ນ້ຳ​ດົງ​ນາຍ. ໄຕ​ງວຽນ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫ​ຍ່​ດ້ານ​ໄຟ​ຟ້າ​ນ້ຳ​ຕົກ, ກວມ 27% ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ, ເຕັກ​ນິກ​ໄຟ​ຟ້າ​ນ້ຳ​ຕົກ​ຂອງ​ຫວຽດ​ນາມ. ໄຕ​ງວຽນ ມີ​ປະ​ລິ​ມານ​ໂລ​ຫະ​ປະ​ເພດ​ຕ່າງ​ໆ​ຫລາຍ​ສົມ​ຄວ​ນ​ຄື: ໂບ​ສິດ, ບໍ່​ຄຳ, ວັດ​ສະ​ດຸກໍ່​ສ້າງ, ….ອາ​ກາດ​ ແລະ ເງື່ອນ​ໄຂ​ທຳ​ມະ​ຊາ​ດ​ເອື້ອ​ອຳ​ນວຍ​ຄວາມສະ​ດວກ, ​ເໝາ​ະ​ສົມ​ກັບ​ການ​ຜັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ, ໄຕ​ງວຽນ ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ລື​ຊື່​ຫລາຍ​ແຫ່ງ​ຄື: ດາ​ລາດ (ເລີມ​ດົງ), ກອນ​ປະ​ລົງ(ກອນ​ຕູມ). ​ທ່ານ ເຈີນ​ວຽດ​ຮຸ່ງ, ຮອງ​ຫົວ​ຫ​ນ້າ​ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ງວຽນ​ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໄດ້ເຫັນ​ດີ​ຕໍ່​ຫລັກ​ການ ​ແລະ ມອບ​ໃຫ້​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ເປັນ​ເຈົ້າ​ພາບ, ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ສຳ​ຫລວດກວດ​ຄືນ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ມີ​ຢູ່​ແລ້ວ ແລະ ສ​ຸມ​ໃສ່​ເຂົ້າ​ບັນ​ດາ​ຂົງ​ເຂດ​ຊື່ງ​ໄຕ​ງວຽນ ມີ​ທ່າ​ແຮງ. ດ້ວຍ​ບັນ​ດາ​ນະ​ໂຍ​ບາຍ​​ດຶງ​ດູດ​​ການລົງ​ທຶນ​ເຂົ້າ​ເຂດ​ໄຕ​ງວຽນ ທີ່ນັບ​ມື້​ນັບ​ລະ​ອຽດ​ກວ່າ. ຕົວ​ຢ່າງຄືຂົງ​ເຂດ​ທ່ອງ​ທ່ຽວ, ຂົງ​ເຂດ​ປູກ​ຕົ້ນ​ໄມ້​ອຸດ​ສາ​ຫະ​ກຳ​ເຊັ່ນ: ກາ​ເຟ, ຢາງ​ພາ​ລາ, ບັນ​ດາ​ປະ​ເພ​ດ​ຕົ້ນ​ໄມ້​ຊື່ງ ໄຕ​ງວຽນ ມີ​ທ່າ​ແຮງ.”

        ປະ​ຈຸ​ບັນ ເງິນ​ລົງ​ທຶນ​ເຂົ້າ​ເຂດ​ໄຕ​ງວຽນ ​ຍັງ​ຄົງ​ກວມ​ອັດ​ຕາ​ສ່ວນ​ຫ​ນ້ອຍ​ໃນ​ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ຂອງ​ທັງ​ປະ​ເທດ. ການ​ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ເຂົ້າ​ຂົງ​ເຂດນີ້ ຍັງ​ຈຳ​ກັດ​ ນັບ​ທັງ​ຈຳ​ນວນ​ໂຄງ​ການ, ຈຳ​ນວນ​ທຶນ ແລະ ພຽງ​​ແຕ່ສຸມ​ໃສ່​ ​ຢູ່ແຂວງ ເລີມ​ດົງ ​ເປັນຕົ້ນ​ຕໍ. ເມື່ອ​ທຽບ​ໃສ່​ທັງ​ປະ​ເທດ GDP ຂອງ ​ເຂດໄຕ​ງວຽນ ບັນ​ລຸ​ພຽງ​ປະ​ມານ 9%. ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ຍັງ​ຢູ່​ໃນ​ລະ​ດັບ​ສູງຢູ່, ໃນ​ນັ້ນ ຄອບ​ຄົວ​ທຸກ​ຍາກ​ສ່ວນ​ຫລາຍ​ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ຫ​ນ້ອຍ. ຕາມ​ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ແລ້ວ, ການ​ເພີ່ມ​ທະ​ວີຄວາມ​ສະ​ຫ​ນິດ​ຕິດ​ພັນ​ລະ​ຫວ່າງ​ທະ​ນາ​ຄານກັບ​ກະ​ສິ​ກຳ, ຊາວ​ກະ​ສິ​ກອນ ແລະ ຊົນ​ນະ​ບົດ ໃນ​ລະ​ບົບ​ຜະ​ລິດ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ ຕາມ​ບັນ​ດາ​ຮູບ​ແບບ​ຮ່ວມ​ສຳ​ພັນ​​ໃນການ​ຜະ​ລິດ​, ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງນັ້ນ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ຈຸດ​ສຸມ​ທີ່ຄວນ​ລົງ​ທຶນ​ເຂົ້​າ​ເຂດ​ໄຕ​ງວຽນ​ໃນ​ປີ​ນີ້. ໄລ​ຍະ​ຈະ​ມາ​ເຖິງ, ບັນ​ດາ​ທະ​ນາ​ຄ​ານ​ການ​ຄ້າ ຈະ​ລົງ​ທຶນ​ປະ​ມານ 15.000 ຕື້​ດົງ​ເຂົ້າ​​ເຂດໄຕ​ງວຽນ, ໃນ​ນັ້ນ ສຸມ​ໃສ່​ ​ເຂົ້າ​ບັນ​ດາ​ຂົງ​ເຂດ​ ຕົ້ນ​ຕໍ ຄື: ໄຟ​ຟ້າ​ນ້ຳ​ຕົກ, ໄຟ​ຟ້າ​ໃຊ້​ພະ​ລັງ​ຄວາມ​ຮ້ອນ, ຄົມ​ມະ​ນາ​ຄົມ, ຜະ​ລິດ​ກະ​ສິ​ກຳ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ. ທ່ານ ຫງວຽ​ນ​ກີ​ມ​ແອງ, ຮອ​ງ​ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ​ໃຫ້​ຮູ້​ວ່າ:

        “ຂະ​ແຫນງ​ທະ​ນາ​ຄານ​ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ລົງ​ທຶນ​ສ​ິນ​ເຊື່ອ​ເຂົ້າ​ບັນ​ດາ​ແຂວງ ໄຕ​ງວຽນ, ໃນ​ນັ້ນ ກຳ​ນົດ ກະ​ສິ​ກຳ, ຊາວ​ກະ​ສິ​ກອນ, ຊົນ​ນະ​ບົດ​ເວົ້າ​ລວມ ແລະ ການ​ລົງ​ທຶນ​ເຂົ້າ​​​ຜະ​ລິດ​ຕະ​ພັນ​ທີ່ມີ​ທ່າ​ແຮງ​ຂອງ​​ເຂດ​ຄື: ກາ​ເຟ, ຊາ, ຢາງ​ພາ​ລາ… ແມ່ນ​ຂົງ​ເຂດ​ໄດ້​ຮັບ​ບຸ​ລິ​ມະ​ສິດ. ພິ​ເສດ​ແມ່ນບຸລິ​ມາ​ສິດ​ໃຫ້ການ​ຜະ​ລິດ​ກະ​ສິ​ກຳ​ຕາມ​ລະ​ບົບ​ຮ່ວມ​ສຳ​ພັນ, ຫຼື​ຜະ​ລິດອຸດ​ສາ​ຫະ​ກຳ​ທີ່ນຳໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ​ໄດ້ກູ້​ຢືມ​ທຶນ​.”

        ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນ​ດາ​ແຂວງ ໄຕ​ງວຽນ ສືບ​ຕໍ່​ຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ເປັນ​ລະ​ອຽດ, ປ່ຽນ​ໃຫມ່​ກົນ​ໄກ, ນະ​ໂຍ​ບາຍ​ເພື່ອ​ສຸ​ມ​ໃສ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຶງ​ດູດ​ແຫລ່ງ​ກຳ​ລັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເພື່ອ​ສ​ຸມ​ໃສ່​ບັນ​ດາ​ຂົງ​ເຂດ​ຫລັກ​ແຫລ່ງ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ທີ່​ໄດ້​ຮັບ​ການ​ກຳ​ນົດ. ທ່ານ ຫ​ວູ​ວັນ​ຕື, ຜູ້​ອຳ​ນວຍ​ການ​ສູນ​ສົ່ງ​ເສີມ​ການ​ລົງ​ທຶນ, ການ​ຄ້າ ແລະ ການທ່ອງ​ທ່ຽວ ແຂວງ ເລີມ​ດົງ ໃຫ້​ຮູ້​ວ່າ: ແຂວງ ເລີມ​ດົງ ເວົ້າ​ສະ​ເພາະ ແລະ ບັນ​ດາ​ແຂວງ ໄຕ​ງວຽນ ​ຮຽກ​ຮ້ອງ​ບັນ​ດາ​ນັກ​ລົງ​ທຶນ​ທີ່ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ມີ​ແຫລ່ງ​ກຳ​ລັງ​​, ມີຄວາມ​ສາ​ມາດເຂົ້າມາ​ລົງ​ທຶນ.

        “ແຂວງ ເລີມ​ດົງ ປະ​ກາດ​ໃຊ້​ຫລາຍ​ນະ​ໂຍ​ບາຍ​ຫ​ນູນ​ຊ່ວຍ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ເຂົ້​າ​ໃນ​ຂົງ​ເຂດ​ກະ​ສິ​ກຳ, ລະ​ອຽດ​ຄ​ື: ຫ​ນູນ​ຊ່ວຍ​​ອັດ​ຕາ​ດອກ​ເບ້ຍ​ພາຍ​ຫລັງ​ລົງ​ທຶນ​ສຳ​ລັບ 3 ຂົງ​ເຂດ, ນັ້ນ​ແມ່ນ​ຂົງ​ເຂດ​ຜະ​ລິດ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ການ​ຜະ​ລິດ​ປຸງ​ແຕ່ງ, ວັດ​ສະ​ດຸກໍ່​ສ້າງ​ຈາກ​ທຳ​ມະ​ຊາດ ແລະ ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ. ພວກ​ຂ້າ​ພະ​ເຈົ້າ​ມີ​ນະ​ໂຍ​ບາຍ​ຫ​ນູນ​ຊ່ວຍ​ເພື່ອ​ພັດ​ທະ​ນາ​ເຄື່ອງ​ໝາຍ​ການ​ຄ້າ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ພິ​ເສດ​ແມ່ນ​ວຽກ​ງານ​ເປີດກວ້າງ​ຕະ​ຫລາດ.”

        ຫວ່າງ​ແລ້ວນີ້ ບັນ​ດາ​ແຂວງ ໄຕ​ງວຽນ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊ​ຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ເຂດ​ໄຕ​ງວຽນ​ຄັ້ງ​ທີ 3, ​ແນ​ໃສ່​ດຶງ​ດູດ​ການ​ລົງ​ທຶນ​ຂຸດ​ຄົ້ນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ເພື່ອ​ໃຫ້​ເຂດ​ໄຕ​ງວຽນ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແບບ​ຍືນ​ຍົງ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ