ຂະແຫນງອຸດສາຫະກຳຟື້ນຕົວສ້າງທ່ວງທ່າໃຫ້ແກ່ການເຕີບໂຕເສດຖະກິດ

(vovworld)- ​ເສດຖະກິດ​ຫວຽດນາມ ​ໃນ​ຊຸມ​ເດືອນ​ຕົ້ນ​ປີ ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ກໍ​ຕາມ, ​ແຕ່​ກໍ່​ປະກົດ​ມີ​ບັນດາສັນຍານ​ທີ່ຕັ້ງຫນ້າ​ສະ​ແດງ​ໃຫ້​ເຫັນວ່າ ພວມ​ຄ່ອຍໆ​ຟື້ນ​ຕົວ, ພິ​ເສດ​​​ແມ່ນຂົງ​ເຂດ​ອຸດສາຫະກຳ.  ​ໃນ​ລາຍການ​ເສດ​ຖະກິດ​ພາກ​ນີ້ ​

        ດັດຊະນີ​ການ​ຜະລິດ​ໃນ​ທ່ົວ​ຂະ​ແຫນງ​ອຸດສາຫະກຳ(IIP) ​ໃນ​ເດືອນ 7/2013 ​ເພີ່ມ​ຂຶ້ນ 7% ​ແລະ ​ໄລ່​ລວມດັດ​ຊະນີ​ການ​ຜະລິດ​ອຸດສາຫະກຳ​ໃນ 7 ​ເດືອນ​ຕົ້ນປີ ນີ້ຄາດ​ວ່າ​ເພີ່ມ​ຂຶ້ນ 5,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ເປັນ​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ ຢູ່​ແຂວງ,​ ນະຄອນ​ໃຫຍ່ຈຳນວນ​ຫນຶ່ງ ພາຍຫລັງ​ໄລຍະ​ຫນຶ່ງ​​ພັດທະນາ​ຢ່າງ​ຊັກ​ຊ້າ, ​ມາ​ຮອດ​ປະຈຸ​ບັນ ລ້ວນ​ແຕ່​ບັນລຸ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ສູງ​ກວ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ຄື: ຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມີນ, ດົ່ງ​ນາຍ, ບີ່​ງ​ເຢືອງ,​ ຫາຍ​ຟ່ອງ, ບັກ​ນີງ, ຫວີງ​ຟຸກ, ​ເກີນ​ເທີ, ຫາຍ​ເຢືອງ,​ ຮຶງອຽນ,​ດາ​ຫນັງ… ການ​ຜັນ​ແປ​ຂອງ​ດັດຊະນີ​ການຜະລິດ​ອຸດສາຫະກຳ ​ໃນ 7 ​ເດືອນ​ຜ່ານ​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ການ​ຜະລິດ​ອຸດສາຫະກຳ​ໄດ້​ມີ​ສັນຍານຟື້ນ​ຕົວ. ບາງ​ຂະ​ແຫນງ​ຄື: ຕຳ່​ແຜ່ນ​ຕັດຫຍິບ, ​ເກີບ​ຫນັງ, ​ເຄື່ອງ​ອາ​ໄຫລ່​ເອ​ເລັກ​ໂຕ​ນິກ ​ແລະ ຄອມ​ພິວ​ເຕີ, ​ໂທລະສັບ​ມື​ຖື…ການ​ຜະລິດ​ມີ​ຄວາ​ມສະດວກ​ພໍ​ສົມຄວນ, ຍ້ອນ​ມີຕະຫລາດ​ສົ່ງ​ອອກ ​ແລະ ​ໃບ​ສັ່ງ​ຊື້ສິນຄ້າ​ເປັນ​ປົກກະຕິ​ກວ່າ. ທ່ານ​ນາງ ຟ້າ​ມທິ​ເຟືອງ​ຮວາ, ຜູ້ອຳນວຍການ​ບໍລິສັດ​ຕັດຫຍິບ ​ຮຶງອຽນ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “​ປີ​ນີ້ໃບ​ສັ່ງ​ຊື້ສິນຄ້າ​ຫລາຍ​ກວ່າ​ເມື່ອ​ທຽບ​ໃສ່​ທຸ​ກປີ. ສ່ວນ​ຫນຶ່ງ ຍ້ອນ​ປະ​ເທດບ້ານ​ໃກ້​ເຮືອນ​ຄຽງ​ຈຳນວນ​ຫນຶ່ງ​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ​ໃນ​ຂະນະ​ແຫ​ລ່ງສິນຄ້າ​ບໍ່​ຕອບ​ສະຫນອງ​ຄວາມ​ຕ້ອງການ​ໄດ້ ສະ​ນັ້ນ ​ເຂົາ​ເຈົ້າສົ່ງ​​ໃບ​ສັ່ງ​ຊື້​ສິນຄ້າ​ມາ​ຫວຽດນາມ​ຫລາຍ​ພໍ​ສົມຄວນ. ສິ່ງ​ດັ່ງກ່າວ​ສ້າງ​ທ່າ​ໄດ້​ປຽບ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂະ​ແຫນງ​ຕຳ່​ແຜ່ນ​ຕັດ​ຫຍິບ.”

ຂະແຫນງອຸດສາຫະກຳຟື້ນຕົວສ້າງທ່ວງທ່າໃຫ້ແກ່ການເຕີບໂຕເສດຖະກິດ - ảnh 1
ພາບປະກອບ:internet

        ບັນດາ​ຂະ​ແຫນງ​ອຸດສາຫະກຳ​ອື່ນ​ຄື: ຜະລິດ​ລົດ​​ໃຊ້ກົນ​ຈັກ, ​ຜະລິດ​ເຈ້ຍ ​ແລະ ບັນດາ​ຜະລິດ​ຕະພັນ​ຈາກ​ເຈ້ຍ, ​ເຄມີ, ຜະລິດ​ຕະພັນ​ຈາກ​ທາດ​ໂລຫະ ລ້ວນ​ແຕ່​ບັນລຸ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ດີ​ພໍ​ສົມຄວນ​ຈາກ 10-14%. ຄຽງ​ຄູ່ກັນ​ນັ້ນ ດັດຊະນີ​ການ​ຈຳຫນ່າຍບັນດາ​ຜະລິດ​ຕະພັນອຸດສາຫະກຳ​ປຸງ​ແຕ່ງ, ປະ​ດິດສ້າງ​ກໍ​​ເປັນ​ປົກກະຕິ​ຄື: ຜະລິດ​ຕະພັນ​ເຄື່ອງ​ດືມ, ​ເຄື່ອງນຸ່ງ, ອຸປະກອນ​ໄຟຟ້າ, …..ພ້ອມ​ກັບ​ດັດຊະນີ​ການ​ເຕີບ​ໂຕ, ດັດ​ຊະນີ​ສິນຄ້າ​ຄ​້າງສາງ​ໃນ​ຂະ​ແຫນງ​ອຸດສາຫະກຳ​ເວົ້າ​ລວມກໍ​ຫລຸດຜ່ອນ​ກວ່າ 18%. ​ໃນ​ຂະນະ​ນັ້ນ ບາງ​ຂະ​ແຫງ​ສິນ​ຄ້າ​ມີ​ຈຳນວນ​ສິນຄ້າ​ຄ້າງ​ສາງ​ຫລາຍ​ພໍ​ສົມຄວນ​​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ມາ​ຮອດ​ປະຈຸ​ບັນ​ໄດ້​ຫລຸດຜ່ອນ​ພໍ​ສົມຄວນ​ຄື: ​ເຄື່ອງ​ອາ​ໄຫລ່​ເອ​ເລັກ​​ໂຕ​ນິກຫລຸ​ດຜ່ອນ​ກວ່າ 50%, ຊີມັງ ຫລຸດຜ່ອນ​ເກືອບ 35%, ​​ແຜ່ນແພ​ຫລຸດຜ່ອນກວ່າ 31%. ຕາມ​ການ​​ເວລາ, ດັດຊະນີ​ສິນຄ້າ​ຄ້າງ​ສາງ​ຂອງ​ຫລາຍ​ຂ​ະ​ແຫນງ​ການ, ຂົງ​ເຂດ​ອຸດສາຫະກຳ​ອື່ນ​ກໍ​ຄ່ອຍໆຫລຸ​ດຜ່ອນ​ໃນ​ຊຸມ​ເດືອນ​ຕົ້ນ​ປີ. ບັນດາ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ​ໃນ​ການ​ຜະລິດ ​ແລະ ຈຳຫນ່າຍ​ຜະລິດ​ຕະພັນ​ອຸດ​ສາ​ຫະກຳ​ໃນ 7 ​ເດືອນ​ຕົ້ນ​ປີ ສະ​ແດງ​ໃຫ້​ເຫັນ​ວ່າ​ບັນດາ​ສັນຍານ​ດີ​ພໍ​ສົມຄວນ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ຄົງ​ຈຳ​​ເປັນ​ຕ້ອງ​ນຳ​ໃຊ້​ຫລາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ​ເພື່ອ​ສືບ​ຕໍ່​ຟື້ນ​ຕົວ​ການ​ຜະລິດ​ອຸດສາຫະກຳ​ໃນ​ຊຸມ​ເດືອນ​ທ້າຍ​ປີ.​ ທ່ານ ຫວໍ​ຈີ​ແທ່ງ, ຜູ້​ຊ່ຽວຊານ​ດ້ານ​ເສ​ດຖະກິດ​ໄດ​້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ຄວາມ​ສ່ຽງ​ຍັງ​ມີ​ຢູ່, ​ແຕ່​ໄດ້​ຫລຸດຜ່ອນ​ຫລາຍ​ພໍ​ສົມຄວນ​ແລ້ວ. ຈາກ​ການ​ຫລຸ​ດຜ່ອນ​ຄວາມ​ສ່ຽງ​ໄດ້​ສ້າງ​​ເງື່ອນ​ໄຂ​ຫລາຍ​ຢ່າງ​ໃຫ້​ຫວຽດນາມ ເພື່ອ​ບໍລິຫານ​ນະ​ໂຍບາຍ​ຫນູນ​ຊ່ວຍ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ໄຫວ​ພິບ. ​ເນື້ອ​ໃນ​ຈິດ​​ໃຈ​ລວມ ​ແມ່ນບໍ່​ຜ່ອນຄາຍຫລື​ປະຕິບັດ​ນະ​ໂຍບາຍ​ກະ​ຕຸ້ນ​ຄວາມ​ຕ້ອງການ​ຢ່າງ​ແຮງຄື​ໃນ​ປີ 2009, ​ເພາະລັດຖະບານ ມີ​ສານ​ຢ່າງຈະ​ແຈ້ງ​ ວ່າ ​ສືບ​ຕໍ່ຮັກສາ​, ຢືດໝັ້ນເສດຖະກິດ​ມະ​ຫາ​ພາກ​ເປັນປົກກະຕິ.”

        ​ໃນ​ວາລະ​ປະຊຸມ​ປະຈຳ​ເດືອນ 7 ຂອງ​ລັດຖະບານ, ​ເມື່ອ​​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ສະພາບ​ການ​ເສດ​ຖະກິດ​ໃນ​ເດືອນ 7 ​ແລະ 7 ​ເດືອນ​ຂອງ​ປີ 2013,​ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ: ຄຽງຄູ່​ກັບ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ລັດຖະບານ ຈະ​ສືບ​ຕໍ່​ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ຫນູນ​ຊ່ວຍ​ການຈຳຫນ່າຍ​ຜະລິດ​ຕະພັນ​ເພື່ອ​ຫລຸດຜ່ອນ​ສິນຄ້າ​ຄ້າງ​ສາງ. ຕາມ​ທິດ​ດັ່ງກ່າວ, ລັດຖະບານ​ໄດ້​ຊີ້​ນຳ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ ຄວນ​ເປັນ​ເຈົ້າ​ການ​ໃນ​ການໝູນ​ໃຊ້​ບັນດາ​ມາດ​ຕະການ, ນະ​ໂຍບາຍ​ກ່ຽວ​ກັບ​ເງິນຕາ, ງົບປະມານ ຢ່າງ​ມີ​ໄຫວ​ພິບ, ​ຄວບ​ຄຸມ​ລາຄາ​ໃນ​ທ້ອງ​ຕະຫລາດ​ຢ່າງ​ແຫນ້ນ​ແຟ້ນ… ຊ່ວຍ​ໃຫ້​ພື້ນຖານ​ເສດຖະກິດ​ເວົ້າ​ລວມ ​ແລະ ຂົງ​ເຂດ​ອຸດສາຫະກຳ​ເວົ້າ​ສະ​ເພາະ ບັນລຸ​ຈຸດໝາຍ​ການ​ຈະ​ເລີ​ນ​ເຕີບ​ໂຕ​ທີ່​ໄດ້​ວາງ​ອອກ. ທ່ານ ​ເລກ​ວກ​ເຟືອງ, ຮອງ​ຜູ້ອຳນວຍການ​ສູນ ຂໍ້​ມູນ​ຂ່າວສານ​ອຸດສາຫະກຳ​ - ການ​ຄ້າ, ສັງກັດ​ກະ​ຊວງ​ອຸດສາຫະກຳ - ການ​ຄ້າ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຫນູນ​ຊ່ວຍ​ຕະຫລາດ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ ​ແລະ ​ໃນ​ຊຸມ​ເດືອນ​ທ້າຍ​ປີ ຈະ​​ໄດ້​ຮັບ​ການ​ຍູ້​ແຮງ​ກວ່າ. ການ​ສົ່ງ​ອອກ ​ແມ່ນ​ສົ້ນ​ອອກອັນໃຫຍ່​ຫລວງຂອງ​ພື້ນຖານ​ເສດຖະກິດ, ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ກໍ​ຊ່ວຍ​ຍູ້​ແຮງ​ຂະ​ແຫນງ​ອຸດສາຫະກຳ​ກວ່າ.”

        ພື້ນຖານ​ເສດຖະກິດ​ຟື້ນ​ຕົວ, ການ​ສົ່ງ​ອອກ​ສືບ​ຕໍ່​ເຕີບ​ໂຕ​ຈະ​ແມ່ນ​ບັນດາ​ປັດ​​ໄຈ​ສຳຄັນ​ເພື່ອ​​ໃຫ້ການຜະລິດ​ອຸດສາ​ຫະກຳສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ໃນ​ໄລຍະ​ຈະ​ມາ​ເຖິງ. ຄາດ​ຄະ​ເນ​ວ່າ ການ​ຜະລິດ​ອຸດສາຫະກຳ​ໃນ​ຊຸມ​ເດືອນ​ທ້າຍ​ປີ ຈະ​ບັນລຸ​ການ​ເຕີບ​ໂຕ 5,7%, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ຈຸດໝາຍ​ບັນລຸ​ລະດັບການ​ເຕີບ​ໂຕ​ເສດຖະກິດ​ລວ​ມ 5,5% ​ໃນ​ປີ 2013.

 

ຕອບກັບ

ຂ່າວ/ບົດ​ອື່ນ