(vovworld)- ໂດຍແມ່ນຫນຶ່ງໃນ 5 ປະເທດທີ່ມີການສົ່ງອອກເກີບຫນັງຫລາຍກວ່າໝູ່ໃນໂລກ, ແຕ່ປະຈຸບັນ ວັດຖຸດິບເພື່ອຮັບໃຊ້ການຜະລິດໃຫ້ແກ່ຂະແຫນງເກີບຫນັງຫວຽດນາມ ຍັງອີງໃສ່ການນຳເຂົ້າຈາກຫລາຍປະເທດ. ເພື່ອແກ້ໄຂຄວາມຫຍຸ້ງຍາກດັ່ງກ່າວ, ຂະແຫນງເກີບຫນັງ ຫວຽດນາມ ພວມຍູ້ແຮງການພັດທະນາລະບົບສະຫນອງວັດຖຸດິບຮັບໃຊ້ໃຫ້ແກ່ການຜະລິດ ແນໃສ່ເພີ່ມອັດຕາສ່ວນການຜະລິດພາຍໃນປະເທດເພື່ອເພີ່ມມູນຄ່າ ຜະລິດຕະພັນແຕ່ລະຢ່າງ. ສິ່ງນີ້ກໍໄດ້ຮັບຖືວ່າ ແມ່ນຫນ້າທີ່ຈຸດສຸມຂອງຂະແຫນງເກີບຫນັງ ຫວຽດນາມ ໃນໄລຍະຈະມາເຖິງ.
ເກີບຫນັງຫວຽດນາມ ຍັງຄົງອີງໃສ່ວັດຖຸດິບທີ່ນຳເຂົ້າຈາກຕ່າງປະເທດ
ພາບປະກອບ:internet
|
ໃນໄລຍະກວ່າ 10 ປີມານີ້, ຍາມໃດເກີບຫນັງ ກໍ່ແມ່ນຫນຶ່ງໃນ 5 ຂະແຫນງທີບັນລຸວົງເງິນສົ່ງອອກຫລາຍກວ່າໝູ່ຂອງທັງປະເທດ. ປີ 2012, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍຕາມ, ແຕ່ຂະແຫນງເກີບຫນັງຄາດວ່າຈະບັນລຸວົງເງິນສົ່ງອອກປະມານ 7 ຕື້ USD. ເຖິງຢ່າງໃດກໍຕາມ, ຕາມການສັງເກດຂອງບັນດາຜູ້ຊ່ຽວຊານແລ້ວ, ປະຈຸບັນການສົ່ງອອກເກີບຫນັງຂອງ ຫວຽດນາມ ອາດຈະຖືກຄວາມສ່ຽງ ຍ້ອນຕະຫລາດໂລກມີການຜັນແປໄປຢ່າງສັບສົນ ແລະ ຫວຽດນາມ ຍັງຄົງອີງໃສ່ວັດຖຸດິບທີ່ນຳເຂົ້າຈາກຕ່າງປະເທດ. ມາຮອດປະຈຸບັນ, ເລື່ອງສະຫນອງວັດຖຸດິບຮັບໃຊ້ໃຫ້ແກ່ການຜະລິດພາຍໃນປະເທດ ກວມພຽງ 40 - 50%, ຕົ້ນຕໍແມ່ນພື້ນເກີບ ແລະ ໄໝຫຍິບ. ໃນຂະນະທີ່ວັດຖຸດິບຕົ້ນຕໍ່ສຳລັບຂະແຫນງເກີບຫນັງແມ່ນບັນດາຜະລິດຕະພັນຈາກຫນັງນັ້ນ, ຫວຽດນາມ ພັດຕ້ອງນຳເຂົ້າຈາກຕ່າງປະເທດເຖິງ 70%. ເລື່ອງອີງໃສ່ ວັດຖຸດິບ ທີ່ນຳເຂົ້າຈາກຕ່າງປະເທດນັ້ນ ໄດ້ເຮັດໃຫ້ກຳລັງຄວາມສາມາດແກ້ງແຍ້ງຂອງບັນດາຜະລິດຕະພັນຖືກຫລຸດລົງ. ເພື່ອແກ້ໄຂບັນຫານີ້, ຂະແຫນງເກີບຫນັງ ຫວຽດນາມ ພວມມຸ່ງໄປເຖິງເລ່ືອງຮ່ວມສຳພັນລະຫວ່າງບັນດາວິສາຫະກິດນຳກັນ ແນໃສ່ສ້າງລະບົບສະຫນອງວັດຖຸດິບ ເພື່ອເປັນເຈົ້າການໃນການສົ່ງອອກ ແລະ ມຸ່ງໄປເຖິງຈຸດໝາຍພັດທະນາແບບຍືນຍົງ. ທ່ານນາງ Nguyen Thi Tong ເລຂາທິການສະຫະສະມາຄົມເກີບຫນັງ ຫວຽດນາມ ຖືວ່າ:
“ລະບົບສະຫນອງວັດຖຸດິບມີການຮ່ວມສຳພັນຢູ່ພາຍໃນປະເທດ ແລະ ຮ່ວມສຳພັນກັບບັນດານັກສະຫນອງຂອງຕ່າງປະເທດ. ດ້ວຍການພັດທະນາຂອງຂະແຫນງເກີບຫນັງ, ປະຈຸບັນ, ບັນດາວິສາຫະກິດໃຫຍ່ມີເງື່ອນໄຂດຶງດູດບັນດາວິສາຫະກິດຜະລິດວັດຖຸດິບເຂົ້າຮ່ວມວິວັດການຜະລິດນີ້.”
ບໍລິສັດເກີບຫນັງຫາຍຟ່ອງ ຜະລິດເກີບສົ່ງອອກ
ພາບ:haiphong.vn
|
ໃນແຜນຮ່າງພັດທະນາຂະແຫນງເກີບຫນັງ ຫວຽດນາມ ຮອດປີ 2020, ບັນຫາພັດທະນາລະບົບສະຫນອງວັດຖຸດິບໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກຂະແຫນງເກີບຫນັງ. ເລື່ອງຍົກສູງອັດຕາສ່ວນຜະລິດພາຍໃນປະເທດໄດ້ຮັບຖືວ່າແມ່ນຫນ້າທີ່ຈຸດສຸມໃນຊຸມປີຈະມາເຖິງ. ຄວາມຈິງແລ້ວ, ການເພີ່ມອັດຕາສ່ວນການຜະລິດພາຍໃນປະເທດ ບໍ່ພຽງແຕ່ແມ່ນມາດຕະການເພື່ອໃຫ້ບັນດາວິສາຫະກິດຜະລິດເກີບຫນັງຍົກສູງກຳລັງແກ້ງແຍ້ງເທົ່ານັ້ນ ຫາກຍັງແມ່ນມາດຕະການເພື່ອໃຫ້ບັນດາວິສາຫະກິດເກີບຫນັງຍາດແຍ່ງກາລະໂອກາດໃນສັນຍາການຄ້າເສລີ (FTA) ຊຶ່ງ ຫວຽດນາມ ໄດ້ລົງນາມ. ມາຮອດຈຸດເວລານີ້ ຫວຽດນາມໄດ້ລົງນາມໃນສັນຍາການຄ້າເສລີ FTA 8 ສະບັບ. ບັນດາສັນຍາການຄ້ານີ້ ສ່ວນຫລາຍໄດ້ຮັບບຸລິມະສິດດ້ານພາສີ, ເປັນຕົ້ນແມ່ນພາສີນຳເຂົ້າສົ່ງອອກ. ເຖິງຢ່າງໃດກໍຕາມ, ຢາກໄດ້ຊົມໃຊ້ອັດຕາພາສີບຸລິມະສິດດັ່ງກ່າວ, ບັນດາວິສາຫະກິດຕ້ອງບັນລຸໄດ້ບັນດາມາດຕະຖານຕາມສັນຍາ FTA ແລະ ຫນຶ່ງໃນບັນດາເງ່ືອນໄຂນັ້ນແມ່ນ ຕົ້ນກຳເນີດ ຂອງຜະລິດຕະພັນ, ບັນດາວິສາຫະກິດຕ້ອງຮັບປະກັນລັກສະນະຖືກຕ້ອງຕາມກົດໝາຍ ແລະ ບໍ່ກໍ່ໃຫ້ເກີດຄວາມອັນຕະລາຍຕໍ່ຜູ້ນຳໃຊ້. ຢາກປະຕິບັດບັນດາຂໍ້ມາດຕາດັ່ງກ່າວໃຫ້ເປັນຢ່າງດີ, ບັນດາຜະລິດຕະພັນຄວນເພີ່ມທະວີອັດຕາສ່ວນການຜະລິດພາຍໃນປະເທດຂຶ້ນ, ຈາກນັ້ນ ວິສາຫະກິດຈະເປັນເຈົ້າການກວ່າໃນການສະຫນອງວັດຖຸດິບ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຕະຫລາດໃນວິວັດແຫ່ງການເຊື່ອມໂຍງ. ທ່ານນາງ Nguyen Thi Tong ເລຂາທິການໃຫຍ່ສະຫະສະມາຄົມເກີບຫນັງ ຫວຽດນາມ ໃຫ້ຮູ້ວ່າ:
“ການແກ້ງແຍ້ງໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດຕ້ອງຕອບສະຫນອງບັນດາມາດຖານສາກົນ, ພິເສດ ມາດຕະຖານກ່ຽວກັບສິ່ງແວດລ້ອມຈຳກັດການນຳໃຊ້ທາດພິດ, ມາດຕະຖານກ່ຽວກັບຄວາມຮັບຜິດຊອບທາງສັງຄົມ. ນັ້ນພວມແມ່ນບັນຫາຊຶ່ງບັນດາວິສາຫະກິດຍາມໃດກໍຕ້ອງໃຫ້ບຸລິມະສິດຕົ້ນຕໍ.”
ປະຈຸບັນ ຫວຽດນາມພວມເຈລະຈາເພື່ອລົງນາມໃນຍັນຍາ FTA ກັບສະຫະພາບເອີລົບ (EU). ນີ້ແມ່ນຕະຫລາດສົ່ງອອກໃຫຍ່ຂອງ ຫວຽດນາມ, ໃນນັ້ນມີການສົ່ງອອກເກີບຫນັງ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ຂະແຫນງເກີບຫນັງ ຕ້ອງມີບາດກ້າວພັດທະນາຢ່າງວ່ອງໄວ ເພື່ອບໍ່ພາດກາລະໂອກາດເມື່ອສັນຍາ FTA ລະຫວ່າງ ຫວຽດນາມ ແລະ ອີຢູ ໄດ້ຮັບການລົງນາມຢ່າງເປັນທາງການ. ທ່ານ Trieu Dinh Dung ຮອງຫົວຫນ້າກົມການຄ້າຫລາຍຝ່າຍ ສັງກັດ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:
“ອັດຕາສ່ວນນຳໃຊ້ສັນຍາ FTA ຂອງ ຫວຽດນາມ ພວມເພີ່ມຂຶ້ນຢ່າງວ່ອງໄວ ແລະ ພວກເຮົາຂຸດຄົ້ນໄດ້ກວ່າ 90% ມູນຄ່າຂອງ ສັນຍາຈຳນວນຫນຶ່ງ ແລ້ວ. ສຳລັບເກີບຫນັງຂອງ ຫວຽດນາມ, ອີຢູ ແມ່ນຕະຫລາດໃຫຍ່ ກວມເກືອບ 50% ສິນຄ້າສົ່ງອອກ, ອາເມລິກາ ກວມກວ່າ 20%. ໂດຍຕ່າງກັບບັນດາຂະແຫນງອື່ນໆ, ມູນຄ່າເພີ່ມຈາກຕະຫລາດພາຍໃນຄວນເພີ່ມຂຶ້ນ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການກ່ຽວກັບຕົ້ນກຳເນີດ.”
ເມື່ອທຽບກັບບາງຂະແຫນງອື່ນຄື: ເຄື່ອງຕຳແຜ່ນຕັດຫຍິບ, ລົດໂອໂຕ, ເຄື່ອງເອເລັກໂຕນິກ, ຂະແຫນງເກີບຫນັງກວມອັດຕາສ່ວນການຜະລິດພາຍໃນຫລາຍ ກວ່າ, ໃນນັ້ນຂະແຫນງຕຳແຜ່ນຕັດຫຍິບມີອັດຕາສ່ວນການຜະລິດພາຍໃນບັນລຸພຽງປະມານ 20%, ສ່ວນເກີບຫນັງກວມປະມານ 40%, ນີ້ກໍແມ່ນສາຍເຫດເພື່ອໃຫ້ຂະແຫນງເກີບຫນັງຍາດແຍ່ງກາລະໂອກາດຂອງສັນຍາ FTA ຊຶ່ງ ຫວຽດນາມ ໄດ້ລົງນາມເປັນຢ່າງດີກວ່າ ມຸ່ງໄປເຖິງຈຸດໝາຍເປີດກວ້າງການເພີ່ມທະວີການສົ່ງອອກ ແລະ ພັດທະນາແບບຍື່ນຍົງໃນວິວັດແຫ່ງການເຊື່ອມໂຍງເຂົ້າກັບສາກົນ.