(vovworld)- ຄ້ຳປະກັນສະບຽງອາຫານຍາມໃດກໍແມ່ນຄວາມເອົາໃຈໃສ່ຕົ້ນຕໍຂອງລັດຖະບານຫວຽດນາມ, ພິເສດ ໃນສະພາບເນື້ອທີ່ດິນປູກເຂົ້ານັບມື້ນັບຫລຸດລົງ ຍ້ອນຄວາມຕ້ອງການພັດທະນາອຸດສາຫະກຳ, ການຫັນເປັນຕົວເມືອງ ແລະ ສະພາບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກພວມນັບມື້ນັບຜັນແປໄປຢ່າງສັບສົນ, ສົ່ງຜົນກະທົບເຖິງການຜະລິດກະສິກຳ. ບັນຫາທີ່ວາງອອກແມ່ນເຮັດແນວໃດທັງຄ້ຳປະກັນສະບຽງອາຫານ, ແຕ່ຍັງຄົງຍົກສູງປະສິດທິຜົນການຜະລິດກະສິກຳ ແລະ ສົ່ງອອກເຂົ້າສານຄືດັ່ງຄວາມມຸ່ງຫວັງ. ນີ້ກໍແມ່ນເນື້ອໃນບົດຂຽນຂອງນັກຂ່າວໂຕຕວນທີ່ພາດຫົວເລື່ອງວ່າ: ຄ້ຳປະກັນສະບຽງອາຫານຕິດພັນກັບປະສິດທິຜົນການຜະລິດກະສິກຳ .
ພາຍຫລັງເກືອບ 30 ປີແຫ່ງການປະຕິບັດນະໂຍບາຍປ່ຽນໃຫມ່ໃນການພັດທະນາການຜະລິດກະສິກຳ, ຈາກປະເທດຂາດແຄນທັນຍາຫານ ຫວຽດນາມ ໄດ້ກາຍເປັນປະເທດສົ່ງອອກເຂົ້າສານອັນດັບຫນຶ່ງຂອງໂລກ. ໃນຫລາຍທົດສະວັດຜ່ານມາ, ຍາມໃດເຂົ້າສານກໍແມ່ນປະເພດສິນຄ້າສົ່ງອອກຢືນອັນດັບຫນຶ່ງໃນບັນດາປະເພດຜະລິດຕະພັນກະເສດສົ່ງອອກ (ສະເລ່ຍແຕ່ລະປີສົ່ງອອກປະມານ 4 ລ້ານໂຕນ). ໃນຊຸມປີມໍ່ໆມານີ້, ຍ້ອນຜົນກະທົບຈາກວິກິດການເສດຖະກິດໂລກ, ເສດຖະກິດຫວຽດນາມຖືກຜົນສະທ້ອນຈາກການຊຸດໂຊມ, ການຜະລິດ ແລະ ສົ່ງອອກຜະລິດຕະພັນກະເສດຍັງແມ່ນບ່ອນອີງເພື່ອໃຫ້ເສດຖະກິດຫວຽດນາມຜ່ານຜ່າໄລຍະຫຍຸ້ງຍາກ. ຫວນຄືນວິວັດການນຳມາເຊິ່ງຜົນງານດັ່ງກ່າວ, ສາດສະດາຈານ ຫວໍຕອງຊວນ, ຜູ້ຊ່ຽວຊານກະສິກຳ ໃຫ້ຂໍ້ສັງເກດວ່າ:
“ຢູ່ຫວຽດນາມ ເລີ່ມແຕ່ປີ 1989 ພວກເຮົາເລີ່ມຕົ້ນສົ່ງອອກເຂົ້າສານ, ຫັນຈາກໄລຍະຂາດແຄນທັນຍາຫານໄປສູ່ໄລຍະສົ່ງອອກເຂົ້າສານ, ນັ້ນແມ່ນຍ້ອນມີການສົມທົບດ້ານວິທະຍາສາດ, ຜະລິດແນວພັນເຂົ້າໃຫມ່ດ້ວຍສະມັດຕະພາບສູງກວ່າ ໂດຍມີການລົງທຶນຂອງລັດ. ພິເສດ ຍ້ອນນະໂຍບາຍຂອງພັກ ແລະ ລັດທີ່ວາງອອກຢ່າງເໝາະສົມ, ສົ່ງເສີມຊາວກະສິກອນຜະລິດເຂົ້າສານໄດ້ຫລາຍ ແລະ ບໍ່ພຽງແຕ່ສ້າງຄວາມຮ່ັງມີໃຫ້ແກ່ຄອບຄົວເທົ່ານັ້ນຫາກຍັງມີເຂົ້າແຮໄວ້ເພື່ອສົ່ງອອກອີກດ້ວຍ.”
ປີ 2012 ຜ່ານມາ, ຫວຽດນາມ ບັນລຸປະລິມານເຂົ້າສານສົ່ງອອກ 8,1 ລ້ານໂຕນ
ພາບ:internet
|
ໃນຫລາຍປີມານີ້, ຫວຽດນາມ ບໍ່ພຽງແຕ່ສະຫນອງທັນຍາຫານຢ່າງພຽງພໍໃຫ້ແກ່ຄວາມຕ້ອງການຂອງປະຊາຊົນພາຍໃນປະເທດເທົ່ານັ້ນ ຫາກປະລິມານເຂົ້າສານສົ່ງອອກນັບມື້ນັບເພີ່ມຂຶ້ນ. ປະຈຸບັນ ຫວຽດນາມ ແມ່ນປະເທດສົ່ງອອກເຂົ້າສານອັນດັບຫນຶ່ງຂອງໂລກ ແລະ ຫລາຍປະເທດໃນພາກພື້ນພວມແກ້ງແຍ້ງກັບເຂົ້າສານສົ່ງອອກຂອງຫວຽດນາມ. ປີ 2012 ຜ່ານມາ, ຫວຽດນາມ ບັນລຸປະລິມານເຂົ້າສານສົ່ງອອກ 8,1 ລ້ານໂຕນ, ບັນລຸມູນຄ່າ 3,7 ຕື້ USD. ເຖິງວ່າ ບັນລຸໄດ້ປະລິມານການສົ່ງອອກສູງກໍຕາມ,ແຕ່ມູນຄ່າສົ່ງອອກຂອງຫວຽດນາມ ຍັງບໍ່ທັນທັດທຽມກັບບັນດາປະເທດປູກເຂົ້າໃນພາກພື້ນຄື:ໄທ, ອິນເດຍ… ຕໍ່ຫນ້າສະພາບການດັ່ງກ່າວ, ບັນດາມະຕິຂອງສະພາແຫ່ງຊາດ ແລະ ລັດຖະບານ ຫວຽດນາມ ລ້ວນແຕ່ເນັ້ນຫນັກເຖິງບັນດາມາດຕະການເພື່ອສ້າງໂຄງປະກອບພື້ນຖານກະສິກຳຄືນໃຫມ່ ຕາມທິດຍົກສູງສະມັດຕະພາບ,ຄຸນນະພາບ, ປະສິດທິຜົນ ແລະ ຄ້ຳປະກັນສະບຽງອາຫານແບບຍືນຍົງ. ໃນບັນດາມາດຕະການທີ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ນັ້ນແມ່ນຍົກສູງປະສິດທິຜົນ, ຄຸນຄ່ານຳໃຊ້ທີ່ດິນ, ເພີ່ມທະວີການລົງທຶນວິທະຍາສາດເຕັກນິກ, ແນວພັນເຂົ້າ ເພື່ອຍົກສູງຄຸນນະພາບ, ຄວາມສາມາດແກ້ງແຍ້ງບັນດາປະເພດຜະລິດຕະພັນກະເສດສົ່ງອອກຂອງຫວຽດນາມ ຢູ່ຕະຫລາດ. ບັນຫາຫນຶ່ງອີກເປັນຫນ້າສົນໃຈໃນໄລຍະປະຈຸບັນ ນັ້ນແມ່ນເນື້ອທີ່ດິນປູກຝັງພວມນັບມື້ນັບຫລຸດລົງ ຍ້ອນວິວັດການພັດທະນາເຂດຕົວເມືອງ ແລະ ການກະທົບຈາກວິກິດການປ່ຽນແປງຂອງດິນຟ້າອາກາດ. ຕາມການຄິດໄລ່, ແຕ່ລະປີ, ຫວຽດນາມ ຈະສູນເສຍ 1% ເນື້ອທີ່ດິນປູກເຂົ້າ. ເພື່ອຄ້ຳປະກັນສະບຽງອາຫານຢ່າງຍາວນານ ແລະ ຮັບປະກັນການສົ່ງອອກ, ບັນຫາຮີບດ່ວນທີ່ວາງອອກນັ້ນແມ່ນຕ້ອງກວດກາຢ່າງແຫນ້ນແຟ້ນເນື້ອທີ່ດິນກະສິກຳ, ພິເສດແມ່ນວາງແຜນກຳນົດທີ່ດິນປູກເຂົ້າ. ການວາງແຜນກຳນົດດັ່ງກ່າວຕ້ອງອີງໃສ່ອັດຕາສ່ວນພົນລະເມືອງ,ຄວາມຕ້ອງການທັນຍາຫານ ແລະ ສະພາບປ່ຽນແປງຂອງດິນຟ້າອາກາດ. ດຣ ຫງວຽນວັນຫງາຍ, ຜູ້ຊ່ຽວຊານເສດຖະກິດເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ຫວຽດນາມຖືວ່າ:
“ຖ້າພວກເຮົາສືບຕໍ່ຫັນເນື້ອທີ່ປູກເຂົ້າມາປູກແນວອື່ນ, ລ້ຽງສິນໃນນ້ຳຫລືຮັບໃຊ້ວິວັດການຫັນເປັນຕົວເມືອງ ແນ່ນອນວ່າ ເນື້ອທີ່ປູກເຂົ້າຈະຖືກຫລຸດລົງ. ເພື່ອແກ້ໄຂບັນຫາດັ່ງກ່າວ, ພວກເຮົາຄວນຊອກຫາມາດຕະການເພີ່ມສະມັດຕະພາບ ແລະ ຈຳກັດບັນດາຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ.”
ຄາດໝາຍຮອດປີ 2020, ວິໄສທັດຮອດປີ 2030, ຂະແຫນງກະສິກຳ ຫວຽດນາມຕ້ອງຮັບປະກັນແຫລ່ງທັນຍາຫານຢ່າງພຽງພໍ
ພາບ:internet
|
ເພື່ອຄຳ້ປະກັນສະບຽງອາຫານ, ລັດຖະບານຫວຽດນາມ ໄດ້ມີແຜນຮ່າງກ່ຽວກັບການຄ້ຳປະກັນສະບຽງອາຫານ. ນັບແຕ່ນີ້ຮອດປີ 2020 ແລະ ຊຸມປີຕໍ່ໄປ ຕາມເນື້ອທີ່ດິນປູກເຂົ້າຈະຮັກສາໄວ້ຢູ່ໃນລະດັບ 3,8 ລ້ານເຮັກຕາ ເພື່ອໃຫ້ບັນລຸປະລິມານການຜະລິດເຂົ້າປະມານ 41-43 ລ້ານໂຕນ, ຕອບສະຫນອງຄວາມຕ້ອງການບໍລິໂພກຂອງທົ່ວປະເທດ ແລະ ສົ່ງອອກເຂົ້າສານ ປະມານ 4 ລ້ານໂຕນ/ປີ. ຄາດໝາຍຮອດປີ 2020, ວິໄສທັດຮອດປີ 2030, ຂະແຫນງກະສິກຳ ຕ້ອງຮັບປະກັນແຫລ່ງທັນຍາຫານຢ່າງພຽງພໍ, ຮັບປະກັນໃຫ້ແກ່ຊາວກະສິກອນຜະລິດເຂົ້າມີກຳໄລສະເລ່ຍກວ່າ 30% ເມື່ອທຽບໃສ່ມູນຄ່າການຜະລິດ. ຄ້ຳປະກັນສະບຽງອາຫານ ແມ່ນຫນຶ່ງໃນບັນດາຫນ້າທີ່ຈຸດສຸມໃນການພັດທະນາເສດຖະກິດແບບຍືນຍົງ, ພ້ອມທັງປະກອບສ່ວນຍົກສູງລະດັບຄອງຊີບ, ລາຍຮັບຂອງຊາວກະສິກອນ ໃຫ້ສູງກວ່າ .