ຍົກສູງມູນຄ່າໃຫ້ແກ່ກາເຟ ຫວຽດນາມ

(vovworld)- ກາ​ເຟ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ​ສົ່ງ​ອອກ​ຕົ້ນ​ຕໍ​ຂອງ ຂະ​ແໜງກະ​ສິ​ກຳ​ ຫວຽດ​ນາມ. ດ້ວຍ​ປະ​ລິ​ມານ​ສົ່ງ​ອອກ​ນັບ​ມື້​ນັບ​ສູງ, ຫວຽດ​ນາມ ໄດ້​ກາຍ​ເປັນ​ປະ​ເທດ​ນຳ​ຫ​ນ້າ​ໃນ​ໂລກ​ກ່ຽວ​ກັບ​ການ​ສົ່ງ​ອອກກາ​ເຟ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ວົງ​ເງິນ​ສົ່ງ​ອອກ​ກາ​ເຟ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາບໍ່​ທັນ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ການ​ພັດ​ທະ​ນາ​ຂອງ​ຂະ​ແຫນງ​ກາ​ເຟ​ເທື່ອ. ຕ້ອງເຮັດ​ແນວ​ໃດ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກາ​ເຟ ຫວຽດ​ນາມ​ໃຫ້​ໄດ້. ບົດ​ຂຽນ​ຂອງ​ນັກ​ຂ່າວ ຟ້າມ​ຢູຍ ທີ່​ພາດ​ຫົວ​ເລື່ອງວ່າ​: ຍົກສູງ​ມູນ​ຄ່າ​ໃຫ້​ແກ່​ກາ​ເຟ ຫວຽດ​ນາມ ເຕື້ອງ​ເຖິງ​ບັນ​ຫາ​ດັ່ງ​ກ່າວ.

ຍົກສູງມູນຄ່າໃຫ້ແກ່ກາເຟ ຫວຽດນາມ - ảnh 1
ປີ 2012,  ການ​ສົ່ງ​ອອກ​ກາ​ເຟ​ຂອງ ຫວຽດ​ນາມ ບັນ​ລຸ​ເກືອບ 1,7 ລ້ານ​ໂຕນ
ພາບ:internet

        ປີ 2012,  ການ​ສົ່ງ​ອອກ​ກາ​ເຟ​ຂອງ ຫວຽດ​ນາມ ບັນ​ລຸ​ເກືອບ 1,7 ລ້ານ​ໂຕນ ດ້ວຍ​ວົງ​ເງິນ​​ສົ່ງ​ອອກກວ່າ 3,7 ຕື້ USD. ເຖິງວ່າ​ປະ​ລິ​ມານ​ການ​ຜະລິດກາ​ເຟ​ຂອງ​ ຫວຽດ​ນາມ ກວມ​ເກືອບ 20% ປະ​ລິ​ມານ​ການ​ຜະລິດກາ​ເຟ​ຂອງ​ທົ່ວໂລກກໍ​ຕາມ, ແຕ່​ມູນ​ຄ່າ​ບັນ​ລຸ​ພຽງ 2% ຂອງ​ຕະ​ຫລາດ​ເທົ່າ​ນັ້ນ. ສາຍ​ເຫດນັ້ນ​ແມ່ນ ປະ​ລິ​ມານ​ກາ​ເຟ​ສົ່ງ​ອອກ​ຂອງ ຫວຽດ​ນາມ ສ່ວນ​ຫລາຍ​ບໍ່​ທັນ​ໄດ້​ຮັບ​ການ​ປຸງ​ແຕ່ງ, ບໍ່​ແມ່ນ​ຜະ​ລິດ​ຕະ​ພັນ​ກາ​ເຟທີ່ມ​ີ​ມູນ​ຄ່​າ​ເພີ່ມສູງ. ຕົວ​ຢ່າງ: ເມື່ອ​ຂາຍ​ກາ​ເຟ​ເມັດ 1 ກິ​ໂລ​ກາມ, ຫວຽດ​ນາມ ຫາລາຍ​ຮັບ​ພຽງ 2 USD, ເທົ່າ​ກັບ​ລາ​ຄ່າ​ສະ​ເລ່ຍ​ຂອງ​ກາ​ເຟ​ຈອກ​ຫ​ນຶ່ງ​ຢູ່​ຕ່າງ​ປະ​ເທດ, ໃນ​ຂະ​ນະ​ນັ້ນ ກາ​ເຟ 1 ກິ​ໂລ​ກາມ ທີ່​ຕ່າງ​ປະ​ເທດ​ນຳ​ເຂົ້າ​ອາດ​ຈະ​ປຸງ​ແຕ່ງ​ກາ​ເຟ​ໄດ້ 50 ຈອກ. ຕາມ​ທ່ານ ເລືອງວັນ​ຕື້, ປະ​ທານ​ສະ​ຫະ​ສະ​ມາ​ຄົມ ກາ​ເຟ ກາ​ກາວ ຫວຽດ​ນາມ ແລ້ວ, ສາຍ​ເຫດ​ອີກ​ອັນ​ຫ​ນຶ່ງ​ທີ່​ເຮັດ​ໃຫ້​ມູນ​ຄ່າ​ກາ​ເຟ​ຂອງ​ຫວຽດ​ນາມ ຫລຸ​ດ​ລົງ ນັ້ນ​ແມ່ນ​ຄຸນ​ນະ​ພາບ​ກາ​ເຟ​ສົ່ງ​ອອກບໍ່​ເປັນ​ປົກ​ກະ​ຕິ ​ຍ້ອນ​​​ຕົ້ນ​ກາ​ເຟ​ຖືກປູກ​ມາ​ຫລາຍ​ປີ​ແລ້ວ, ສະ​ມັດ​ຕະ​ພາບນັບ​ມື້​ນັບ​​ຕ່ຳ​. ຄວາມ​ຈຳ​ເປັນ​ຮີບ​ດ່ວນ​ໃນ​ປະ​ຈຸ​ບັນ ແມ່ນ​ມີ​ບັນດາ​ສວນ​ກາ​ເຟທີ່​ໄດ້​ຮັບ​ການ​ປູກ​ໃຫມ່. ທ່ານ​ເລືອງວັນ​ຕື້ ຖື​ວ່າ: ລັດ​ຖະ​ບານ, ​ວິ​ສາ​ຫະ​ກິດ​ສົ່ງ​ອອກ ຄວນ​ມີ​ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ, ແບ່ງ​ປັນ​ຄວາມ​ຫ​ຍຸ້ງ​ຍາກ​ກັບ​ຜູ້​ປູກ​ກາ​ເຟ ເພື່ອ​ໃຫ້​ເຂົາ​ເຈົ້າ​ປູກ​ໃຫມ່, ປ່ຽນ​ແນວ​ພັນ​ປູກ​​ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ, ສະ​ມັດ​ຕະ​ພາບ.

        “ທີ​ຫ​ນຶ່ງ ຫ​ນູນ​ຊ່ວຍ​ໃຫ້​ຊາວ​ກະ​ສີ​ກອນ​ດ້ານ​ທຶນ​ຮອນ, ການ​ຈຳ​ຫ​ນ່າຍ ແລະ ແນະ​ນຳ​ໃຫ້​ເຂົາ​ເຈົ້າ​ກ່ຽວ​ກັບ​ວິທີ​ບົວ​ລະ​ບັດ ແລະ ເກັບ​ກ່ຽວ. ພ້ອມ​ກັນ​ນັ້ນ ບັນ​ດາ​ວິ​ສາ​ຫະ​ກິດ​ຕ້ອງ​ຮັບ​ປະ​ກັນ​ສົ້ນ​ອອກ​ໃຫ້​ແກ່​ຊາວ​ກະ​ສິ​ກອນ. ສ່ວນ​ທະ​ນາ​ຄານ​ຈະ​ຜ່ານ​ການຮ່ວມ​ສຳ​ພັນ​ລະຫວ່າງ​ຜູ້​ປູກ​ກາ​ເຟກັບ​ວິ​ສາ​ຫະກິດ ເພື່ອໃຫ້​ກູ້​ຢືມ​ທຶນ ແລະ ​ເມື່ອ​ຊາວ​ກະ​ສິ​ກອນຂາຍ​ກາ​ເຟ​ ທະ​ນາ​ຄານ​ຈະເກັບ​ທຶນຄືນ​ໃນ​ທັນທີ. ໝາຍ​ຄວາມ​ວ່າ​ຜູ້​ຜະລິດ, ຊາວ​ກະ​ສີກ​ອນ, ທະນາຄານ ​ແລະ ວີ​ສາ​ຫະກິດ​ຕ້ອງ​ມີ​ການ​ຮ່ວມ​ສຳພັນ​ນຳ​ກັນ​ເພື່ອ​ແບ່ງປັນ​ຜົນ​ປະ​ໂຫຍ​ດ, ​ເຮັດ​ໄດ້​ຄື​ແນວ​ນັ້ນ​ຈຶ່ງ​ມີ​ປະສິດທິ​ຜົນ“.

        ປະ​ຈຸ​ບັນ, ມ​ີ​ຜະ​ລິດ​ຕະ​ພັນ​​ກາ​ເຟສົ່ງ​ອອກ​ຂອງ ຫວຽດ​ນາມ ຍັງ​ຂາດ​ກາ​ໝາຍ​ສິນ​ຄ້າ ແລະ ແນະ​ນຳ​ຕົ້ນ​ກຳ​ເນີດເພື່ອ​ໃຫ້ຜູ້​ບໍລິໂພກ​ມີ​ຄວາມ​ເຂົ້າ​ໃຈ​ ກ່ຽວ​ກັບ​ຜະ​ລິດ​ຕະ​ພັນກວ່າ ກໍ​ຄື​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄຸນ​ນະ​ພາບ​ຂອງ​ຜະ​ລິດ​ຕະ​ພັນ. ທ່ານ ຈີ້ງ​ດຶກ​ມີນ, ຮອງ​ຫົວ​ຫ​ນ້າ​ພະ​ແນກວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຮອງ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ ກາ​ເຟ ບວນ​ມາ​ທວດ ຖື​ວ່າ:

        “ສະ​ຫະ​ສະ​ມາ​ຄົມ​ຕ້ອງ​ຮ່ວມ​ສຳ​ພັນ​ກັບ​ຊາວ​ກະ​ສິ​ກອນ ​​ເພື່ອ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​ກາ​ເຟທີ່​ໄດ້​ຮັບ​ການຕິດ​ກາ​ໝາຍ​ສິນ​ຄ້າ, ແນະ​ນຳຕົ້ນ​ກຳ​ເນີດ​. ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ, ວິ​ສາ​ຫະ​ກິດ ຕ້ອງ​ຮ່ວມ​ສ​ຳ​ພັນ​ກັບ​ຊາວ​ກະ​ສິ​ກອນ ຜ່ານ​ການ​ຈັດ​ຕັ້ງ​ຊຸດອົບ​ຮົມ, ແນະ​ນຳ​ໃຫ້​ຊາວ​ກະ​ສິ​ກອນ​ວິທີການ​ຄຸ້ມ​ຄອງ, ​ຫຼັງຈາກ​ນັ້ນ​ວິ​ສາ​ຫະກິດ​ຈະຊຊື້ກາ​ເຟຂອງ​ຊາວ​ກະ​ສີກ​ອນ ​​ເພື່ອ​ປຸງ​ແຕ່ງ ​ແລະ ຫຸ້ມ​ຫໍ່.”

ຍົກສູງມູນຄ່າໃຫ້ແກ່ກາເຟ ຫວຽດນາມ - ảnh 2
ພາບປະກອບ:internet

        ການ​ພັດ​ທະ​ນາ​ກາ​ເຟ​ສະ​ອາດ, ກາ​ເຟ​ແບບ​ຍື່ນ​ຍົງ, ມີ​ຫ​ນັງ​ສືຢັ້ງ​ຢັນ​ຄຸນ​ນະ​ພາບທີ່​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ໂລກ ກໍ​ແມ່ນ​ມາດ​ຕະ​ການ​ຍົກ​ສູງ​ຄຸນ​ຄ່າ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​ກາ​ເຟຂອງ ຫວຽດ​ນາມ. ປະ​ຈຸ​ບັນ, ກາ​ເຟ​ມີ​ຫ​ນັງ​ສືຢັ້ງ​ຢືນ​ຮັບ​ປະ​ກັ​ນ​ຄຸນ​ນະ​ພາບ ຢູ່ ຫວຽດ​ນາມ ກວມ​ພຽງ 30% ຍອດ​ປະ​ລິ​ມານການ​ຜະລິດ​ເທົ່າ​ນັ້ນ, ໃນ​ຂະ​ນະ​ນັ້ນ, ກາ​ເຟ​ແຕ່​ລະ​ໂຕນ​ທີ່​ໄດ້​ຮັບ​ຫ​ນັງ​ສືຢັ້ງ​ຢືນຄຸນ​ນະພາ​ບຈາກບັນ​ດາ​ບໍ​ລິ​ສັດ​ນຳ​ເຂົ້າ​ກາ​ເຟ ຈະ​ມີ​ລາຄາ​ສູງ​ກວ່າ​ແຕ່ 30-60 USD ສຳລັບກາ​ເຟ robuta ແລະ ລາຄາແຕ່ 150 – 180 USD ສຳ​ລັບ​ກາ​ເຟ arabica. ທ່ານ ດັ້ງ​ກີມ​ເຊີນ, ສັງ​ກັດ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ ແລະ ຍຸດ​ທະ​ສາດ​ພັດ​ທະ​ນາ​ກະ​ສິ​ກຳ, ຊົນ​ນະ​ບົດ ໄດ້​ຢືນ​ຢັນ​ວ່າ:

        “ ຖ້າ​ຫາກ​ພ​ວກ​ເຮົາ​ປະ​ຕິ​ບັດ​ຍຸດ​ທະ​ສາດຢັ້ງ​ຢືນ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ເປັນ​ຢ່າງ​ດີ ມັນ​ຈະ​ເປັນ​ພື້ນ​ຖານ​ຕົ້ນ​ຕໍ​ເພື່ອ​ໃຫ້​ກາ​ເຟ​ມີ​ຄຸນ​ນະ​ພາບ ແລະ ມີ​ມູນ​ຄ່າ​ເພີ່ມ​ສູງ ​ແລະ ມີ​ຊື່​ສຽງດີ​ພໍ​ສົມຄວນ. ລັດ​ຕ້ອງ​ສ້າງ​ນະ​ໂຍ​ບາຍ​ສະ​ດວກ, ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ສົ່​ງ​ເສີມ​ການ​ຄ້າ​ເພື່ອ​ຫ​ນູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມຕະ​ຫລາດ​ໂລກ.”

          ເລື່ອງ ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ ພວມ​ສ້າງ​ຍຸດ​ທະ​ສາດ​ແບບ​ຍືນ​ຍົງ​ໃຫ້​ແກ່​ກາ​ເຟ ຫວຽດ​ນາມ ຈະ​ຊ່ວຍ​ຜະ​ລິດ​ຕະ​ພັນ​ກາ​ເຟ ຫວຽດ​ນາມ ມີ​ທິດ​ເດ​ີນ​ອັນ​ຖືກ​ຕ້ອງ, ສຳ​ເລັດ​ຜົນ​ໃນ​ອະ​ນາ​ຄົດ. ກ່ອ​ນ​ອື່ນ ບັນ​ດາ​ວິ​ສາ​ຫະ​ກິດສົ່ງ​ອອ​ກ​ກາ​ເຟ ພວມ​ສຸ​ມ​ໃສ່​ຍົກ​ສູງວຽກ​ງານ​ຄຸ້ມ​ຄອງ​ຄຸນ​ນະ​ພາບ ພ້ອມ​ກັນ​ນັ້ນ ສືບ​ຕໍ່​ມີ​ນະ​ໂຍ​ບາຍ​ຫ​ນູນ​ຊ່ວຍ​​ດ້ານ​ທຶນ​ຮອນ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ຊາວ​ກະ​ສິ​ກອນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຮ່ວມ​ສຳ​ພັນ​ລະ​ຫວ່າງວິ​ສາ​ຫະ​ກິດ​ປຸງ​ແຕ່ງ, ສົ່ງ​ອອກ​ກາ​ເຟ​ນຳ​ກັນ​ເພື່ອ​ມີ​ຜະ​ລິດ​ຕະ​ພັນ​ກາ​ເຟ​ສົ່ງ​ອອກຫຼາຍ​ປະ​ເພດທີ່​ມີ​ຄຸນ​ນະ​ພາບ​ສູງ, ສາມາດຕອບ​ສະ​ຫ​ນອງ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫລາດ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ