ດຶງດູດແຫລ່ງເງິນລົງທຶນເຂົ້າຂົງເຂດກະສິກຳ


(vovworld)- ກະ​ສິ​ກຳ ຫວຽດ​ນາມ ພວມ​ກາຍ​ເປັນ​ຂົງ​ເຂດ​ດຶງ​ດູດ​ການລົງ​ທຶນ​ຂອງ​ວິ​ສາ​ຫະ​ກິດ​ຢູ​່ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຫລາຍ​ແຫ່ງ​ ດ້ວຍ​ແຫລ່ງ​ທຶນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ເພື່ອ​ດຶງ​ດູດ ແລະ ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ແຫ່ຼງ​ທຶນນີ້, ລັດ​ຖະ​ບານ​ຫວຽດ​ນາມ ພວມ​ມີ​ກົນ​ໄກ, ນະ​ໂຍ​ບາຍ​ເພື່ອ​ສ້າງ​ເງື່ອນ​ໄຂ​ກໍ​ຄື​ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຂໍ້​ຕິດ​ຂັດ​ເພື່ອ​ຊ່ວຍ​ວິ​ສາ​ຫະ​ກິດ​ທຳ​ມາ​ຫາ​ກິນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ດຶງດູດແຫລ່ງເງິນລົງທຶນເຂົ້າຂົງເຂດກະສິກຳ - ảnh 1
ກຸ່ມ​ບໍ​ລິ​ສັດ TH True milk
ພາບ:internet

        ເນື້ອ​ທີ່​ດິນ​ທຳ​ການ​ຜະ​ລິດ​ກະ​ສິ​ກຳ​ຍັງ​ມີ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ໃນ​ການ​ລົງ​ທຶນ. ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ຂອງວິ​ສາ​ຫະ​ກິດ​ຫລ​າຍ​ແຫ່ງ​ ໄດ້, ພວມ ແລະ ກະ​ກຽມ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ. ປະ​ຈຸ​ບັນ ມີ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຫລາຍ​ແຫ່ງ ໝັ້​ນ​ໝາຍ​ລົງ​ທຶນ​ເຂົ້າ​ຂົງ​ເຂດນີ້ ດ້ວຍ​ຈຳ​ນວນ​ເງິນ​ລົງ​ທຶນ​ນັບ​ພັນ​ຕື້​ດົງ. ມີ​ບໍ​ລິ​ສັດ​ຫລາຍ​ແຫ່ງ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ​ປະ​ສົບ​ຜົນ​ສຳ​ເລັດ​ຄື: ກຸ່ມ​ບໍ​ລິ​ສັດ TH. ດ້ວຍ​ເຄື່ອງ​ໝາຍ​ການ​ຄ້າ TH True milk, ກຸ່ມ​ບໍ​ລິ​ສັດ TH ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ​ແຕ່​ປີ 2009, ດ້ວຍ​ໂຄງ​ການ “ລ້ຽງ​ງົວ​ນົມ ແລະ ປຸງ​ແຕ່ງ​ນ້ຳ​ນົມ ສຸມ​ໃສ່​ຂອບ​ຂະ​ຫນາ​ດ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ” ຢູ່ ເມືອງ ​ຫ​ງ​ຽຍດານ ແຂວງ ເງ້​ອານ. ມາ​ຮອດ​ປະ​ຈຸ​ບັນ, ຟາມ​ລ້ຽງ​ງົວ​ນົມຂອງ​ກຸ່ມ​ບໍ​ລິ​ສັດ TH ບັນ​ລຸ​ຂອບ​ຂະ​ຫນາດ​ອາ​ຊີ ດ້ວຍ​ຈຳ​ນວນ​ງົວ​ນົມຂຶ້ນ​ເຖິງ 45.000 ໂຕ, ແຕ່​ລະ​ມື້​ຜະ​ລິດ​ນ້ຳນົມ​​ໄດ້ 800.000-900.000 ລິດ. ຈາກ​ຜົນ​ສຳ​ເລັດ​ຂອງ​ກຸ່ມ​ບໍ​ລິ​ສັດ TH, ກະ​ແສ​ການລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ​ໄດ້ພັດ​ທະ​ນາຢ່າງ​ແຮງ ດ້ວຍ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ບໍ​ລິ​ສັດ​ໃຫຍ່​ຄື: ບໍ​ລິ​ສັດ​ຫຸ້ນ​ສ່ວນ ຮ່​ວາງ​ແອງ​ຢາ​ລາຍ, ກຸ່ມ​ບໍ​ລິ​ສັດ ຮ່​ວາ​ຟາດ, ກຸ່ມ​ບໍ​ລິ​ສັດVingroup ແລະ ຫວ່າງ​ແລ້ວນີ້​ແມ່ນ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ FPT, Viettel.. ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ​ສາ​ມາ​ດ​ນຳ​ມາ​ເຊິ່ງ​ແຫລ່ງ​ຜົນ​ປະ​ໂຫຍດ​ໃຫຍ່​ຫລວງ, ແຕ່ ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ​ ​ຕ້ອງ​ມີ​ການ​ບຸກ​ທະ​ລຸ​ໃນ​ນະ​ໂຍ​ບາຍ​ດຶງ​ດູດ​ລົງ​ທຶນ. ທ່ານ ເຈີນ​ແມ້ງ​ບ໋າວ, ປະ​ທານ​ສະ​ພາ​ບໍ​ລິ​ຫານ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ແນວ​ພັນ​ປູກ ທາຍ​ບີງ ໃຫ້​ຮູ້​ວ່າ:

        “ມີ​ຫລາຍ​ນະ​ໂຍ​ບາຍ, ກົນ​ໄກ​ໄດ້​ຮັບ​ການ​ປະ​ກາດ​ໃຊ້ ແຕ່​ການ​ໝູນ​ໃຊ້ເຂົ້າ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ້ອງ​ເສຍ​ເວ​ລ​າ​ຫລາຍ. ສະ​ນັ້ນ ຄວນ​ມີ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ລັດ, ວິ​ສາ​ຫະ​ກິດ ແລະ ບັນ​ດາ​ຫົວ​ຫນ່ວຍ​ໃຫ້​ຄຳ​ປຶກ​ສາ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ໝູນ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ດັ່ງ​ກ່າວ​ ເຂົ້າ​ພຶດ​ຕິ​ກຳ ຕົວ​ຈິງຢ່າງ​ມີ​ປະ​ສິດ​ທິ​ຜົນ​ ນັ້ນ​ແມ່ນ​ບັນ​ຫາ​ຕ້ອງ​ແກ້​ໄຂ​ປະ​ຈຸ​ບັນ.”

ດຶງດູດແຫລ່ງເງິນລົງທຶນເຂົ້າຂົງເຂດກະສິກຳ - ảnh 2
ຟາມ​ລ້ຽງ​ງ​ົວ​ນົມ​ຂອງ​ບໍ​ລິ​ສັດ TH True milk

        ຍັງ​ມີ​ບັນ​ຫາ​ຫນຶ່ງ​ອີກ ຊື່ງ​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້​າ​ຂົງ​ເຂດ​ກະ​ສິ​ກຳ​ຍັງ​ເປັນ​ຫ່ວງ ນັ້ນ​ແມ່ນນ​ະ​ໂຍ​ບາຍ​ພາ​ສີ​ອາ​ກອນ​ເມື່ອ​ຕ້ອງ​ລົງ​ທຶນ​ໄລ​ຍະ​ຍາວ. ທ່ານ ຫງວຽນ​ດີງ​ເຊີນ, ປະ​ທານ​ສະ​ພາ​ບໍ​ລິ​ຫານ ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ເຕັກ​ໂນ​ໂລ​ຊີ​ຊີ​ວະ​ສາດ​ສວນດອກ​ໄມ້ ດາ​ລາດໃຫ້​ຮູ້​ວ່າ: ຖ້າ​ຫາກບໍ່​ມີ​ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ພາ​ສີ, ສ້າງ​ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ ຈະ​ເຮັດ​ໃຫ້​ກຳ​ລັງ​ຄວາມ​ແກ້ງ​ແຍ້ງ​ຂອງວິ​ສາ​ຫະ​ກິດ​ໃນ​ຕະ​ຫລາດ​ສົ່ງ​ອອກ​ຫລຸດ​ລົງ. ທ່ານ ຫງວຽນ​ເລີມ​ວຽນ, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ບໍ​ລິ​ສັດ Vinamit ຖື​ວ່າ:

        “ຕະ​ຫລາດ​ພາຍ​ໃນ​ຂອງ​ບໍ​ລິ​ສັດ ປະ​ຈຸ​ບັນ ກວມ 60% ແລະ ສົ່ງ​ອອກ 40% ແລະ ລາຍ​ຮັບ​ນັບ​ຮ້ອຍ​ຕື້/ປີ. ບໍ​ລິ​ສັດ​ພວກ​ຂ້າ​ພະ​ເຈົ້າ ຕ້ອງ​ເສຍ ອາ​ກອນ​ມູນ​ຄ່າ​ເພີ່ມ ​ໃຫ້​ຊາວ​ກະ​ສິ​ກອນ 10%, ສະ​ນັ້ນ  ວິ​ສາ​ຫະ​ກິດ​ປາດ​ຖະ​ຫນາ​ຢາກ ກະ​ຊວງ​ກະ​ສິ​ກຳ ເອົາ​ໃຈ​ໃສ່ ແລະ ເຮັດ​ວຽກ​ກັບ​ບັນ​ດາ​ກະ​ຊວງ​ກ່ຽວ​ຂ້ອງ​ເພື່ອ​ສ້າງ​ເງື່ອ​ນ​ໄຂ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ລົງ​ທຶນ ແລະ ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຍືນ​ຍົງ.”

        ດ​ຣ ດັ້ງ​ກີມ​ເຊີນ, ຫົວ​ຫນ້າ​ສະ​ຖາ​ບັນ​ນະ​ໂຍ​ບາຍ, ຍຸດ​ທະ​ສາດ​ພັດ​ທະ​ນາ​ກະ​ສິ​ກຳ ແລະ​ຊົນ​ນະ​ບົດ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຖື​ວ່າ: ຄວນ​ມີ​ບັນ​ດາ​ການ​ປ່ຽນ​ແປງ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ, ຊົນ​ນະ​ບົດ ແລະ ສ້າງ​ຄວາມ​ດູດ​ດື່ມ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

        “ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ກະ​ສິ​ກຳ ແມ່ນ​ຂົງ​ເຂດ​ລົງ​ທຶນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ. ກ່ຽວ​ກັບ​ນະ​ໂຍ​ບາຍ​ໃຫມ່, ພວກ​ເຮົາ​ຄວນ​ສຳ​ພັດ ແລະ ເປີດ​ປະ​ຕູ​ການ​ຕະ​ຫລາດ​ພາຍ​ໃນ​ປະ​ເທດ ແລະ ສົ່ງ​ອອກ. ພວກ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ຕ້ອງ​ສ​້າງ​ລາຍ​ການ​ຫນຶ່ງ ບໍ່​ພຽງ​ແຕ່​ຕ້ອງ​ປັບ​ປຸງ, ເພີ່ມ​ເຕີມ​ເທົ່າ​ນັ້ນ ຫາກ​ມີ​ພາກ​ສ່ວນ​ຫນຶ່ງ​ເປັນ​ຂົວ​ຕໍ່​ລະ​ຫວ່າງວິ​ສາ​ຫະ​ກິດ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ເພື່ອ​ແກ້​ໄຂ ແລະ ນຳ​ນະ​ໂຍ​ບາຍ​ເຂົ້າ​ສູ່​ຊີ​ວິດ.”

        ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ໄດ້​ຍົກ​ອອກ “ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ກະ​ສິ​ກຳ​ຄືນ​ໃຫມ່ ຕາມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ” ເຂົ້າ​ພຶດ​ຕິ​ກຳ​ຕົວ​ຈິງ ດ້ວຍ​ຄວາມ​ຫວັງ ຢາກ​ຂະ​ແຫນງ​ກະ​ສິ​ກຳ​ກາຍ​ເປັນ​ຂ​ະ​ແຫນງເສດ​ຖະ​ກິດ​ປາຍ​ແຫລມ​ຂອງ​ປະ​ເທດ​ຊາດ. ໄລ​ຍະ​ຈະ​ມາ​ເຖິງ, ເພື່ອ​ໃຫ້​ແຜນ​ຮ່າງ​ສຳ​ເລັດ​ຜົນ, ຕ້ອງ​ມີ​ການ​ບຸກ​ທະ​ລຸ​ກ່ຽວ​ກັບ​ກົນ​ໄກ, ນະ​ໂຍ​ບາຍ ເພື່ອ​ສ້າງ​ເງື່ອນ​ໄຂ ແລະ ສ້າງ​ຄວາມ​ດູດ​ດື່ມ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ໃນ​ຂົງ​ເຂດ​ກະ​ສິ​ກຳ.

ຕອບກັບ

ຂ່າວ/ບົດ​ອື່ນ