ນະຄອນໂຮ່ຈິມີນ ດຶງດູດເຕັກໂນໂລຊີສູງ, ສ້າງກຳລັງຫນູນພັດທະນາ


(vovworld)- ໂດຍແມ່ນ​ຫນຶ່ງ​ໃນ​ບັນ​ດາ​ສູນ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃຫຍ່​ຂອງ​ທັງ​ປ​ະ​ເທດ, ໃນ​ຫລາຍ​ປີ​ຜ່ານ​ມາ ນະ​ຄອນ​ໂຮ່​ຈິ​ມີນ ໄດ້​ລົງ​ທຶນ​ແຫລ່ງ​ກຳ​ລັງ, ພູມ​ປັ​ນ​ຍາ ແລະ ທຶ​ນ​ຮອນ​ເປັນ​ຈຳ​ນວນ​ຫລາຍ ເພື່ອ​ກໍ່​ສ້າ​ງ​ເຂດ​ເຕັກ​ໂນ​ໂລ​ຊ​ີ​ສູງ​ນະ​ຄອນ​ໂຮ່​ຈິ​ມີນ. ຈຸດ​ໝາຍ​ພັດ​ທະ​ນາ​ຂອງ​ນະ​ຄອນ​ໂຮ່​ຈິ​ມີນ ແມ່ນ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ດຶງ​ດູດ​ການ​ລົງ​ທຶນ​ເຕັກ​ໂນ​ໂລ​ຊີ​ສູງ ດ້ວຍ​ບັນ​ດາ​ການ​ໝູນ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັບ​ໃຊ້​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ. ມາ​ຮ​ອ​ດ​ປະ​ຈຸ​ບັນ, ຈຸດ​ໝາຍ​ນີ້ ໄດ້ ແລະ ພວມ​​ໄດ້​ຮັບ​ການຢືນ​ຢັນ​ແມ່ນ​ທິດ​ກ້າວ​ເດີນ​ຢ່າງ​ຖືກ​ຕ້ອງ.

        ເຂດ ເຕັກ​ໂນ​ໂລ​ຊີ​ສູງ ນະ​ຄອນ​ໂຮ່​ຈິ​ມີນ ປະ​ຈຸ​ບັນ ແມ່ນ​ຫນຶ່ງ​ໃນ​ເຂດ ເຕັກ​ໂນ​ໂລ​ຊີ​ສູງ 3 ແຫ່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ການ​ລົງ​ທຶນ ເຕັກ​ໂນ​ໂລ​ຊີ​ສູງ​ຂອງ​ທັງ​ປະ​ເທດ. ເຂດ ເຕັກ​ໂນ​ໂລ​ຊີ​ສູງ ນະ​ຄອນ​ໂຮ່​ຈິ​ມີນ ປະ​ຈຸ​ບັນ​ດຶງ​ດູດ​ກຸ່ມ​ບໍ​ລິ​ສັດ ເຕັກ​ໂນ​ໂລ​ຊີ​ສູງ​ຊັ້ນ​ນຳ​ຂອງ​ໂລກ​ຫລາຍ​ແຫ່ງ​ຄື: Intel ຜະ​ລິດ, ຕິດ​ຕັ້ງ Chipset ແລະ Jabil ຜະ​ລິດ​ເຄື່ອງ​ອາ​ໄຫລ່​ເອ​ເລັກ​ໂຕ​ນິກ ຂອງ​ອາ​ເມ​ລິ​ກາ; Nidec ຜ​ະ​ລິດ​ເຄື່ອງ​ຈັກຂອງ​ຍີ່​ປຸ່ນ, Datalogic ຜ​ະ​ລິດ​ອຸ​ປະ​ກອນອ່ານລະ​ຫັດ​ສິນ​ຄ້າຂອງ​ອີ​ຕາ​ລີ. ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ຂຶ້ນ​ມາ​ຮອດ​ປະ​ຈຸ​ບັນ ການ​ນຳ​ນະ​ຄອນ ແລະ ເຂດ ເຕັກ​ໂນ​ໂລ​ຊີ​ສູງ ​ໄດ້​ກຳ​ນົດ​ທິດ​ພັດ​ທະ​ນາ​ເຂດ ເຕັກ​ໂນ​ໂລ​ຊີ​ສູງ ​ນະ​ຄອນ​ໂຮ່​ຈິ​ມີນ​ໃຫ້​ກາຍ​ເປັນ​ສູນ​ ເຕັກ​ໂນ​ໂລ​ຊີ​ສູງ ຢືນ​ອັນ​ດັບ​ຫນຶ່ງ​ຂອງ​ທັງ​ປະ​ເທດ, ສ້າງ​ອິດ​ທິ​ພົນ​ຊື່​ສຽງ​ເພື່ອ​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ຊັ້ນ​ນຳ​ຂອງ​ໂລກ. ທ່ານ ເລ​ແມ້ງ​ຫ່າ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມີນໃຫ້​ຮູ້​ວ່າ:

        “ເຂດ ເຕັກ​ໂນ​ໂລ​ຊີ​ສູງ​ມີ​ບົດ​ບາດ​ອັນ​ໃຫຍ່​ຫລວງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ນະ​ຄອນ. ກ່ຽວ​ກັບ​ການ​ຜະ​ລິດ, ນີ້​ແມ່ນ​ສະ​ຖານ​ທີ່ ໄດ້ ແລະ ຈະ​ເຕົ້າ​ໂຮມ​ບັນ​ດາ​ໂຮງ​ງານ​ຜະ​ລິດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ ເຕັກ​ໂນ​ໂລ​ຊີ​ສູງ. ປະ​ຈຸ​ບັນ ມີ ບໍ​ລິ​ສັດ Intel  ແລະ Samsung ແມ່ນ​ບໍ​ລິ​ສັດ​ເອ​ເລັກ​ໂຕ​ນິກ​ຊັ້ນ​ນຳ​ຂອງ​ໂລກ ແລະ ບັນ​ດາ​ບໍ​ລິ​ສັດ​ອື່ນ​ໃນ​ຂົງ​ເຂດ ເຕັກ​ໂນ​ໂລ​ຊີ​ສູງ ຈາ​ກ​ການຜະ​ລິດ​ອາ​ຫານຕະ​ຫລອດ​ຮອດ​ຊີ​ວະ​ສາດ. ສິ່ງ​ສຳ​ຄັນ​ກວ່າ ເຂດ ເຕັກ​ໂນ​ໂລ​ຊີ​ສູງ​ສວມ​ບົດ​ບາດ​ສຳ​ຄັ​ນ​ໃນ​ວຽກ​ງາ​ນ​ຄົ້​ນ​ຄວ້າ​ວິ​ທະ​ຍາ​ສາດ, ກໍ່​ສ້າ​ງ​ບັນ​ດາ​ວິ​ສາ​ຫະ​ກິດ.”

 

ນະຄອນໂຮ່ຈິມີນ ດຶງດູດເຕັກໂນໂລຊີສູງ, ສ້າງກຳລັງຫນູນພັດທະນາ - ảnh 1
ບໍ​ລິ​ສັດ Samsung ຢູ່​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ
ພາບ:nguyentandung.org

        ປີ 2014 ເຂດ ເຕັກ​ໂນ​ໂລ​ຊີ​ສູງ ໄດ້​ດຶງ​ດູດ 10 ໂຄງ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ດ້ວຍຍອດ​ຈຳ​ນວນ​ທຶນ​ເກືອບ 2 ຕື້ USD, ມູນ​ຄ່າ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ ເຕັກ​ໂນ​ໂລ​ຊີ​ສູງ​ກວ່າ 3 ຕື້ USD. ພາ​ຍ​ຫລັງ​ສ້າງ​ຕັ້ງ​ ແລະ ພັດ​ທະ​ນາມາ​ເປັນ​ເວ​ລາ 12 ປີ ໄດ້​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ເຂດ ເຕັກ​ໂນ​ໂລ​ຊີ​ສູງ​ ບັນ​ລຸກວ່າ 10 ຕື້ USD. ສະ​ເລ່ຍໃນ​ເນຶ້ື້ອ​ທີ່​ດິ​ນ1 ha ແລະ ສະ​ມັດ​ຕະ​ພາບ​​ຂອງ​ແຮງ​ງານຜູ້​ຫນຶ່ງ​ຢູ່​ເຂດ ເຕັກ​ໂນ​ໂລ​ຊີ​ສູງ ໄດ້​ສ້າງ​ມູນ​ຄ່າ​ສົ່ງ​ອອກ​ເກືອບ 30 ລ້ານ USD ແລະ ບັນ​ລຸ 150.000 USD/ປີ. ປະ​ຈຸ​ບັນ​ເຂດ ເຕັກ​ໂນ​ໂລ​ຊີ​ສູງ ມີ 60 ໂຄງ​ການ​ຍັງ​ມີ​ຜົນ​ສັກ​ສິດ, ໃນ​ນັ້ນ 38 ໂຄງ​ການ​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ. ພິ​ເສດ ໃນ​ປີ 2014, ກຸ່ມ​ບໍ​ລິ​ສັດ​ເອ​ເລັກ​ໂຕ​ນິກ Samsung ຂອງ ສ​ເກົາ​ຫລີ ໄດ້​ຕົກ​ລົງ​ລົງ​ທຶນ​ເຂົ້າ​ໂຄງ​ການ​ Samsung CE Complex ຜະ​ລິດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ນິກ​ມີ​ເງິ​ນ​ລົງ​ທຶນ 1,4 ຕື້ USD. ນອກ​ຈາກ​ຜະ​ລິດ​ເຄື່ອງ​ອາ​ໄຫລ່​​ຂອງ​ໂທ​ລະ​ທັດ​ແລ້ວ, ໂຄງ​ການ​ຂອງ Samsung ຍັງຜະ​ລິດ​ຕູ້​ເຢັນ, ແອ​ເຢັນ, ຈັກ​ຊັກ​ເຄື່ອງ​ນຳ​ໃຊ້​ ເຕັກ​ໂນ​ໂລ​ຊີ​ສູງ. ນີ້​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ນິກ​ນຳ​ໃຊ້​ໃນ​ຄອບ​ຄົວ ຊື່ງ Samsung ພວມ​ຍູ້​ແຮງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕະ​ຫລາດ ຫວຽດ​ນາມ ຜ່ານ​ການ​ນຳ​ເຂົ້າ. ພ້ອມ​ກັບ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ນີ້, Samsung ຜັນ​ຂະ​ຫຍາຍ​ການ​ສ້າງ​ຕັ້ງ​ສູນ​ຄົ້ນ​ຄ້​ວາ ແລະ ພັດ​ທະ​ນາ ເພື່ອ​ຄົ້ນ​ຄ້​ວາ​ລາຍ​ການ ແລະ ຊອບ​ແວ​ນຳ​ໃຊ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ນິກ​ຂອງ​ໂຄ​ງການ. ຕາມ​ແຜນ​ການ​, ໂຄງ​ການນີ້​ຈະ​ເລີ່ມ​ເຄື່ອນ​ໄຫວ​ໃນ​ໄຕ​ມາດ​ທີ 2/2016. ເມື່ອ​ນຳ​ເຂົ້າ​ເຄື່ອນ​ໄຫວ, ໂຄງ​ການ​ຈະ​ດຶງ​ດູດ​ຄົນ​ງານ​ປະ​ມານ 6000 ຄົນ.

        ຄ​ຽງ​ຄູ່​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຜະ​ລິດ, ຄົ້ນ​ຄ​້​ວາ ແລະ ດຶງ​ດູດ​ການ​ລົງ​ທຶນ ເຕັກ​ໂນ​ໂລ​ຊີ​ສູງ, ນ​ະ​ຄອນ ໂຮ່​ຈິ​ມີນ ຍັງ​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ວິ​ທະ​ຍາ​ສາດ, ຄົ້ນ​ຄ້​ວາ​ມີ​ລັກ​ສະ​ນະ​ສາ​ກົນ ຜ່ານ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸ​ມ​ສາ​ກົນ​ປະ​ຈຳ​ປີ​ຢູ່​ເຂດ ເຕັກ​ໂນ​ໂລ​ຊີ​ສູງ. ທ່ານ ເລ​ຮ່​ວາຍກວກ, ຫົວ​ຫນ້າ​ຄະ​ນະ​ຄຸ້ມ​ຄອງ​ເຂດ ເຕັກ​ໂນ​ໂລ​ຊີ​ສູງ​ນະ​ຄອນ ໂຮ່​ຈິ​ມີນ ຢືນ​ຢັນ​ວ່າ:

        “ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ເຂດ ເຕັກ​ໂນ​ໂລ​ຊີ​ສູງ ແມ່ນ​ອີງ​ໃສ່​ບັນ​ດາ​ລັກ​ສະ​ນະ​ພິ​ເສດ​ຂອງ​ນະ​ຄອນ ໂຮ່​ຈິ​ມີນ, ນັ້ນ​ແມ່ນ​ບ່ອນ​ເຕົ້າ​ໂຮມ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄຸນ​ນະ​ພາບ​ສູງ, ແມ່ນ​ສະ​ຖານ​ທີ່​ພົບ​ປະ​ແລກ​ປ່ຽນ​ສາ​ກົນ. ຢູ່​ທີ່ນີ້ ຍັງ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ພົບ​ປະ​ກັບ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ນັກ​ຄົ້ນ​ຄ້​ວາ​ສາ​ກົນ, ຊາ​ວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ພວກ​ເຮົາ​ຍາດ​ແຍ່ງ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ທ່າ​ໄດ້​ປ​ຽບ​ນີ້ ເພື່ອ​ພັດ​ທະ​ນາ​ບັນ​ດາ​ການ​ເຄື່ອນ​ໄຫວ​ນຳ​ມາ​ເຊິ່ງ​ມູນ​ຄ່າ​ເພີ່ມ​ສູງ, ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ການ​ຜະ​ລິດ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ໃນ​ຂົງ​ເຂດ​ຄົ້ນ​ຄ້​ວາ, ບຳ​ລຸງ​ສ້າງ ແລະ ພິ​ເສດ ເອົາ​ໃຈ​ໃສ່​ເຖິງ​ແນວ​ຄວາມ​ຄິດ, ໝາກ​ຜົນ​ການ​ຄົ້ນ​ຄ້​ວາ​ທີ່​ມີ​ຢູ່​ແລ້ວ ເພື່ອ​ກ້າວ​ໄປ​ເຖິງ​​ການຫັນ​ເປັນ​ການ​ຄ້າ, ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ປະ​ກອບ​ສ່ວນ​ໃຫ້​ແກ່​ສັງ​ຄົ​ມ.”

        ພາຍ​ຫລັງ 12 ປີ​ແຫ່ງ​ການ​ພັດ​ທະ​ນາ, ເຂດ ເຕັກ​ໂນ​ໂລ​ຊີ​ສູງ ນະ​ຄອນ ໂຮ່​ຈິ​ມີນ ໄດ້ ແລະ ພວມ​ຢັ້ງ​ຢືນ​ທິດ​ອັນ​ຖືກ​ຕ້ອງ ແລະ ສ້າງ​ເປັນ​ຂີດ​ໝາຍ​ໃຫ​້​ແກ່​ບັນ​ດາ​ນັກ​ລົງ​ທຶນ, ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ລົງ​ທຶນ​ໃຫຍ່. ບັນ​ດາ​ຜົນ​ງານ​ເບື້ອງ​ຕົ້ນ​ຂອ​ງ​ເຂດ ເຕັກ​ໂນ​ໂລ​ຊີ​ສູງ ນະ​ຄອນ​ໂຮ່​ຈິ​ມີນ ບໍ່​ພຽງ​ແຕ່​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ການ​ດຶງ​ດູດ ເຕັກ​ໂນ​ໂລ​ຊີ​ສູງ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ນຳ​ຫວຽດ​ນາມ ​ເຂົ້າ​ໃນ​ແຜນ​ທີ່ ເຕັກ​ໂນ​ໂລ​ຊີ​ສູງ​ຂອງ​ໂລກ​ອີກດ​້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ