(vovworld)- ດ້ວຍເນື້ອທີ່ດິນກວ່າ 1,8 ລ້ານເຮັກຕາ ພ້ອມກັບການຜະລິດເຂົ້າ 2 -3 ລະດູການ/ປີ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແມ່ນອູ່ເຂົ້າຂອງທົ່ວປະເທດດ້ວຍປະລິມານການຜະລິດນັບມື້ນັບເພີ່ມຂຶ້ນ. ໃນໄລຍະ 10 ປີຜ່ານມາ, ເຂດທົ່ງພຽງແມ່ນ້ຳຂອງມີບາດກ້າວພັດທະນາດີພໍສົມຄວນໃນການນຳໃຊ້ກົນຈັກເຂົ້າໃນການຜະລິດເຂົ້າ, ແຕ່ຍັງບໍ່ທັນຕອບສະຫນອງຄວາມຕ້ອງການ, ການພັດທະນາ ຮອບດ້ານໄດ້. ຕໍ່ຫນ້າຄວາມຫຍຸ້ງຍາກດັ່ງກ່າວ, ບັນຫານຳໃຊ້ກົນຈັກໃນການຜະລິດເຂົ້າພວມແມ່ນຈຸດໝາຍຈຳເປັນທີ່ສຸດ ດ້ວຍການກຳນົດທິດຢ່າງຈະແຈ້ງສຳລັບເຂດປູກເຂົ້າທີ່ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ.
ຜ່ານ 10 ປີແຫ່ງການນຳໃຊ້ກົນຈັກໃນການຜະລິດເຂົ້າຢູ່ເຂດທົ່ງພຽງ ແມ່ນ້ຳຂອງ ສະມັດຕະພາບການຜະລິດເຂົ້າຢູ່ເຂດນີ້ໄດ້ເພີ່ມຂຶ້ນຈາກ 4,3 ໂຕນ/ເຮັກຕາເມື່ອປີ 2001 ໄດ້ຂຶ້ນເຖິງ 5,7 ໂຕນ/ເຮັກຕາໃນປີ 2012, ປະລິມານການຜະລິດກໍ່ເພີ່ມຂຶ້ນຈາກ 16 – 24,5 ລ້ານໂຕນ. ກົນຈັກໄດ້ຮັບການໝູນໃຊ້ໃນຫລາຍຂອດ ໄດ້ປະກອບສ່ວນຫລຸດຜ່ອນຄວາມເສຍຫາຍ ແລະ ເພີ່ມມູນຄ່າໃຫ້ຂະແຫນງຜະລິດເຂົ້າ. ພິເສດ ເມື່ອນຳໃຊ້ກົນຈັກໃນການເກັບກ່ຽວ ແມ່ນຫລຸດຜ່ອນລາຍຈ່າຍລົງ 50% ເມື່ອທຽບໃສ່ການເກັບກ່ຽວແບບຫັດຖະກຳ. ແບບຢ່າງທີ່ດີເດັ່ນ ໃນການນຳໃຊ້ກົນຈັກໃນການຜະລິດເຂົ້າຕ້ອງເວົ້າເຖິງແຂວງ ລອງອານ, ແມ່ນຫນຶ່ງໃນຈຳນວນ 4 ແຂວງ ມີເນື້ອທີ່ປູກເຂົ້າຫລາຍກວ່າໝູ່ ດ້ວຍ 260.000 ເຮັກຕາ, ແຕ່ລະປີໄດ້ປະກອບເຂົ້າໃຫ້ແກ່ເຂດນີ້ກວ່າ 2,6 ລ້ານໂຕນ. ປະຈຸບັນ ແຂວງ ລອງອານແມ່ນແຂວງທີ່ນຳໃຊ້ກົນຈັກໃນຂອດເກັບກ່ຽວເຂົ້າຫລາຍກວ່າໝູ່ຢູ່ເຂດນີ້ ດ້ວຍອັດຕາສ່ວນບັນລຸ 95% ແລະ ປະຕິບັດຫລາຍນະໂຍບາຍຊຸກຍູ້ການນຳໃຊ້ກົນຈັກໃນການປູກເຂົ້າ, ປະກອບສ່ວນເພີ່ມສະມັດຕະພາບການອອກແຮງງານ, ຫລຸດຜ່ອນລາຍຈ່າຍໃນການຜະລິດ, ປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນດີພໍສົມຄວນ. ທ່ານ ຫງວຽນແທນຕຸ່ງ, ຫົວຫນ້າສູນສົ່ງເສີມກະສິກຳແຂວງ ລອງອານ ໃຫ້ຮູ້ວ່າ:
“ ພວກຂ້າພະເຈົ້າພວມໝູນໃຊ້ກົນຈັກເຕັກໂນໂລຊີສູງ, ພິເສດແມ່ນອຸປະກອນຄາດທົ່ງນາ ດ້ວຍ laser. ຊາວກະສິກອນຈະຫລຸດຜ່ອນແນວພັນເຂົ້າ, ຝຸ່ນເຄມີ, ຢາປາບສັດຕູພືດ ແລະ ປະຕິບັດບັນດາຂັ້ນຕອນປູກຝັງດີກວ່າ. ເວລານັ້ນທາງແຂວງຈະນຳໃຊ້ຈັກດຳນາເພື່ອຫລຸດຜ່ອນຄ່າແຮງງານລົງ. ເພື່ອຊຸກຍູ້ການນຳໃຊ້ກົນຈັກໃນການປູກເຂົ້າ ຕ້ອງຫນູນຊ່ວຍທຶນຮອນໃຫ້ແກ່ຊາວກະສິກອນ. ບັນດາສະຖາບັນ, ໂຮງຮຽນ ຄວນສືບຕໍ່ຄົ້ນຄ້ວາເພື່ອເຮັດແນວໃດໃຫ້ກົນຈັກນຳເຂົ້າຈາກຕ່າງປະເທດເໝາະສົມກັບທົ່ງນາຢູ່ຫວຽດນາມ, ພິເສດ ແມ່ນເຂດທົ່ງພຽງແມ່ນ້ຳຂອງ.”
ຮູບແບບນຳໃຊ້ກົນຈັກແມ່ນສະດວກທີ່ສຸດສຳລັບຊາວກະສິກອນ
ພາບ: internet
|
ອ້າຍ ຫວໍວັນເຈີດ, ຊາວກະສິກອນ ຢູ່ບ້ານ 5 ຕາແສງ ເຕີນແທ່ງ, ເມືອງເຕີນແທ້ງ, ແຂວງ ລອງອານ ຊື່ງແມ່ນຜູ້ປູກແນວພັນເຂົ້າໃຫ້ແກ່ສູນສົ່ງເສີມກະສິກຳແຂວງ ລອງອານ ມາເປັນເວລາເກືອບ 10 ປີ ດ້ວຍເນື້ອທີ່ 1 ເຮັກຕາ, ສະມັດຕະພາບສະເລ່ຍ 8 ໂຕນ/ເຮັກຕາ. ປີ 2003, ອ້າຍເຈີດ ພ້ອມກັບ 7 ຄອບຄົວອື່ນ ເລີ່ມນຳໃຊ້ຈັກກ່ຽວເຂົ້າ ແລະ ຟາດເຂົ້າໃນການປູກຝັງ. ນັບແຕ່ເມື່ອມີກົນຈັກ, ເວລາເກັບກ່ຽວເຂົ້າກໍ່ຫຼຸດລົງເມື່ອທຽບໃສ່ການເກັບກ່ຽວເຂົ້າແບບຫັດຖະກຳເຖິງ 20 ມື້, ຄວາມສູນເສຍໃນການເກັບກ່ຽວກໍຫລຸດຈາກ 30% ລົງເຫລືອພຽງປະມານ 10%. ລາຍຮັບຊື່ງຫນ່ວຍປູກຝັງເກັບມາໄດ້ກໍເພີ່ມແຕ່ 50 ລ້ານດົ່ງ/ເຮັກຕາ/ຄົນ/ປີຂຶ້ນເຖິງ 65 ລ້ານດົ່ງ/ຄົນ/ປີ. ອ້າຍຫວໍວັນເຈີດ ໃຫ້ຮູ້ວ່າ:
“ຂ້າພະເຈົ້າເຫັນວ່າ ຮູບແບບນຳໃຊ້ກົນຈັກແມ່ນສະດວກທີ່ສຸດສຳລັບຊາວກະສິກອນ ແຕ່ຍັງເປັນສິ່ງໃຫມ່ອ່ຽມສຳລັບບາງຄອບຄົວຊາວກະສິກອນ. ພວກຂ້າພະເຈົ້າປາດຖະຫນາວ່າລັດຈະຫນູນຊ່ວຍເງິນກູ້ຢືມຈາກທະນາຄານເພື່ອຊື້ກົນຈັກປະເພດຕ່າງໆ ແນໃສ່ຊ່ວຍຊາວກະສິກອນໃນການປູກຝັງ. ສະເພາະບັນດາຄອບຄົວຜະລິດແນວພັນເຂົ້າ ແມ່ນຕ້ອງການຈັກດຳນາທີ່ສຸດ.”
ເຖິງວ່າໄດ້ຮັບບຸລິມະສິດໃນການລົງທຶນແລ້ວກໍ່ຕາມ, ແຕ່ອັດຕາສ່ວນນຳໃຊ້ກົນຈັກໃນການຜະລິດເຂົ້າ ຢູ່ເຂດທົ່ງພຽງແມ່ນຳ້ຂອງ ຍັງຕ່ຳຢູ່ ພິເສດແມ່ນຂອດໄຖນາ, ຫົດນ້ຳ, ເກັບກ່ຽວ ແລະ ປັ່ນແຫ້ງ. ສິ່ງດັ່ງກ່າວໄດ້ກໍ່ຄວາມເສຍຫາຍບໍ່ແມ່ນຫນ້ອຍໃຫ້ຂະແຫນງຜະລິດເຂົ້າຫວຽດນາມ ເພາະວ່າຄຸນນະພາບບໍ່ຮັບປະກັນ. ອີກດ້ານຫນຶ່ງ, ດ້ວຍບັນດາປັດໄຈບໍ່ສະດວກຄື: ສັດຕູພືດທຳລາຍ, ນ້ຳຖ້ວມ, ນ້ຳເຄັມເກີດຂຶ້ນເປັນປະຈຳ, ກຳລັງແຮງງານຢູ່ຊົນນະບົດກໍຫລຸດລົງຢ່າງແຮງ, ທັງໝົດເຫລົ່ານັ້ນໄດ້ເພີ່ມກຳລັງດັນໃຫ້ແກ່ການຜະລິດເຂົ້າ. ສະນັ້ນ ການນຳໃຊ້ກົນຈັກໃນການຜະລິດເຂົ້າໄດ້ກາຍເປັນຄວາມຕ້ອງການທີ່ຈຳເປັນ, ພິເສດແມ່ນການນຳໃຊ້ຈັກດຳນາ ຄວນໄດ້ຮັບການຜັນຂະຫຍາຍຢ່າງແຮງກວ່າ, ເປັນຕົ້ນຢູ່ເຂດປູກເຂົ້າແຄມທະເລ, ເຄີຍຖືກຂົມຂູ່ຈາກນ້ຳເຄັມ. ດຣ ເລວັນແບງ(Lê Văn Bảnh) ຫົວຫນ້າສະຖາບັນຄົ້ນຄ້ວາເຂົ້າເຂດທົ່ງພຽງແມ່ນ້ຳຂອງ ຖືວ່າ:
“ໃນການປູກເຂົ້າ ການດຳນາແມ່ນຂອດສຳຄັນກວ່າໝູ່. ແຮງງານຢູ່ຊົນນະບົດພວມຂາດເຂີນ, ຖ້ານຳໃຊ້ຈັກດຳນາກໍ່ສາມາດດຳນາໄດ້ແຕ່ 3- 5 ເຮັກຕາ/ມື້. ຢາກເຮັດໄດ້ຄືດັ່ງກ່າວ ຕ້ອງປັບປຸງທົ່ງນາໃຫ້ດີ. ປະຈຸບັນ ລາຄາຊື້ຈັກດຳນາສູງ, ສະນັ້ນ ຊາວກະສິກອນກໍບໍ່ລົງທຶນຫລາຍ. ຖ້າຫາກປະຕິບັດວຽກງານໂຄສະນາເປັນຢ່າງດີ ແລະ ເຮັດທົດລອງຢູ່ທົ່ງນາ ເມື່ອເຫັນປະຈັກຕາປະສິດທິຜົນ ປະຊາຊົນຈະປະຕິບັດຕາມ. ຖ້າຫວຽດນາມຜະລິດຈັກດຳນາໄດ້ ລາຄາຈັກດຳນາກໍ່ຫຼຸດລົງ ແລະ ຊາວກະສິກອນຈະນຳໃຊ້ຫລາຍກວ່າ.” ເຖິງຢ່າງໃດກໍຕາມ, ປະຈຸບັນ ລາຄາກົນຈັກສູງພໍສົມຄວນ, ຫລາຍຄອບຄົວບໍ່ມີເງິນຊື້ເພື່ອຮັບໃຊ້ການປູກຝັງ. ເພາະສະນັ້ນ ຊາວກະສິກອນຢາກມີນະໂຍບາຍຫນູນຊ່ວຍໃຫ້ກູ້ຢືມດ້ວຍອັດຕາດອກເບ້ຍຕ່ຳ ແລະ ໄດ້ຮັບການແນະນຳກ່ຽວກັບວິທີນຳໃຊ້ ເພື່ອສາມາດສຳພັດກັບເຕັກໂນໂລຊີໄດ້ຢ່າງວ່ອງໄວ.
ຈັກກ່ຽວເຂົ້າ
ພາບ:internet
|
ເພື່ອເສີມຂະຫຍາຍປະສິດທິຜົນແຫ່ງການນຳໃຊ້ກົນຈັກໃນການຜະລິດເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງ ແມ່ນຕ້ອງແກ້ໄຂຫລາຍບັນຫາ. ໃນນັ້ນ ເລື່ອງວາງບັນດານະໂຍບາຍທີ່ເໝາະສົມ ແລະ ສາມາດເປັນໄປໄດ້ ກໍຄືເລື່ອງເພີ່ມທະວີການຮ່ວມສຳພັນລະຫວ່າງ ລັດ, ນັກວິທະຍາສາດ, ນັກທຸລະກິດ ແລະ ຊາວກະສິກອນ, ເພື່ອລົບລ້າງຮູບການຜະລິດຂະຫນາດນ້ອຍເທື່ອລະກ້າວ ຈະແມ່ນເສັ້ນທາງເພື່ອໃຫ້ພໍ່ແມ່ຊາວກະສິກອນຢູ່ເຂດທົ່ງພຽງແມ່ນ້ຳຂອງ ຫັນຂົງເຂດກະສິກຳຊົນນະບົດເປັນອຸດສາຫະກຳ ແລະ ທັນສະໄຫມ.