ບົດ​ບາດ​ຂອງວິ​ສາ​ຫະ​ກິດ​ໃຫຍ່​ໃນ​ການ Startup

(VOVWORLD) - ໃນສອງສາມປີມໍ່ໆມານີ້ Startup ໄດ້ກາຍເປັນຂະບວນການທີ່ຟົດຟື້ນຢູ່ຫລາຍປະເທດ.ຂະບວນການນີ້ ກໍ່ໄດ້ພັດທະນາຢ່າງແຮງຢູ່ຫວຽດນາມແລະໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກລັດຖະບານ. ພ້ອມກັບເລືື່ອງສ້າງເງື່ອນໄຂກ່ຽວກັບນະໂຍບາຍຂອງລັດຖະບານ, ບົດບາດຂອງບັນດາວິສາຫະກິດໃຫຍ່ ຫນູນຊ່ວຍວິສາຫະກິດStartupແມ່ນມີຄວາມສຳຄັນທີ່ສຸດ. ບັນດາວິສາຫະກິດໃຫຍ່ຫນູນຊ່ວຍວິສາຫະກິດStartupກ່ຽວກັບດ້ານທຶນຮອນ, ເຕັກໂນໂລຊີ, ຫລັງຈາກນັ້ນແມ່ນເຊື່ອມຕໍ່ລະບົບການຜະລິດແລະພ້ອມກັນບືນຕົວຂຶ້ນອອກສູ່ຕະຫລາດ.

ຢູ່ ນະຄອນໂຮ່ຈິມີນໄດ້ກໍ່ສ້າງສູນໝູນໃຊ້ຄວາມກ້າວຫນ້າຂອງວິທະຍາສາດແລະເຕັກໂນໂລຊີ (SIHUB) ເປັນບ່ອນເຕົ້າໂຮມຂອງວິສາຫະກິດStartupແລະປະຕິບັດການພົວພັນແລກປ່ຽນຮ່ວມສຳພັນກັນ. ມີວິສາຫະກິດ Startup ຫລາຍແຫ່ງບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ, ຜະລິດຕະພັນຂອງວິສາຫະກິດ Startup ໄດ້ນຳໄປຂາຍຢູ່ຕາມຕະຫລາດ, ເຂົ້າຮ່ວມລະບົບການຜະລິດຂອງວິສາຫະກິດໃຫຍ່ ພ້ອມທັງດຶງດູດໄດ້ເງິນລົງທຶນຢູ່ພາຍໃນແລະຕ່າງປະເທດນໍາອີກ. ເຖິງຢ່າງໃດກໍຕາມ, ມີຫລາຍປັດໄຈໃນເຂດ Startup ໄດ້ຮັບການຕີລາຄາວ່າ ຍັງບໍ່ທັນມີການຮ່ວມສຳພັນຢ່າງແຫນ້ນແຟ້ນ, ຍັງບໍ່ທັນພັດທະນາຢ່າງປອດໃສເມື່ອບັນດາວິສາຫະກິດStartupຍັງອີງໃສ່ວິສາຫະກິດໃຫຍ່ຫຼາຍກວ່າ ແລະ ກົງກັນຂ້າມວິສາຫະກິດໃຫຍ່ຍັງບໍ່ທັນມີຄວາມເຊື່ອໝັ້ນຕໍ່ວິສາຫະກິດ Startup.

ທ່ານເຈີ່ນແອງຕວນ ຜູ້ອຳນວຍການໃຫຍ່ບໍລິສັດເຕັກໂນໂລຊີ ຊາວບັກເດົາ ລົງທຶນໃຫ້ 5 ໂຄງການ Startup ໃນປີ 2018 ຖືວ່າ:ວິສາຫະກິດ Startup ເມື່ອເຂົ້າຮ່ວມການດຳເນີນທຸລະກິດແມ່ນ ຕອ້ງການຫລາຍປັດໄຈ, ທຳອິດແມ່ນດ້ານທຶນຮອນ, ເຕັກໂນໂລຊີ ຫຼັງຈາກນັ້ນແມ່ນການບໍລິຫານ, ການເຂົ້າຮ່ວມລະບົບການຜະລິດ, ການຕະຫລາດ. ໃນ 10 ປັດໄຈພື້ນຖານຂອງ Startup ນັ້ນ, ບັນດາວິສາຫະກິດ Startup ຢູ່ຫວຽດນາມ ແມ່ນເຄີຍມີພຽງ 1-2 ປັດໄຈ ເທົ່ານັ້ນ.  ແຕ່ກໍ່ມີວິສາຫະກິດ Startup ຫລາຍແຫ່ງທັງຊອກຫາການຫນູນຊ່ວຍວິສາຫະກິດໃຫຍ່ ທັງຢ້ານວ່າຖືກຄອບງຳ.ທ່ານເຈີ່ນແອງຕວັນ ຜູ້ອຳນວຍການໃຫຍ່ບໍລິສັດເຕັກໂນໂລຊີ ຊາວບັກເດົາ ຖືວ່າ:

“ເມື່ອມາຫາວິສາຫະກິດໃຫຍ່ ບັນດາວິສາຫະກິດ Startup ຈະຊອກໄດ້ຜູ້ໃຫ້ຄຳປຶກສາ, ນັກລົງທຶນ, ຊອກໄດ້ການຫນູນຊ່ວຍດ້ານການເງິນ. ເມື່ອຮ່ວມສໍາພັນກັບວິສາຫະກິດໃຫຍ່, ວິສາຫະກິດ Startup ຈະມີຕະຫຼາດເພື່ອຈຳຫນ່າຍສິນຄ້າ”

ບົດ​ບາດ​ຂອງວິ​ສາ​ຫະ​ກິດ​ໃຫຍ່​ໃນ​ການ Startup - ảnh 1 ທ່ານເຈີ່ນແອງຕວນ ຜູ້ອຳນວຍການໃຫຍ່ບໍລິສັດເຕັກໂນໂລຊີ ຊາວບັກເດົາ (ພາບ: cafebiz.vn)

ຄວາມຈິງແລ້ວ, ວິວັດການ Startup ບໍ່ອາດຕັດແຍກອອກຈາກບັນດາປັດໄຈຄື: ນະໂຍບາຍ, ການຫນູນຊ່ວຍ, ການຕະຫລາດ.. ບໍ່ວ່າຢູ່ວິສາຫະກິດໃດກໍ່ຕ້ອງມີບົດບາດຂອງນັກລົງທຶນ, ຜູ້ໃຫ້ຄຳປຶກສາ, ນັກວິທະຍາສາດ. ແຕ່ບັນດາວິສາຫະກິດ Startup ສ່ວນຫລາຍຍັງບໍ່ທັນສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈຕໍ່ກັບວິສາຫະກິດໃຫຍ່. ທ່ານຫງວຽນຫວຽດດຶກ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນບໍລິຫານການລົງທຶນ Startup ການປະດິດຄິດສ້າງ ຫວຽດນາມ ໄດ້ໃຫ້ຮູ້ວ່າ: ບັນດາໂຄງການStartup ເມື່ອດຶງດູດທຶນຮອນ ແມ່ນເອົາໃຈໃສ່ຕໍ່ກັບຜະລິດຕະພັນຂອງຕົນເກີນໄປ ຫາກບໍ່ສົນໃຈເລື່ອງດຳເນີນທຸລະກິດເທົ່າທີ່ຄວນ. ເມື່ອງດຶງດູດທຶນຮອນ ເຂົາເຈົ້າບໍ່ເປີດເຜີຍໃຫ້ວິສາຫະກິດໃຫຍ່ເຫັນໄດ້ເຖິງການຈຳຫນ່າຍຜະລິດຕະພັນເປັນຢູ່ຕະຫລາດຄືແນວໃດ, ກຳນົດໄດ້ເຖິງຄວາມສາມາດແກ້ງແຍ້ງແລະທ່າໄດ້ປຽບຂອງຕົນຄືແນວໃດ ແລະ ຍັງບໍ່ທັນເວົ້າເຖິງຄວາມສ່ຽງ, ສະນັ້ນຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດໃຫຍ່  ແລະ ນັກລົງທຶນທີ່ມີຕໍ່ກັນກັບບັນດາວິສາຫະກິດStartupແມ່ນມີຂີດຈໍາກັດ.

ໃນຊຸມປີມໍ່ໆມານີ້ ພື້ນຖານຂອງອຸດສາຫະກຳ 4.0 ໄດ້ ແລະ ພວມສ້າງຫລາຍປັດໄຈໃຫ້ແກ່ການພັດທະນາ, ຍົກອອກບັນດາເຄື່ອງມືໃຫມ່ ຊ່ວຍວິສາຫະກິດປ່ຽນແປງວິທີເຮັດ, ມີການພົວພັນນຳກັນ, ເປີດຫລາຍກາລະໂອກາດໃຫ້ແກ່ວິສາຫະກິດ, ນັກທຸລະກິດຢາກStartup. ຢາກນຳບັນດາວິສາຫະກິດStartupອອກສູ່ຕະຫລາດໂລກຕ້ອງມີການກະກຽມບັນດາມາດຕະຖານ, ວິທີເຮັດໃຫ້ເໝາະສົມ. ມີຫລາຍເຕັກໂນໂລຊີ, ວິທີເຮັດຫຼາຍວິທີຂອງໂລກທີ່ມີຢູ່ແລ້ວນັ້ນ ມີວິສາຫະກິດໃຫຍ່ຫລາຍແຫ່ງໄດ້ໝູນໃຊ້ແລ້ວ ແລະ ກໍໄດ້ສົ່ງເສີມເປີດກວ້າງເຖິງວິສາຫະກິດ Startup. ທ່ານ ຮ່ວາງມີງຈີ ຜູ້ອຳນວຍການ AiPac (San Jose) ອາເມລິກາເປັນຜູ້ Startup ທີ່ປະສົບຜົນສຳເລັດຢູ່ສູນ Silicon ອາເມລິກາແລະພວມແມ່ນນັກລົງທຶນໃຫ້ແກ່ວິສາຫະກິດStartupໃຫ້ຮູ້ວ່າ:

“ທ່າໄດ້ປຽບຂອງການ Startup ຫວຽດນາມປະຈຸບັນແມ່ນຂົງເຂດຊອບແວດີຫລາຍ, ມີຄວາມເຂົ້າໃຈກ່ຽວກັບຕະຫລາດທີ່ພວມມີຢູ່ແລ້ວ. ນັ້ນແມ່ນບັນດາປັດໄຈສຳຄັນເພື່ອໃຫ້ບັນດາບໍລິສັດຕ່າງປະເທດສົນໃຈເພາະ ເຂົາເຈົ້າມີຄູ່ຮ່ວມມືຊ່ວຍໃຫ້ເຂົາເຈົ້າເຂົ້າເຖິງຕະຫລາດຫວຽດນາມໂດຍກົງ. ພວກເຮົາຈະມີກາລະໂອກາດຮ່ວມມືພ້ອມກັບເຂົາເຈົ້າພັດທະນາເຕັກໂນໂລຊີ.”

ທ່ານຫງວຽນຮ່ວາງຮອງຜູ້ອຳນວຍການ ຂະແຫນງສະບຽງອາຫານຂອງກຸ່ມບໍລິສັດລົກເຈີຍເຮັດສະເພາະກ່ຽວກັບຂະແຫນງກະສິກຳໄດ້ຢືນຢັນວ່າ: ໃນລະບົບມູນຄ່າຂອງຂະແຫນງສິນຄ້າໃດຫນຶ່ງນັ້ນ ຍາມໃດກໍ່ມີບັນດາວິສາຫະກິດໃຫຍ່. ບັນດາວິສາຫະກິດStartup ເຂົ້າຮ່ວມລະບົບນີ້ໄດ້ຮັບການຫນູນຊ່ວຍຫລາຍຢ່າງ ເພື່ອຢຶດຄອງຕະຫລາດ, ຢັ້ງຢືນຕົນເອງແລະພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ