ບັນດາ FTA ລຸ້ນໃໝ່: ກາລະໂອກາດ ແລະ ສິ່ງທ້າທາຍ

(vovworld) - ບັ​ນ​ດາ​ສັນ​ຍາ​ການ​ຄ້າເສ​ລີ 2 ຝ່າຍ (FTA) ລຸ້ນ​ໃໝ່​ແມ່ນ​ຫຍັງ? ເຮັດ​ແນວ​ໃດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິ​ດ​ພາຍ​ໃນ​ປະ​ເທດ​ໄດ້ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຢ່າງ​ແທ້​ຈິງ​ຈາກ​ບັນ​ດາ FTA ເມື່ອ​ເຊື່ອມ​ໂຍງ ແລະ ຫວຽດ​ນາມ ​ຈະ​​ໝູນ​ໃຊ້ບຸ​ລິ​ມະ​ສິດ​ດ້າ​ນ​ພາ​ສີທັງ​ໝົດ ເຊິ່ງ FTA ລຸ້ນ​ໃໝ່​ນຳ​ມາ​ໃຫ້ໄດ້ ຫຼື ນີ້​ແມ່ນ​ບັນ​ດາ​ບັນ​ຫາ​ເຊິ່ງ​ລັດ​ຖະ​ບານ​ຫວຽດ​ນ​າມ, ບັນ​ດາ​ອົງ​ການ​ກ່ຽວ​ຂ​້ອງ, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ແລະ ພິ​ເສດ​ແມ່ນ​ບັນ​ດາ​ອົງ​ການ​ຕາງ​ໜ້າ​ການ​ທູດ​ຢູ່​ຕ່າງ​ປະ​ເທດ​ພ​ວມ​ເອົາ​ໃຈ​ໃສ່​ທ​ີ່​ສຸດ ເພື່ອ​ແນ​ໃສ່ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງຂອງວິ​ສາ​ຫະ​ກິດ​ຫວຽດ​ນ​າມ ຢູ່​ໃນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການດຳ​ເນີນ​ທຸ​ລະ​ກິດ​ໃໝ່.


ບັນດາ FTA ລຸ້ນໃໝ່: ກາລະໂອກາດ ແລະ ສິ່ງທ້າທາຍ - ảnh 1
(ພາບ​ປະ​ກອບ)

ໄລ່​ຮອດ​ຈຸດ​ເວ​ລານີ້, ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ສຳ​ເລັດ​ການ​ເຈ​ລະ​ຈາ FTA 2 ຝ່າຍ ແລະ ຫຼາຍ​ຝ່າຍ 12 ສະ​ບັບ. ໃນ​ຈຳ​ນວນນັ້ນ, ມີ FTA 8 ສະ​ບັບໄດ້​ມີ​ຜົນ​ສັກ​ສິດ ແລະ ພວມໄດ້​ຮັບ​ການ​ປະ​ຕິ​ບັດ. ບັນ​ດາ FTA ລ​ຸ້ນ​ໃໝ່ໄດ້​ສິ້ນ​ສຸດ​ການ​ເຈ​ລະ​ຈາ ລວມ​ມີ: FTA ຫວຽດ​ນາມ - ສະ​ຫະ​ພາ​ບ​ເອີ​ລົບ ແລະ ສັນ​ຍາ​​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP). ດ້ວຍ​ການ​ເຈ​ລະ​ຈາ, ລົງ​ນາມ​ໃນ​ບັນ​ດາ​ສັນ​ຍາ FTA ນີ້, ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງທີ່​ສຸດຈາກ​ບັນ​ດາ​ຄູ່​ຮ່ວມ​ມື​. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ແດນ​ມາກ ປະ​ຈຳ​ຫວຽດ​ນາມ, Charlotte Laursen, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ FTA ຫວຽດ​ນ​າມ - ອີ​ຢູ, ໃຫ້​ຂໍ້​ສັງ​ເກດ​ວ່າ.

        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ ທີ່​ສຸດ​ຕໍ່​ຄວາມ​ຕັດ​ສິ​ນ​ໃຈ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ໃນ​ການ​ສິ້ນ​ສຸດ​ການ​ເຈ​ລ​ະ​ຈາ FTA ຫວຽດ​ນ​າມ - ອີ​ຢູ ແລະ TPP. ດ້ວຍ​ບັນ​ດາ​ແຜນ​ການ​ຮ່ວມ​ມື​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົມ​ຊ້ອນ​, ຫວຽດ​ນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຼາຍ​ຢ່າງ​ຈາກ​ບັນ​ດາ​ສັນ​ຍານີ້. ສິ່ງນີ້ກໍ່​ໝາຍ​ຄວາມ​ວ່າ, ຫວຽດ​ນາມ ກໍ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍໃໝ່ ເພື່ອສາ​ມາດ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ປະ​ໂຫຍດ​ລວມ​ຈາກ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີນີ້”.

        ສະ​ນັ້ນ, FTA ລຸ້ນ​ໃໝ່ ມີ​ຄວາມ​ແຕກ​ຕ່າງ​ກັນຄື​ແນວ​ໃດ? ທີ່​ໜຶ່ງ​ກ່ຽວ​ກັບ​ການ​ສົ່ງ​ອອກ, ບັນ​ດາ FTA ລຸ້ນ​ໃໝ່ ໄດ້​ລົບ​ລ້າງ​ພາ​ສີ​ອາ​ກອນ​ສ່ວນ​ຫຼາຍ​ໃຫ້​ສິນ​ຄ້າ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທ​ດ​ຄູ່​ຮ່ວມ​ມື. ໃນ​ນັ້ນ​ມີ​ບັນ​ດາ​ຄູ່​ຮ່ວມ​ມື​ໃຫຍ່​ພິ​ເສດ​ຄື ອາ​ເມ​ລິ​ກາ ຫຼື ອີ​ຢູ. ນີ້ແມ່ນ​ກາ​ລະ​ໂອ​ກາດ​ທີ່ດ​ີ ເພື່ອ​ໃຫ້​ຫວຽດ​ນາມ ເພີ່ມ​ກຳ​ລັງ​ແກ່ງ​ແຍ້ງ​ກ່ຽວ​ກັບ​ດ້ານ​ລາ​ຄາ. ຖ້າ​ຫາກສົມ​ທຽບ​ WTO, ບັນ​ດາ​ປະ​ເທດ​ພຽງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ “ຫຼຸດ​ຜ່ອນ​ພາ​ສີ” ເທົ່າ​ນັ້ນ ຫາກບໍ່​ແມ່ນ “ຍົກ​ເລີກ​ພາ​ສີ” ​ ແລະ ພຽງ​ແຕ່​ສຳ​ລັ​ບ​ພາ​ສີ​ບາງ​ປະ​ເພດເທົ່າ​ນັ້ນ ຫາ​ກບໍ່​ແມ່ນພາ​ສີ “ເກືອບ​ໝົດ”, ບັນ​ດາ FTA ໄດ້​ນຳ​ມາ​ເຊິ່ງ​ທ່າ​ແຮງ​ຫຼາຍກວ່າ ເມື່ອ​ທຽບ​ໃສ່​ພາ​ສີ​ບຸ​ລິ​ມະ​ສິດ. ເຖິງຢ່າງ​ໃດ​ກໍ່​ຕາມ, ສິ່ງ​ທ້າ​ທາຍກໍ່​ນອນ​ໃນ​ບັນ​ດາ​ທ່າ​ແຮງ​ດ້າ​ນ​ພາ​ສີນີ້. ຕາມ​ທ່ານ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ​ຫວຍດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ຟ້າມກວາງວິງ ແລ້ວ, ຫວຽດ​ນາມ ສາ​ມາດ​ໝູນໃຊ້​​ບັນ​ດາ​ບຸ​ລິ​ມະ​ສິດດ້ານ​ພາ​ສີ​ຢ່າງ​ສຸດ​ຂີດ​, ແຕ່ກ່ອນ​ອື່ນ​ໝົດ​ສິນ​ຄ້າ​ຂອງ​ຫວຽດ​ນາມ ຕ້ອງ​ຕອບ​ສະ​ໜອງ​ບັນ​ດາ​ເງື່ອນ​ໄຂ​ກ່ຽວ​ກັບ​ຕົ້ນ​ກຳ​ເນີດ, ຮົ້ວ​ກີດ​ຂວາງ​ດ້ານ​ເຕັກ​ນິກ, ອະ​ນາ​ໄມກັນ​ພະ​ຍາດຈາກ​ບັນ​ດາ​ຕະ​ຫຼາດ​ນຳ​ເຂົ້າ​ໃຫ​້​ໄດ້.

        “ຖ້າ​ຫາກ​ພວກ​ເຮົາ​ເພີ່ມ​ກຳ​ລັງ​ແກ່ງ​ແຍ້ງ​ບັນ​ດ​າ​ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ໄດ້ ແມ່ນ​ສາ​ມາດ​ຫຼີກ​ລ້ຽງ​ໄດ້​ຫຼາຍບັນ​ຫາ​ກວ່າຄື​ ການ​ຈັດ​ວາງອັດ​ຕາ​ພາ​ສີ​ສູງ, ເງື່ອນ​ໄຂ​ດ້ານ​ເຕັກ​ນິກ​. ພວ​ກ​ເຮົາ​ມີ​ສິນ​ຄ້າ​ຫຼາຍ​ປະ​ເພດ​ທີ່ມ​ີ​ທ່າ​ແຮງ​ຄື: ເກີບ​ໜັງ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ສິນ​ໃນ​ນ້ຳ ເມື່ອ​ທຽບ​ໃສ່​ບັນ​ດາ​ປະ​ເທດ​ອື່ນ​ກໍ​ມີ​ສິນ​ຄ້າ​ປະ​ເພດນີ້. ນັບ​ທັງ, ເມື່ອ TPP ຍັງ​ບໍ່​ທັນ​ມີ​ຜົນ​ສັກ​ສິດ, ຖ້າ​ຫາກ​ພວກ​ເຮົາເລີ່ມດຳ​ເນີນ​ວິ​ວັດ​ການ​ກະ​ກຽມ, ​ມັນ​ຈະເໝາະ​ສົມ​ກັບ​ແຜນ​ນະ​ໂຍ​ບາຍ​ປ່ຽນ​ໃໝ່, ແຜນ​ນະ​ໂຍ​ບາຍ​ເຊື່ອ​ມ​ໂຍງຂອງ​ຕົນ, ສ້າງ​ກຳ​ລັງ​ດຶງ​ດູດໃໝ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ”.

        ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ເຕັກ​ນ​ິກ, ລະ​ບົບ​ອະ​ນາ​ໄມ​ ແລະ ກ​ວດໂລກ​ລະ​ບາດພືດຢ່າງ​ເຄັ່ງ​ຄັດ ອາດ​ຈະ​ແມ່ນ​ຮົ້ວ​ກີດ​ຂວາງ​​ເຮັດ​ໃຫ​້​ສິນ​ຄ້າ​ຂອງ​ຫວຽດ​ນາມ ຍາກ​ທີ່​ຈະເຂົ້າ​ຕະ​ຫຼາດ​ບັນ​ດາ​ປະ​ເທ​ດ​ຄູ່​ຮ່ວມ​ມື FTA. ນອກນັ້ນ, ດ້ວຍ​ການເປີດ​ປະ​ຕູ​ຕະ​ຫຼາດ​ຫວຽດ​ນາມ ໃຫ້​ສ​ິນ​ຄ້າ, ການ​ບໍ​ລິ​ການ​ຈາກ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື FTA ເຂົ້າ​ຫວຽດ​ນາມ ນັ້ນ, ​ສິນ​ຄ້າ​ຂອງ ຫວຽດ​ນາມ ບໍ່​ພຽງ​ແຕ່​ແກ່ງ​ແຍ້ງ “​ຢູ່​ໃນ​ປະ​ເທດ” ​ເທົ່າ​ນັ້ນ. ສິ່ງ​ທ້າ​ທາຍ​ສຳ​ລັບວິ​ສາ​ຫະ​ກິດ​ຫວຽດ​ນາມ ນັ້ນ​ແມ່ນ​ກຳ​ລັງແກ່ງ​ແຍ້ງ​ກັບ​ສິນ​ຄ້າ​ທີ່ມີ​ລາ​ຄາ​ຖືກ, ການ​ບໍ​ລິ​ການ​ມີ​ຄຸນ​ນະ​ພາບ​ດີ ຈາກ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມມ​ື​ຢູ່​ຕະ​ຫຼ​າດ​ພາຍ​ໃນ​ປະ​ເທດ. ສະ​ນັ້ນ, ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ວິ​ສາ​ຫະ​ກິດ​ຫວຽດ​ນາມເອງ ພວມມ​ີ​ສະ​ຕິ​ກ່ຽວ​ກັບ​ສິ່ງ​ທ້າ​ທາຍນີ້ຢ່າງ​ຈະ​ແຈ້ງ ເພື່ອ​ຜ່ານ​ຜ່າ. ທ່ານ​ນາງ ຫງວຽນ​ແອງ​ທູ, ຮອງ​ອະ​ທິກ​ານ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລເສດ​ຖະ​ກິດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ.

        “ປະ​ຈຸ​ບັ​ນ, ພວກ​ເຮົາ​ພວມ​ປະ​ຕິ​ບັດ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ຂ້ຽວ​ຂາດ ແລະ ຂ້າ​ພະ​ເຈົ້າ​ຄິດ​ວ່າ, ນີ້​ແມ່ນ​ວຽກ​ງານ​ທີ່​ພວກ​ເຮົາ​ຕ​້ອງ​ປະ​ຕິ​ບັດ​ຢ່າງ​ຂ້ຽ​ວ​ຂາດກວ່າ​ອີກ, ບ​ໍ່​ພຽງ​ແຕ່​ຢຸ​ດ​ຕິຢູ່​ເລື່ອງ​ຫຼຸດ​ຜ່ອນເວ​ລາ​ປະ​ຕິ​ບັດ​ລະ​ບຽ​ບ​ການ​ບໍ​ລິ​ຫານ​ໃຫ້​ວ​ິ​ສາ​ຫະ​ກິດ​ເທົ່າ​ນັ້ນ, ຫາກ​ຕ້ອງ​ລົງ​ເລິກ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ, ລະ​ບອບກວ່າ​ອີກ. ​ທີ່ 2 ແມ່ນ, ບັນ​ດາ​ວິ​ສາ​ຫະ​ກິດ​ເອງ ຕ້ອງ​ເປັນ​ເຈົ້າ​ການກວ່າ​ອີກ. ລັດ​ຖະ​ບານ​ຕ້ອງ​ສົມ​ທົບ​ກັບ​ບັນ​ດາ​ສະ​ຫະ​ສະ​ມາ​ຄົມ, ວິ​ສາ​ຫະ​ກິດ​ເພື່​ອ​ສ້າງ​ບັນ​ດາ​ລາຍ​ການ​ທີ່ມີ​ປະ​ສິດ​ທິ​ຜົນ​ກວ່າ ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ສາ​ມາດ​ເຂົ້າ​ໃຈກວ່າ ເພື່ອ​ສາ​ມາດ​ໝູນໃຊ້​ກາ​ລະ​ໂອ​ກາດ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຂອງວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ”.

        ໄດ້​ມີ​ການ​ຄົ້ນ​ຄ້​ວາ​ຫຼາຍ​ຄັ້ງ​ຊີ້​ໃຫ້​ເຫັນ​ວ່າ, ຫວຽດ​ນາມ ຈະ​ແມ່ນ​ປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຼາຍກ​ວ່າ​ໝູ່ ໃນ​ຈຳ​ນ​ວນ 12 ປະ​ເທດ​ເຂົ້າ​ຮ່ວມ TPP. GDP ຈະ​ເພີ່ມ​ຂຶ້ນ 23,5 ຕື້ USD ໃນ​ປີ 2020, ການ​ສົ່ງ​ອອກ​ຈະ​ເພີ່ມ​ຂຶ້ນ 68 ຕື້ USD ໃນ​ປີ 2025. ບັນ​ດາ FTA ອື່ນໆ​ຄື FTA ຫວຽດ​ນາມ ​ກັບ ອີ​ຢູ ກໍ​ນຳ​ມາ​ໃຫ້​ບັນ​ດາ​ກາ​ລະ​ໂອ​ກາດ​ສົ່ງ​ອອກໃຫຍ່​ຫຼວງ​ທີ່​ສຸດໃຫ້​ແກ່​ຫວຽດ​ນາມ ເມື່ອ​ສຳ​ພັດ​ກັບ​ຕະ​ຫຼາດ​ທີ່ກວ້າງ​ໃຫຍ່ລວມ​ມີ​ບັນ​ດາ​ພື້ນ​ຖ​ານ​ເສດ​ຖະ​ກິດແຖວ​ໜ້າ. ຫວຽດ​ນາມ ​ດ້ວ​ຍ​ທີ່​ຕັ້ງ​ທີ່ມີ​ຄວາມ​ສະ​ດວກ​ດ້ານ​ພູມ​​ສາດ​ເສດ​ຖະ​ກິດ, ພູມ​ຊາດການ​ເມືອງ, ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ກຳ​ລັງ​ຄົນ​ງານ, ຈະ​ນຳ​ມາ​ເຊິ່ງ​ກາ​ລ​ະ​ໂ​ອກ​າດ​ຮ່ວມ​ມື​ດ້ານ​ແຫຼ່ງ​ທຶນ, ກ່ຽວ​ກັບ​ຮູບ​ແບບ, ແບບວິ​ທີ​ຄຸ້ມ​ຄອງ​ໃໝ່, ທັນ​ສະ​ໄໝ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ​ໃຫ້​ແກ່​ວິ​ສາ​ຫ​ະ​ກິດຫວຽດ​ນາມ.

        ພາຍ​ຫຼັງ​ໄລ​ຍະ​ເກືອ​ບ 10 ປ​ີທີ່​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ (WTO), ເປັນ​ຂີດ​ໝາຍ​ເລີ່ມ​ຕົ້ນ​ຂອງ​ການ​ເຊື່ອມ​ໂຍງ​ຄັ້ງ​ທຳ​ອິດ​ຂອງ​ຫວຽດ​ນາມ, ປະ​ຈຸ​ບັນ, ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ້ນ​ໃໝ່ໄດ້​ຮັບ​ຄວາມ​ຫວັງ​ວ່າ ຈະ​ສ້າງ​ການ​ເຊື່ອມໂຍງ​ຄັ້ງ​ທີ 2 ຢ່າງ​ແຮງກວ່າ​ສຳ​ລັບ​ຫວຽດ​ນາມ. FTA ລຸ້ນ​ໃໝ່​ອາດ​ຈະ​ກາຍ​ເປັນ​ກຳ​ລັງ​ໜູນ​ໃຫ້​ແກ່​ການປະ​ຕິ​ຮູບ​ດ້ານ​ລະ​ບອບ ແລະ ການບໍ​ລິ​​ຫານ​ໃໝ່​ທີ່​ມີປະ​ສິດ​ທິ​ຜົນ ແລະ ມີ​ການ​ກຳ​ນົດ​ທິດ​ໃຫ້​ຫວຽດນາມ. ຫວຽດ​ນາມ ໄດ​້ ແລະ ພວມ​ກະ​ກຽ​ມ​ເປັນ​ຢ່າງ​ດີເພື່ອ​ກຳ​ແໜ້ນ​ບັນ​ດາ​ກາ​ລະ​ໂອ​ກາດ​ເຊິ່ງ​ບັນ​ດາ FTA ນີ້​ນຳ​ມາ​ໃຫ້​.

ຂ່າວ/ບົດ​ອື່ນ