ບຳລຸງສ້າງນັກທຸລະກິດຫນຸ່ມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ


(vovworld)-ດ້ວຍ​ຄວາມ​ປາດ​ຖະ​ຫ​ນາ​ຢາກ​ບຳ​ລຸງ​ສ້າງ​​ນັກ​ທຸ​ລະ​ກິດລຸ້ນ​ຫ​ນຸ່ມ​​ທີ່ຂະ​ຫ​ຍັນ​ຂັນ​ເຄື່ອນ, ສ​ະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ຫ​ນາດ​ກາງ ແລະ ນ້ອຍ ນະ​ຄອນ ດາ​ຫ​ນັງ ຫາ​ກໍ​ຜັນ​ຂະ​ຫ​ຍາຍ​ໂຄງ​ການ “ບຳ​ລຸງ​ສ້າງ​ນັກ​ທຸ​ລະ​ກິດ​ຫ​ນຸ່ມ​ທີ່​ຂະ​ຫ​ຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ 100 ຄົນ”. ນີ້​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ໂຄງ​ການ​ຫ​ນູນ​ຊ່ວຍ​ນັກ​ສຶກ​ສາ​ເລີ່ມ​​ດຳ​ເນີນ​ອາ​ຊີບ​ນັບ​ແຕ່​ເວ​ລາ​ຍັງ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ.

ບຳລຸງສ້າງນັກທຸລະກິດຫນຸ່ມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ - ảnh 1
ພິ​ທີ​ຮ່ວມ​ສຳ​ພັນ​ລະ​ຫວ່າງວິ​ສາ​ຫະ​ກິດ ແລະ ໂຮງ​ຮຽນ
ເພື່ອ​ຊ່ວຍ​ນັກ​ຮຽນ​ເລີ່ມ​ດຳ​ເນີນ​ອາ​ຊີບ
ພາບ:udn.vn

        ໂຄງ​ການ “ບຳ​ລຸງ​ສ້າງ​ນັກ​ທຸ​ລະ​ກິດ​ຫ​ນຸ່ມທີ່​ຂະ​ຫ​ຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ” ໂດຍ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ຫ​ນາດ​ກາງ ແລະ ນ້ອຍ ນະ​ຄອນ​ດາ​ຫ​ນັງ ຈັດ​ຕັ້ງ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ, ກອງ​ທຶນ​ສິນ​ເຊື່ອ, ມະ​ຫາ​ວິ​ທະ​ຍາ​ໄລ​ຫລາຍ​ແຫ່ງ​ຢູ່​ບໍ​ລິ​ເວນ​ນະ​ຄອນ ດາ​ຫ​ນັງ. ໂຄງ​ການນີ້​ແມ່ນ​ສຸມ​ໃສ່​ຫ​ນູນ​ຊ່ວຍ​ນັກ​ສຶກ​ສາ​ເລີ່ມ​ດຳ​ເນີນ​ອາ​ຊີບ​ນັບ​ແຕ່​ເວ​ລາ​ຍັງ​ເປັນ​ນັກ​ສຶກ​ສາ ແລະ ບັນ​ດາ​ເພື່ອນ​ຫ​ນຸ່ມ​ມັກ​ດຳ​ເນີນ​ທຸ​ລະ​ກິດ. ຈຸດ​ໝາຍ​ຂອງ​ໂຄງ​ການ ແມ່ນ​ຫ​ນູນ​ຊ່ວຍ ນັກ​ສຶກ​ສາ 100 ຄົນ ມີ​ແນວ​ຄວາມ​ຄິດ​ດຳ​ເນີນ​ທຸ​ລະ​ກິ​ດ​ດີ, ຫ​ນູນ​ຊ່ວຍ​ຢ່າງ​ຫ​ນ້ອ​ຍ​ສຸດ 10 ໂຄງ​ການ​ມີ​ຜະ​ລິດ​ຕະ​ພັນ​ດີ​ເດັ່ນ​, ໄລ​ຍະ​ປະ​ຕິ​ບັດ​ແມ່ນ 3-5 ປີ. ທ່ານ ຫງວຽນ​ແທງງອກ, ຫົວ​ຫ​ນ້າ​ຫ້ອງ​ການ​ຜູ້​ຕາງ​ຫ​ນ້າ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ຫ​ນາດ​ກາງ ແລະ ນ້ອຍ ສາ​ຂາ​ພາກ​ກາງ​ຫວຽດ​ນາມ ແບ່ງ​ປັນ​ວ່າ:

        “ໃນ​ໂຄງ​ການ“ບຳ​ລຸງ​ສ້າງ​ນັກ​ທຸ​ລະ​ກິດ​ຫ​ນຸ່ມ​ຂະ​ຫ​ຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ100 ຄົນ ” ຄັ້ງ​ນີ້, ພ​ວກ​ຂ້າ​ພະ​ເຈົ້າ​ຢາກ​ຊຸກ​ຍູ້​ບັນ​ດາ​ຜູ້​ເລີ່ມ​ດຳ​ເນີນອາ​ຊີບ​ສຸ​ມ​ໃສ່​ບັນ​ດາ​ຂົງ​ເຂດ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ອາດ​ຈະ​ແມ່ນ​ກະ​ສິ​ກຳ, ເຕັກ​ໂນ​ໂລ​ຊີ​ສູງ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ຜະ​ລິດ​ອຸ​ດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ດ້ວຍ​ຂອບ​ຂະ​ຫ​ນາດ​ໃຫ​ຍ່​ພ​ໍ​ສົມ​ຄວນ ແລະ ຈະ​ຊອກ​ຫາ​ບັນ​ດາ​ແຫລ່ງ​ອຸ​ປະ​ຖຳ, ການ​ລົງ​ທຶນ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫ​ຍ່ ຫລື ບັນ​ດາ​ກອງ​ທຶນ​ປະ​ກັນ​ໄພ​ເພື່ອ​ໃຫ້​ບັນ​ດາ​ແນວ​ຄວາມ​ຄິດ​ດັ່ງ​ກ່າວ​ສາ​ມາດ​ຊຸກ​ຍູ້​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫ​ຍ່, ວິ​ສາ​ຫະ​ກິດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ສ້າງ​ຂຶ້ນ”

        ໂຄງ​ການ​ດັ່ງ​ກ່າວ​ແມ່ນ​ຊ່ວຍ​ໃຫ້​ບັນ​ດາ​ເພື່ອນ​ຫ​ນຸ່ມ​ມີ​ແນວ​ຄວາມ​ຄິດ​, ມີ​ຫົວ​ຄິດປະ​ດິດ​ສ້າງ​ມີ​ທິດ​ທາງ​ເພືື່ອ​ສ້າງ​ແຜນ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕົນ. ການ​ເຄື່ອນ​ໄຫວ​ຂອງ​ໂຄງ​ການ​ ​ແມ່ນໄມ້ງັດ​ເພື່ອ​ໃຫ້​ນັກ​ສຶກ​ສາມີ​ກຳ​ລັງ​ຫນູນ​ເພື່ອຜັນ​ຂະ​ຫ​ຍາຍ​ໂຄງ​ການ, ແນວ​ຄວາມ​ຄິດ​ຂອງ​ຕົນ​ເຂົ້າ​ພຶດ​ຕິ​ກຳ​ຕົວ​ຈິງ. ​ເຂົ້າ​ຮ່ວມໂຄງ​ການ“ບຳ​ລຸງ​ສ້າງ​ນັກ​ທຸ​ລະ​ກິດ​ຫ​ນຸ່ມ​ຂະ​ຫ​ຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ 100 ຄົນ” ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້​າ​ມີ​ຄວາມ​ເຊື່ອ​ໝັ້ນ​ມີກາ​ລະ​ໂອ​ກາດ​ໃຫຍ່​ໃຫ້​ພາ​ລະ​ກິດ​ຕໍ່​ຫນ້າ, ນອກນັ້ນ ເຂົາ​ເຈົ້າ​ຍັງ​ມີ​ໂອ​ກາດສ້າງວິ​ວັດ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຢ່າງ​ລະ​ອ​ຽດ, ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ຈາກ​ໝູ່​ເພື່ອນ ແລະ ໄດ້​ຮັບ​ຟັງ​ບັນ​ດາ​ຄຳ​ເຫັນ​ປະ​ກອບ ເພື່ອ​ສ້າງ​ບັນ​ດາ​ແນວ​ຄວາມ​ຄິດ​ດຳ​ເນີນ​ທຸ​ລະ​ກິດ​ສະ​ເພາະ​ໃຫ້​ແກ່​ຕົນ​ເອງ. ໂຄງ​ການ“ບຳ​ລຸງ​ສ້າງ​ນັກ​ທຸ​ລະ​ກິດ​ຫ​ນຸ່ມ​ຂະ​ຫ​ຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ 100 ຄົນ” ກໍ​ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ໂຮງ​ຮຽນ ແລະ ວິ​ສາ​ຫະ​ກິດ, ຊ່ວຍ​ໃຫ້​ບັນ​ດາ​ໂຮງ​ຮຽນ​ກຳ​ໄດ້​ຄວາມ​ຕ້ອງ​ການ​ຂອງວິ​ສາ​ຫະ​ກິດ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ບຳ​ລຸງ​ສ້າງ. ດ​ຣ ຫວໍ​ແທງ​ຫາຍ, ຮອງ​ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ ຢີ​ເຕີນ ໃຫ້​ຮູ້​ວ່າ:

        “ກ່ອນນີ້ ​ພາຍ​ຫລັງ​ມີ​ຄະ​ແນນ​ສອບ​ເສັງ​ແລ້ວ ພວກ​ຂ້າ​ພະ​ເຈົ້າປະ​ກາດ ແລະ ຍ້ອງ​ຍໍ​ພວກ​ນ້ອງ. ປີນີ້ ມີ​ໂຄງ​ການ​ດັ່ງ​ກ່າວ, ບັນ​ດາ​ຄະ​ແນນ​ສອບ​ເສັງ​ຂອງ​ນັກ​ສຶກ​ສາ ພວກ​ຂ້າ​ພະ​ເຈົ້າ​ຈະ​ສົ່ງ​ເຖິງວິ​ສາ​ຫະ​ກິດ ເພື່ອ​ໃຫ້​ເຂົາ​​ພົບ​ປະ​ກັບ​ບັນ​ດາ​ນັກ​ສຶກ​ສາ​ຫລື​ບັນ​ດາ​ນັກ​ສຶກ​ສາ​ທີ່​ມີ​ແນວ​ຄວ​າ​ມ​ຄິດນີ້​ຈະ​ຊອກ​ຫາ​ໂຄງ​ກາ​ນ​ນີ້ ເພື່ອ​​ຟາກ​ຝັງ​ແນວ​ຄວາມ​ຄິດ​ຂອງ​ຕົນ ເພື່ອ​ມີ​ກາ​ລະ​ໂອ​ກາດ​ລົງ​ທຶນ ແນ​ໃສ່​ຫັ​ນ​ແນວ​ຄ​ວາມ​ຄິດ​ໃຫ​້​ປະ​ສົບ​ຜົ​ນ​ເປັ​ນ​ຈິງ.”

        ບັນ​ດາ​ນັກ​ສຶກ​ສາ​ເມື່ອ​ໄດ້​ຄັດ​ເລືອກ​ເຂົ້າ​ຮ່ວມ​ໂຄງ​ການ​ດັ່ງ​ກ່າວ ຍັງ​ໄດ້​ເຂົ້າ​ຮ່ວມ​ຊຸດ​ບຳ​ລຸງ​ສ້າງ, ຊຸດ​ໃຫ້​ຄຳ​ປຶກ​ສາ​ກ່ຽວ​ກັບ​ການ​ບໍ​ລິ​ຫານ​ວິ​ສາ​ຫະ​ກິດ ແລະ ບຳ​ລຸງ​ສ້າງ​ທັກ​ສະ​ໂດຍບໍ່​ເສຍ​ຄ່າ​ຈາກ​ບັນ​ດາ​ຜູ້​ຊ່ຽວ​ຊານ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ຢູ່ ດາ​ຫ​ນັງ. ພິ​ເສດ ນັກ​ທຸ​ລະ​ກິດ ຜູ້​ຫ​ນຶ່ງ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ, ມີ​ປະ​ສົບ​ການ​ ​ຈະຝືກ​ອ​ົມ​ຮົມ​ໃຫ້ ​ນັກ​ສຶກ​ສາ​ທີ່​ໄດ້​ຄັດ​ເລືອກ ນັ້ນ ກ່ຽວ​ກັບ​ການ​ບໍ​ລິ​ຫານ​ວິ​ສາ​ຫະ​ກິດ, ວິ​ຊາ​ສະ​ເພາະ ແລະ ທັກ​ສະກ່ຽວ​ກັບ​ຫລັກ​ການ​ໄດ້​ຮັບຜົນ​ສຳ​ເລັດ​ຂອງ​ນັກ​ທຸ​ລະ​ກິດ​ຜູ້​ຫນຶ່ງ​ເພື່ອ​ຕອບ​ສະ​ຫນອງ​ແນວ​ຄວາມ​ຄິດ​ເລີ່ມ​​ດຳ​ເນີນອາ​ຊີບ ໃນ​ເວ​ລາ 1 ປີ. ນອກນັ້ນ, ບັນ​ດາ​ນັກ​ສຶກ​ສາ​ຍັງ​​​ໄດ້​​ສົ່ງ​ເຖິງ​ບັນ​ດາວິ​ສາ​ຫະ​ກິດ​ໃຫຍ່ເພື່ອ ຝືກ​ອົບ​ຮົມ, ເຂົ້າ​ຮ່ວມ​ບັນ​ດາ​ຊຸ​ດ​ບຳ​ລຸງ​ສ້າງ, ສຳ​ພັດ​ກັບ​ແຫລ່ງ​ທຶນ​ຈາກກອງ​ເງິນ​ລົງ​ທຶນ, ກອງ​ທຶນ​ຄ້ຳ​ປະ​ກັນ​ສິ​ນ​ເຊື່ອ​ຂອງ​ນະ​ຄອນ ດາ​ຫນັງ ເພື່ອ​ກູ້​ຢືມ​ທຶນ. ທ່ານ ຫລີ​ດີງກວັນ, ຫົວ​ຫນ້າ​ຄະ​ນະ​ຈັດ​ຕັ້ງ​ລາຍ​ການ​ໃຫ້​ຮູ້​ວ່າ:

        “ລາຍ​ການ​ເລີ່ມ​ດ​ຳ​ເນີນອ​າ​ຊີບ​ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຈາກວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ, ຫລັງ​ຈາກນັ້ນ ມີ​ຫລາຍ​ຫົວ​ຫນ່ວຍ, ໂຮງ​ຮຽນ​ກໍ​ຮ່ວມ​ກັນ​ປະ​ຕິ​ບັດ. ນອກນັ້ນ ຍັງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຈາກ​ບັນ​ດາ​ການ​ນຳ​ຕະ​ຫລອດ​ຮອດ​ບັນ​ດາ​ຫົວ​ຫນ່ວຍ​ກ່ຽວ​ຂ້ອງ. ປະ​ຈຸ​ບັນ ມີ 20 ກວ່າ​ວິ​ສາ​ຫະ​ກິດ ຈົດ​ທະ​ບຽນ​ເຂົ້າ​ຮ່ວ​ມ​ອຸ​ປະ​ຖຳ​ກໍ​ຄື​ປະ​ກອບ​ສ່ວນ​ໃຫ້​ແກ່​ລາຍ​ການນີ້. ເຂົາ​ເຈົ້າ​ປາດ​ຖະ​ຫນາ​ຢາກ​ຊອກ​ຮູ້​ບັນ​ດາ​ແນວ​ຄວາມ​ຄິດ​ດີເດັ່ນ​ເພື່ອ​ພ້ອມ​ກັນ​ປະ​ກອບ​ທຶນ​ກັບ​ບັນ​ດາ​ນັກ​ທຸ​ລະ​ກິດ​ຫນຸ່ມ​ເພື່ອ​ສ້າງ​ຕັ້ງ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ຮັບ​ກາ​ລະ​ໂອ​ກາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.”

        ລາຍ​ການ​ກໍ​ເພີ່ມ​ຄວາມ​ສະ​ຫນິດ​ຕິດ​ພັນ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ໂຮງ​ຮຽນ ແລະ ວິ​ສາ​ຫະ​ກິດ ຕາມ​ທິດ​ລົງ​ເລິກ, ຊ່ວຍ​ໃຫ້​ໂຮງ​ຮຽນ ເຂົ້າ​ໃຈ​ບັນ​ດາ​ຄວາມ​ຕ້ອງ​ການ​ຂອງວິ​ສາ​ຫະ​ກິດ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ກາ​ນ​ບຳ​ລຸງ​ສ້າງ, ພ້ອມ​ທັງ​ຊ່ວຍ​ວິ​ສາ​ຫະ​ກິດ​ມີ​ກາ​ລະ​ໂອ​ກາດ​ຮັບ​ສະ​ໝັກ​ບຸກ​ຄະ​ລາ​ກອນ​ມີ​ຄຸນ​ນະ​ພາບ ແລະ ເໝາະ​ສົມ. ລາຍ​ການ​ແມ່ນ​ການ​ລະ​ດົມ​ກຳ​ລັງ​ໃຈ, ເຊີດ​ຊູ​ບັນ​ດາ​ຄວາມ​ເກັ່ງ​ກ້າສາ​ມາດ​ເພື່ອ​ໃຫ້​ກາຍ​ເປັນ​ນັກ​ທຸ​ລະ​ກິດ​ໃນ​ອະ​ນາ​ຄົດ, ປ​ະ​ກອບ​ສ່ວນ​ນຳ​ວິ​ສາ​ຫະ​ກິດ ດາ​ຫນັງ ເວົ້າ​ສະ​ເພາະ, ຫວຽດ​ນາມ ເວົ້າ​ລວມ ເຊື່ອມ​ໂຍງ​ເຂົ້າ​ກັບ​ຕະ​ຫລາດ​ໂລກ​ຢ່າງ​ເລິກ​ເຊິ່ງ ແລະ ໝັ້ນ​ຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ