ປີ 2014: ເສດຖະກິດຫວຽດນາມເຕີບໂຕຕາມທິດໝັ້ນຄົງ

(vovworld)- ພື້ນຖານ​ເສດຖະກິດ​ຫວຽດນາມ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ໃນ​ປີ 2013 ດ້ວຍ​ລະດັບ​ເຕີບ​ໂຕ​ທີ່​ຫນ້າ​ປະ​ທັບ​ໃຈ. ບັນດາ​ໝາກຜົນ​ດັ່ງກ່າວ ພ້ອມ​ກັບ​ການ​ຖອດ​ຖອນ​ບົດຮຽນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ 2 ປີ​ກ່ອນ​ນີ້ ​ແລະ ປະສິດ​ທິຜົນ​ຢ່າງ​ຕັ້ງຫນ້າ​ຂອງ​ບັນດາ​ນະ​ໂຍບາຍ​ທີ່​ໄດ້​ຮັບ​ການ​ປະກາດ​ໃຊ້, ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ຄາດ​ຄະ​ເນ​ວ່າ ສະພາບ​ການ​ເສດຖະກິດ​ຫວຽດນາມ ຈະ​ມີ​ສັນຍານ​ດີ​ໃນ​ປີ 2014. ນັກຂ່າວ ຈູ​ງຖູຍ ມ​ີບົດ​ຂຽນ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ປີ 2014: ​ເສດຖະກິດ​ຫວຽດນາມ ເຕີມ​ໂຕ​ຕາມ​ທິດໝັ້ນຄົງ.

ປີ 2014: ເສດຖະກິດຫວຽດນາມເຕີບໂຕຕາມທິດໝັ້ນຄົງ - ảnh 1
ພາບປະກອບ:internet


         ຫນຶ່ງ​ໃນ​ບັນດາ​ສັນຍານ​ຈະ​ແຈ້ງ​ທີ່​ສຸດ ​ແລະ ກໍ​ແມ່ນ​ພື້ນຖານ​ເພື່ອ​ຢັ້ງຢືນ​ວ່າ: ​ເສດຖະກິດ​ຫວຽດນາມ​ໃນ​ປີ 2014 ຈະ​ເຕີບ​ໂຕ​ຕາມ​ທິດຕັ້ງຫນ້າ ນັ້ນ​ແມ່ນ ສິນ​ຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ ປະຈຸ​ບັນ ​ຖືກ​ສົ່ງ​​ໄປ​ຂາຍ​ຢູ່ ກວ່າ 200 ປະ​ເທດ​ໃນ​ໂລກ. ​ເຖິງ​ວ່າ ປີ 2013, ​ເສດຖະກິດ​ໂລກ ​ແລະ ພາຍ​ໃນ​ປະ​ເທດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງກໍ​ຕາມ ​ແຕ່​ຫວຽດນາມ ຍັງ​ມີ 20 ໝວດ​ສິນຄ້າ​ສົ່ງ​ອອກ​ບັນລຸ​ວົງ​ເງິນ​ກວ່າ 1 ຕື້ USD. ພ້ອມ​ກັນນັ້ນ 2 ໝວດ​ສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ຂອງ​ຫວຽດນາມ ​ແມ່ນ​ເຄື່ອງ​ເອ​ເລັກ​ໂຕ​ນິກ, ຄອມພິວ​ເຕີ, ​ເຄື່ອງ​ອາ​ໄຫລ່ ​ແລະ ​ເຄື່ອງຕ່ຳ​ແຜ່ນ​ຕັດຫຍິບ, ​ເກີບ​ຫນັງ ທີ່ກວມ​ເກືອບ 50% ຍອດ​ວົງ​ເງິນ​ສົ່ງ​ອອກ ຍັງ​ຄົງ​ບັນລຸ​ລະດັບ​ເຕີບ​ໂຕ​ສູງ​ພໍ​ສົມຄວນ. ຄຽງ​ຄູ່​ກັບຄວາມ​ຕ້ອງການ​ພັດທະນາ​ການ​ສົ່ງ​ອອກ​ບັນດາ​ປະ​ເພດ​ສິນຄ້າ​ໃຫມ່, ປະ​ເພດ​ສິນຄ້າ​ຜະລິດທີ່ສອດ​ຄອ່ງກັ​ບທ່າ​ອ່ຽງຈຳຫນ່າຍ​ຂອງ​ຕະຫລາດ​ໂລກ ​ແລະ ​ທິດ​ຍຸດ​ທະ​ສາດ​ສົ່ງ​ອອກນັ້ນ, ຫວຽດນາມ ຍັງ​ມ​ີບັນດາ​ປະ​ເພດ​ສິນຄ້າ​ມີ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ເງື່ອນ​ໄຂ​ທຳ​ມະ​ຊາດ ​ແລະ ​ແຫ​ລ່ງ​ແຮງ​ງານ​ຄື: ສິນ​ໃນ​ນ້ຳ, ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງຕ່ຳ​ແຜ່ນ​ຕັດຫຍິບ, ​ເຄື່ອງ​ເອ​ເລັກ​ໂຕ​ນິກ... ດ້ວຍ​ບັນດາ​ໝາກຜົນ​ທີ່​ບັນລຸ​​ໄດ້​ນັ້ນ, ຜູ້ຊ່ຽວຊານ​ດ້ານ​ເສດຖະກິດ​ຫວຽດນາມ ​ເລ​ດັງ​​ແຢງ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

         “ ​ແງ່​ຫວັງ​ເສດຖະກິດ​ໃນ 2 ປີຈະ​ມາ​ເຖິງ​ແມ່ນ​ອີງ​ໃສ່​ຄວາມ​ສາມາດ​ປະຕິ​ຮູບ​​​ແລະ​ການປ່ຽນ​ໃຫມ່​, ຖ້າ​ມີ​ການ​ປ່ຽນ​ໃໝ່​ຈຶ່ງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ເພື່ອເຕີບ​ໂຕ​ໄດ້. ປະຈຸ​ບັນ ລັດຖະບານ ​ໄດ້​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ຄື: ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິ​ດຄືນ​ໃຫມ່, ປະຕິ​ຮູບ​ລະບົບ​ທະນາຄານ, ປະກາດ​ໃຊ້​ນະ​ໂຍບາຍ​ໃຫມ່, ຄວນ​ປະຕິ​ຮູບລັດ​ວິ​ສາ​ຫະກິດ ​ແລະ ​ແກ້​ໄຂ​ບັນຫາ​ອາ​ສັງຫາລິມະ​ຊັບ.”

          ປີ 2014, ພື້ນຖານ​ເສດຖະກິດ ຫວຽດນາມ​ ຖືກ​ຄາດ​ຄະ​ເນ​ວ່າ​ຍັງ​ຄົງ​ສືບ​ຕໍ່​ບັນລຸ​ລະດັບເຕີບ​ໂຕແຕ່​ຍັງຊັກ​ຊ້າ​ຢູ່. ພາກສ່ວນ​ທີ່​ມີ​ເງິນ​ລົງທຶນ​​ໂດຍ​ກົງຂອງ​ຕ່າງປະ​ເທດ ຮັກສາ​ໄດ້​ທ່າ​ເຕີບ​ໂຕ ​ແຕ່​ບໍ່ມີ​ບາດກ້າວ​ບຸກທະລຸ​ໃນປີ​ນີ້. ​ພາກສ່ວນບໍລິການ​ຈະ​ບັນລຸ​ລະດັບເຕີບ​ໂຕສູງກ​ວ່າ​ປີ 2013, ​ແຕ່​ບໍ່​ທັນ​ມີ​ຄວາມ​ສາມາດ​ຊຸກຍູ້​ທັງ​ພື້ນຖານ​ເສດຖະກິດ. ຕາມ​ທ່ານ ຫງວຽນ​ບາ​ເອີນ, ​ເລຂານຸການ​​ໃຫຍ່​ສະພາ​ແຫ່ງ​ຊາດ​ກ່ຽວກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຍົກ​ສູງ​ກຳລັງ​ແກ້ງ​ແຍ້​ງ ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​​ໃຫ້​ວິ​ສາ​ຫະກິດ​ພັດທະນາ​, ​ເສດຖະກິດ​ມະຫາ​ພາກ​ຕ້ອງ​ໄດ້​ຮັບ​ການຮັກສາ​ເປັນ​ປົກກະຕິ, ນະ​ໂຍບາຍ​ງົບປະມານ, ​ເງິ​ນຕາ ຕ້ອງ​ມີ​ຄວາມ​ກົມກຽວ ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່ຕະຫລາດ, ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ. ສິ່ງ​ດັ່ງກ່າວ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ ​ພື້ນຖານ​ເສດຖະກິດ​ໃນ​ປີ 2014.

         “ ບັນດາ​ນະ​ໂຍບາຍ​ງົບປະມານ​ຮັກສາ​ເສດຖະກິດມະຫາ​ພາກເປັນ​ປົກ​ກະຕິ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຕະຫລາດ​ໄດ້​ຮັບ​ການ​ຢັ້ງຢືນ, ສະພາບ​ແວດ​ລ້ອມ​​ແຫ່ງ​ການລົງທຶນ​ຂອງ​ຫວຽດນາມ​ສຳລັບ​ພາກ​ພື້ນ​ຍັງ​ຄົງ​ສ້າງ​ຄວາມດູດ​ດື່ມ. ຄວາມ​ສາມາດ​ປ່ອຍ​ເງິນ​ຍັງ​ຢູ່​ໃນ​ລະດັບ​ສູງ, ອັດຕາ​ສ່ວນ​ການ​ລົງທຶນ​ຈາ​ກງົບປະມານຖືກ​ຫລຸດ​ລົງ ​ແຕ່​ການ​ລົງທຶນ​ສັງຄົມ​ເພີ່ມ​ຂຶ້ນ​ພໍ​ສົມຄວນ, ນະ​ໂຍບາຍ​ດຶງ​ດູດການ​ລົງທຶນ​ຂອງ​ພວກ​ເຮົາ​ຈະ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ນັ້ນ. ພິ​ເສດ ຖ້າ​ສືບ​ຕໍ່​ປ່ຽນ​ໃຫມ່ ​ແລະ ມີ​ບັນດາ​ນະ​ໂຍບາຍ​ຍູ້​ແຮງ​ການ​ຫັນ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ, ສັບ​ຊ້ອນ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່, ຍົກ​ສູງ​ປະສິດທິ​ຜົນ​ລັດ​ວິ​ສາ​ຫະກິດ ສ້າງ​​​ເປັນເສດຖະກິດ​ການ​ຕະຫລາດ​ ສະ​ເຫມີ​ພາບ, ​ໂປ່​ງ​ໃສ, ສ້າງ​​ເງື່ອນ​ໄຂ​ໃຫ້​ພາກສ່ວນ​ເສດຖະກິດ​ ເອກະ​ຊົນ, ມີ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ເຂົ້າ​ມາລົງທຶນ, ພວກ​ເຮົາ​ສາມາດ​ບັນລຸ​ລະດັບເຕີບ​ໂຕ​  6%​ໄດ້  ”

         ທ່ານ​ນາງ ມາຍ​ທິທູ, ຜູ້ອຳນວຍການ​ສູນ​ຄາດ​ຄະ​ເນ​ເສດຖະກິດ​ສັງຄົມ ​ແລະ ຖະ​ແຫລ​ງຂ່າວ​ແຫ່ງ​ຊາດ ສັງກັດກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ໄດ້​ໃຫ້​ຂໍ້ສັງເກດວ່າ: ປີ 2014, ເສດຖະກິດຫວຽດນາມ ຈະຟື້ນຕົວ, ເຖິງວ່າ ຍາກທີ່ຈະບັນລຸ​ໄດ້ລະດັບສູງ ແຕ່ມີສັນຍານດີພໍສົມຄວນ. ສາຍເຫດ ​ແມ່ນຍ້ອນວິວັດການສ້າງໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່ ຫາ​ກໍ​ເລີ່​ມຕົ້ນ ​ແລະ ຮຽກຮ້ອງ​ຄວນ​ມີ​ເວລາ​ເພື່ອ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ. ​ເຖິງ​ວ່າ​ຖືກ​ຊັກ​ຊ້າ​ໄວ້​ໃນ​ 1-2 ປີກໍ່ຕາມ, ​ແຕ່ດ້ວຍການ​ກະທົບ​ຂອງການ​ລົງທຶນ​ເຖິງການ​ເຕີບ​ໂຕ​​ກໍ່​ຄື​ເຖິງ​ບັນດາ​ປັດ​ໄຈ​ອື່ນ​ໆໃນ​ປີ 2014-2015 ນັ້ນ, ​ ການ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ​ຈະ​ບັນລຸ​ລະດັບ​ເປັນ​ຫນ້າ​ປະ​ທັບ​​ໃຈ. ທ່ານ​ນາງ ມາຍ​ທິທູ ​ເວົ້າ​ວ່າ​:

         “ ວິ​ສາ​ຫະກິດ​ໄດ້​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ທີ່​ສຸດ ​ແລະ ສ້າງ​ໂຄງ​ປະກອບ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ຄືນ​ໃຫມ່, ປະຈຸ​ບັນ ບັນດາ​ວິສາຫະກິດ​ພວມ​ສືບ​ຕໍ່​ເຄື່ອນ​ໄຫວ ​ສິ່ງ​ດັ່ງກ່າວພິສູດ​ໃຫ້​ເຫັນ​ກຳລັງ​ຄວາມ​ສາມາດ​ຂອງ​ຕົນ​ໃນ​ການ​ຊອກ​ຫາ​ບັນດາ​ກາລະ​ໂອກາດລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ. ກ່ຽວ​ກັບ​ການ​ເພີ່ມ​ທະວີ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ​ຕ່າງປະ​ເທດ ຈະ​ສ້າງ​ເງື່ອນ​ໄຂຊຸ​ກຍູ້ການ​ພັດທະນາ​ວິ​ສາ​ຫະກິດ. ນອກ​ນັ້ນການຍູ້​ແຮງ​​ການປະຕິ​ຮູບ​ລັດ​ວິ​ສາ​ຫະກິດ ກໍ​ຄື​ຫນູນ​ຊ່ວຍ​ວິ​ສາ​ຫະກິ​ດຂະຫນາດ​ກາງ ​ແລະ ນ້ອຍ ຈະ​ປ​ະກອບ​ສ່ວນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສ້າງ​ບາດກ້າວ​ບຸກທະລຸ​ໃຫ້​ແກ່​ວິ​ສາ​ຫະກິດ ​ເພື່ອ​ເພີ່ມ​ກຳລັງ​ແກ້ງ​ແຍ້​ງ ​ແລະ ​ເຂົ້າ​ຮ່ວມ​ລະບົບ​ມູນ​ຄ່າ​ເພີ່ມ, ມູນ​ຄ່າ​ທົ່ວ​ໂລກ”​

         ປີ 2014, ການ​ລົງທຶນ​ຢູ່​ພາກສ່ວນເສດຖະກິດ​​ເອກະ​ຊົນ​ພາຍ​ໃນ​ປະ​ເທດ ຈ​ະ​ໄດ້​ຮັບ​ການ​ປັບປຸງ ຍ້ອນ​ມີບັນດາ​ນະ​ໂຍບາຍ​ຫນູນ​ຊ່ວຍ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ທ​ີ່​ຜັນ​ຂະຫຍາຍ​ໃນ​ໄລຍະ​ຜ່ານ​ມ​າ​ໄດ້​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດ. ນອກ​ນັ້ນ ການ​ເຄື່ອນ​ໄຫວ​ຊື້​ຂາຍ, ​ໂອນ​ບັນດາ​ໂຄງການ, ດຶຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ກໍ່ຈະ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ໃນ​ປີ​ນີ້. ບັນດາ​ວຽກງານ​ດັ່ງກ່າວ ພ້ອມ​ກັບ​ຍູ້​ແຮງວິວັດ​ການ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ, ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ວິ​ສາ​ຫະກິດ, ປີ 2014 ຈະ​​ເປັນ​ປີ​ທີ່​ພື້ນຖານ​ເສດຖະກິດ​ຫວຽດນາມ ​ ​ເຕີບ​ໂຕ​ຕາມ​ທິດ​ໝັ້ນຄົງ./.


ຕອບກັບ

ຂ່າວ/ບົດ​ອື່ນ