ນອກຈາກແຫຼ່ງທຶນໃນແຜນການແຕ່ລະປີແລ້ວ, ໃນຊຸມປີມໍ່ໆມານີ້, ລັດຖະບານຫວຽດນາມ ລ້ວນແຕ່ສະຫງວນແຫຼ່ງລາຍຮັບເກີນດູນ, ລາຍຈ່າຍທີ່ປະຢັດໄດ້ສ່ວນໜຶ່ງ ແລະ ສ້າງຄວາມດຸນດ່ຽງງົບປະມານສູນກາງ ເພື່ອປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມໃຫ້ເຂດຊົນເຜົ່າເຂດພູດອຍ. ຄິດສະເລ່ຍສະເພາະໃນປີ 2015, ຄະນະ ປະຈຳສະພາແຫ່ງຊາດ ໄດ້ອະນຸຍາດຈັດແບ່ງເງິນ 5.300 ຕື້ດົງ ເພື່ອປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມ, ໃນນັ້ນມີຫຼາຍນະໂຍບາຍໄດ້ຮັບການປະຕິບັດໃນບໍລິເວນເຂດຊົນເຜົ່າ: ໜູນຊ່ວຍນະໂຍບາຍຕັ້ງຖິ່ນຖານຄົງທີ່, ໜູນຊ່ວຍທີ່ດິນຢູ່ອາໄສ, ດິນທຳການຜະລິດ, ນ້ຳປະປາ, ນະໂຍບາຍໃຫ້ກູ້ຢືມມທຶນສຳລັບຊາວຊົນເຜົ່າສ່ວນໜ້ອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ… ປີ 2015, ທີ່ກອງປະຊຸມກ່ຽວກັບການສົ່ງເສີມການລົງທຶນ ແລະ ການອຸປະຖຳໃຫ້ແກ່ການພັດທະນາເສດຖະກິດສັງຄົມເຂດຊົນເຜົ່າ ແລະ ເຂດພູດອຍ, ມີກວ່າ 180 ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ, ວິສາຫະກິດພາຍໃນ ແລະ ຕ່າງປະເທດໄດ້ໃຫ້ຄຳໝັ້ນສັນຍາຈະລົງທຶນ, ໜູນຊ່ວຍຈຳນວນເງິນນັບພັນຕື້ດົ່ງໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມເຂດຊົນເຜົ່າ ແລະ ເຂດພູດອຍໄລຍະ 2016 – 2020.
ແຂວງບັ໋ກຢາງ, ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ໄດ້ຜັນຂະຫຍາຍບັນດາແຫຼ່ງທຶນໜູນຊ່ວຍດັ່ງກ່າວຢ່າງມີປະສິດທິຜົນ. ໃນໄລຍະຜ່ານມາ, ຍາມໃດແຂວງ ກໍເອົາໃຈໃສ່ ແລະ ລົງທຶນຫຼາຍແຫຼ່ງກຳລັງເຂົ້າໃນການປະຕິບັດນະໂຍບາຍຊົນເຜົ່າ, ໂດຍສະເພາະແມ່ນເອົາໃຈໃສ່ເຖິງການພັດທະນາເສດຖະກິດ, ສັງຄົມ, ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ພໍ່ແມ່ປະຊາຊົນ. ທ່ານ ຈູກຸຍມິງ, ຮອງຫົວໜ້າຄະນະຊົນເຜົ່າແຂວງບັ໋ກຢາງ ໃຫ້ຮູ້ວ່າ.
“ຈາກແຫຼ່ງທຶນໜູນຊ່ວຍ, ທາງແຂວງໄດ້ສຸມໃສ່ພັດທະນາກະສິກຳ ຕາມທິດຜະລິດເປັນສິນຄ້າລວມສູນ, ຕິດພັນກັບການຫັນປ່ຽນໂຄງປະກອບຜົນລະປູກ, ບົນພື້ນຖານການວາງແຜນເຂດຜະລິດໃຫ້ເໝາະສົມກັບແຕ່ລະເຂດ, ແຕ່ລະຕາແສງ ແລະ ບ້ານ ເພື່ອເສີມຂະຫຍາຍທ່າແຮງ. ຍູ້ແຮງການພັດທະນາອຸດສາຫະກຳ ແລະ ອຸດສາຫະກຳນ້ອຍ, ຫັດຖະກຳການຄ້າ ຕິດພັນກັບຂະແໜງອາຊີບຊົນນະບົດ. ຊຸມໃສ່ເຂົ້າໃນບັນດາຜະລິດຕະພັນຕົ້ນຕໍ່ທີ່ທ່າແຮງຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ”.
ໂດຍນອນໃນໂຄງການປະຕິບັດແຜນຮ່າງ “ເພີ່ມທະວີການຮ່ວມມືສາກົນ ໜູນຊ່ວຍໃຫ້ການພັດທະນາເສດຖະກິດ, ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ” ຂອງລັດຖະບານ, ໃນ 5 ປີຜ່ານມາ, ບໍລິສັດຫຸ້ນສ່ວນຂາອອກຂາເຂົ້າ ໂລກເຮືອງ ໄດ້ເຊື່ອມຕໍ່ຮ່ວມສຳພັນກັບປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນ ຢູ່ແຂວງອຽນບ໋າຍ ແລະ ແຂວງເຊີນລາ ເທື່ອລະກ້າວເພື່ອພັດທະນາບັນດາຜະລິດຕະພັນກະເສດຂອງຊາວທ້ອງຖິ່ນ. ທ່ານນາງ ຫງວຽນທິແທງເຮືອງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນຂາອອກຂາເຂົ້າ ໂລກເຮືອງ, ໃຫ້ຮູ້ວ່າ, ມີຜະລິດຕະພັນກະເສດຂອງຫວຽດນາມ ຫຼາຍປະເພດມີມູນຄ່າເສດຖະກິດສູງ, ໄດ້ຮັບຄວາມນິຍົມຈາກເພື່ອນມິດສາກົນ, ພົ້ນເດັ່ນຄືບັນດາຜະລິດຕະພັນຈາກໝາກກະທັນຂອງຊາວເຜົ່າພູດອຍ. ແຕ່ວ່າ, ເພື່ອໃຫ້ໝາກກະທັນກາຍເປັນຜະລິດຕະພັນເພື່ອສົ່ງອອກ ນຳມາເຊິ່ງກຳໄລ ແມ່ນຕ້ອງໄດ້ຮັບການໜູນຊ່ວຍທຸກດ້ານໃຫ້ປະຊາຊົນ, ໂດຍສະເພາະແມ່ນຂອດປູກຝັງ.
“ໄລຍະທີ 1 ແມ່ນແນະນຳໃຫ້ພໍ່ແມ່ນປະຊາຊົນປູກ ແລະ ແນະນຳພາຍຫຼັງການເກັບກຽວແມ່ນບໍ່ໄດ້ຕັດທຳລາຍ. ຮອດໄລຍະ 2 ແມ່ນໄລຍະນຳເຂົ້າການຜະລິດຢ່າງເປັນທາງການ. ພວກຂ້າພະເຈົ້າໄດ້ແນະນຳໃຫ້ບັນດາເອື້ອຍ ນ້ອງຊາວຊົນເຜົ່າປະຕິບັດການນຳໃຊ້ວິທະຍາສາດເຕັກໂນໂລຊີ, ຜະລິດບັນດາກົນຈັກອຸປະກອນເພື່ອຕອບສະໜອງໃຫ້ແກ່ການຜະລິດສິນຄ້າເຊິ່ງບໍລິສັດຮຽກຮ້ອງ, ຕ້ອງມີບັນດາອຸປະກອນກົນຈັກທີ່ສາມາດຜະລິດໄດ້ຜະລິດຕະພັນທີ່ມີຄຸນນະພາບ ເພື່ອເຮັດແນວໃດຕອບສະໜອງຄວາມຕ້ອງການພາຍໃນປະເທດ ແລະ ຕ່າງປະເທດໄດ້, ກໍຄືມີບັນດາຜະລິດຕະພັນເພື່ອໂຄສະນາກັບເພື່ອນມິດສາກົນ”.
ແລະກໍ່ແມ່ນຮູບແບບໜູນຊ່ວຍການພັດທະນາເສດຖະກິດ, ສັງຄົມສຳລັບເຂດຊົນເຜົ່າສ່ວນໜ້ອຍ, ລະບົບ Mr ສະອາດ ໄດ້ສົມທົບກັບຊາວກະສິກອນບັນດາແຂວງຮ່ວາບິ່ງ, ບັກຢາງ, ບັກນິງ ແລະ ບັນດາເຂດອ້ອມຂ້າງເພື່ອກໍ່ສ້າງຮູບແບບລ້ຽງປູກສະບຽງອາຫານຄົບວົງຈອນ, ປອດໄພເພື່ອສະໜອງໃຫ້ຊາວຮ່າໂນ້ຍ. ຕາມທ່ານ ຫງວຽນກວາງຮຸຍ, ຜູ້ອຳນວຍການຝ່າຍບໍລິຫານທຸລະກິດລະບົບ Mr ສະອາດ ແລ້ວ, ການຂຸດຄົ້ນທ່າແຮງຢູ່ເຂດຊົນເຜົ່າສ່ວນໜ້ອຍ ແມ່ນໜຶ່ງໃນຍຸດທະສາດ ເຊິ່ງວິສາຫະມີຄວາມເອົາໃຈໃສ່ມາຫຼາຍປີແລ້ວ. ແຕ່ວ່າ, ຄວາມຫຍຸ້ງຍາກກ່ຽວກັບລະບົບຄົມມະນາຄົມ, ຄວາມຊິນເຄີຍໃນການລ້ຽງປູກ ແມ່ນບັນດາຮົ້ວກີດຂວາງທີ່ໃຫຍ່ຫຼວງໃນການເປີດກວ້າງເຂດວັດຖຸດິບ, ຊ່ວຍໃຫ້ປະຊາຊົນເພີ່ມລາຍຮັບ.
“ບັນຫາດິນຟ້າອາກາດບໍ່ເອື້ອອຳນວຍຄວາມສະດວກ, ກໍຄືການຄົມມະນາຄົມ ໄປມາ ເພື່ອຮັກສາຜະລິດຕະພັນແມ່ນຫຍຸ້ງຍາກທີ່ສຸດ, ຍ້ອນການຂົນສົ່ງຈາກເຂດພູດອຍລົງຈຳໜ່າຍຢູ່ນະຄອນປະສົບກັບຄວາມຫຍຸງຍາກຫຼາຍ. ໂດຍສະເພາະແມ່ນເມື່ອຮອດຍາມເກັບກ່ຽວ ແຕ່ເກັບກ່ຽວບໍ່ທັນຜະລິດຕະພັນຈະບໍ່ຮັບປະກັນຄຸນນະພາບ. ພວກຂ້າພະເຈົ້າໄດ້ສົມທົບກັບອົງການທ້ອງທິ່ນ, ສູນລ້ຽງປູກເພື່ອໂຄສະນາໃຫ້ພໍ່ແມ່ປະຊາຊົນກ່ຽວກັບຜະລິດຕະພັນສະອາດ. ເມື່ອຮັບປະກັນສົ້ນອອກແລ້ວ, ພໍ່ແມ່ປະຊາຊົນຈະມີຄວາມອຸ່ນອຽງໃຈໃນການຜະລິດ.”
ຈາກປະສິດທິຜົນຂອງພຶດຕິກຳຕົວຈິງໄດ້ຊີ້ໃຫ້ເຫັນວ່າ, ການເຂົ້າຮ່ວມຂອງວິສາຫະກິດເພື່ອພັດທະນາເສດຖະກິດເຂດຊົນເຜົ່າສ່ວນໜ້ອຍແມ່ນມີປະສິດທິຜົນ. ທ່ານ ຫງວຽນກວາງດຶກ, ຫົວໜ້າກົມຮ່ວມມືສາກົນ, ຄະນະກຳມະການຊົນເຜົ່າຂອງລັດຖະບານ ຢືນຢັນວ່າ, ມີຫຼາຍນະໂຍບາຍໜູນຊ່ວຍສຳລັບເຂດຊົນເຜົ່າສ່ວນໜ້ອຍ ທີ່ໄດ້ຮັບການຍູ້ແຮງໃນໄລຍະຜ່ານມາ, ພິເສດແມ່ນມີການເຂົ້າຮ່ວມຂອງບັນດາວິສາຫະກິດ, ນັກຜະລິດ. ປະຈຸບັນ, ອັດຕາຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວນໜ້ອຍໃນທົ່ວປະເທດໄດ້ຫຼຸດລົງ 4%, ໂສມໜ້າຊົນນະບົດເຂດພູດອຍໄດ້ຮັບການປ່ຽນແປງ.
ເອົາໃຈໃສ່ເຖິງການພັດທະນາເສດຖະກິດເຂດຊົນເຜົ່າສ່ວນນ້ອຍ ແລະ ເຂດພູດອຍແມ່ນໜຶ່ງໃນບັນດານະໂຍບາຍບຸລິມະສິດຂອງຫວຽດນາມ. ພ້ອມກັບບັນດາລາຍການ, ໂຄງການລົງທຶນຂອງລັດ, ແຫຼ່ງທຶນໜູນຊ່ວຍກວ່າ 30 ລ້ານ USD ຈາກບັນດາແຫຼ່ງທຶນໜູນຊ່ວຍຂອງຫຼາຍອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ພວມສືບຕໍ່ເສີມຂະຫຍາຍປະສິດທິຜົນໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ເຂດພູດອຍ. ໝາກຜົນດັ່ງກ່າວໄດ້ສ່ອງແສງໃຫ້ເຫັນການຮ່ວມມືຂອງລັດ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນເອງ ໃນຄວາມມານະພະຍາຍາມຮັບປະກັນຊີວິດສັງຄົມ.