(VOVWORLD) -ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ພວມພັດທະນາຢ່າງແຮງ, ປັດໄຈສຳຄັນແຖວຫນ້າເພື່ອພັດທະນາປະຈຸບັນ ບໍ່ແມ່ນຊັບພະຍາກອນທຳມະຊາດ, ແຫລ່ງກຳລັງດ້ານການເງິນ ຫາກແມ່ນປັນຍາ, ວິທະຍາສາດ ເຕັກໂນໂລຊີ, ແນວຄວາມຄິດປ່ຽນໃຫມ່ການປະດິດຄິດສ້າງ ແລະ ຄຸນນະພາບແຫລ່ງຊັບພະຍາກອນມະນຸດ. ບັນດາປັດໄຈນີ້ໄດ້ຮັບຖືວ່າ ແມ່ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງຊາວຫວຽດນາມ. ເພື່ອນຳຫວຽດນາມ ກາຍເປັນປະເທດອຸດສາຫະກຳ, ທັນສະໄຫມໂດຍໄວ, ກ່ອນອື່ນໝົດຕ້ອງມີການປ່ຽນແປງຈີນຕະນາການການກະທຳ.
ເວທີປາໄສຂັ້ນສູງແລະງານວາງສະແດງສາກົນກ່ຽວກັບອຸດສາຫະກຳ 4.0
ພາບ: (dangcongsan.vn)
|
ຈີນຕະນາການກ່ຽວກັບການຫັນເປັນອຸດສາຫະກຳຢູ່ຫວຽດນາມ ປະຈຸບັນ ແມ່ນຈີນຕະນາການກ່ຽວກັບການຫັນເປັນອຸດສາຫະກຳໃນພື້ນຖານເສດຖະກິດການຕະຫລາດ, ການເຊື່ອມໂຍງເຂົ້າກັບສາກົນ, ຍາດແຍ່ງບັນດາເງື່ອນໄຂ ແລະ ຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ເພື່ອຮັບເອົາໂອກາດດີ, ສ້າງເງື່ອນໄຂການພັດທະນາກະໂດດຂັ້ນ, ພັດທະນາແບບຍືນຍົງ, ກວມລວມ. ຄວາມຈິງຊີ້ໃຫ້ເຫັນວ່າ ເພື່ອຫັນເປັນອຸດສາຫະກຳ ບໍ່ພຽງແຕ່ຕ້ອງມີກຳລັງຫນູນເທົ່ານັ້ນ ຫາກຕ້ອງມີແຫລ່ງກຳລັງ, ໃນນັ້ນ ແຫລ່ງກຳລັງສຳຄັນທີ່ສຸດແມ່ນວິທະຍາສາດ ເຕັກໂນໂລຊີ ແລະ ຊັບພະຍາກອນມະນຸດມີຄຸນນະພາບສູງ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ:
“ຄວາມຮັບຮູ້ແມ່ນສິ່ງທຳອິດ. ຄວນຖື ວິທະຍາສາດເຕັກໂນໂລຊີ ແມ່ນລັດຖະນະໂຍບາຍ, ແມ່ນກຳລັງຫນູນ, ແມ່ນຂໍ້ກຸນແຈສຳຄັນແຖວຫນ້າເພື່ອໃຫ້ຫວຽດນາມ ຫລຸດພົ້ນອອກຈາກປະເທດທຸກຍາກເຂົ້າກຸ່ມປະເທດມີລາຍຮັບປານກາງ ເພື່ອໃຫ້ຫວຽດນາມ ພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ”
ທ່ານຮອງນາຍົກລັດຖະມົນຕີ ຖືວ່າ ເພື່ອໃຫ້ຫວຽດນາມ ສາມາດຍົກສູງບັນດາດັດຊະນີ ແລະ ທັດທຽມກັບການປະຕິວັດອຸດສາຫະກຳ 4.0 ພວມພັດທະນາຢ່າງວ່ອງໄວນັ້ນ ຄວນສືບຕໍ່ປ່ຽນແປງບັນດາກົນໄກນະໂຍບາຍໃຫ້ແກ່ວິທະຍາສາດເຕັກໂນໂລຊີ. ໃນທຸກນະໂຍບຊາຍນັ້ນ ຕ້ອງຖືວິສາຫະກິດແມ່ນໃຈກາງຂອງການປ່ຽນໃຫມ່ປະດິດຄິດສ້າງ. ບັນດານະໂຍບາຍຕ້ອງຊຸກຍູ້ວິສາຫະກິດເອົາໃຈໃສ່ເຖິງການລົງທຶນວິທະຍາສາດເຕັກໂນໂລຊີກວ່າອີກ ແລະ ກໍ່ສ້າງສະຖາບັນຄົ້ນຄ້ວາຂອງພາກເອກະຊົນຫລາຍແຫ່ງກວ່າອີກ.
ຄວາມຈິງປະຈຸບັນໃຫ້ເຫັນວ່າ ການປະຕິວັດອຸດສາຫະກຳ 4.0 ໄດ້ເຮັດໃຫ້ປ່ຽນແປງທັງໝົດວິທີການຜະລິດ, ການຈັດຕັ້ງສັງຄົມນັບທັງມະນຸດໃນການກະທົບຕອບຂອງອະນາຄົດ, ປ່ຽນແປງທັງວິທີການຈັດວາງການຜະລິດ ແລະ ການຮ່ວມສຳພັນໃນການຜະລິດປະຈຸບັນ. ທ່ານ ຫງວຽນວັນວີ້ງ, ຮອງຫົວຫນ້າສະຖາບັນຍຸດທະສາດພັດທະນາ (VIDS) ຖືວ່າ ດ້ວຍທ່າອ່ຽງຂອງໂລກາພິວັດ ແລະ ເຊື່ອມໂຍງ, ດ້ວຍບັນດາຄວາມກ້າວຫນ້າຂອງອຸດສາຫະກຳ 4.0 .. ຄວນປ່ຽນແປງຈີນຕະນາການກ່ຽວກັບການຫັນເປັນອຸດສາຫະກຳ.
“ລັດຖະບານ ຄວນຄິດໄລ່ເຖິງເລື່ອງລາວເຮັດແນວໃດເພື່ອມຸ່ງໄປເຖິງ, ສ້າງກຳລັງຫນູນຊ້ອນ, ສ້າງພື້ນຖານເພື່ອແບ່ງປັນບັນດາຖານຂໍ້ມູນໃຫຍ່, ປັນຍາ, ຄວາມກ້າວຫນ້າຂອງເຕັກໂນໂລຊີເພື່ອໃຫ້ມີການເຊື່ອມຕໍ່. ເລື່ອງລາວກ່ຽວກັບການຫັນເປັນອຸດສາຫະກຳໃນໄລຍະຈະມາເຖິງ ແມ່ນການຫັນປ່ຽນທັງໝົດໃນສັງຄົມມຸ່ງໄປເຖິງພື້ນຖານເສດຖະກິດທັນສະໄຫມ ດ້ວຍພື້ນຖານເສດຖະກິດດີຈີຕອນ ແມ່ນບັນດາຄວາມກ້າວຫນ້າຂອງເຕັກໂນໂລຊີໃນອະນາຄົດ.”
ຕາມທ່ານ ຫງວຽນວັນວີ້ງແລ້ວ, ການປ່ຽນໃຫມ່ຄວນຫັນບັນດາໂຄງການດຳເນີນງານ, ຍຸດທະສາດ, ກອບກົດໝາຍໃຫ້ເປັນລະອຽດ ເພື່ອເຮັດແນວໃດໃຫ້ບັນດາກຳລັງການຜະລິດຂອງຊາດເຂົ້າຮ່ວມວິວັດທະນາການນີ້ໄດ້.
ໃນຂະນະນັ້ນ ຢູ່ທ້ອງຖິ່ນ, ເພື່ອໃຫ້ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມພັດທະນາໃຫ້ສົມກັບຄວາມສາມາດບົ່ມຊ້ອນ ແລະ ທີ່ຕັ້ງລັດຖະນະໂຍບາຍແຖວຫນ້າ ສິ່ງສຳຄັນທີ່ສຸດແມ່ນການປ່ຽນແປງຈີນຕະນາການຂອງຜູ້ນຳຫນ້າ. ທ່ານໂດ໋ຄວາວັນ, ຫົວຫນ້າພະແນກວິທະຍາສາດເຕັກໂນໂລຊີ ແຂວງ ຮ່າຕີ໋ງ ຖືວ່າ:
“ສິ່ງສຳຄັນທີ່ສຸດ ນັ້ນແມ່ນ ການນຳບັນດາຂະແຫນງການ, ຂັ້ນຕ່າງໆ, ວິສາຫະກິດ, ບັນດາທ້ອງຖິ່ນ, ສະຖາບັນ ຄົ້ນຄ້ວາ ຕ້ອງເຫັນໄດ້ບັນດາບັນຫານີ້ ເພື່ອປ່ຽນໃຫມ່ຈີນຕະນາການໃຫ້ແກ່ຕົນເອງ. ທີສອງ ຕ້ອງສຳຜັດກັບບັນດາຄວາມຮຽກຮ້ອງຕ້ອງການວາງອອກຂອງການປະຕິວັດອຸດສາຫະກຳ ເພື່ອມີການຊີ້ນຳ ແລະ ການກະທຳຖືກຕ້ອງກັບເປົ້າໝາຍ.”
ມະຕິຂອງກົມການເມືອງກ່ຽວກັບການກຳນົດທິດສ້າງນະໂຍບາຍພັດທະນາອຸດສາຫະກຳແຫ່ງຊາດຮອດປີ 2030, ວິໄສທັດຮອດປີ 2045 ຢ່າງຈະແຈ້ງໄດ້ກຳນົດ ເປົ້າໝາຍຮອດປີ 2030, ຫວຽດນາມ ສ້າງສຳເລັດເປົ້າໝາຍຫັນເປັນອຸດສາຫະກຳ, ທັນສະໄຫມ, ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄຫມ, ຂຶ້ນກັບ ກຸ່ມ 3 ປະເທດນຳຫນ້າໃນພາກພື້ນ ອາຊຽນ ກ່ຽວກັບອຸດສາຫະກຳ, ໃນນັ້ນ ມີບາງຂະແຫນງອຸດສາຫະກຳມີກຳລັງແກ້ງແຍ້ງສາກົນ ແລະ ເຂົ້າຮ່ວມເລິກລະບົບມູນຄ່າທົ່ວໂລກ ແລະ ວິໄສທັດຮອດປີ 2045, ຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4 ແລະ ສຳເລັດເປົ້າໝາຍພັດທະນາທີ່ໄດ້ວາງອອກ.