ຜ່ານຜ່າຄວາມຫຍຸ້ງຍາກ - ການສົ່ງອອກຜະລິດຕະພັນກະເສດສູ້ຊົນບັນລຸການເຕີບໂຕຢູ່ໃນລະດັບສູງ

(VOVWORLD) - ຕາມບົດລາຍງານຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ໃນເດືອນພະຈິກ ວົງເງິນຜະລິດຕະພັນກະເສດ ບັນລຸເກືອບ 3,72 ຕື້ USD. ມີສິນຄ້າຫລາຍປະເພດຄື: ໝາກໄມ້, ກາເຟ, ໝາກມ່ວງຫິມະພານ, ບັນດາຜະລິດຕະພັນຈາກໄມ້ ແລະ ຜະລິດຕະພັນໄມ້ ບັນລຸມູນຄ່າການສົ່ງອອກກວ່າ 2 ຕື້ USD. ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ 19, ການສົ່ງອອກຂອງຂະແຫນງກະສິກຳ ຍັງຄົງເຕີບໂຕ, ສູ້ຊົນທັງປີ ທົ່ວຂະແຫນງກະສິກຳ ບັນລຸກວ່າ 41 ຕື້ USD ຈາກການສົ່ງອອກ.

ຜ່ານຜ່າຄວາມຫຍຸ້ງຍາກ - ການສົ່ງອອກຜະລິດຕະພັນກະເສດສູ້ຊົນບັນລຸການເຕີບໂຕຢູ່ໃນລະດັບສູງ - ảnh 1ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຍ້ອນໂລກລະບາດ, ການສົ່ງອອກຂອງຂະແຫນງກະສິກຳຍັງຄົງເຕີບໂຕ (ພາບປະກອບ:vinanet.vn)

 ໃນຈຸດເວລານີ້ ແລະ ນັບທັງຊຸມເດືອນກ່ອນ, ເມື່ອໂລກລະບາດໂຄວິດ 19 ກໍ່ຜົນກະທົບຮ້າຍແຮງຢ່າງລຽນຕິດເຖິງທຸກດ້ານ, ການສົ່ງອອກ ສະຫນອງບັນດາຜະລິດຕະພັນການສົ່ງອອກຢູ່ ບໍລິສັດຫຸ້ນສ່ວນອາຫານສົ່ງອອກ ດົ່ງຢາວ ຍັງຄົງເຄື່ອນໄຫວເປັນປົກກະຕິ. ທ່ານ ຫງວຽນວັນແທ່ງ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ໃຫ້ຮູ້ວ່າ:

 “ບໍລິສັດພວກຂ້າພະເຈົ້າ ໄດ້ສ້າງຕະຫລາດພາຍໃນ ແລະ ຕ່າງປະເທດມີຄວາມເປັນປົກກະຕິ. ເຖິງຢ່າງໃດກໍຕາມ ບັນດາຕະຫລາດທີ່ເຄັ່ງຄັດກັບຄຸນນະພາບສິນຄ້າ ເຂົາເຈົ້າຕ້ອງການປະລິມານສິນຄ້າຫລາຍ ແລະ ລາຄາສູງ. ເພາະສະນັ້ນ ພວກຂ້າພະເຈົ້າຍາມໃດກໍ່ຖືຕະຫລາດເຫລົ່ານີ້ ແມ່ນເປົ້າໝາຍຂອງຕົນ ຈາກນັ້ນ ຊອກສົ້ນອອກໃຫ້ແກ່ຜະລິດຕະພັນໃຫ້ມີຄວາມເປັນປົກກະຕິ.”

ໄລຍະຜ່ານມາ ບັນດາງວດສິນຄ້າສົ່ງອອກຜະລິດຕະພັນກະເສດໄປຍັງຕະຫລາດ ເອີລົບ ໄດ້ຍາດແຍ່ງບຸລິມະສິດ ຕາມສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA)ຄື: ສິນໃນນ້ຳ, ກຸ້ງແຊ່ເຢັນ, ໝາກນອດສົ່ງອອກ ໄປຍັງ ເຢຍລະມັນ; ໝາກໄມ້ ລວມມີ ໝາກສົ້ມໂອ, ໝາກມັງກອນ ສົ່ງອອກໄປ ອັງກິດ, ເຢຍລະມັນ, ໂຮນລັງ; ເຂົ້າຫອມສົ່ງອອກໄປຍັງ ເຊັກໂກ...ນີ້ແມ່ນບັນດາງວດສິນຄ້າທຳອິດທີ່ໄດ້ຊົມໃຊ້ພາສີ 0% ເມື່ອສົ່ງອອກໄປຍັງອີຢູ.

ຢູ່ເຂດ ໄຕງວຽນ, ໝາກນອດ ປຸງແຕ່ງສົ່ງອອກ ແມ່ນຫນຶ່ງໃນບັນດາປະເພດສິນຄ້າພັດທະນາໃນໄລຍະຜ່ານມາ ມີສົ້ນອອກເປັນປົກກະຕິ. ພິເສດ ນັບແຕ່ເມື່ອມີໂຮງງານປຸງແຕ່ງໝາກໄມ້ໝາກນອດສົ່ງອອກຢູ່ ເມືອງ ມາງຢາງ ແຂວງ ຢາລາຍ, ສົ້ນອອກໝາກນອດໄດ້ແກ້ໄຂ, ສ້າງເຂດວັດຖຸດິບເປັນປົກກະຕິໃຫ້ແກ່ປະເພດສິນຄ້າປຸງແຕ່ງທີ່ມີມູນຄ່ານີ້.  ທ່ານນາງ ຫງວຽນທິທິ້ງ ຢູ່ ຕາແສງ ດັກຢີຣັງ ເມືອງ ມາງຢາງ ແຂວງ ຢາລາຍ ໃຫ້ຮູ້ວ່າ:

 “ເຂດດິນແດນພູສູງນີ້ ພວກຂ້າພະເຈົ້າຫັນປ່ຽນການປູກຕົ້ນໄມ້ ມາປູກຕົ້ນໝາກນອດ. ຕົ້ນໝາກນອດເຕີບໂຕດີ ແລະ ໃຫ້ໝາກຫລາຍ. ກ່ອນນີ້ ພຽງແຕ່ປູກ 100 ຕົ້ນ ແຕ່ເກັບກູ້ໝາກມາໄດ້ນັບພັນໆໂຕນ. ປະຈຸບັນ ມີບໍລິສັດມາເກັບຊື້ - ຈຳຫນ່າຍໃຫ້, ພວກຂ້າພະເຈົ້າຕັດສິນໃຈເປີດກວ້າງເນື້ອທີ່ເພື່ອປູກຕົ້ນໝາກນອດ

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ສະເພາະໃນເດືອນ ພະຈິກ ປີ 2020, ວົງເງິນການສົ່ງອອກຜະລິດຕະພັນກະເສດ ຄາດວ່າ ບັນລຸເກືອບ3,7  ຕື້ USD. ໃນນັ້ນ ມູນຄ່າການສົ່ງອອກໝວດສິນຄ້າຜະລິດຕະພັນກະເສດ ແລະ ເຄື່ອງປ່າຂອງດົງຕົ້ນຕໍແມ່ນທຽບເທົ່າເດືອນຕຸລາ. ເປັນຫນ້າສົນໃຈ ໃນສະພາບຄວາມຫຍຸ້ງຍາກນັ້ນ ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ 19, ບາງປະເພດສິນຄ້າຍັງຄົງບັນລຸມູນຄ່າສົ່ງອອກສູງກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍຄື: ເຂົ້າສານ, ຜັກໝາກໄມ້, ກຸ້ງ, ຜະລິດຕະພັນໄມ້.

 ທ່ານ ຫງວຽນກວັກຕວ໋ານ, ຫົວຫນ້າກົມປຸງແຕ່ງ ແລະ ພັດທະນາຕະຫລາດຜະລິດຕະພັນກະເສດ ໄດ້ໃຫ້ຂໍ້ສັງເກດວ່າ: ພາຍຫລັງ ສັນຍາ EVFTAມີຜົນສັກສິດ ໄດ້ນຳມາເຊິ່ງຜົນກະທົບຕັ້ງຫນ້າຂອງສັນຍານີ້ເຖິງຜະລິດຕະພັນກະເສດສົ່ງອອກຫລາຍປະເພດ. ເຖິງວ່າ ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຍ້ອນໂລກລະບາດກໍຕາມ ແຕ່ຄວາມສາມາດບົ່ມຊ້ອນການສົ່ງອອກບັນດາຜະລິດຕະພັນກະເສດແມ່ນຍັງຄົງໃຫຍ່ຫລວງຢູ່. ເພື່ອສືບຕໍ່ຍົກສູງບົດບາດທີ່ຕັ້ງໃນຕະຫລາດໂລກ, ຄວນສືບຕໍ່ມີການສົມທົບຢ່າງແຫນ້ນແຟ້ນລະຫວ່າງທ້ອງຖິ່ນ, ວິສາຫະກິດ ແລະ ຊາວກະສິກອນ.

ພວກເຮົາ ອາດຈະປ່ຽນແປງແນວພັນປູກໃຫ້ເໝາະສົມ ເພື່ອສ້າງມູນຄ່າເພີ່ມໃຫ້ແກ່ບັນດາຜະລິດຕະພັນກະເສດຂອງຫວຽດນາມ. ພິເສດ ແມ່ນແກ້ໄຂບັນຫາສົ້ນອອກໃຫ້ແກ່ຊາວກະສິກອນ. ນີ້ແມ່ນບັນຫາສຳຄັນເພື່ອໃຫ້ພວກເຮົາແກ້ໄຂເປົ້າໝາຍຄວບຄູ່ ນັ້ນແມ່ນຍົກສູງປະລິມານການຜະລິດ ແລະ ແກ້ໄຂສົ້ນອອກຂອງສິນຄ້າໃຫ້ຊາວກະສິກອນ.”

ເພື່ອໃຫ້ການສົ່ງອອກຜະລິດຕະພັນກະເສດສືບຕໍ່ນຳມາເຊິ່ງໝາກຜົນດີພໍສົມຄວນໃນປີ 2021, ຂະແຫນງກະສິກຳ ໄດ້ ແລະ ພວມສືບຕໍ່ສ້າງໂຄງປະກອບຄືນໃຫມ່ຢ່າງແຮງ. ມາດຕະການໃນໄລຍະຈະມາເຖິງ ເປັນຕົ້ນແມ່ນນະໂຍບາຍດຶງດູດການລົງທຶນຂອງວິສາຫະກິດ ສຳລັບຂົງເຂດປຸງແຕ່ງ.ສຸມໃສ່ຍູ້ແຮງການຜັນຂະຫຍາຍ, ປະຕິບັດບາງກົນໄກ, ນະໂຍບາຍຕົ້ນຕໍ ເພື່ອແນໃສ່ສົ່ງເສີມບັນດາວິສາຫະກິດລົງທຶນພັດທະນາອຸດສາຫະກຳປຸງແຕ່ງ, ຮັກສາຜະລິດຕະພັນກະເສດ, ຮ່ວມສຳພັນລະບົບການຜະລິດ ປຸ່ງແຕ່ງ ແລະ ການຈຳຫນ່າຍ.

ພິເສດກະຊວງກະສິກຳແລະພັດທະນາຊົນນະບົດໄດ້ສ້າງແລະເຮັດສຳເລັດບັນດາແຜນຮ່າງ, ຍຸດທະສາດລວມມີ: “ຍຸດທະສາດພັດທະນາກົນໄກນຳເອົາເຄື່ອງຈັກເຂົ້າໃນການປຸງແຕ່ງແລະຫັນເປັນອຸດສາຫະກຳໃນການປຸງແຕ່ງຜະລິດຕະພັນກະເສດເຄື່ອງປ່າຂອງດົງຮອດປີ 2030 “ ແລະ “ແຜນຮ່າງພັດທະນາຂະແຫນງປຸງແຕ່ໝາກໄມ້ໄລຍະ 2021-2030”.

ຕອບກັບ

ຂ່າວ/ບົດ​ອື່ນ