(vovworld)- ຕາມຄຳໝັ້ນສັນຍາເຂົ້າຮ່ວມອົງການການຄ້າໂລກຂອງຫວຽດນາມ, ນັບແຕ່ວັນທີ 11/1/2015 ເປັນຕົ້ນໄປ, ບັນດາບໍລິສັດຂາຍຍ່ອຍຕ່າງປະເທດ ຈະໄດ້ຮັບອະນຸຍາດສ້າງຕັ້ງວິສາຫະກິດດ້ວຍທຶນ 100% ຢູ່ ຫວຽດນາມ, ແທນທີ່ລະດັບສູງສຸດ 50% ຄືປະຈຸບັນ. ນັບແຕ່ຈຸດເວລານີ້ ວິສາຫະກິດຂາຍຍ່ອຍຫວຽດນາມ ຕ້ອງແກ້ງແຍ້ງກັບບັນດາວິສາຫະກິດຕ່າງປະເທດທີ່ຕະຫລາດພາຍໃນປະເທດ. ສະນັ້ນ ບັນດາວິສາຫະກິດຂາຍຍ່ອຍຫວຽດນາມ ຄວນເຮັດສິ່ງໃດເພື່ອດຶງດູດລູກຄ້າ, ເພີ່ມອັດຕາສ່ວນຕະຫລາດ ແລະ ຍາດໄຊຊະນະທີ່ຕະຫລາດພາຍໃນປະເທດ.
ພາບປະກອບ:internet
|
ໄລ່ມາຮອດປີ 2013, ບັນດາວິສາຫະກິດ, ກຸ່ມບໍລິສັດຂາຍຍ່ອຍຕ່າງປະເທດ ກວມກວ່າ 40% ໃນຍອດຈຳນວນຮ້ານສັບພະສິນຄ້າ 700 ແຫ່ງຂອງຫວຽດນາມ. ນອກຈາກບັນດາຮ້ານສັບພະສິນຄ້າ ຍັງມີສູນການຄ້າຮ່ວມມື, ຮ່ວມສຳພັນ ກັບບັນດາບໍລິສັດຂາຍຍ່ອຍສາກົນ 31ແຫ່ງ ໃນຍອດຈຳນວນ 125 ແຫ່ງ. ປະຈຸບັນ ມີບໍລິສັດຂາຍຍ່ອຍຂອງຕ່າງປະເທດຫລາຍແຫ່ງຄື: ກຸ່ມບໍລິສັດຂາຍຍ່ອຍ Big C, Metro, Lottemart, Takashimaya, Index Living Mall… ໄດ້ ແລະ ພວມເປີດກວ້າງການລົງທຶນຢູ່ ຫວຽດນາມ. ສິ່ງດັ່ງກ່າວແມ່ນວາງອອກສິ່ງທ້າທາຍໃຫຍ່ສຳລັບບັນດາວິສາຫະກິດຂາຍຍ່ອຍພາຍໃນປະເທດ. ທ່ານ ຟ້າມຮ່າດົງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ Intimex ຫວຽດນາມ ໃຫ້ຮູ້ວ່າ: ໃນແຜນການສ້າງໂຄງປະກອບວິສາຫະກິດຄືນໃຫມ່, ວິສາຫະກິດ ຫວຽດນາມຈະສຸມໃສ່ເຂົ້າບັນດາຮ້ານສັບພະສິນຄ້າມີເນື້ອທີ່ເໝາະສົມ ແລະ ເປີດບັນດາຮ້ານຄ້າທີ່ມີຄວາມສະດວກ. ເຖິງຢ່າງໃດກໍຕາມ, ບັນດາວິສາຫະກິດຂາຍຍ່ອຍພາຍໃນປະເທດ ຢາກມີມາດຕະການຫນູນຊ່ວຍຂອງລັດ ກ່ຽວກັບກົນໄກ, ນະໂຍບາຍໃຫ້ເໝາະສົມເພື່ອແກ້ງແຍ້ງກັບບັນດາບໍລິສັດຂາຍຍ່ອຍຂອງຕ່າງປະເທດ, ຮັກສາອັດຕາສ່ວນຕະຫລາດພາຍໃນຢ່າງໝັ້ນຄົງ.
“ຖ້າຫາກລາຄາເຊົ່າທີ່ດິນເພີ່ມຂຶ້ນແຕ່ 3-5 ເທົ່າ ເມື່ອທຽບໃສ່ລາຄາເຊົ່າກອ່ນນີ້, ວິສາຫະກິດຈະປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ສະນັ້ນ ລັດຄວນພິຈາລະນາລາຄານຳໃຊ້ທີ່ດິນກໍຄືລາຄາເຊົ່າເຮືອນຂອງລັດ ເພື່ອຫນູນຊ່ວຍໃຫ້ແກ່ບັນດາວິສາຫະກິດຮັບປະກັນລັກສະນະແກ້ງແຍ້ງ. ພິເສດ ບັນດາວິສາຫະກິດຄືບໍລິສັດຂ້າພະເຈົ້າພວມຖືກກຳລັງດັນແກ້ງແຍ້ງຈາກບັນດາກຸ່ມບໍລິສັດຂາຍຍ່ອຍຕ່າງປະເທດພວມມີທ່າອ່ຽງເພີ່ມຂຶ້ນໃນປີນີ້ ແລະ ປີ 2015 ເຂົາເຈົ້າຈະລົງທຶນຫລາຍກວ່າ.”
ສູນການຄ້າ BigC
ພາບ:internet
|
ດຣ ຫງວຽນດີງກູງ, ຫົວຫນ້າສະຖາບັນຄົ້ນຄ້ວາການຄຸ້ມຄອງເສດຖະກິດສູນກາງ ໃຫ້ຮູ້ວ່າ ເພື່ອສ້າງກອບກົດໝາຍໃຫ້ແກ່ການເຄື່ອນໄຫວຂາຍຍ່ອຍພັດທະນາແບບຍືນຍົງ, ລັດຄວນສ້າງກົດໝາຍກ່ຽວກັບການຂາຍຍ່ອຍ ພ້ອມທັງເພີ່ມເຕີມ, ປັບປຸງກົດໝາຍແກ້ງແຍ້ງໃນບັນຫາການຄ້າ, ຕ້ານການປ່ຽນລາຄາ. ນອກນັ້ນ ຄວນວາງແຜນກຳນົດເຄືອຂ່າຍຂາຍຍ່ອຍທົ່ວປະເທດ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ກໍ່ສ້າງພື້ນຖານໂຄງລ່າງລະບົບຂາຍຍ່ອຍ ແລະ ຫລຸດຜ່ອນລາຍຈ່າຍຂອດກາງ. ຄຽງຄູ່ກັນນັ້ນ ບັນດາອົງການຮ່ວມສຳພັນລະຫວ່າງເຂດ, ວິສາຫະກິດ, ຮ່ວມສຳພັນການຜະລິດ ແລະ ຈຳຫນ່າຍ ຕ້ອງສ້າງກຳລັງແຮງຢ່າງຄົບຊຸດ ຈຶ່ງສາມາດແກ້ງແຍ້ງກັບບັນດາບໍລິສັດຂາຍຍ່ອຍຕ່າງປະເທດໄດ້. ດຣ ຫງວຽນດີງກູງ ຖືວ່າ:
“ກຳລັງດັນແກ້ງແຍ້ງບໍ່ພຽງແຕ່ສຳລັບບໍລິສັດຂາຍຍ່ອຍເທົ່ານັ້ນ ຫາກນັບທັງວິສາຫະກິດຫວຽດນາມ ທັງໝົດອີກດ້ວຍ. ຕ້ອງເຮັດແນວໃດເພື່ອໃຫ້ວິສາຫະກິດເຂັ້ມແຂງກວ່າ. ຖ້າຖືວ່າ ການດຳເນີນທຸລະກິດແມ່ນສະຫນາມຮົບ, ວິສາຫະກິດແມ່ນນັກຮົບ, ລັດແມ່ນແນວຫລັງ. ເວລານັ້ນ ແນວຫລັງແມ່ນສວມບົດບາດສຳຄັນທີ່ສຸດ.”
ຄາດຄະເນວ່າ ຮອດປີ 2020, ທົ່ວປະເທດ ຈະມີຮ້ານສັບພະສິນຄ້າປະມານ 1200 – 1300 ແຫ່ງ, ສູນການຄ້າ 180 ແຫ່ງ, ອັດຕາສ່ວນຂາຍຍ່ອຍສິນຄ້າຜ່ານເຄືອຂ່າຍສັບພະສິນຄ້າ, ສູນການຄ້າ ຈະກວມເອົາ 45% ຍອດລະດັບຂາຍຍ່ອຍສິນຄ້າສັງຄົມ. ຄວາມສາມາດບົ່ມຊ້ອນພັດທະນາຂອງຕະຫລາດຂາຍຍ່ອຍຂອງຫວຽດນາມ ແມ່ນໃຫຍ່ຫລວງ ແຕ່ຄວາມຈິງ ດ້ວຍບັນດາຄວາມຈຳກັດບາງຢ່າງ, ບັນດາວິສາຫະກິດຂາຍຍ່ອຍພາຍໃນປະເທດ ຈະຖືກວິສາຫະກິດຕ່າງປະເທດແກ້ງແຍ້ງຢ່າງແຮງທີ່ຕະຫລາດພາຍໃນປະເທດ. ທ່ານ ຫວູວີງຟູ, ປະທານສະຫະສະມາຄົມຮ້ານສັບພະສິນຄ້າຮ່າໂນ້ຍ ຖືວ່າ: ບັນດາວິສາຫະກິດຂາຍຍ່ອຍພາຍໃນປະເທດ ຕ້ອງປ່ຽນແປງຍຸດທະສາດການດຳເນີນທຸລະກິດໃຫ້ເໝາະສົມເພື່ອດຶງດູດລູກຄ້າ ແລະ ເພີ່ມອັດຕາສ່ວນ. ສິ່ງສຳຄັນນັ້ນແມ່ນ ວິສາຫະກິດຫວຽດນາມ ຕ້ອງເຂົ້າໃຈໄດ້ວ່າ ຕົນເອງຍັງອ່ອນດອ້ຍຢູ່ຂອດໃດ ເພື່ອມີຍຸດທະສາດດຳເນີນທຸລະກິດໃຫ້ເໝາະສົມ.
“ໃນຂະນະທີ່ກຳລັງດັນແກ້ງແຍ້ງກວມອັດຕາສ່ວນຕະຫລາດຂາຍຍ່ອຍນັບມື້ນັບຮ້າຍແຮງ, ວິສາຫະກິດຫວຽດນາມ ບໍ່ທັນມີຍຸດທະສາດພັດທະນາອຸດສາຫະກຳຂາຍຍ່ອຍນັບທັງສາມຂັ້ນ, ຂັ້ນລັດ, ຂະແຫນງ ແລະ ວິສາຫະກິດ. ນອກນັ້ນ ພວກເຮົາຂາດເຂີນກ່ຽວກັບທຶນຮອນ, ແຫລ່ງຊັບພະຍາກອນມະນຸດບໍ່ທັນໄດ້ຮັບການບຳລຸງສ້າງເປັນລະບົບ, 50-60% ບໍ່ທັນໄດ້ຮັບການບຳລຸງສ້າງ, ລະບົບຮ້ານສັບພະສິນຄ້າຂາຍຍ່ອຍຂາດວິຊາການ. ການຮ່ວມສຳພັນລະຫວ່າງບັນດາວິສາຫະກິດຫວຽດນາມ ບໍ່ສະຫນິດແຫນ້ນ, ບໍ່ເປັນປະຊາຄົມຢ່າງແຮງເພື່ອພ້ອມກັນພັດທະນາ ແລະ ແກ້ງແຍ້ງກັບວິສາຫະກິດຕ່າງປະເທດ.”
ເຖິງວ່າ ບັນດາວິສາຫະກິດຫວຽດນາມ ພວມມີທ່າໄດ້ປຽບແມ່ນດຳເນີນທຸລະກິດໃນປະເທດຫວຽດນາມ ແຕ່ຖ້າຫາກບໍ່ມີການປ່ຽນແປງ, ບໍ່ຮ່ວມສຳພັນກັບ ລະບົບຈຳຫນ່າຍສິນຄ້າພາຍໃນປະເທດອາດຈະຊຸດໂຊມ. ສ່ວນບັນດາບໍລິສັດຕ່າງປະເທດ ດ້ວຍແຫລ່ງກຳລັງເຂັ້ມແຂງ, ວິທີດຳເນີນທຸລະກິດກໍທັນສະໄຫມກວ່າ, ສະນັ້ນ ຖ້າຢາກແກ້ງແຍ້ງກັບເຂົາເຈົ້າ, ກ່ອນອື່ນໝົດ ບັນດາວິສາຫະກິດຫວຽດນາມ ຄວນປ່ຽນແປງຈີນຕະນາການຕິດພັນຜົນປະໂຫຍດເສດຖະກິດຂອງຕົນກັບບັນດາວິສາຫະກິດອື່ນ ຈຶ່ງມີຍຸດທະສາດຮ່ວມສຳພັນເສດຖະກິດຍາວນານໄດ້. ບັນດາວິສາຫະກິດພາຍໃນປະເທດ ຄວນຖອດຖອນບົດຮຽນ ແລະ ຄົ້ນຄ້ວາບັນດາຮູບແບບພັດທະນາຈາກບັນດາວິສາຫະກິດຕ່າງປະເທດ ໄດ້ ແລະ ພວມດຳເນີນທຸລະກິດ, ທຳມາຫາກິນຢູ່ຫວຽດນາມ ເພື່ອຊອກຫາທິດກ້າວເດີນໃຫມ່ໃຫ້ແກ່ຕົນເອງ.