ວິສາຫະກິດຫວຽດນາມກະກຽມເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ


(vovworld)-ປະ​ຊາ​ຄົມ​ເສດຖະກິດ ອາ​ຊຽນ(AEC) ຄາດ​ວ່າ ຈະ​​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ທ້າຍ​ປີ 2015 ດ້ວຍ​ຈຸດໝາຍ​ສ້າງ​ຕະຫລາດ​ລວມຂອງ​ພາກ​ພື້ນ​. ນີ້​ຈະ​ແມ່ນ​ບາດ​ລ້ຽວນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ວິ​ສາ​ຫະກິດ​ບັນດາ​ປະ​ເທດ ອາ​ຊຽນ ​ເວົ້າ​ລວມ ​ແລະ ວິ​ສາ​ຫະກິດ​ຫວຽດນາມ ​ເວົ້າ​ສະ​ເພາະ. ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໄດ້ ​ແລະ ພວມ​ກະກຽມ​ຄື​ແນວ​​ໃດ​ໃຫ້​ແກ່​ການ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ? ນີ້​ກໍ​ແມ່ນ​ເນື້ອ​ໃນ​ບົດ​ຂຽນ​ຂອງ ນັກ​ຂ່າວ​ຫວຽດຮ່າ. ​

ວິສາຫະກິດຫວຽດນາມກະກຽມເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ - ảnh 1

        ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ ອາ​ຊຽນ ​ແມ່ນ​ບັນຫາ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫວຽດນາມ​ເທົ່າ​ນັ້ນ ຫາກ​ນັບ​ທັງບັນດາ​ປະ​ເທດ​ໃນ​ພາກ​ພື້ນອີກ​ດ້ວຍ. ສິ່ງດັ່ງກ່າວ​ສະ​ແດງ​ອອກ​ດ້ວຍ​ເລື່ອງ​ບັນດາ​ປະ​ເທດ ອາ​ຊຽນ ຕັ້ງຫນ້າ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ກະກຽມ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໃນ​ປີ 2015. AEC ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ຈະ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ເຊ່ືອມ​ໂຍງ​​ເຂົ້າ​ກັບພາກ​ພື້ນ​ຢ່າ​ງຮອບດ້ານ​ຂອງ​ບັນດາ​ພື້ນຖານ​ເສດ​ຖະກິດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ມູ່ງ​ໄປ​ເຖິງ​ຮູບ​ແບບ​ປະຊາ​ຄົມ​ເສດຖະກິດ-​ຄວາມ​ໝັ້ນຄົງ-​ສັງຄົມ. AEC ຈະ​ປະສານ​​ພື້ນຖານ​ເສດຖະກິດ​ຂອງ 10 ປະ​ເທດສະມາຊິກ​ໃນ​ທຸກ​ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ການ​ຄ້າ ​ແລະ ການ​ລົງທຶນ, ສ້າງ​ຕະຫລາດ​ລວມຂອງ​ພາກ​ພື້ນທີ່​ມ​ີພົນລະ​ເມືອງ 600 ລ້ານ​ຄົນ ດ້ວຍ​ຍອດ​ຜະລິດ​ຕະພັນ​ພາຍ​ໃນ GDP ​ແຕ່ລະ​ປີ​ປະມານ 2.000 ຕື້ USD. ອາດ​​ເວົ້າ​ໄດ້​ວ່າ ນີ້​ແມ່ນ​ກາລະ​ໂອກາດ​ໃຫຍ່​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ,​​ເພາະວ່າ ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ, ​ເປັນ​ຕົ້ນ​ແມ່ນ​ວິ​ສາ​ຫະກິດ​ຂະຫນາດ​ໃຫຍ່ ​ໄດ້​ສ້າງ​ແຜນການ​ກະກຽ​ມ​​ເພື່ອ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ, ​ໃນ​ຂະນະ ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ມີ​ເງື່ອນ​ໄຂ​ສຳ​ພັດ, ຊອກ​ຮູ້​ເພື່ອ​ແຊກ​ຊືມ​ເຂົ້າ​ຕະຫລາດ​ກວ້າງ​ໃຫຍ່​ນີ້. ທ່ານ ຫງວຽນ​ກົງ​ແຢງ,  ຜູ້ຮັບຜິດ​ຊອບ​ຂາ​ອອກ​ຂາ​ເຂົ້າຂອງ ບໍລິສັດ​ຫຸ້ນ​ສ່ວນ​ວັດ​ສະດຸ ​ແລະ ອຸປະກອນ ຕວານ​​ໂບ້(Toan Bo) ​ແບ່ງປັນ​ວ່າ:

        “ປະຈຸ​ບັນ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ມີ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ຜະລິດ​ຕະພັນ​ກະ​ເສດ, ສ່ວນ​ສິນຄ້າ​ບາງ​ປະ​ເພດ​ອື່ນຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ບໍລິສັດ​ຂອງ​ພວກ​ຂ້າພະ​ເຈົ້າ​ສົ່ງ​ອອກ​ລົດຈັກ ກໍ​ແມ່ນ​ປະ​ເພດ​ສິນຄ້າ​ມີ​ທ່າ​ໄດ້​ປຽບ, ​ແຕ່​ພວມ​ປະສົບ​ກັບ​ຄວາມ​ແກ້ງ​ແຍ້​ງຈາກ​ບັນດາ​ປະ​ເທດ​ຄື ​ໄທ, ຈີນ ​ເພາະ ລາຄາ​ລົດ​ຈັກ​ຢູ່​ບັນດາ​ປະ​ເທດ​​ເຫລົ່ານີ້ ຖືກກວ່າ, ຮູບ​ແບບ​ງາມ​ກວ່າ. ສະ​ນັ້ນ ບໍລິສັດ​ຂ້າພະ​ເຈົ້າຕ້ອງ​​ເຮັດ​ແນວ​ໃດ​ໃຫ້ມີ​ລາຄາ​ແກ້ງ​ແຍ້​ງ ​ແລະ ຄຸນ​ນະພາ​ບດີ​ກວ່າ ຈື່ງ​ແຊກ​ຊືມ​ເຂົ້າ​ຕະຫລາດ​ນີ້​ໄດ້.”

        ດຣ ຫງວຽນ​ດືກ​ແທ່ງ, ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ​ເສດຖະກິດ ​ແລະ ນະ​ໂຍບາຍ​ຖື​ວ່າ: ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຄວນ​ເປັນ​ເຈົ້າ​ການ​ກວ່າ​ເພື່ອ​ຊອກ​ຮູ້​ກາລະ​ໂອກາດ ​ແລະ ​ຊ່ອງ​ທາງ​​ໃຫ້​ເໝາະ​ສົມ​ກັບ​ຕົນ​ເອງ.

        “ຫວຽດນາມ ມີ​ທີ່​ຕັ້ງ​ສະດວກ​ໃນ​ການ​ເຊື່ອມ​ຈອດ ອາ​ຊຽນ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ. ​ເມື່ອ​ເຊື່ອມ​ໂຍງ, ຮົ້ວ​ກີດຂວາງ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ທຸລະ​ກຳ​ດ້ານ​ການ​ຄ້າ​ຂອງ​ມະນຸດ​ຫລຸດ​ລົງ, ສ້າງ​ເງື່ອນ​ໄຂ​ໃຫ້ການເຊື່ອມ​ຕໍ່ພົວພັນ​ກັບ​ສະຖານ​ທີ່​ຫ່າງ​ໄກ​ຢ່າງ​ສະດວກ​ສະບາຍກວ່າ. ການ​ຜະລິດ, ການ​ສົ່ງ​ອອກ​ຂອງ​ວິ​ສາ​ຫະກິດ ຄວນ​ຄິດ​ໄລ່​​ເຖິງ​ລັກສະນະ​ພິ​ເສດສະ​ເພາະ​. ຖ້າ​ສຸມ​ໃສ່​ຂະ​ແຫນງ​ເກົ່າ ​ເພື່ອສ້າງ​ເຄືອ​ຄ່າ​ຍການ​ຜະລິດ​ຈະ​ບໍ່​ໄດ້​ຮັບ​ຜົນ. ຫວຽດນາມ ຕ້ອງ​ສຸມ​​ໃສ່ບັນດາ​ຜະລິ​ດຕະພັນ​ທີ່​ມີທ່າ​ໄດ້​ປຽບ​ຂອງຕົນ.”

        ທ່ານ​ເຈີ​ນ​ແທງ​ຫາຍ, ຮອງ​ຫົວຫນ້າ​ກົມ​ຂາ​ອອກ​ຂາ​ເຂົ້າ- ກະຊວງ​ອຸດສາຫະກຳ ການ​ຄ້າ​ຫວຽດນາມ ຖື​ວ່າ: ​ເມື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ບັນດາ​ວິ​ສາ​ຫະກິດ ຫວຽດນາມຕ້ອງ​ເຂົ້າ​ໃຈ​ສິ່ງ​ທ້າ​ທາຍຢ່າ​ງຈະ​ແຈ້ງ​ ພິ​ເສດ, ວິ​ສາ​ຫະກິດ ຢາກ​ໄດ້​ຮັບ​ບຸລິມະສິດດ້ານ​ພາສີ​ຕາມ​ສັນຍາ​ການ​ຄ້າ ອາ​ຊຽນ ​(ATIGA) ຕ້ອງ​ຮັບປະກັນ​ຫລັກການ​ແຫຼ່ງຜະລິດ​ສິນຄ້າ ຂອງ​ບັນດາ​ປະ​ເທດ ອາ​ຊຽນ. ທ່ານ ​ເຈີ​ນ​ແທງ​ຫາຍ, ​ໃຫ້​ຮູ້​ວ່າ:

        “ອັດ​ຕາ​ພາສີ​ຫລຸດ​ລົງ, ​ແຕ່​ຍັງ​ມີ​ຮົ້ວ​ກີດຂວາງ​ອື່ນ​ຄື: ຫລັກການ​ກ່ຽວ​ກັບ​ແຫຼ່ງຜະລິດສິນຄ້າ. ໝາຍ​ຄວາມ​ວ່າ ຕ້ອງ​ມີ​ຢ່າງ​ຫນ້ອຍ​ສຸດ 40% ປະລິມານ​ສິນຄ້າ​ຜະລິດ​ພາຍ​ໃນ​ກຸ່ມ​ອາ​ຊຽນຈື່ງ​ໄດ້​ຮັບ​ບຸລິ​ມະ​ສິດ. ຖ້າ​ຫາກ​ນຳ​ເຂົ້າ​ວັດຖຸ​ດິບ​ຈາກ​ຕ່າງປະ​ເທດ ຈະບໍ່​ໄດ້​ຮັບ​ບຸລິມະສິດດ້ານ​ພາສີ. ​ ນອກ​ນັ້ນ, ຍັງ​ມີ​ມາດ​ຕະການ​ອ່ືນ​ຈຳ​ນວນ​ຫນຶ່ງຄື: ຕ້ານ​ການ​ອຸດ​ຫນູນ, ຕ້ານ​ການ​ຂາຍ​ບຸບ​ລາຄາ​ກໍ​ແມ່ນ​ຮົ້ວ​ກີດຂວາງ​ດ້ານ​ການ​ຄ້າ​ຊື່​ງວິ​ສາ​ຫະກິດ​ຄວນ​ເອົາ​ໃຈ​ໃສ່.”

        ສຳລັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ, ນອກຈາກ​ຕ້ອງ​ມີ​ບຸກຄະລາ​ກອນ​ສະ​ເພາະ​ກິດ​​ໃນ​ການສ້າງ​ຕະຫລາດ, ຄວນ​ມີ​ການ​ກະກຽມ​​ບັນດາ​ຜະລິດ​ຕະພັນ, ການ​ຫຸ້ມ​ຫໍ່, ຮູບ​ແບບຢ່າງ​ລອງ​ຄອບ​ຖິ່ຖ້ວນ​….ກໍ່​ຄື​ມີ​ບັນດາ​ວິທີ​ການ​ແຊກ​ຊືມ​ເຂົ້າ​ຕະຫລາດ​ຢ່າງເໝາະ​ສົມ. ພ້ອມ​ກັນ​ນັ້ນ​, ​ໃນ​ວິ​ວັດ​ການພັດທະນາ​ຕະຫລາດ​ຕ້ອງ​ອີງ​ຕາມ​ທ່າ​ອ່ຽງ​ໃຊ້​ສອຍ​ຂອງ​ປະຊາຊົນ​ແຕ່ລະ​ປະ​ເທ​ດອາ​ຊຽນ. ​ໃນ​ວິວັດ​ການ​ດຳ​ເນີນ​ທຸລະ​ກິດ ຄວນ​ຮ່ວມ​ສຳພັນ​ກັບ​ບໍລິສັດ​ຈຳຫນ່າຍ​ຢູ່​ພາຍ​ໃນ​ປະ​ເທດ ທີ່​ມີ​ຊື່​ສຽງ ແລະ​ມີ​ກຳລັງ​ຄວາມ​ສາມາດ. ພຶດຕິ​ກຳຕົວ​ຈິງ​ໃຫ້​​ເຫັນ​ວ່າ, ຜະລິດ​ຕະພັນ​ຂອງ​ແຕ່ລະ​ປະ​ເທດ, ​ແຕ່​ລະວິ​ສາ​ຫະກິດ ລ້ວນ​ແຕ່​ນອນ​ໃນ​ລະບົບ​ມູນ​ຄ່າ​ຂອງ​ພາກ​ພື້ນ ຫລື ລະບົບ​ມູນ​ຄ່າ​ຂອງ​ທົ່ວ​ໂລກ. ປະ​ຊາ​ຄົມ​ເສດຖະກິດ ອາ​ຊຽນ ຈະ​ສ້າງໂອກາດ​ອັນ​ລຳ້​ຄ່າ ​ເພື່ອ​ໃຫ້ຫວຽດນາມ ພັດ​ທະ​ນາ​ຕາມ​ທ່າ​ອ່ຽງ ​ແລະ ລະດັບ​ການ​ພັດທະນາ​​ເສດຖະກິດ​ຂອງ​ພາກ​ພື້ນ ​ແລະ ​ໂລກ. ສະ​ນັ້ນ ລັດຖະບານ ​ແລະ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໄດ້ ​ແລະ ພວມ​ຍາດ​ແຍ່ງ​ກາລະ​ໂອກາດ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ໃນ​ວິວັດທະນາ​ການ​ສ້າງ AEC.

ຕອບກັບ

ຂ່າວ/ບົດ​ອື່ນ