(VOVWORLD) - ໃນຫຼາຍປີຜ່ານມາ, ຫວຽດນາມ ຍາມໃດກໍນອນໃນກຸ່ມ 3 ປະເທດ ສົ່ງອອກເຂົ້າສານຫຼາຍທີ່ສຸດໃນໂລກ ພຽງແຕ່ຖັດຈາກ ອິນເດຍ ແລະ ໄທ. ປະລິມານເຂົ້າເປືອກຂອງຫວຽດນາມ ບັນລຸແຕ່ 42 – 45 ລ້ານໂຕນຕໍ່ປີ, ສ່ວນປະລິມານເຂົ້າສານບັນລຸແຕ່ 26 – 29 ລ້ານໂຕນຕໍ່ປີ. ເຂົ້າສານຂອງຫວຽດນາມ ໄດ້ສົ່ງອອກໄປຍັງປະມານ 150 ປະເທດ ແລະ ເຂດແຄ້ວນ, ມູນຄ່າສົ່ງອອກໄດ້ເພີ່ມຂຶ້ນຫຼາຍກວ່າເມື່ອທຽບໃສ່ກ່ອນນີ້. ເຖິງຢ່າງໃດກໍຕາມ, ການປ່ຽນແປງຢ່າງໄວວ່າຂອງຕະຫຼາດໂລກໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ຕ້ອງມີວິທີສຳຜັດໃໝ່ໃນການສົ່ງອອກ ແລະ ພັດທະນາຕະຫຼາດເຂົ້າເປືອກ, ເຂົ້າສານຢູ່ພາຍໃນປະເທດ.
ທ່ານ ສາດສະດາຈານ, ປະລິນຍາເອກ ບຸ່ຍຈີ໊ບຶ໋ວ ອະດີດຫົວໜ້າສະຖາບັນວິທະຍາສາດກະສິກຳ ພາກໃຕ້ຫວຽດນາມ ຖືວ່າ ແຕ່ລະເຄື່ອງໝາຍການຄ້າຂອງສິນຄ້າ ຍາມໃດກໍຕ້ອງໄດ້ສ້າງຂຶ້ນບົນພື້ນຖານຄຸນນະພາບສູງ, ໄດ້ຮັບການຮັບຮອງ ແລະ ນິຍົມຈາກຜູ້ຊົມໃຊ້, ໄດ້ຮັບການຄວບຄຸມທາງດ້ານຄຸນນະພາບ ແລະ ສາມາດຊອກຫາທີ່ມາຂອງຜະລິດຕະພັນໄດ້ຢ່າງງ່າຍດາຍ. ເຖິງຢ່າງໃດກໍຕາມ, ດ້ວຍວິທີຜະລິດເຂົ້າເປືອກ, ເຂົ້າສານຂອງ ຫວຽດນາມ ໃນປັດຈຸບັນ, ເຄື່ອງໝາຍການຄ້າເຂົ້າເປືອກເຂົ້າສານ ຫວຽດນາມ ຍັງບໍ່ທັນສ້າງຄວາມປະທັບໃຈສຳລັບຜູ້ອຸປະໂພກໃນໂລກໄດ້ເທື່ອ.
“ດ້ວຍວິທີຜະລິດເຂົ້າແບບກະແຈກກະຈາຍຂອງຊາວກະສິກອນຄື ເຄິ່ງເຮັກຕາ, ໜຶ່ງເຮັກຕານັ້ນ ເຂົ້າສານ ຫວຽດນາມ ບໍ່ສາມາດມີເຄື່ອງໝາຍການຄ້າໄດ້. ຖ້າຫາກຮູບແບບທົ່ງນາໃຫຍ່ປະສົບຜົນສຳເລັດ ພວກເຮົາຈັດຕັ້ງການຜະລິດຄືນໃໝ່ຈະປະສົບຜົນສຳເລັດ. ທີສອງແມ່ນເຮົາຕ້ອງສ້າງຍຸດທະສາດສົ່ງອອກເຂົ້າສານດ້ວຍເຄື່ອງໝາຍການຄ້າລະດັບຊາດຄືນໃໝ່. ໃນລະບົບມູນຄ່ານັ້ນ ຕ້ອງມີການເຂົ້າຮ່ວມຂອງບັນດາວິສາຫະກິດຂະໜາດໃຫຍ່”.
ໄປຄຽງຄູ່ກັບການກໍ່ສ້າງ ແລະ ການພັດທະນາເຄື່ອງໝາຍການຄ້າລະດັບຊາດນັ້ນ, ຕາມທ່ານຮອງລັດຖະມົນຕີກະຊວງອຸດສາດຫະກຳການຄ້າຫວຽດນາມ ເຈິ່ນກວັກແຄ໊ງ ແລ້ວ, ຫວຽດນາມ ຄວນປັບປຸງການຜະລິດເຂົ້າເປືອກເຂົ້າສານເຂົ້າເປັນລະບຽບຫຼວງ ແລະ ມີບັນດາມາດຕະການບ່ອນອີງ ເພື່ອຫັນແຫຼ່ງສະໜອງສິນຄ້າໃຫ້ດີທີ່ສຸດ:
“ຫວຽດນາມ ຄວນປະຕິບັດແຫຼ່ງຕອບສະໜອງສິນຄ້າໃຫ້ມີຄຸນນະພາບດີທີ່ສຸດ. ຖ້າຫາກປະລິມານຜະລິດຕະພັນທົ່ວປະເທດແມ່ນປະມານ 5 ລ້ານໂຕນນັ້ນ ສົ້ນອອກ, ການຈຳໜ່າຍຈະງ່າຍດາຍກວ່າ,ຖ້າຫາກວ່າເພີ່ມຂຶ້ນ 6 – 7 ລ້ານໂຕນ ແມ່ນເປັນອີກບັນຫາໜຶ່ງ. ເພາະສະນັ້ນ, ຄວນຫັນປະລິມານຜະລິດຕະພັນທັງໝົດ ແລະ ໂຄງປະກອບປະລິມານໃຫ້ດີທີ່ສຸດ. ສ້າງໂຄງປະກອບການຜະລິດຄືນໃໝ່ແມ່ນສຳຄັນ”.
ຍ້ອນບັນດາການກະທົບຂອງສະພາບການປ່ຽນແປງຂອງດິນຟ້າອາກາດ, ດັ່ງນັ້ນ ເລື່ອງຫັນປ່ຽນໂຄງປະກອບຜົນລະປູກ ແມ່ນເພື່ອເພີ່ມມູນຄ່າຜະລິດຜະລິດຕະພັນໃນຂົງເຂດກະສິກຳສູງຂຶ້ນ; ຫຼຸດຜ່ອນໄພຄວາມສ່ຽງ ແລະ ຜົນກະທົບຕໍ່ການຜະລິດ; ຢູ່ບັນດາເຂດທີ່ມີຄວາມສາມາດຜະລິດສິນໃນນ້ຳ, ລ້ຽງສັດປ່ຽນແທນໃຫ້ຕົ້ນເຂົ້າ ແລະ ພັດທະນາຜັກພືດທັນຍາຫານ ກໍແມ່ນບັນດາມາດຕະການໃຫ້ແກ່ການຜະລິດເຂົ້າເປືອກເຂົ້າສານຢູ່ ຫວຽດນາມ ໃນອະນາຄົດ.
ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ ຂະແໜງກະສິກຳພວມສະຫຼຸບລາຍການຄໍ້າປະກັນດ້ານສະບຽງອາຫານ, ໃນນັ້ນ ຈະຄິດໄລ່ຫຼຸດຜ່ອນເນື້ອທີ່ປູກເຂົ້າປະມານ 5 ແສນ ເຮັກຕາ ໃນເນື້ອທີ່ປູກທັງໝົດເກືອບ 4 ລ້ານ ເຮັກຕາ ເພື່ອປູກບັນດາຕົ້ນໄມ້ກະສິກຳອື່ນໆທີ່ມີມູນຄ່າສູງກວ່າມາປູກແທນ. ດັ່ງນັ້ນ, ຂະແໜງຜະລິດເຂົ້າເປືອກເຂົ້າສານຫວຽດນາມ ຈະມີ “ວິໄສທັດ” ໃໝ່ໄປພ້ອມກັບບັນດາການວາງແຜນກຳນົດຍຸດທະສາດທີ່ເໝາະສົມ, ນຳມາເຊິ່ງມູນຄ່າເພີ່ມທີ່ດີກວ່າໃຫ້ແກ່ຊາວກະສິກອນຜູ້ປູກເຂົ້າຢູ່ ຫວຽດນາມ ແລະ ບັນດາວິສາຫະກິດຂາຍເຂົ້າເປືອກເຂົ້າສານ:
“ຄວນປະຕິບັດການສ້າງໂຄງປະກອບຂອງທັງ 03 ດ້ານຄືນໃໝ່. ທີໜຶ່ງ ແມ່ນຂອດຜະລິດ ເຊິ່ງໃຈກາງແມ່ນການຮ່ວມສຳພັນ. ບໍ່ມີການຮ່ວມສຳພັນ ຈະບໍ່ນຳມາເຊິ່ງຜົນສໍາເລັດໄດ້, ບໍ່ມີການຮ່ວມສຳພັນ ການຈຳໜ່າຍຈະປະສົບຄວາມຫຍຸ້ງຍາກ. ທີສອງ ແມ່ນການປຸງແຕ່ງ ແລະ ທີ 3 ແມ່ນຈັດຕັ້ງການຕະຫຼາດ. ສິ່ງສຳຄັນ ແມ່ນເອົາໃຈໃສ່ເຖິງຕະຫຼາດພາຍໃນປະເທດ. ເພາະວ່າ ປັດຈຸບັນ ຫວຽດນາມ ມີປະຊາກອນເກືອບ 100 ລ້ານຄົນແລ້ວ, ໃນນັ້ນ, ກຳມະກອນແມ່ນ 33 ລ້ານຄົນ ແລະ 40% ປະຊາກອນ ແມ່ນດຳລົງຊີວິດຢູ່ເຂດຕົວເມືອງ. ດັ່ງນັ້ນ ຈະມີບັນດາການເລືອກເຟັ້ນທີ່ແຕກຕ່າງກັນ, ຕ້ອງຜະລິດຕາມຄວາມຕ້ອງການຂອງແຕ່ລະເຂດ. ດັ່ງນັ້ນ, ທັງ 3 ເສົາຄ້ຳ ການຜະລິດ - ການປຸງແຕ່ງ - ການຕະຫຼາດ ຕ້ອງໄດ້ຮັບການຈັດຕັ້ງປະຕິບັດຄືນໃໝ່ໃຫ້ເປັນຢ່າງດີ. ພ້ອມກັນນັ້ນ ກໍ່ແມ່ນຫຼຸດຜ່ອນເນື້ອທີ່ປູກຕາມການກຳນົດທິດ”.
ຂະແໜງສົ່ງອອກເຂົ້າສານຂອງ ຫວຽດນາມ ໃນປີ 2018 ບັນລຸເກືອບ 6 ລ້ານໂຕນ, ລາຍຮັບບັນລຸ 3,03 ຕື້ ໂດລາສະຫະລັດ. ໃນໄລຍະ 2021 – 2030, ຍຸດທະສາດຂອງຫວຽນາມ ແມ່ນຫຼຸດຜ່ອນປະລິມານເຂົ້າສານສົ່ງອອກ ແລະ ເພີ່ມມູນຄ່າຂອງເຄື່ອງໝາຍການຄ້າຂອງເຂົ້າສານຫວຽດນາມ ເພື່ອບັນລຸແຫຼ່ງລາຍຮັບທີ່ສູງກວ່າ./.