ສ້າງໂຄງປະກອບຂະແຫນງຕຳ່ແຜ່ນຕັດຫຍິບຄືນໃຫມ່ເພື່ອເໝາະສົມກັບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ

(vovworld)-ພັດທະນາ​ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ​ຕິດ​ພັນ​ກັບ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະກິດ​ສາກົນ, ຮັບ​​ເອົາ​ບົດຮຽນ​ໃໝ່​​ຈາກ​ບັນດາ​ປະ​ເທດພັດທະນາ​ໃນ​ຂົງ​ເຂດ​ຕຳ່​ແຜ່ນ​ຕັດຫຍິບ ເພື່ອ​ຈຸດໝາຍ​ສ້າງ​ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ ຫວຽດນາມ ​ໃຫ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ຂະ​ແຫນງ​ອຸດສາຫະກຳ​ຈຸດ​ສຸມ, ປາຍ​ແຫລມ​ກ່ຽວ​ກັບ​ການ​ສົ່ງ​ອອກ. ສິ່ງ​ດັ່ງກ່າວ​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ໃນ​ແຜນ​ຮ່າງ “ວາງ​ແຜນ​ພັດທະນາຂະ​ແຫນງ​ອຸດສາຫະກຳ​ຕຳ່​​ແຜ່ນ​ຕັດຫຍິບ​ຫວຽດນາມ ຮອດ​ປີ 2020 ວິ​ໄສ​ທັດ 2030” ​ໂດຍ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ ຫວຽດນາມ ຮຽບຮຽງ.

        ​ຕຳ​່​ແຜ່ນ​ຕັດຫຍີບ​ພວມ​ແມ່ນ​ຂົງ​ເຂດ​ມີ​ທີ່​ຕັ້ງ​ສຳຄັນ​ໃນ​ພື້ນຖານ​ເສດຖະກິດ​ຫວຽດນາມ. ປະຈຸ​ບັນ ທົ່ວ​ປະ​ເທດ​ມີວິ​ສາ​ຫະກິດຕຳ່​ແຜ່ນ​ຕັດຫຍິບ​ 5.982 ​ແຫ່ງ, ປະກອບ 8% ​GDP, ສ້າງ​ວຽ​ກ​ເຮັດ​ງານ​ທຳ​ໃຫ​້​ຜູ້​ອອກ​ແຮງງານ 2 ລ້ານ​ຄົນ ​ແລະ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຂ​ະ​ແຫນງ​​ນຳ​ຫນ້າ​ໃນ​ການ​ສົ່ງ​ອອກ. ປີ 2012, ການ​ສົ່ງ​ອອກ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ​ບັນລຸ​ກວ່າ 17 ຕື້ USD, ປະກອບ​ເກືອບ 15% ​​ໃຫ້​ແກ່ຍອດ​ວົງ​​ເງິນ​ສົ່ງ​ອອກ​ຂອງ​ທົ່ວ​ປະ​ເທດ. ປະຈຸ​ບັນ ຫວຽດນາມ ​ແມ່ນຫນຶ່ງ​ໃນ​ຈຳນວນ 5 ປະ​ເທດ​ສົ່ງ​ອອກ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​ຫລາຍ​ກວ່າ​ໝູ່ຢູ່​ໃນ​ໂລກ.  ການ​ພັດທະນາ​ຂອງ​ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ​ໄລຍະ​ຜ່ານ​ມາ​ໄດ້​ປະກອບສ່ວນ​ແກ້​ໄຂ​ບັນຫາ​ຮັບປະກັນ​ຊີວິດ​ສັງຄົມ, ຫັນປ່ຽນ​ອົງ​ປະກອບ​ເສດຖະກິດ​ ​ແລະ ​ແຮງ​ງານ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ​ຍັງ​ມີ​ຫລາຍ​ບັນຫາ​ທີ່​ຍັງຄົງ​ຄ້າງ​​ຢູ່ຄື: ​ເຕັກ​ໂນ​ໂລ​ຢີຫນູນ​ຊ່ວຍ​ຂະ​ແຫນງ​​ຕຳ່​ແຜ່ນ​ຕັດຫຍິບ​ຍັງຫລ້າ​ຫລັງ, ​ແພ​ໄຫມ ​ແລະ ​ເຄື່ອງຮັບ​ໃຊ້​ຂະ​ແຫນງຕັດຫຍິບສ່ວນ​ຫລາຍ​​ແມ່ນນຳ​ເຂົ້າ​ຈາກ​ຕ່າງປະ​ເທດ. ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງພຽງ​ແຕ່ຜະລິ​​ດ​ຕາມ​ຮູບ​ແບບ​ຮັບຈ້າງເທົ່າ​ນັ້ນ, ສະ​ນັ້ນ​ມູນ​ຄ່າ​ເພີ່ມ​ຍັງ​ຢູ່​​ໃນ​ລະດັບ​ຕຳ່. ​ໃນ​ຂະນະ​ນັ້ນ, ວຽກ​ງານ​ເກັບ​ກຳ, ​ໄຈ້​ແຍກ, ສະຫນອງ​ຂໍ້​ມູນ​ຂ່າວສານ​ກ່ຽວກັບ​ຕະຫລາດ​ຍັງ​ຊັກ​ຊ້າ; ຄວາມ​ຊຳ​ນານ​ງານ​ໃນ​ການ​ອອກ​ແບບ, ພັດທະນາ​ຜະລິດ​ຕະພັນ​ຍັງ​ຈຳກັດຢູ່. ການ​ຫັນປ່ຽນ​ຢ່າງວ່ອງ​ໄວຂອງ​ຂະ​​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ​ຢູ່​​ໃນ​ໂລກ​ໄດ້ ​ແລະ ພວມ​​ເຮັດ​ໃຫ້​ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ​ຫວຽດນາມ ຕ້ອງ​ມີ​ການ​ດັດ​ປັບ​ໃຫ້​ເໝາະ​ສົມ, ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ເຊື່ອມ​ໂຍງ. ທ່ານ​ນາງ ​ໂຮ່ທິກີ​ມທວາ, ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ​ເສດຖະກິດ ຫວຽດນາມ ນັບ​ມື້​ນັບ​ເຊື່ອມ​ໂຍງຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງເຂົ້າພື້ນຖານ​ເສດຖະກິດ​ໂລກ ​ ​ແລະ ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສອງ​ຝ່າຍ​ແລະ ຫລາຍ​ຝ່າຍກັບ 80 ກວ່າ​ປະ​ເທດ ຫລາຍສະບັບ. ​ໃນ​ສະພາບ​ຄື​ແນວ​ນັ້ນ ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ ຄວນ​ມີ​ການປ່ຽນ​ແປງ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ສະພາບ​ຕົວ​ຈິງ.”

ສ້າງໂຄງປະກອບຂະແຫນງຕຳ່ແຜ່ນຕັດຫຍິບຄືນໃຫມ່ເພື່ອເໝາະສົມກັບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ - ảnh 1
ພາບປະກອບ:internet

        ດ້ວຍ​ເຫດນັ້ນ ຫວ່າງ​ແລ້ວ​ນີ້ ກະຊວງ​ອຸດສາຫະ​ກຳ ​ແລະ ການ​ຄ້າ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ປະກອບ​ຄຳ​ເຫັນ​ໃສ່​​ແຜນ​ຮ່າງ “ສ້າງ​​ແຜນ​ພັດທະນາ​ຂະ​ແຫນງ​ອຸດສາຫະກຳ​ຕຳ່​​ແຜ່ນ​ຕັດຫຍິບ​ຫວຽດນາມ​ຮອດ​ປີ 2020, ວິ​ໄສ​ທັດ ປີ 2030”, ​ໃນ​ນັ້ນ ສຸມ​ໃສ່​ດັດ​ປັບ​ແຜນ​ພັດທະນາ​ຂະ​ແຫນງ​​ຕຳ່​ແຜ່ນ​ຕັດຫຍິບຮອດ​ປີ 2015,​ ກຳນົດ​ທິດ​ຮອດ​ປີ 2020 ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ຕົວຈິງ, ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ບັນຫາ​ວາງ​ອອກ​ນັ້ນ​ແມ່ນ ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ​ຫວຽດນາມ  ຄວນ​​ເພີ່ມ​ອັດຕາຊົມໃຊ້​ຜະລິດ​ຕະພັນພາຍ​ໃນ, ຈຳກັດ​ທ່າ​ອ່ຽງຜະລິດ​​ຕາມ​ຮູບ​ແບບ​ຮັບຈ້າງ, ພັດທະນາ​ລະບົບ​ສະຫນອງເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​ໃນທົ່ວ​ຂະ​ແຫນງຢ່າງ​ຄົບ​ຊຸດ, ​ນັບ​ແຕ່ການ​ຜະລິດ​ວັດຖຸ​ດິບ​, ​ການ​ກໍ່ສ້າງ​ບັນດາ​ໂຮງງານ​ຜະ​ລິດຝ້າຍ, ​ຕະຫຼອດ​ຮອດ​ການຕຳ່​ແຜ່ນ​ຕັດຫຍິບ, ​ເຮັດ​ໄດ້​ຄື​ແນວ​ນັ້ນ ຈຶ່ງ​ສາ​ມາດ​ເພີ່ມມູນຄ່າ​ເພີ່ມ​​ຂຶ້ນ​ຕື່ມ ​ແລະ ບັນລຸ​ປະສິດທິ​ຜົນ. ຄຽງ​ຄູ່​ກັນ​ນັ້ນ ການ​ຕອບ​ສະໜອງ​ຄວາມ​ຕ້ອງການນັບ​ແຕ່ສົ້ນ​​ເຂົ້າ​ຕະຫລອດ​ຮອດສົ້ນ​ອອກ​​ຈະ​ຊ່ວຍ​​ໃຫ້ຫວຽດນາມ ຕອບ​ສະຫນອງ​ໄດ້​ຄວາມ​ຮຽກຮ້ອງ​​ກ່ຽວ​ກັບ​ແຫ່ງ​ຜະລິດ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​ໃນ​ບັນດາ​ສັນຍາ​ການ​ຄ້າ​ເສລີ. ທ່ານ ​ເລ​ຕຽນ​ເຈື່ອງ ຮອງ​ຜູ້ອຳນວຍການ​ໃຫຍ່​ປະຈຳ​ກຸ່ມ​ບໍລິສັດ​ ຕຳ່​ແຜ່ນ​ຕັດຫຍິບ​ຫວຽດນາມ (Vinatex) ​ໃຫ້​ຮູ້​ວ່າ:

        “ວິວັດທະນາ​ການ​ກະກຽມ​ຂອງ​ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ​ຫວຽດນາມ ​ໃນ​ຫລາຍ​ປີຜ່ານມາ ດ້ວຍ​ທ່າ​ອ່ຽງ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ນັ້ນ​ ແມ່ນ​ຖືກ​ຕ້ອງຊັດ​ເຈນ. ພວກ​ເຮົາ​ສຸມ​ໃສ່​ປັບປຸງ​ມູນ​ຄ່າ​ເພີ່ມ​ພາຍ​ໃນ​ປະ​ເທດ, ​ເພີ່ມ​ລັກ​ສະ​ນະເປັນ​ເຈົ້າ​ການ​ໃນ​ທຸກ​ຂອດ, ພິ​ເສດ ຂອດອອກ​ແບບ ​ແລະ ວັດຖຸ​ດິບ. ວິວັດ​ການ​ນີ້​ໄດ້​ດຳ​ເນີນ​ໃນ​ສີ​ບໆ​ປີຜ່ານມາ ນັບ​ແຕ່​ເມື່ອ​ລັດຖະບານ​ກະ​ກຽມເຈລະຈາ​ສັນ​ຍາ​ການ​ຄ້າ​ສອງ​ຝ່າຍ BTA ກັບອາ​ເມ​ລິ​ກາ, ​ເຂົ້າ​​ເປັນ​ສະມາ​ຊິກອົງການ​ການ​ຄ້າ​ໂລກ ​ແລະ ປະຈຸ​ບັນ ພວມ​ກະກຽມ​ເຂົ້າ​ຮ່ວມ​ສົນທິສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຟີ​ກ (TPP). ການ​ກະກຽມ​ໃນ​ຫລາຍ​ປີຜ່ານມາ​ໄດ້​ຊ່ວຍ​ຂະ​ແຫນງ ຕຳ່​ແຜ່ນ​ຕັດຫຍິບ​ຫວຽດນາມ ປັບປຸງ​ມູນ​ຄ່າ​ເພີ່ມ ຈາກ 25-30% ອັດຕາ​ນຳ​ໃຊ້​ວັດຖຸ​ພາຍ​ໃນ. ມາ​ເຖິງ​ປະຈຸ​ບັນ, ອັດຕາ​ນຳໃຊ້​ວັດຖຸ​ພາຍ​​ໃນ​ປະ​ເທດບັນລຸ​​ເກືອບ 50%.”

        ຈຸດໝາຍ​ພັດທະນາຂອງ​ຂະ​ແຫນງຕຳ່​ແຜ່ນ​ຕັດຫຍິບ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ​ສ້າງ​​ຂະ​ແຫນງຕຳ່​ແຜ່ນ​ຕັດຫຍິບ​ຫວຽດນາມ ໃຫ້ກາຍ​ເປັນ​ຂະ​ແຫນງ​ອຸດສາຫະກຳ​ຈຸດ​ສຸມ​ກ່ຽວ​ກັບ​ການ​ສົ່ງ​ອອກ, ຕອບ​ສະຫນອງ​ຄວາມ​ຕ້ອງການ​ການ​ໃຊ້​ສອຍ​ພາຍ​ໃນ​ປະ​ເທດ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ເປັນ​ຈຳນວນ​ຫລາຍ, ຍົກ​ສູງ​ຄວາມ​ສາມາດ​ແກ້ງ​ແຍ້​ງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນຖານ​ເສດຖະກິດ​ພາກ​ພື້ນ ​ແລະ ​ໂລກ​ຢ່າງ​ໝັ້ນຄົງ, ສູ້​ຊົນ​ຮອດ​ປີ 2020 ຈະ​ສ້າງ​ເຄື່ອງ​ໝາ​ຍການ​ຄ້າ​ທີ່​ມີ​ຊື່​ສຽງ. ຕາມ​ແຜນ​ຮ່າງແລ້ວ, ຂະ​ແຫນງຕຳ່​ແຜ່ນ​ຕັດຫຍິບ​ຫວຽດນາມ ຈະ​ສູ້​ຊົນ​​ເພື່ອບັນລຸ​ວົງ​ເງິນ​ສົ່ງ​ອອກ​ຈາກ 31 - 32 ຕື້ USD ​ໃນ​ປີ 2020 ​ແລະ ​ເພີ່ມ​ຂຶ້ນ 60 - 65 ຕື້ USD ​ໃນ​ປີ 2030. ດ້ວຍ​ທ່າ​ແຮງ​​ກ່ຽວ​ກັບ​ແຫຼ່ງ​ຊັບ​ພະຍາກອນມະນຸດ, ທີ່ມີສີມື​ດີ, ສິນຄ້າ​ມີ​ຫລາຍ​ຮູບ​ຫລາຍ​ແບບ, ຂະ​ແຫນງ ຕຳ່​ແຜ່ນ​ຕັດຫຍິບ​ຫວຽດນາມ ນັບ​ມື້​ນັບ​ຢືນຢັນ​ທີ່​ຕັ້ງ​ຂອງ​ຕົນໃນ​ຕະຫລາດ​ໂລກ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ ຕໍ່ຫນ້າ​ທ່າ​ອ່ຽງ​ໃຫມ່,  ຂະ​ແຫນງ ຕຳ່​ແຜ່ນ​ຕັດຫຍິບ​ຫວຽດນາມ ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຖອດ​ຖອນບົດຮຽນຈາກ​ປະ​ເທດ​ຕ່າງໆ​, ກຳ​ແຫນ້ນ​ກາລະ​ໂອກ​າດ​ໃຫມ່, ພັດທະນາ​ຢ່າງ​ຄົບ​ຊຸດ ຈາກ​ນັ້ນ​ສ້າງ​ການ​ຫັນປ່ຽນ​ເພື່ອ​ພັດທະນາ​ຢ່າງ​ວອ່ງ​ໄວ ​ແລະ ໝັ້ນຄົງ.

 

ຕອບກັບ

ຂ່າວ/ບົດ​ອື່ນ