ຫັນມາດຕະການລະດົມແຫລ່ງທຶນໃນສະພາບການແບບໃຫມ່ໃຫ້ເປັນຫລາຍຮູບແບບ

(VOVWORLD) - ປະຈຸບັນ ພາຍໃຕ້ຜົນກະທົບຢ່າງແຮງຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ຜົນສະທ້ອນຈາກໂລກລະບາດໂຄວິດ 19 ໃນທົ່ວໂລກ, ການລະດົມແຫລ່ງທຶນໃຫ້ແກ່ການຜະລິດດຳເນີນທຸລະກິດແມ່ນຫນຶ່ງໃນບັນດາບັນຫາສຳຄັນ ມີລັກສະນະເປັນຕາຍສຳລັບວິສາຫະກິດ. ເພາະສະນັ້ນ ລັດຖະບານຫວຽດນາມ ໄດ້ຜັນຂະຫຍາຍຫລາຍນະໂຍບາຍຫນູນຊ່ວຍວິສາຫະກິດ ເພື່ອແນໃສ່ຮັບປະກັນຕະຫລາດທຶນຮອນ, ຫລຸດຜ່ອນລາຍຈ່າຍໃນການເຄື່ອນໄຫວ ແລະ ຮັກສາສະພາບການເງິນ.

ໂດຍແມ່ນຫົວຫນ່ວຍຜະລິດສະເພາະເຄື່ອງຕ່ຳແຜ່ນຕັດຫຍິບ, ຊຸດພອນສະໄຫມຢູ່ພາຍໃນປະເທດເທົ່ານັ້ນ, ທ່ານນາງ ເລຮ່າມີງ ຜູ້ອຳນວຍການ ບໍລິສັດ Eco Garment Vietnam  ຈຳກັດ ໃຫ້ຮູ້ວ່າ: ໂລກລະບາດໂຄວິດ 19 ແມ່ນສິ່ງທີ່ສົ່ງຜົນກະທົບທຳອິດເຖິງແຫລ່ງທຶນຂອງວິສາຫະກິດ. ພິເສດ ຕະຫລາດສົ່ງອອກ ປະສົບກັບຄວາມຫຍຸ້ງຍາກ, ວິສະຫະກິດຕ້ອງຫັນທິດສຸມໃສ່ຕະຫລາດພາຍໃນ ຫລື ຊອກຫາບັນດາຕະຫລາດສົ່ງອອກໃຫມ່.. ແຕ່ການດຳເນີນທຸລະກິດຫລຸດລົງ ແລະ ຮັກສາຄົນງານໄວ້ນັ້ນ ໄດ້ສົ່ງຜົນສະທ້ອນເຖິງກະແສເງິນຂອງວິສາຫະກິດ. ທ່ານນາງ ເລຮ່າມີງ ແບ່ງປັນວ່າ:

ຫັນມາດຕະການລະດົມແຫລ່ງທຶນໃນສະພາບການແບບໃຫມ່ໃຫ້ເປັນຫລາຍຮູບແບບ - ảnh 1ວິສາຫະກິດຫລາຍແຫ່ງພວມຕ້ອງການທຶນຮອນເພື່ອຮັບໃຊ້ການເຄື່ອນໄຫວຜະລິດດຳເນີນທຸລະກິດ (ພາບປະກອບ)

 “ແຫລ່ງທຶນສ່ວນຫລາຍທີ່ວິສາຫະກິດໄດ້ກູ້ຢຶມແມ່ນແຫລ່ງທຶນຈາກບັນດາອົງການສິນເຊື່ອ, ບັນດາທະນາຄານ. ເຖິງຢ່າງໃດກໍຕາມ, ສຳລັບ ພວກຂ້າພະເຈົ້າແລ້ວ ເຖິງວ່າແຫລ່ງສິນເຊື່ອຂອງຫວຽດນາມ ແມ່ນໃຫຍ່ຫລວງ, ອຸດົມສົມບູນ ແຕ່ຢາກກູ້ຢຶມ ແລະ ຕອບສະຫນອງໄດ້ຕາມຄວາມຮຽກຮ້ອງ, ເງື່ອນໄຂຂອງທະນາຄານ ກໍ່ແມ່ນສິ່ງທີ່ບໍ່ງ່າຍ.”

ສຳລັບຫລາຍວິສາຫະກິດ, ເປັນຕົ້ນແມ່ນວິສາຫະກິດຂະຫນາດກາງ ແລະ ນ້ອຍ ແຫລ່ງທຶນ ຍາມໃດກໍ່ແມ່ນບັນຫາກໍ່ຄວາມກີດຂວາງ. ເຖິງຢ່າງໃດກໍຕາມ ໃນໄລຍະ 5 ປີຜ່ານມາຢູ່ຫວຽດນາມ ໄດ້ປະກົດມີຫລາຍຮູບການລະດົມທຶນ ແລະ ອຸປະຖຳທຶນຄື: ເຕັກໂນໂລຊີການເງິນ (Fintech), ດຶງດູດທຶນຈາກປະຊາຄົມ (Crowdfunding), ອຸປະຖຳລະບົບສະໜອງ.. ແຕ່ດ້ວຍຫລາຍເຫດຜົນແຕກຕ່າງກັນ ບັນດາວິສາຫະກິດ ສ່ວນຫລາຍແມ່ນກູ້ຢຶມທຶນຈາກບັນດາທະນາຄານການຄ້າ. ສິ່ງນີ້ພາໄປເຖິງຜົນຕາມຫລັງແມ່ນ ລາຍຈ່າຍໃນການກູ້ຢຶມທຶນສູງ, ຄວາມກົດດັນຂອງການຊຳລະຫນີ້ໃຫຍ່, ສົ່ງຜົນກະທົບຫຍໍ້ທໍ້ເຖິງປະສິດທິຜົນການຜະລິດ ດຳເນີນທຸລະກິດຂອງວິສາຫະກິດ.

ສະນັ້ນ ຕາມບັນດາຜູ້ຊ່ຽວຊານແລ້ວ, ບັນດາວິສາຫະກິດຄວນຍົກສູງຄຸນນະພາບການບໍລິຫານວິສາຫະກິດ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດແກ້ງແຍ້ງ ແລະ ປະສິດທິຜົນການເຄື່ອນໄຫວ. ເວລານັ້ນ ຈະຊ່ວຍວິສາຫະກິດຍົກສູງຄວາມສາມາດໃນການສຳຜັດກັບບັນດາແຫລ່ງທຶນ ແລະ ລະດົມທຶນຈາກຕະຫລາດຫລັກຊັບຜ່ານການຈຳຫນ່າຍຫຸ້ນ ແລະ ພັນທະບັດວິສາຫະກິດໄດ້.

ປອ ເກີນວັນລຶກ, ຜູ້ຊ່ຽວຊານໃນຂົງເຂດການເງິນ - ທະນາຄານ ຖືວ່າ: ປະຈຸບັນ ຂອບຂະຫນາດຕະຫລາດທຶນຢູ່ຫວຽດນາມ ຍັງມີຂອບຂະຫນາດນ້ອຍເມື່ອທຽບໃສ່ຫລາຍປະເທດໃນພາກພື້ນ. ສະນັ້ນວິສາຫະກິດ ຕ້ອງມີຄວາມໂປ່ງໃສໃນການເຄື່ອນໄຫວ ແລະ ການລາຍງານການເງິນ, ຕ້ອງເພີ່ມຄວາມເຂົ້າໃຈກ່ຽວກັບດ້ານການເງິນ - ສິນເຊື່ອ, ການຄ້ຳປະກັນ ແລະ ບັນດານະໂຍບາຍຫນູນຊ່ວຍວິສາຫະກິດ, ເພີ່ມທະວີການຮ່ວມສຳພັນ, ເຂົ້າຮ່ວມລະບົບມູນຄ່າກັບບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ. ເພື່ອຫັນເປັນຕະຫລາດລະດົມທຶນ, ກອບກົດໝາຍ ຕ້ອງມີຄວາມສົມບູນ ແລະ ກວມລວມກວ່າ. ນອກນັ້ນ ບັນດານະໂຍບາຍ, ມາດຕະການຫນູນຊ່ວຍດ້ານສິນເຊື່ອ, ການເງິນ, ຍົກເວັ້ນ ຫລຸດພາສີອາກອນໃຫ້ແກ່ວິສາຫະກິດ ຄວນຍົກອອກເງື່ອນໄຂສະດວກ, ຂັ້ນຕອນລະບຽບການກະທັດລັດກວ່າອີກ.

ສຳລັບບັນດາບ້ວງສິນເຊື່ອຕ້ອງໄດ້ຮັບການສ້າງໃຫ້ແທດເໝາະ, ປີກາຍນີ້ ບ້ວງເງິນຫນູນຊ່ວຍສັງຄົມດ້ວຍຈຳນວນເງິນ 16 ພັນຕຶ້ດົ່ງ ອັດຕາດອກເບ້ຍ 0%, ເງື່ອນໄຂວາງອອກບໍ່ເໝາະສົມ, ເພາະສະນັ້ນ ວິສາຫະກິດບໍ່ສາມາດສຳຜັດໄດ້. ປະຈຸບັນ ພວກເຮົາຕ້ອງສ້າງໃຫ້ແທດເໝາະກວ່າ ກ່ຽວກັບຂັ້ນຕອນ, ລະບຽບການທີ່ກະທັດລັດກວ່າ.”

ໃນສະພາບການປະຈຸບັນ, ຕະຫລາດສິນເຊື່ອ ພວມຖືກກຳລັງດັນໃຫຍ່ ຂະນະທີ່ທັງຫາແຫລ່ງສະຫນອງທຶນຮອນໄລຍະສັ້ນໃຫ້ແກ່ວິສາຫະກິດ ທັງຫາແຫລ່ງທຶນໄລຍະກາງ ແລະ ຍາວໃຫ້ແກ່ພື້ນຖານເສດຖະກິດ ໂດຍອີງໃສ່ບົດຮຽນການຜັນຂະຫຍາຍຢູ່ຫລາຍປະເທດທີ່ກ້າວຫນ້າໃນໂລກ, ຕະຫລາດຫລັກຊັບພວມໄດ້ຮັບຖືວ່າແມ່ນຊ່ອງທາງລະດົມທຶນຢ່າງມີປະສິດທິຜົນ ເພື່ອຮັບປະກັນໃຫ້ແກ່ການພັດທະນາຕະຫລາດການເງິນແບບຍືນຍົງ. ພ້ອມກັນນັ້ນ ກໍ່ແກ້ໄຂສະພາບຂາດຄວາມດຸ່ນດ່ຽງລະຫວ່າງຕະຫລາດສິນເຊື່ອ ແລະ ຕະຫລາດທຶນ, ສ້າງເສດຖະກິດມະຫາພາກເປັນປົກກະຕິ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງໃຫ້ແກ່ປະຊາຄົມວິສາຫະກິດ. ພ້ອມກັນນັ້ນ ເພື່ອສຶບຕໍ່ຮັກສາການເຄື່ອນໄຫວ, ວິສາຫະກິດ ຄວນຍົກສູງຄຸນນະພາບການບໍລິຫານວິສາຫະກິດ ແລະ ຄຸ້ມຄອງຄວາມສ່ຽງໃຫ້ເປັນລະບົບກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ